ສິ່ງທີ່ຄົນມັກເຂົ້າໃຈຜິດ ກ່ຽວກັບການສ້າງ Content Marketing

ຍຸກນີ້, ຍຸກທີ່ ທຸກບໍລິສັດ ຈະຕ້ອງມີ Content Marketing ຖ້າທ່ານອ່ານບົດຄວາມນີ້ຈົບ ທ່ານຈະເຂົ້າໃຈການເຮັດ Content Marketing ແລະ ສາມາດນຳເອົາໄປໃຊ້ໃຫ້ເກີດປະໂຫຍດໃນທາງທຸລະກິດຫຼາຍຂຶ້ນຢ່າງແນ່ນອນ.

ຄວາມເຂົ້າໃຈຜິດທີ 1: ສ້າງ Content ຫຼາຍໆຈຶ່ງດີ ຈະໄດ້ມີຄົນເຫັນຫຼາຍ.

ປະລິມານຂອງ Content ນັ້ນ ແມ່ນມີຄວາມສຳຄັນ ແຕ່ຖ້າ Content ທີ່ທ່ານເຮັດນັ້ນເປັນ Content ທຳມະດາໆ ທີ່ທຸກຄົນກໍສາມາດເຮັດໄດ້   Content ຂອງທ່ານກໍຈະບໍ່ເປັນສິ່ງທີ່ນ່າສົນໃຈ ເຊິ່ງຈະເຮັດໃຫ້ທ່ານເສຍທັງເງິນ ແລະ ເສຍເວລາໃນການເຮັດ Content ນັ້ນໆອີກດ້ວຍ.

ປ່ຽນແປງຄວາມເຂົ້າໃຈໃຫມ່: ວິທີທີ່ດີກວ່າການເນັ້ນການຜະລິດຄອນເທຣນໃຫ້ໄດ້ຈຳນວນຫຼາຍໆຄື ການເນັ້ນຜະລິດຄອນເທຣນທີ່ມີຄຸນນະພາບແທນ Google ໄດ້ຂຽນຄຳຈຳກັດວ່າ ຄອນເທຣນຄຸນນະພາບໄວ້ດັ່ງນີ້:

  1. Useful and Informative: ຕ້ອງມີປະໂຫຍດ ແລະ ໃຫ້ຂໍ້ມູນ
  2. More valuable and useful than other sites: ມີປະໂຫຍດຢ່າງດຽວບໍ່ພໍ ແຕ່ຄອນເທຣນຈະຕ້ອງມີປະໂຫຍດຫຼາຍກວ່າແຫຼງອື່ນໆອີກ.
  3. Credible: ຄອນເທຣນຈະຕ້ອງນ່າເຊື່ອຖືໄດ້ ເຊິ່ງຄອນເທຣນທີ່ດີຄວນຈະຕ້ອງມີການອ້າງອີງແຫຼ່ງທີ່ມານຳ.
  4. High Quality: ຄອນເທຣນຂອງທ່ານ ຄວນຈະບໍ່ຊໍ້າກັບໃຜ ມີຄວາມສະເພາະເຈາະຈົງ ແລະ ລົງລາຍລະອຽດ.
  5. Engaging:  ຄອນເທຣນຂອງທ່ານຕ້ອງນ່າຕິດຕາມ ເຊິ່ງກໍຄືຄອນເທຣນຄວນໃສ່ຮູບພາບ, ໃສ່ລິ່ງ ແລະ ພາສາກໍຄວນໃຊ້ໃຫ້ຖືກ.

