ລາວ ມີຄວາມສ່ຽງຈາກການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ໃນລະດັບທີ່ຕ່ຳ

ສປປ ລາວ ມີຄວາມສ່ຽງຕໍ່ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍໃນລະດັບທີ່ຕ່ຳ, ລາວເປັນປະເທດທີ່ມີຄວາມສະຫງົບ ປາສະຈາກການກໍ່ການຮ້າຍ ແລະ ໃນປີ 2018 ສປປ ລາວ ໄດ້ສໍາເລັດການຈັດຕັ້ງປະຕິບັດການປະເມີນຄວາມສ່ຽງລະດັບຊາດ ຕາມຂໍ້ແນະນຳທີ 1 ຂອງ 40 ຂໍ້ແນະ ນຳຂອງອົງການຕ້ານການຟອກເງິນສາກົນ.ໃນວັນທີ 12 ສິງຫາ 2021, ທີ່ຕຶກຕະຫລາດຫລັກຊັບລາວ ນະຄອຫລວງວຽງຈັນ, ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ II ປະຈໍາ ປີ 2021, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານ ຄຕຟງ, ມີບັນດາສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລຂາ ແລະ ພະ ນັກງານຂອງກະຊວງກ່ຽວຂ້ອງເຂົ້າຮ່ວມ.

May be an image of 1 ຄົນ

ກອງປະຊຸມດັ່ງກ່າວ, ໄດ້ປຶກສາຫາລືຫລາຍບັນຫາ ເປັນຕົ້ນແມ່ນ ສະພາບລວມການຈັດຕັ້ງປະ ຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍສະເພາະແມ່ນຄວາມຄືບໜ້າ ການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍຮອບທີ 2 ຂອງ ສປປ ລາວ ຈາກ APG. ພ້ອມດຽວກັນ, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຕຟງ ກ່ຽວກັບການກະກຽມການປະເມີນຮອບ ດ້ານຂອງ ສປປ ລາວ ທາງດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ທີ່ຄະນະກຳມະການໄດ້ຮັບຮອງເອົາແຜນວຽກບູລິມະສິດຂອງ 04 ພາກສ່ວນ ຄື: ວຽກງານຄຸ້ມຄອງ; ວຽກງານການດຳເນີນຄະດີ; ວຽກງານນິຕິກຳ ແລະ ກົນໄກ ແລະ ວຽກງານເຜີຍແຜ່ ແລະ ເຊື່ອມຊຶມ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ທະນະຄານແຫ່ງ ສປປ ລາວ ໄດ້ລາຍງານໃຫ້ຮູ້ວ່າ: ຄວາມຄືບໜ້າ ປະເມີນຜົນຮອບດ້ານວຽກງານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ, ເຊິ່ງໃນ ປີ 2018 ສປປ ລາວ ໄດ້ສໍາເລັດການຈັດຕັ້ງປະຕິບັດ ການປະເມີນຄວາມສ່ຽງລະດັບຊາດ ຕາມຂໍ້ແນະ ນຳທີ 1 ຂອງ 40 ຂໍ້ແນະນໍາ ຂອງອົງການຕ້ານການຟອກເງິນສາກົນ; ສປປ ລາວ ມີຄວາມສ່ຽງຂອງການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນລະດັບທີ່ຕ່ຳ ແລະ ເປັນປະເທດທີ່ມີຄວາມສະຫງົບ ປາສະຈາກການກໍ່ການຮ້າຍ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເຖິງບາງຄັ້ງຄາວຈະປະກົດມີການກໍ່ກວນ ຫລື ກໍ່ຄວາມບໍ່ສະຫງົບ ຢູ່ບາງທ້ອງຖິ່ນ ແຕ່ນັ້ນກໍ່ເປັນພຽງການກໍ່ກວນຂອງກຸ່ມຄົນບໍ່ດີ, ເຊິ່ງເປັນຄົນລາວສະໄໝກ່ອນ ທີ່ຍົກຍ້າຍຖິ່ນຖານໄປຢູ່ຕ່າງປະເທດ ທີ່ພະຍາຍາມຍຸໂຍງຄົນລາວພາຍໃນກໍ່ກວນຄວາມບໍ່ສະຫງົບດັ່ງກ່າວ.

ທ່ານ ນາງ ແພງສີ ແພງເມືອງ ຍັງໃຫ້ຮູ້ຕື່ມວ່າ: ການປະເມີນດັ່ງກ່າວ, ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນມີນາ ປີ 2020, ປັດຈຸບັນ ສປປ ລາວ ໄດ້ສຳເລັດການນຳສົ່ງບົດລາຍງານດ້ານນິຕິກຳ ຮອບທີ 2 ແລະ ບົດລາຍງານດ້ານປະສິດທິຜົນ ຮອບທີ 1 ພ້ອມທັງບັນດາກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຫລາຍກວ່າ 200 ສະບັບ ໃຫ້ທີມປະເມີນ. ຜ່ານການກວດກາຕົວຈິງຂອງສາກົນ ແມ່ນຄາດຄະເນຈະຂຶ້ນໃນເດືອນພະຈິກ 2021 ທີ່ຈະມາເຖິງນີ້, ໃນໄລຍະການປະເມີນຕໍ່ ສປປ ລາວ ຍັງຕ້ອງໄດ້ສືບເລັ່ງສ້າງ ແລະ ປັບປຸງນິຕິກໍາຈໍານວນໜຶ່ງ ທີ່ຕິດພັນກັບພາກສ່ວນຄຸ້ມຄອງ ກໍ່ຄື ຫົວໜ່ວຍທີ່ມີໜ້າທີ່ລາຍງານ, ການກະທຳຜິດຕົ້ນທີ່ຕິດພັນກັບການຟອກເງິນຈຳນວນໜຶ່ງ ແລະ ສືບຕໍ່ຄົ້ນ ຄວ້າສ້າງແຜນຍຸດທະສາດແຫ່ງຊາດ ວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ປີ 2021-2025 ເພື່ອໃຫ້ ສປປ ລາວ ເປັນບ່ອນອີງໃນການຊີ້ແຈງຕໍ່ສາ ກົນ ເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນບັນຊີ ການຕິດຕາມຂອງສາກົນ ກ່ຽວກັບວຽກງານ AML/CFT ແລະ ຮັບປະກັນໄດ້ກັບວຽກງານ AML/CFT ຂອງ ສປປ ລາວ ໃຫ້ເປັນລະບົບ ແລະ ຫຍັບເຂົ້າໃກ້ມາດຖານສາກົນກົນ ເທື່ອລະກ້າວ.

May be an image of ໜຶ່ງຄົນຂຶ້ນໄປ, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

ທັງໝົດນີ້, ແມ່ນຄວາມຄືບໜ້າທີ່ສປປ ລາວ ໄດ້ມີການຈັດຕັ້ງປະຕິບັດ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕາມແຜນການທີ່ວາງໄວ້. ເວົ້າລວມແລ້ວ ກໍ່ເພື່ອເຮັດໃຫ້ລະບົບເສດຖະກິດ-ການເງິນ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ຂ່າວ-ພາບ ສົມຫວັງ

Comments