ເກີດເຫດໄຟໄຫມ້ ປ່າສະຫງວນແຫ່ງຊາດ ພູພະນັງ.

ຫ້ອງວ່າການເມືອງ ສັງທອງ ໃຫ້ຮູ້ວ່າ: ໃນວັນທີ 9 ມີນາ ນີ້, ໄດ້ເກີດເຫດໄຟໄໝ້ປ່າສະຫງວນແຫ່ງຊາດ ພູພະນັງ ເມືອງ ສັງທອງ ນະຄອນຫຼວງວຽງຈັນ ໄດ້ຮັບຄວາມເສຍຫາຍເປັນວົງກ້ວາງເຮັດໃຫ້ເກີດມີໝອກຄວັນປົກຄຸມເຂດຊານເມືອງສີໂຄດ ແລະ ສັງທອງ, ຊຶ່ງມາຮອດ ປັດຈຸບັນ ທາງອຳນາດການປົກຄອງເມືອງ ໄດ້ນຳກຳລັງປະຊາຊົນ ສົມທົບກັບ ກຳລັງທະຫານ ໃນເຂດພື້ນທີ່ ເພື່ອເຂົ້າສະກັດກັ້ນການເກີດໄຟໄໝ້ ທີ່ດັ່ງກ່າວ ແລະ ເລັ່ງສືບສວນ-ສອບສວນ ຫາສາເຫດ, ພ້ອມເຕືອນໃຫ້ປະຊາຊົນຜູ້ຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະວັງຕົນເພື່ອ ຫລີກເວັ້ນຜົນກະທົບຂອງເຫດໄຟໄໝ້ປ່າຄັ້ງນີ້.

ທ່ານ ດາວເພັດ ອາລຸນ ເຈົ້າເມືອງ ສັງທອງ ໃຫ້ຮູ້ວ່າ: ເຫດການໄຟໄໝ້ປ່າຄັ້ງນີ້ ໄດ້ຮັບຄວາມເສຍຫາຍແລ້ວປະມານ 80 ເຮັກຕາຄື: ປ່າສະຫງວນພູພະນັງ, ພູຜາເດືອນ, ພູຍາໄຊ, ໃນນັ້ນເສຍຫາຍຫລາຍກ່ວາຫມູ່ເຂດປ່າພູພະນັງ.

ຊຶ່ງເບື້ອງຕົ້ນຄາດວ່າ ສາເຫດການເກີດອັກຄີໄພ ອາດຍ້ອນສະພາບອາກາດຮ້ອນອົບເອົ້າ, ຊຶ່ງຜ່ານມາ ກໍເຄີຍເກີດມີສະພາບໄຟໄໝ້ປ່າເກີດຂຶ້ນ, ແຕ່ຢ່າງໃດກໍຕາມ ປັດຈຸບັນ ພວກເຮົາສາມາດດັບມອດໄຟໄວ້ໄດ້ແລ້ວຫລາຍກ່ວາ ເຄິ່ງໜຶ່ງ ແລະ ກຳລັງສືບຕໍ່ດັບມອດໃຫ້ໄວ ເພື່ອບໍ່ໃຫ້ເກີດຄວາມເສຍຫາຍຮ້າຍແຮງ.

ໄລຍະນີ້, ໜ້າແລ້ງອາກາດຮ້ອນອົບເອົ້າ ຫາກມີປະກາຍໄຟຕົກລົງໃບໄມ້ກໍຈະກາຍເປັນເຊື້ອໄຟໄດ້. ດັ່ງນັ້ນ, ທຸກບ້ານ ທຸກເມືອງ ແລະ ທຸກແຂວງ ຕ້ອງເອົາໃຈໃສ່ກວດກາ ເວນຢາມ ແຈ້ງປະກາດໃຫ້ປະຊາຊົນມີສະຕິ, ມີຄວາມຮັກຜິດຊອບ ເພື່ອບໍ່ໃຫ້ເກີດເຫດໄຟໄຫມ້ປ່າ.

  

https://m.facebook.com/story.php?story_fbid=1110844442454281&id=100005862074016

 

 

Comments