ເງິນທຶນເປັນປັດໄຈໜຶ່ງສຳຄັນຂອງການເລີ່ມຕົ້ນເຮັດທຸລະກິດ ແຕ່ກໍບໍ່ແມ່ນທັງໝົດ ຜູ້ປະກອບການຫຼາຍຄົນຕ້ອງຢຸດຄວາມຝັນຂອງຕົນເອງໄວ້ ເພາະຄຳວ່າ “ບໍ່ມີເງິນ”
ມາເບິ່ງ 5 ວິທີຕໍ່ໄປນີ້ຈະຊ່ວຍໃຫ້ທ່ານສາມາດເລີ່ມຕົ້ນທຸລະກິດໄດ້ ເຖິງວ່າຈະມີເງິນທຶນພຽງໜ້ອຍດຽວກໍຕາມ.
ເຊື່ອວ່າຫຼາຍໆຄົນອາດເຄີຍຢາກເຮັດທຸລະກິດເປັນຂອງຕົນເອງ ແຕ່ຄວາມຄິດນັ້ນກໍຈາງຫາຍໄປ ຫຼື ເປັນໄປບໍ່ໄດ້ ເພາະຄຳວ່າ “ບໍ່ມີເງິນ” ແລະ ກໍເປັນອຸປະສັກທີ່ໃຫຍ່ ສຳລັບຜູ້ປະກອບການຫຼາຍທ່ານ ແຕ່ດຽວນີ້ ຢ່າຟ້າວທໍ້ໃຈ. ມາເບິ່ງ 5 ວິທີ ເຫຼົ່ານີ້ອາດຈະຊ່ວຍຄວາມຝັນຂອງທ່ານໃຫ້ເປັນຈິງໄດ້ ເຖິງວ່າຈະບໍ່ມີເງິນທຶນຫຼາຍ ກໍສາມາດເລີ່ມຕົ້ນທຸລະກິດໄດ້.
1. ເລີ່ມຕົ້ນຈາກທຶນທີ່ມີຢູ່: ກ່ອນທ່ານຈະເລີ່ມຕົ້ນເຮັດທຸລະກິດ ສິ່ງທີ່ທ່ານຄິດຢາກເຮັດ ໃຫ້ທ່ານລອງສຳຫຼວດຕົນເອງ ແລະ ສິ່ງທີ່ທ່ານມີຢູ່ອ້ອມຕົວທ່ານກ່ອນເຊັ່ນ: ສະຖານທີ່ ຖ້າຍັງບໍ່ມີເງິນລົງທຶນໄປເຊົ່າຮ້ານ ກໍລອງປັບມູນໃດມູມໜຶ່ງຂອງເຮືອນທ່ານບ່ອນໃດວ່າງກໍເອົາບ່ອນນັ້ນເລີຍ, ເຄື່ອງອຸປະກອນຕ່າງໆບາງສິ່ງທ່ານອາດຈະມີແລ້ວ ຫຼື ສິ່ງໃດທີ່ສາມາດທົດແທນກັນໄດ້ໂດຍລາຄາບໍ່ແພງຈົນເກີນໄປ ຫຼື ການຕົບແຕ່ງຮ້ານດ້ວຍການລົງມືເຮັດເອງ ແລະ ມີໝູ່ເພື່ອນມາຊ່ວຍເຫຼືອ ກໍເປັນສິ່ງໜຶ່ງທີ່ເຮັດໄດ້ບໍ່ຢາກ. ລອງສຳຫຼວດແລ້ວສຳຫຼວດອີກ ຄິດແລ້ວຄິດອີກ ເພາະທ່ານອາດຈະມີຕົ້ນທຶນທີ່ມີພຽງພໍທີ່ຈະສາມາດເລີ່ມເຮັດທຸລະກິດກໍເປັນໄປໄດ້.
2. ໃຊ້ຈ່າຍສະເພາະຕົ້ນທຶນທີ່ຈຳເປັນ: ນອກຈາກຄົ້ນຫາຕົ້ນທຶນທີ່ມີຢູ່ແລ້ວ ຈາກນັ້ນກໍລອງຈົດສິ່ງທີ່ຈຳເປັນຕ້ອງໃຊ້ຈ່າຍແທ້ໆ ບໍ່ວ່າຈະເປັນຄ່າວັດຖຸດິບທີ່ຈະລົງທຶນຊື້ເພື່ອໃຫ້ມີສິນຄ້າ ຫຼື ການບໍລິການ, ຄ່າຈົດທະບຽນທຸລະກິດ, ຄ່າໃບອະນຸຍາດ ເອີ້ນງ່າຍໆວ່າ ຕົ້ນທຶນທີ່ຈຳເປັນຕ້ອງຈ່າຍ ເພື່ອສາມາດຄຳນວນໄດ້ຄາວໆວ່າ ຈະຕ້ອງໃຊ້ຕົ້ນທຶນເທົ່າໃດ?
