ເຊັນບົດບັນທຶກແບ່ງຄວາມຮັບຜິດຊອບ ກ່ຽວກັບກົນໄກການຄຸ້ມຄອງ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດຈາກໂຄງການບໍ່ແຮ່

ໃນວັນທີ 12 ສິງຫາ 2021 ທີ່ກົມສ່ວຍສາອາກອນ ກະຊວງການເງິນ, ໄດ້ເຊັນບົດບັນທຶກການແບ່ງຄວາມຮັບຜິດຊອບກ່ຽວກັບກົນໄກການຄຸ້ມຄອງ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດຈາກໂຄງການບໍ່ແຮ່ ລະຫວ່າງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ, ໂດຍການລົງນາມເຊັນຂອງທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ  ແລະ ບໍ່ແຮ່ ກັບ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ຄະນະກົມ, ພະແນກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂດຍປະຕິບັດຕາມທິດຊີ້ນໍາຂອງພັກ-ລັດຖະບານ ໃນການເຊັນບົດບັນທຶກແບ່ງຄວາມຮັບຜິດຊອບກ່ຽວກັບກົນໄກການຄຸ້ມຄອງ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດຈາກໂຄງການບໍ່ແຮ່, ຊຶ່ງເປັນການປັບປຸງກົນໄກການປະສານງານວຽກລະຫວ່າງສອງກະຊວງໃນການແບ່ງຄວາມຮັບຜິດຊອບ, ລວມທັງການປັບປຸງບັນດານິຕິກໍາ ແລະ ກົນໄກຕ່າງໆໃນການລົງທຶນພັດທະນາບໍ່ແຮ່. 

ໃນການກຳນົດຄວາມຮັບຜິດຊອບ ແລະ ໜ້າທີ່ຂອງ 2 ກະຊວງກ່ຽວກັບຫຼັກການໃນການແບ່ງຄວາມຮັບຜິດຊອບກ່ຽວກັບການຄຸ້ມຄອງ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດຈາກກິດຈະການຂຸດຄົ້ນສຳປະທານແຮ່ທາດໃນຂອບເຂດຂອງຂະແໜງການເງິນ ແລະ ຂະແໜງພະລັງງານ ແລະ ບໍ່ແຮ່ຢູ່ຂັ້ນສູນກາງ ແລະ ທ້ອງ ຖິ່ນ, ໂດຍແມ່ນກະຊວງພະລັງງານ ແລະ ບໍ່ແຮ່ຮັບຜິດຊອບແຈ້ງແຜນສົ່ງອອກແຮ່ທາດປະຈໍາປີ, ສໍາລັບແຕ່ລະໂຄງການ;  ກວດກາ, ຢັ້ງຢືນ ແລະ ແຈ້ງເນື້ອທີ່ສໍາປະທານຂອງແຕ່ລະໂຄງການເປັນແຕ່ລະປີ; ອອກໜັງສືແຈ້ງການຈໍາໜ່າຍ ດ້ວຍການກໍານົດປະລິມານ, ຂະໜາດ ແລະ ຄຸນນະພາບຜະລິດຕະພັນແຮ່ທາດທີ່ຈະເຄື່ອນຍ້າຍ ຫຼື ຈໍາໜ່າຍ (ພາຍໃນ ແລະ ຕ່າງປະເທດ) ໃນແຕ່ລະຄັ້ງເພື່ອສົ່ງໃຫ້ກະຊວງການເງິນຄິດໄລ່ ແລະ ຈັດເກັບພັນທະດ້ານການເງິນ; ສະຫຼຸບການຈັດຕັ້ງປະຕິບັດໂຄງການເປັນແຕ່ລະໄລຍະໂດຍແຍກລະອຽດຂໍ້ມູນທີ່ພົວພັນກັບການສໍາຫຼວດ, ຂຸດຄົ້ນ ແລະ ສົ່ງອອກ. ພ້ອມທັງ, ຂໍ້ມູນກ່ອນການສິ້ນສຸດໂຄງການ ແລ້ວສົ່ງໃຫ້ກະຊວງການເງິນຮັບຊາບນໍາເພື່ອການໄລ່ລຽງພັນທະ.

ກະຊວງການເງິນ ຮັບຜິດຊອບໃນການຕິດຕາມ ແລະ ຢັ້ງຢືນລາຄາແຮ່ທາດຢູ່ຕະຫຼາດສາກົນ, ພາກພື້ນ ແລະ ພາຍໃນປະເທດ; ຄິດໄລ່ ແລະ ຈັດເກັບພັນທະພາສີ–ອາກອນ, ຄ່າສໍາປະທານທີ່ດິນ, ຄ່າຊັບພະຍາກອນທໍາມະຊາດ ແລະ ພັນທະງົບປະມານອື່ນຕາມຂໍ້ມູນຈາກກະຊວງພະລັງງານ ແລະ ບໍ່ແຮ່; ສະຫຼຸບຜົນການເກັບພັນທະດ້ານການເງິນໂດຍແຍກລະອຽດເປັນແຕ່ລະປະເພດພັນທະທາງດ້ານການເງິນ ແລະ ແຍກເປັນແຕ່ລະປະເພດແຮ່ທາດ, ແຕ່ລະບໍລິສັດ; ສະ ຫຼຸບຜົນການນໍາເຂົ້າ ແລະ ສົ່ງອອກແຮ່ທາດທີ່ຜ່ານດ່ານສາກົນ ຫຼື ດ່ານທ້ອງຖິ່ນໂດຍແຍກລະອຽດເປັນແຕ່ລະດ່ານ, ແຕ່ປະເພດແຮ່ທາດ, ແຕ່ລະບໍລິສັດແລ້ວສົ່ງໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງຮັບຊາບນຳຢ່າງເປັນປະຈຳ (ປະຈຳເດືອນ, ໄຕມາດ ແລະ ປີ) ແລະ ສະຫຼຸບຫຍໍ້ຜົນການເຄື່ອນໄຫວ ແລະ ຖານະການເງິນ ຈາກເອກະສານລາຍງານການເງິນຂອງແຕ່ລະບໍລິສັດ ແລ້ວສົ່ງໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ເປັນແຕ່ລະປີ.

ພ້ອມກັນນີ້, ທັງສອງກະຊວງກໍຈະຮ່ວມມືກັນແກ້ໄຂບັນຫາທີ່ຄ້າງຄາດ້ານການເງິນຂອງແຕ່ລະບໍລິສັດໃນໄລຍະຜ່ານມາ ແລະ ຮ່ວມກັນນຳໃຊ້ມາດຕະການຕໍ່ຜູ້ລະເມີດຕ່າງໆເປັນແຕ່ລະກໍລະນີ ນຳອີກດ້ວຍ.

ແຫຼ່ງຂ່າວ: https://www.mof.gov.la/

Comments