ສື່ມວນຊົນ ມີຄວາມສຳຄັນປະກອບສ່ວນເຂົ້າໃນການໂຄສະນາຕ້ານພະຍາດໂຄວິດ-19

ເນື່ອງໃນໂອກາດວັນສື່ມວນຊົນແຫ່ງຊາດ ວັນທີ 13 ສິງຫາທີ່ຈະມາເຖິງນີ້, ທ່ານ ວິສິດ ຄຳລືຊາ ຫົວໜ້າສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ສະແດງທັດສະນະຄວາມຮູ້ສຶກຜ່ານສື່ມວນຊົນໃນໂອກາດວັນສຳຄັນດັ່ງກ່າວ ແລະ ໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນຂອງສື່ມວນຊົນລາວໃນການປະກອບສ່ວນເຂົ້າໃນວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ວຽກງານປ້ອງກັນ, ຕ້ານ ແລະ ສະກັດກັ້.ນການລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາຈົນເຖິງປັດຈຸບັນ.

May be an image of 1 ຄົນ, ນັ່ງ ແລະ ໃນຮົ່ມ

ທ່ານໄດ້ໃຫ້ຕື່ມອີກວ່າ: ການປະຕິບັດໜ້າທີ່ຂອງສື່ມີຄວາມສຳຄັນຫຼາຍ ຊຶ່ງສະແດງອອກໃຫ້ເຫັນຢ່າງຈະແຈ້ງໃນການໂຄສະນາຢ່າງຫ້າວຫັນດ້ວຍຄວາມຮັບຜິດຊອບສູງຂອງສື່ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຂ່າວສານກ່ຽວກັບພະຍາດໂຄວິດ-19 ຢ່າງເລິກເຊິ່ງ ກວ້າງຂວາງ, ນັບຕັ້ງແຕ່ພະຍາດໂຄວິດ-19 ຍັງບໍ່ທັນມີການລະບາດ ສື່ມວນຊົນກໍໄດ້ປະສານສົມທົບກັບສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກເພື່ອຊອກຫາຂໍ້ມູນມາລົງໂຄສະນາໃນສື່ຕ່າງໆຂອງຕົນເຊັ່ນ: ພະຍາດໂຄວິດ-19 ແມ່ນຫຍັງ? ຕິດຕໍ່ກັນໄດ້ແນວໃດ? ຈະປ້ອງກັນແນວໃດ? ແລະ ອື່ນໆເພື່ອໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ແລະ ນຳໄປປະຕິບັດເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ຊຸມຊົນ, ເວົ້າສະເພາະໃນໄລຍະທີ່ມີການລະບາດສື່ມວນຊົນຍິ່ງສຸມທຸກເຫື່ອແຮງ ແລະ ສະຕິປັນຍາໃນການໂຄສະນາໂດຍນຳເອົາຄຳສັ່ງ, ແຈ້ງການ ແລະ ມາດຕະການຕ່າງໆຂອງລັດຖະບານກໍຄືຂອງຄະນະສະເພາະກິດຕ້ານ, ຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ມາເຜີຍແຜ່ໃຫ້ກັບປະຊາຊົນເພື່ອໃຫ້ປະຊາຊົນສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ, ທັນເຫດ ການ, ຕິດຕາມ ແລະ ປັບໂຕເຂົ້າກັບສະຖານະການຕ່າງໆເພື່ອຫຼີກລ່ຽງການຕິດເຊື້ອພະຍາດໂຄວິດ-19; ເຖິງແມ່ນວ່າສື່ມວນຊົນຈະເຮັດໜ້າທີ່ໃນການໂຄສະນາເຂັ້ມແຂງປານໃດແຕ່ກໍຍັງປາສະຈາກບໍ່ໄດ້ທີ່ພະຍາດໂຄວິດ-19 ຍັງມີການລະບາດໃນລາວເຖິງ 2 ຄັ້ງ, ມີຄົນເຈັບ ແລະ ເສຍຊີວິດຕາມທີ່ເຫັນໃນຂ່າວ, ຂ້າພະ ເຈົ້າຄິດວ່າຖ້າສື່ມວນຊົນບໍ່ເຮັດໜ້າທີ່ຂອງຕົນຢ່າງແຂ່ງຂັນອາດຈະມີການເຈັບເປັນ ແລະ ເສຍຊີວິດຫຼາຍກວ່ານີ້.

