ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ 7 ບັນຫາສໍາຄັນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ໃນໂອກາດຕາງໜ້າຄະນະປະຈໍາສະພາແຫ່ງຊາດປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ສິງຫານີ້. ທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດ ສະເໜີຕໍ່ລັດ ຖະບານເອົາໃຈໃສ່ 7 ບັນຫາສໍາຄັນ ເພື່ອເຮັດໃຫ້ການຈັດຕັ້ງວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ຮັບປະສິດທິຜົນຕາມທີ່ຄາດໝາຍໄວ້ ຄື:

May be an image of 2 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

1). ຕໍ່ກັບຄາດຫມາຍສູ້ຊົນ ຄວນກໍານົດຕົວຊີ້ວັດໃຫ້ຊັດເຈນຕື່ມ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາ.

2) ຕໍ່ກັບວຽກຈຸດສຸມ ສະເຫນີລັດຖະບານ ເອົາໃຈໃສ່ເປັນພິເສດການແກ້ໄຂຫນີ້ສິນສາທາລະນະ, ການເລັງລັດປະຕິຮູບວິສາຫະກິດລັດ, ການແກ້ໄຂຄວາມຝືດເຄືອງດ້ານຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ການແກ້ໄຂການຫວ່າງງານ ໂດຍສະ ເພາະການສ້າງວຽກເຮັດງານທໍາໃຫ້ແກ່ນັກສຶກສາທີ່ຮຽນຈົບວິຊາຊີບຕ່າງໆ ແລະ ແຮງງານທີ່ກັບມາຈາກຕ່າງປະເທດໃນໄລຍະການແຜ່ລະບາດພະຍາດ ໂຄວິດ-193) ຕໍ່ກັບມາດຕະການການຈັດຕັ້ງປະຕິບັດ ສະເຫນີລັດຖະບານເອົາໃຈໃສ່ສ້າງແຜນວຽກ, ແຜນຄົນ ແລະ ແຜນງົບປະມານທີ່ຕິດພັນກັບວາລະແຫ່ງຊາດໃຫ້ມີຄວາມສອດຄ່ອງ ແລະ ເປັນລະບົບ, ແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຄວາມຮັບຜິດຊອບລະຫ່ວາງຂະແຫນງການ, ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ ຕາມທິດສາມສ້າງ; ກະຊວງ, ອົງການຂັ້ນສູນກາງ ເຮັດຫນ້າທີ່ຄຸ້ມຄອງມະຫາພາກສ່ວນອົງການປົກ ຄອງທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດ.

4) ຕໍ່ກັບການທົດລອງປະຕິບັດ ບາງນະໂຍບາຍ ແລະ ກົນໄກ ໃນວາລະແຫ່ງຊາດໂດຍສະເພາະ ການຂຸດຄົ້ນແຮ່ເຫຼັກ ສະເຫນີໃຫ້ລັດຖະບານພິຈາລະນາການອະນຸມັດ, ກໍານົດເນື້ອທີ່ ແລະ ທີ່ຕັ້ງຂອງໂຄງການຢ່າງຈະແຈ້ງ, ພ້ອມທັງຮັບປະກັນໃຫ້ມີຕະ ຫຼາດຮອງຮັບການຈໍາຫນ່າຍແຮ່ທາດຢ່າງແນ່ນອນ ແລະ ປະຕິບັດການທົດລອງໃນໄລຍະ 3 ປີ, ຫລີກລ້ຽງຜົນກະທົບຮ້າຍແຮງຈາກການດໍາເນີນການທົດລອງຂຸດຄົ້ນດັ່ງກ່າວ, ພາຍຫຼັງສໍາເລັດການຈັດຕັ້ງປະຕິບັດໄລຍະດັ່ງກ່າວໃຫ້ປະເມີນຜົນ ແລະ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ ຖ້າຫາກມີປະສິດທິຜົນຈຶ່ງປັບປຸງນິຕິກໍາໃຫ້ມີຄວາມສອດຄອງ.

5) ຕໍ່ດ້ານການຜະລິດ ສະເຫນີລັດຖະບານ ຍູ້ແຮງຂະແຫນງກະສິກໍາ, ການປູກຝັງ-ລ້ຽງສັດ ເພື່ອສະຫນອງໃຫ້ແກ່ການບໍລິໂພກພາຍໃນຢ່າງພຽງພໍ ພ້ອມທັງຊຸກຍູ້ຂະແຫນງການອື່ນ ທີ່ສາມາດຜະລິດເປັນສິນຄ້າສົ່ງອອກ ທີ່ມີຕະຫລາດຮອງຮັບແລ້ວ 6) ກວດກາ ແລະ ປະເມີນຄືນການຈັດຕັ້ງປະຕິບັດບັນດາມາດຕະການ ກ່ຽວກັບການເຊົ່າສໍາປະທານທີ່ດິນ ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 25/ສພຊ, ລົງວັນທີ 19 ພະຈິກ 2019 ເປັນຕົ້ນ ໂຄງການທີ່ບໍ່ມີສັນຍາສໍາປະທານ, ຜົນປະໂຫຍດຂອງລັດຖະບານ, ການຜັນຂະຫຍາຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ຮີບຮ້ອນ ເລັ່ງທວງ ການມອບພັນທະຄ່າເຊົ່າ ແລະສໍາປະທານທີ່ຍັງຄ້າງຊໍາລະມອບເຂົ້າງົບປະມານແຫ່ງລັດ.

7) ໃຫ້ຮີບຮ້ອນສຶບຕໍ່ ຄົ້ນຄວ້າ ສ້າງ ແລະ ປັບປຸງ ບັນດາກົດຫມາຍ ແລະ ນິຕິກໍາໃຕ້ກົດຫມາຍທີ່ຕິດພັນກັບວາລະແຫ່ງຊາດໃຫ້ມີຄວາມສອດຄ່ອງ ແລະ ສໍາເລັດໂດຍໄວ ໂດຍສະເພາະ ກົດຫມາຍວ່າດ້ວຍງົບປະມານ, ກົດຫມາຍວ່າດ້ວຍການຄຸ້ມ ຄອງຫນີ້ສິນສາທາລະນະ, ກົດຫມາຍວ່າດ້ວຍຊັບສິນຂອງລັດ, ກົດຫມາຍວ່າດ້ວຍການສົ່ງ ເສີມການລົງທຶນ, ກົດຫມາຍວ່າ ດ້ວຍແຮ່ທາດ, ກົດຫມາຍວ່າດ້ວຍອາກອນທີ່ດິນ ແລະ ຊັບສິນ, ກົດຫມາຍວ່າດ້ວຍອາກອນສິ່ງແວດລ້ອມ, ແລະ ກົດຫມາຍອື່ນທີ່ກ່ຽວ ຂ້ອງໃນສໍາເລັດກ່ອນປີ 2023.

Cr: ບຸນຕຽງ ຈັນທະວົງ

Comments