ໂລກ້າ – ບໍລິສັດສະຕາດອັບລາວທຳອິດທີ່ຖືກຈັດເຂົ້າໃນລາຍຊື່ 100 ບໍລິສັດທີ່ໜ້າຈັບຕາຂອງ ຟອບ ເອເຊຍ Forbes Asia

ໃນວັນທີ 10 ສິງຫາ 2021 ທີ່ຜ່ານມາ, ວາລະສານ ຟອບ ເອເຊຍ Forbes Asia ມີການປະກາດລາຍຊື່ຂອງ 100 ບໍລິສັດທີ່ໜ້າຈັບຕາໃນຂົງເຂດພາກພື້ນອາຊີປາຊີຟິກ ເຊີ່ງໃນນັ້ນລວມມີບໍລິສັດໂລກ້າ ເຊິ່ງເປັນບໍລິສັດສະຕາດອັບຈາກປະເທດລາວ ທີ່ບໍລິຫານໂດຍ ທ່ານ ສຸລິໂຍ ວົງດາລາ ຈາກການຄັດເລືອກ ແລະ ພິຈາລະນາຈາກຈໍານວນ 900 ກວ່າບໍລິສັດຂົງເຂດພາກພື້ນອາຊີປາຊີຟິກ. ສຳລັບລາຍລະອຽດ ແລະ ຂໍ້ມູນເພີ່ມເຕີມສາມາດເບິ່ງຕື່ມໄດ້ທີ່ www.forbes.com/100towatch ນອກຈາກນີ້ ຍັງສາມາດຕິດຕາມໄດ້ໃນວາລາລະສານ ຟອບ ເອເຊຍ Forbes Asia ທີ່ຈະຕີພິມໃນເດືອນສິງຫານີ້.

ການປະກາດລາຍຊື່ຄັ້ງນີ້ໄດ້ຄັດເອົາລາຍຊື່ຂອງສະຕາດອັບ ແລະ ທຸລະກິດຂະໜາດນ້ອຍ ທີ່ໄດ້ມີການເຕີບໂຕຢູ່ໃນຂົງເຂດພາກພື້ນເອເຊຍປາຊີຟິກ ແລະ ເຖິງວ່າຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ບັນດາບໍລິສັດທີ່ຢູ່ໃນລາຍຊື່ນີ້ກໍຍັງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ບໍລິສັດໂລກ້າໄດ້ສ້າງຕັ້ງຂຶ້ນໃນປີ 2018 ເຊິ່ງເປັນແພລັດຟອມທຳອິດທີ່ໃຫ້ບໍລິການເອີ້ນລົດແທັກຊີອອນລາຍ ຂອງປະເທດລາວ, ໃນປັດຈຸບັນກໍຍັງໄດ້ເພີ່ມບໍລິການຕ່າງໆເຂົ້າໃນແພລັດຟອມຂອງໂລກ້າເຊັ່ນ: ບໍລິການປ້າຍໂຄສະນາເຄື່ອນທີ່, ບໍລິການແທັກຊີທີ່ມີລົດຫຼາກຫຼາຍປະເພດໃຫ້ເລືອກໃຊ້ບໍລິການ ແລະ ບໍລິການສັ່ງຊື້ສິນຄ້າອອນລາຍ. ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ລູກຄ້າສ່ວນໃຫຍ່ຂອງໂລກ້າແມ່ນນັກທ່ອງທ່ຽວ, ແຕ່ໃນໄລຍະທີ່ມີການແຜ່ລະບາດພະຍາດ ໂລກ້າໄດ້ສົ່ງເສີມໃຫ້ບໍລິການພາຍໃນສາມາດດຳເນີນທຸລະກິດຕໍ່ໄປໄດ້ ເຊິ່ງເຮັດໃຫ້ອັດຕາການໃຊ້ບໍລິການພາຍໃນປະເທດຂອງໂລກ້າເພີ່ມຂຶ້້ນເຖິງ 30% ຕໍ່ເດືອນ.

ໂລກ້າເປັນບໍລິການທີ່ມີຄວາມປອດໄພ, ໂປ່ງໃສ ແລະ ໃຫ້ບໍລິການຕະຫຼອດ 24ຊົ່ວໂມງ ມີປະກັນໄພຄຸ້ມຄອງໃນຖ້ຽວສູງສຸດເຖິງ 500 ລ້ານກີບ ປັດຈຸບັນໂລກ້າກໍຍັງໄດ້ມີການຂະຫຍາຍບໍລິການໄປທີ່ ປາກເຊ, ແຂວງ ຈຳປາສັກ ເປັນແຂວງທີ 3 ຕໍ່ຈາກ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ.

LOCA, the first Lao startup to be listed on Forbes Asia 100 to Watch

In August 10th 2021, Forbes Asia Magazine announced the Forbes Asia 100 to Watch list which included LOCALAOS a notable startup from Laos leading by Mr. Souliyo Vongdala the CEO. The Forbes Asia 100 to Watch list were selected from from a pool of over 900 submissions. The full list and related stories can be found at www.forbes.com/100towatch and in the August issue of Forbes Asia magazine

This inaugural list spotlights notable small companies and startups on the rise across the Asia-Pacific region. Companies featured on the list are making remarkable progress and impact in spite of the challenging climate brought on by the Covid-19 pandemic.

LOCA is founded in 2018. The first and leading ride-hailing service in Laos. LOCA has recently added new services to its platform such as out-of-home advertising, a trucking service and on-demand groceries. Pre-pandemic. LOCA says most customers were tourists but widening local use has helped the business grow 30% monthly.

LOCA is known for making taxi price transparent, reliable service, and safe 24/7. LOCA has special insurance protection up to 500,000,000 LAK per trip. LOCA recently expanded its service to Pakse, made it the 3rd city available following Vientiane capital and Luang Prabang.

Comments