May be an image of 4 ຄົນ ແລະ ກ້ອງຖ່າຍຮູບ

ສຳລັບສື່ມວນຊົນໃນຍຸກຂໍ້ມູນຂ່າວສານນີ້ຍິ່ງມີຄວາມສຳຄັນຫຼາຍ ຖ້າສື່ເຂົ້າເຖິງຂໍ້ມູນທີ່ຖືກຕ້ອງການໂຄສະນາເຜີຍແຜ່ຂອງສື່ອອກໄປສູ່ປະຊາຊົນຖືກຕ້ອງ ທັນເວລາ ແລ້ວກໍຈະໄປແກ້ເລື່ອງຂ່າວລື, ຂ່າວທີ່ບໍ່ເປັນຄວາມຈິງໄດ້ ແລະ ສັງຄົມກໍຈະບໍ່ແຕກຕື່ນກັບຂ່າວທີ່ບໍ່ເປັນຄວາມຈິງ, ສະນັ້ນ ເພື່ອໃຫ້ສັງຄົມໄດ້ເຂົ້າເຖິງຂ່າວສານກ່ຽວກັບພະຍາດໂຄວິດ-19 ນີ້ ສື່ມວນຊົນທຸກສຳນັກ, ທຸກສື່ ລວມທັງສື່ອອນລາຍຕ້ອງໄດ້ສືບຕໍ່ຮ່ວມມືກັບສູນສື່ສານເພື່ອສຸຂະພາບໃຫ້ດີຄືເກົ່າ ຫຼື ຫຼາຍຂຶ້ນກວ່າເກົ່າ ເພື່ອຕິດຕາມສະຖານະການຂອງພະຍາດໂຄວິດ-19, ຮູ້ທັນເຫດການ ຫຼື ທ່າອ່ຽງຂອງພະຍາດໂຄວິດ-19 ທີ່ອາດຈະເກີດຂຶ້ນໃນອະນາຄົດແລ້ວນຳມາໂຄສະນາເຜີຍແຜ່ໃຫ້ມວນຊົນໄດ້ຮູ້ລ່ວງໜ້າເພື່ອຫາທາງປ້ອງກັນບໍ່ໃຫ້ເກີດການລະບາດໃນຊຸມຊົນ ພ້ອມທັງສື່ມວນຊົນໃນຂັ້ນແຂວງ, ເມືອງ ແລະ ຂັ້ນຕ່າງໆກໍຕ້ອງມີການຮ່ວມມືປະສານງານ ແລະ ໂຄສະນາໄປໃນທິດທາງດຽວກັນເພື່ອໃຫ້ປະຊາຊົນທຸກຄົນໄດ້ເຂົ້າເຖິງຂ່າວສານຢ່າງມີຄຸນນະພາບຖ້າເຮັດໄດ້ແນວນັ້ນຂ້າພະເຈົ້າເຊື່ອວ່າປະເທດລາວສາມາດຄວບຄຸມ ແລະ ປ້ອງກັນພະຍາດທີ່ຈະເກີດຂຶ້ນໄດ້ຢ່າງແນ່ ນອນ. ສະນັ້ນ ເນື່ອງໃນໂອກາດວັນສື່ມວນຊົນແຫ່ງຊາດ ວັນທີ 13 ສິງຫານີ້ ຮຽກຮ້ອງເຖິງບັນດາສື່ມວນຊົນລາວໃນທົ່ວປະເທດຈົ່ງສືບຕໍ່ເຮັດໜ້າທີ່ຂອງຕົນໃຫ້ດີຂຶ້ນເລື້ອຍໆ, ໃຫ້ສົມກັບສື່ເປັນກະບອກສຽງທີ່ສຳຄັນຂອງປະເທດ, ສື່ມີຄວາມສຳຄັນເຮັດໃຫ້ສັງຄົມມີຄວາມສາມັກຄີ, ມີຄວາມສະຫງົບ ແລະ ຊຸກຍູ້ການພັດທະ ນາເສດຖະກິດ-ສັງຄົມໃຫ້ມີຄວາມເຂັ້ມແຂງ.

May be an image of 7 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

Comments