ນາຍົກລັດຖະມົນຕີ ຕ້ອນຮັບ ແລະ ພົບປະ ປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນວັນທີ 9 ສິງຫາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການ ເມືອງສູນກາງພັກຄອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໃນໂອກາດໄດ້ເດີນທາງມາຢ້ຽມຢາມສັນຖະວະ ໄມຕີ ຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລະຫວ່າງວັນທີ 9-10 ສິງ ຫາ 2021. ການພົບປະຄັ້ງນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ສະແດງຄວາມຍິນດີຕ້ອນຮັບສະຫາຍ ຫງວຽນ ຊວັນ ຟຸກ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງແຫ່ງ ສສ ຫວຽດນາມ ທີ່ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຢູ່ ສປປ ລາວ, ເຊິ່ງໄດ້ນໍາເອົາໄມຕີຈິດມິດຕະ ພາບອັນອົບອຸ່ນ, ຄວາມສາມັກຄີຮັກແພງຢ່າງເລິກເຊິ່ງ ມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວ.

May be an image of 2 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ການຢ້ຽມຢາມຂອງສະຫາຍຄັ້ງນີ້, ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ໃນຕໍາແໜ່ງປະທານປະເທດ, ມີຂຶ້ນພາຍຫລັງທີ່ສອງພັກ, ສອງລັດ ໄດ້ສໍາເລັດກອງປະຊຸມໃຫຍ່ຂອງຕົນ ແລະ ໄດ້ມີຄະນະລັດຖະບານຊຸດໃໝ່, ນີ້ເປັນການຢັ້ງຢືນຄືນເຖິງຄວາມເອົາໃຈໃສ່ ຖືເປັນສໍາຄັນ ຂອງການນໍາຂັ້ນສູງ ພັກ, ລັດ ແຫ່ງ ສສ ຫວຽດນາມ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກ ແລະ ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ຢ່າງແທ້ຈິງ. ພ້ອມນີ້, ຍັງໄດ້ສະ ແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ ໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມເຊື່ອໝັ້ນຢ່າງສູງວ່າ ດ້ວຍບົດຮຽນ ແລະ ປະສົບການຂອງສະຫາຍ, ສສ ຫວຽດນາມ ຈະສືບຕໍ່ໄດ້ຮັບການພັດທະນາຂຶ້ນຕື່ມອີກ.

May be an image of 2 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໂດຍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງລົ້ນເຫລືອ ພາຍໃຕ້ການຊີ້ນໍາ-ນໍາພາຂອງສະຫາຍ ຕໍ່ການເອົາໃຈໃສ່ຊຸກຍູ້ຊ່ວຍເຫລືອພິເສດ ແລະ ລ້ຳຄ່າຂອງລັດຖະບານ ກໍຄື ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ມີຕໍ່ປະຊາຊົນລາວ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫລອດມາ, ເຊິ່ງໄດ້ປະກອບສ່ວນສໍາຄັນ ໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ, ໂດຍສະເພາະແມ່ນການຊ່ວຍເຫລືອເຄື່ອງມືອຸປະກອນການແພດ ແລະ ສົ່ງທີມແພດໃຫ້ແກ່ ສປປ ລາວ ໃນການສະກັດກັ້ນ, ຄວບຄຸມ ແລະ ຕ້ານການລະບາດພະຍາດໂຄວິດ-19 ໄລຍະຜ່ານມາ.ໃນໂອກາດນີ້, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ກໍໄດ້ສະເເດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ທີ່ໄດ້ໃຫ້ການຕ້ອນຮັບອັນສະໜິດສະໜົມ, ອົບອຸ່ນ ແລະ ສົມກຽດ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ຖານສະຫາຍອ້າຍນ້ອງ, ຊຶ່ງທັງໝົດນັ້ນເປັນການ ສະແດງເຖິງມູນເຊື້ອແຫ່ງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມມີຊີວິດຊີວາແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບໃກ້ຊິດ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

May be an image of ຢືນ ແລະ ໃນຮົ່ມ

Comments