ລັດຖະບານອົສຕຣາລີ ພ້ອມໃຫ້ການສະໜັບສະໜູນ ລາວ 3 ຂະແໜງການ

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ການຕ້ອນຮັບ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທີ່ຫ້ອງປະຊຸມ ກະຊວງການເງິນ, ເມື່ອບໍ່ດົນມານີ້, ໃນໂອກາດຮັບໜ້າທີ່ເປັນລັດຖະມົນຕີກະຊວງການເງິນຄົນໃໝ່.ພ້ອມກັນນີ້, ທ່ານ ເອກອັກຄະລັດຖະທູດ ຍັງໄດ້ມີການແລກປ່ຽນບາງບັນຫາສໍາຄັນເປັນຕົ້ນ ການຊ່ວຍເຫຼືອເພື່ອການພັດທະນາຂອງອົສຕຣາລີ ໃຫ້ແກ່ ສປປ ລາວ ປະກອບມີ 3 ຂະແໜງການຫຼັກຄື: ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ການຄ້າ – ການລົງທຶນ ແລະ ການຄຸ້ມຄອງຊັບພະຍາກອນນໍ້າ.

May be an image of 2 ຄົນ, people sitting ແລະ ໃນຮົ່ມ

ນອກນີ້, ອົສຕຣາລີ ຍັງໄດ້ໃຫ້ການຊ່ວຍເຫຼືອຕໍ່ເຫດການໄພພິບັດນໍ້າຖ້ວມ, ການຊ່ວຍເຫຼືອໃນໄລຍະການລະບາດພະຍາດ ໂຄວິດ-19. ໃນນີ້, ຍັງໄດ້ມີການຮ່ວມມືລະຫວ່າງກົມພາສີລາວ ແລະ ກົມກວດກາຄົນເຂົ້າເມືອງ ແລະ ປ້ອງກັນຊາຍແດນ ອົສຕຣາລີ ນັບແຕ່ປີ 2016 ສໍາລັບສິ່ງທ້າທາຍທີ່ ສປປລາວ ແລະ ກະຊວງການເງິນ ກໍາລັງປະເມີນໃນປັດຈຸບັນ (ແກ້ໄຂບັນຫາໜີ້ສິນສາທາລະນະ ແລະ ການພັດທະນາບຸກຄະລາກອນ ທີ່ສາມາດຮອງຮັບການຫັນເປັນທັນສະໄໝ). ສ່ວນວຽກງານບຸລິມະສິດທີ່ ສປປລາວ ຕ້ອງການຄວາມຊ່ວຍເຫຼືອ (ການຊອກຫາແຫຼ່ງລາຍຮັບບົ່ມຊ້ອນ, ການຫັນເປັນທັນສະໄໝ ເພື່ອເພີ່ມລາຍຮັບ ແລະ ໃຫ້ລາຍຈ່າຍໄດ້ຮັບປະສິດທິຜົນສູງ, ການພັດທະນາບຸກຄະລາກອນ.

ພ້ອມທັງໄດ້ສ້າງສາຍສຳພັນອັນດີງາມ ລະຫວ່າງ ສອງປະເທດ ລວມເຖິງການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການບໍລິຫານ, ການຄົ້ນຄ້ວາ, ການພັດທະນາກົດ ໝາຍ ແລະ ລະບຽບການພາສີການສືບສວນ, ປາບປາມການລະເມີດ ຫຼື ການຝ່າຝືນກົດໝາຍພາສີ. ການຝຶກອົບຮົມ ແລະ ການແລກປ່ຽນບົດຮຽນທາງດ້ານເຕັກນິກວິຊາການພາສີ, ອຳນວຍຄວາມສະດວກໃນການປະສານງານອີກດ້ວຍ.

Comments