ຄວາມເຂົ້າໃຈຜິດທີ 2: ຕ້ອງເຮັດໃຫ້ຄອນເທຣນ  Viral ຄົນເຫັນຫຼາຍໆ 

ຄອນເທຣນທີ່ດີຕ້ອງໃຫ້ Viral ຄົນເຫັນເປັນແສນເປັນລ້ານ ດຽວຍອດໄລ໌ ກໍເພີ່ມຂຶ້ນ ການສ້າງຄອນເທຣນທີ່ໃຫ້ຄົນເຫັນຈຳນວນຫຼາຍນັ້ນ ກໍຖືວ່າເປັນສິ່ງທີ່ດີ ແຕ່ຄົນທີ່ເຫັນເຫຼົ່ານັ້ນ ກໍບໍ່ໄດ້ໝາຍຄວາມວ່າຈະສາມາດຕອບໂຈດທຸລະກິດຂອງທ່ານໄດ້ທັງໝົດ. ຖ້າທ່ານຊີ້ວັດກັບຍອດຄົນເຫັນເທົ່ານັ້ນທ່ານອາດຈະພົບພໍກັບຄຳວ່າ “ຍອດວິວຫຼາຍ ແຕ່ຍອດຂາຍບໍ່ມີ”.

ປັບປ່ຽນຄວາມເຂົ້າໃຈ: ຕົວຊີ້ວັດຂອງຄອນເທຣນນັ້ນ ບໍ່ຄວນຈະເປັນພຽງຈຳນວນຄົນເຫັນຄອນເທຣນນັ້ນຫຼາຍໆ (ຍອດ Reach)  ແຕ່ຕົວຊີ້ວັດຄວນເປັນຈຳນວນທີ່ມາປະຕິສຳພັນກັບຄອນເທຣນ ( ຍອດ Engagement ເຊັ່ນ: ແຊຣ໌ ຫຼື ຄອມເມັ້ນທີ່ເວົ້າເຖິງແບຣນໃນທາງບວກ) ແລະ ສິ່ງທີ່ຈະບອກຊີ້ວັດອີກຢ່າງກໍຄືຄ່າ  Conversion ທີ່ຫຼັງຈາກຄົນໄດ້ເຫັນຄອນເທຣນຂອງທ່ານແລ້ວ ທ່ານໄດ້ລູກຄ້າທີ່ມາຈາກຄອນເທຣນນັ້ນຫຼາຍປານໃດ

ເຊິ່ງການທີ່ຈະເຮັດໃຫ້ຮູ້ໄດ້ນັ້ນ ສິ່ງທີ່ທ່ານຈະຂຽນໄວ້ໃນຄອນເທຣນກໍຄື  “Call to action” ຫຼື ສິ່ງທີ່ທ່ານຢາກໃຫ້ຄົນອ່ານຄອນເທຣນນັ້ນເຮັດຕໍ່. ຕົວຢ່າງ: ຖ້າເປັນຮ້ານຂາຍເຄື່ອງອອນໄລ໌ Call to action  ກໍອາດຈະເປັນ ປຸ່ມກົດໃຫ້ໄປຊື້ເຄື່ອງໃນເວັບໄຊ ພ້ອມຮັບສ່ວນຫຼຸດ. ຖ້າທ່ານເປັນບໍລິສັດທີ່ປຶກສາ Call to action  ກໍຈະເປັນແບບຟອມຕິດຕໍ່ຂໍຄຳປຶກສາ,​ຖ້າ ບຣ໋ອກເກີ້ Call to action  ກໍອາດຈະເປັນປຸ່ມ Add LINE ເພື່ອໄດ້ຮັບຄອນເທຣນດີໆ ເພີ່ມຕື່ມໄດ້….