3. ເລີ່ມຕົ້ນແບບຄ່ອຍເປັນຄ່ອຍໄປ ທົດລອງເລີ່ມຈາກສິ່ງທີ່ນ້ອຍໆໄປກ່ອນ: ໃນການເຮັດທຸລະກິດ ບໍ່ແມ່ນວ່າຈະຕ້ອງເລີ່ມຕົ້ນຢ່າງສົມບູນແບບ 100% ຕັ້ງແຕ່ຕົ້ນ, ການຄ່ອຍໆທົດລອງເລີ່ມໄປເທື່ອລະເລັກລະໜ້ອຍ ນອກຈາກຈະບໍ່ຕ້ອງໃຊ້ເງິນທຶນທີ່ສູງຕັ້ງແຕ່ທຳອິດແລ້ວ ຍັງເຮັດໃຫ້ໄດ້ມີໂອກາດລອງຜິດລອງຖືກ ຫຼື ທົດລອງຕະຫຼາດໄປໃນຕົວ ເຮັດໃຫ້ມີປະສົບການ, ສາມາດກຳນົດທິດທາງຂອງທຸລະກິດໄດ້ຢ່າງຖືກທາງ, ສິ່ງສຳຄັນການເລີ່ມເຮັດກ່ອນ ໂດຍບໍ່ຕ້ອງລໍຖ້າພ້ອມຈາກເງິນທຶນກ້ອນໃຫຍ່ ຍັງຈະຊ່ວຍໃຫ້ທ່ານສາມາດເລີ່ມຕົ້ນທຸລະກິດໄດ້ໄວ ແລະ ຍັງຫາເງິນທຶນຕໍ່ຍອດເພີ່ມໄດ້ອີກດ້ວຍ.
4. ສ້າງແຜນທາງເລືອກໄວ້ຫຼາຍທາງ: ການຈະເປັນຜູ້ປະກອບການທີ່ປະສົບຄວາມສຳເລັດສິ່ງສຳຄັນຢ່າງໜຶ່ງຄື ຕ້ອງຮູ້ຈັກພິກວິກິດເປັນໂອກາດ ແກ້ໄຂສະຖານະການໃຫ້ເປັນ ເພາະການເລີ່ມຕົ້ນທຸລະກິດກໍຄືກັນ ບໍ່ແມ່ນວ່າຈະມີແຕ່ທາງດຽວເທົ່ານັ້ນ ທາງອອກຍັງມີຫຼາຍທາງ ແຜນທຸລະກິດກໍຕ້ອງມີຫຼາຍແຜນໄວ້ເຊັ່ນກັນ ເຮົາອາດຈະລອງວາງແຜນ A ແຜນ B ແຜນ C ໄວ້ ເລີ່ມຂຽນຈາກແຜນທີ່ສົມບຸນທີ່ສຸດກ່ອນ ແລະ ຄ່ອຍໆຕັດສິ່ງຈຳເປັນນ້ອຍທີ່ສຸດອອກໄປເທື່ອລະໜ້ອຍ ຈາກນັ້ນລອງເລືອກແຜນທີ່ມີຄວາມເປັນໄປໄດ້ຫຼາຍທີ່ສຸດກ່ອນ.
5. ຫາຕົວຊ່ວຍຈາກພາຍນອກ: ເມື່ອທ່ານຄິດວ່າ ສາມາດຊ່ວຍເຫຼືອຕົນເອງໄດ້ເຕັມທີ່ແລ້ວ ລອງເບິ່ງຫາຄວາມຊ່ວຍເຫຼືອຈາກສິ່ງອ້ອມຂ້າງ ວ່າສາມາດເພີ່ມຕື່ມສິ່ງໃດໃຫ້ກັບເຮົາໄດ້ແດ່ເຊັ່ນ: ສະຖາບັນການເງິນ, ຄອບຄົວ, ພີ່ນ້ອງ, ໝູ່ເພື່ອນ ໂຄງການສະໜັບສະໜູນຈາກພາກລັດ ຫຼື ການລະດົມທຶນຈາກຫຼາຍໆແຫ່ງ. ບໍ່ແນ່ທ່ານອາດໂຊກດີ ໄດ້ເງິນມາລົງທຶນເຮັດທຸລະກິດເພີ່ມໂດຍບໍ່ຄາດຄິດກໍໄດ້.
ເຫັນບໍ່ວ່າ ເງິນທຶນຄື ສິ່ງຈຳເປັນແຕ່ກໍບໍ່ແມ່ນທັງໝົດຂອງການຈະເລີ່ມຄິດເຮັດທຸລະກິດຢ່າງໃດຢ່າງໜຶ່ງ ຕັ້ງສະຕິໃຫ້ດີ ຄິດຢ່າງຮອບຄອບ, ວິເຄາະຢ່າງມີລະບົບ ທ່ານ ຫຼື ໃຜກໍສາມາດເປັນເຈົ້າຂອງກິດຈະການໄດ້ບໍ່ຍາກ ຂໍພຽງຢ່າຟ້າວທໍ້ຖອຍໃຈກ່ອນ ລອງໄປໃຫ້ສຸດທາງເບິ່ງກ່ອນ.
by SME Thailand
www.smethailandclub.com