“DRONE” ສ້າງໂອກາດໃຫ້ທຸລະກິດຍຸກໃໝ່

Drone ຫຼື ຍົນອາວະການບໍ່ມີຄົນຂັບ ເປັນໂອກາດຂອງທຸລະກິດຍຸກໃໝ່ທີ່ຈະຊ່ວຍສະໜັບສະໜູນທຸລະກິດໄດ້ຫຼາຍຮູບແບບເຊັ່ນ: ການຖ່າຍຮູບມູມສູງ, ທຸລະກິດໂລເຈັສຕິກເຊັ່ນ: ການຂົນສົ່ງສິນຄ້າ (ເຊື່ອມໂຍງກັບທຸລະກິດ E-Commerce) ທຸລະກິດການກະສິກຳເຊັ່ນ: ການສີດພົນປຸຍ ຢາຂ້າສັດຕູພືດ ເຊິ່ງຈະຊ່ວຍໃຫ້ຊາວກະສິກຳ ຫຼີກລຽງການສຳພັດສານເຄມີ ແລະ ເພີ່ມປະສິດທິພາບໃນການປູກພືດໄດ້ດີ ລວມທັງ ໃຊ້ໃນການສຳຫຼວດເກັບຂໍ້ມູນເພື່ອພະຍາກອນອາກາດ ແລະ ສະພາບດິນ.

ແຕ່ການນຳໃຊ້ Drone ຢູ່ໃນບັນດາປະເທດຕ່າງໆ ຕ້ອງມີມາດຕການບໍ່ໃຫ້ກະທົບຕໍ່ສິດທິສ່ວນບຸກຄົນ ແລະ ການຮັກສາຄວາມປອດໄພ ເນື່ອງຈາກເປັນອຸປະກອນທີ່ເຂົ້າເຖິງພື້ນທີ່ສ່ວນບຸກຄົນໄດ້ງ່າຍ. ດັ່ງນັ້ນ, ທຸລະກິດ ແລະ ຜູ້ນຳໃຊ້ຈຶ່ງຕ້ອງສຶກສາ ແລະ ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ.

ປັດຈຸບັນ, Drone ໃນໂລກມີປະມານ 3 ລ້ານເຄື່ອງ 75% ຜະລິດຢູ່ປະເທດຈີນຄື: ເມືອງ ເສີນເຈີນ ທີ່ເປັນທັງບ່ອນຜະລິດ, ການວິໄຈພັດທະນາ. ເນື່ອງຈາກ, Drone ໃນໂລກນີ້ມີການວິໄຈ ແລະ ພັດທະນາໂດຍບໍລິສັດລາຍໃຫຍ່ຂອງປະເທດຕ່າງໆເຊັ່ນ:  Amazon  ຂອງອາເມລິກາ, Alibaba ແລະ  JD Group ຂອງຈີນ ຈຶ່ງນັບວ່າ Drone ເປັນອີກໜຶ່ງແນວໂນ້ມທີ່ສຳຄັນລະດັບໂລກຂອງເຕັກໂນໂລຊີ ແລະ ທຸລະກິດຍຸກໃໝ່.

ຕົວຢ່າງຂອງການພັດທະນາຂອງ Drone ລະດັບໂລກເຊັ່ນ: JD Group ສາມາດບັນທຸກສິນຄ້າໜັກໄດ້ເຖິງ 30 ກິໂລ, ບິນໄດ້ໄກເຖິງ 100 ກິໂລແມັດ ຮອງຮັບການຂົນສົ່ງສິນຄ້າໄປຍັງເຂດຫ່າງໄກ ແລະ ຍາດຕໍ່ການເຂົ້າເຖິງ.

ສຳລັບ Alibaba ຢູ່ລະຫວ່າງສຶກສາ ແລະ ທົດລອງຜະລິດ Drone ໃຫ້ບິນໄດ້ໄກເຖິງ 1.500 ກິໂລແມັດ ເພື່ອການຂົນສົ່ງໄລຍະໄກຂ້າມເມືອງ.

ນອກຈາກນີ້, ບໍລິສັດ DJI ປະເທດຈີນ ເຊິ່ງເປັນຜູ້ຜະລິດ Drone ຊັ້ນນຳຂອງໂລກ ໄດ້ນຳສະເໜີຮູບແບບການໃຊ້ Drone ກັບກະສິກຳ.  ໂດຍໃຊ້ພົ່ນສານເຄມີ ບັນທຸກຂອງເຫຼວໄດ້ສູງສຸ 10 ກິໂລ, ຄວບຄຸມພື້ນທີ່ 3-5 ໄຮ່ ໃຊ້ເວລາພຽງ 10 ນາທີ ເຊິ່ງປະຫຍັດທັງເວລາ ແລະ ແຮງງານຄົນໄດ້ເຖິງ 40-60 ເທົ່າ,​ ບິນໄດ້ດົນເກືອບເຄິ່ງຊົ່ວໂມງ (ຂຶ້ນຢູ່ກັບນໍ້າໜັກຂອງການບັນທຸກ) ນອກຈາກນີ້,​ຍັງມີເຕັກໂນໂລຊີ ສຳຫຼວດ ແລະ ຄຳນວນພື້ນທີ່ ສາມາດແຕ້ມແຜນທີ່ດິຈິຕອນຂອງພື້ນທີ່ການກະສິກຳໄດ້ອີກ.

ທີ່ມາ: Smart SME 

 

Comments