ຄວາມເຂົ້າໃຈຜິດທີ 3: ຄອນເທຣນມີໄວ້ເພື່ອຂາຍ

ຄວາມເຂົ້າໃຈຜິດຕໍ່ກັບເລື່ອງນີ້ ແມ່ນໄດ້ເຫັນ ແລະ ໄດ້ຍິນເລື້ອຍໆ ທຸກຄອນເທຣນຈະຕ້ອງເຮັດໃຫ້ຂາຍໄດ້ ຖ້າຄອນເທຣນບໍ່ຊ່ວຍໃນການຂາຍຈະສ້າງຄອນເທຣນມາເພື່ອຫຍັງ? ແນ່ນອນວ່າ ຄອນເທຣນເພື່ອຂາຍ ເຊັ່ນ:Product, Pricing Page  ຫຼື  Get a Quote ນັ້ນຈຳເປັນທີ່ຕ້ອງມີ ເພາະບໍ່ມີທຸລະກິດໃດ ຢູ່ໄດ້ດ້ວຍການບໍ່ຂາຍຫຍັງເລີຍ. ແຕ່ທ່ານຕ້ອງເຂົ້າໃຈວ່າ ທຸກຄົນທີ່ຮູ້ຈັກ ຫຼື ເຫັນທຸລະກິດຂອງທ່ານ ຈະພ້ອມເປັນລູກຄ້າ ຈະພ້ອມຖືກຂາຍສະເໝີໄປບໍ່ ແລະ ໂດຍປົກກະຕິແລ້ວເຖິງວ່າຄົນເຮົາຈະມັກຊື້ ແຕ່ຄົນເຮົາສ່ວນຫຼາຍຈະບໍ່ມັກໃຫ້ຖືກຂາຍ ຖ້າເຮົາມີແຕ່ຄອນເທຣນຂາຍໆ ສຸດທ້າຍແລ້ວຄົນກໍຈະເບື່ອກັບການຂາຍ ແລະ ກໍຈະເຮັດໃຫ້ເຈົ້າຂາຍບໍ່ໄດ້. 

ການປັບຄວາມເຂົ້າໃຈ: ສິ່ງທີ່ທ່ານຈະຕ້ອງຮູ້ຈັກ ແລະ ສ້າງຄວາມເຂົ້າໃຈຄື: ໄລຍະເວລາທີ່ລູກຄ້າຕ້ອງການຊື້ (Buyer’s Journey) ເຊິ່ງແບ່ງອອກເປັນ 3 ຂັ້ນຫຼັກໆຄື: ການຮູ້ຈັກສິນຄ້າ (Awareness), ການພິຈາລະນາ (Consideration) ແລະ  ການຕັດສິນໃຈ (Decision)

ໃນຂັ້ນຂອງ Decision ນັ້ນ ຄືລູກຄ້າຂອງທ່ານພ້ອມທີ່ຈະຊື້ກັບທ່ານແລ້ວ ແຕ່ສິ່ງທີ່ທ່ານຕ້ອງເຮັດນັ້ນຄືການຂາຍ ພ້ອມກັບຕອບຂໍ້ສົງໃສ ຫຼື ຄຳຖາມຕ່າງໆ ທີ່ລູກຄ້າມີກ່ຽວກັບສິນຄ້າຂອງທ່ານ.

ສ່ວນຂັ້ນ Consideration ນັ້ນຄືລູກຄ້າຂອງທ່ານກຳລັງພິຈາລະນາທາງເລືອກຢູ່ ໃນນີ້ສິ່ງທີ່ທ່ານຄວນເຮັດຄືໃຫ້ຂໍ້ມູນກ່ຽວກັບສິນຄ້າ ລວມເຖິງເຮັດໃຫ້ລູກຄ້າເຊື່ອວ່າສິນຄ້າຂອງທ່ານດີແທ້.

ໃນຂັ້ນ  Awareness ຄື ການເຮັດໃຫ້ລູກຄ້າຮູ້ຈັກກັບສິນຄ້າຂອງທ່ານ ເຊິ່ງການເຮັດ  Awareness ທີ່ດີນັ້ນ ບໍ່ຄວນຈະເປັນພຽງການບອກລູກຄ້າຮູ້ວ່າ ທ່ານຂາຍສິນຄ້າຫຍັງ ແຕ່ຄວນຈະເປັນການບອກວ່າທ່ານເປັນຜູ້ຊ່ຽວຊານ ຫຼື ຜູ້ນຳໃນເລື່ອງຫຍັງ ການເຮັດ Awareness ທີ່ດີທີ່ສຸດນັ້ນບໍ່ໄດ້ເລີ່ມຕົ້ນຈາກການທີ່ບອກລູກຄ້າວ່າທ່ານ.

 

Comments