ລມຕ ເນັ້ນໃຫ້ສື່ມວນຊົນ ເອົາໃຈໃສ່ສ້າງ ແລະ ຍົກລະດັບຄຸນທາດການເມືອງ

ກອງປະຊຸມລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ(13/8/ 1950-13/8/2021) ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2021, ທີ່ກະຊວງ ຖວທ, ໂດຍເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າກົມຈາກຂະແໜງການສື່ມວນຊົນ ແລະ ພີມຈໍາໜ່າຍ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 2 ຄົນ, people sitting, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ໄດ້ລາຍງານການເຄື່ອນ ໄຫວບາງຜົນງານເດັ່ນຂອງສື່ມວນຊົນ ໃນໄລຍະໜຶ່ງປີຜ່ານມາ ໄດ້ປະຕິບັດໜ້າທີ່ວຽກງານຢ່າງຕັ້ງໜ້າ ສຸມທຸກສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເຂົ້າໃນວຽກງານການໂຄສະນາເຜີຍແຜ່ຜົນສໍາເລັດ, ວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນໂຄສະນາແນວທາງນະໂຍ ບາຍຕ່າງໆຂອງພັກ ແລະ ລັດ ປຸກລະດົມນໍ້າໃຈຮັກຊາດ ແລະ ຄວາມສາມັກຄີປອງດອງ, ຮັກລະ ບອບໃໝ່, ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ເວົ້າລວມ, ເວົ້າສະເພາະ ແມ່ນຄະນະພັກ, ຄະນະນໍາ ກະຊວງ ຖວທ, ອັນພົ້ນເດັ່ນທີ່ສຸດ, ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19, ຊຶ່ງສະພາບກໍມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ເປັນຕົ້ນ ດ້ານເສດຖະກິດ, ທ່າມກາງຄວາມສ່ຽງຈາກການຕິດເຊື້ອພະຍາດໂຄວິດ-19 ແຕ່ສື່ມວນຊົນ ຍັງເຄື່ອນໄຫວເຮັດໜ້າທີ່ປະກອບສ່ວນໂຄສະນາໃຫ້ແກ່ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ທັນສະພາບການ, ດ້ວຍການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງພັກ-ລັດ ໄດ້ອໍານວຍຄວາມສະດວກໃຫ້ສື່ມວນຊົນລາວ ໄດ້ເຄື່ອນໄຫວເຮັດບົດບາດໜ້າທີ່ການເມືອງຂອງຕົນ ແລະ ມີຜົນສໍາເລັດເປັນຢ່າງດີ. ສາມາດຕີລາຄາໄດ້ວ່າ ສື່ມວນຊົນລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ທາງດ້ານປະລິມານ ແລະ ຄຸນນະພາບ, ໂດຍມີໂຄງລ່າງພື້ນຖານທີ່ໄດ້ຮັບການພັດທະນາໄປສູ່ຄວາມທັນສະໄໝແລະ ຄ່ອຍໆ ຫັນຈາກລະບົບອານາລ໊ອກ ໄປສູ່ລະບົບດີຈີຕອນໄດ້ໂດຍພື້ນຖານ ແລະ ການນໍາໃຊ້ເຄືອຂ່າຍອິນເຕີເນັດ ກໍຄື ຊ່ອງທາງສື່ສັງຄົມອອນລາຍ ເພື່ອສະໜອງຂໍ້ມູນຂ່າວສານ, ແນວທາງນະ ໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ, ການຊຸກຍູ້ສົ່ງເສີມທຸລະກິດ, ສາລະຄວາມຮູ້, ສາລະບັນເທິງ ໃຫ້ແກ່ສັງ ຄົມ. ບຸກຄະລາກອນສື່ມວນຊົນ, ກໍໄດ້ຮັບການພັດທະນາຍົກລະດັບຢ່າງຕໍ່ເນື່ອງ ເຮັດໃຫ້ເນື້ອໃນສາ ລະຕ່າງໆ ສື່ສິ່ງພິມ, ສິອິເລັກໂຕຣນິກ, ສື່ອອນລາຍ ນັບມື້ເລີກເຊິ່ງແຫລມຄົມ ແລະ ມີຫລາຍສີສັນ.

May be an image of 1 ຄົນ ແລະ ນັ່ງ

ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມວັນນະຄະດີ ແລະ ພີມຈໍາໜ່າຍ ໄດ້ລາຍງານໃຫ້ຮູ້ບາງຜົນງານເດັ່ນວຽກງານການພິມຈຳໜ່າຍໃນໄລຍະ 1 ປີ ຜ່ານມາ ໄດ້ເຄື່ອນໄຫວຕາມບົດບາດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນໃນການຄຸ້ມຄອງ, ເຜີຍແຜ່ໂຄສະນາກົດໝາຍນິຕິກຳ, ຕິດຕາມກວດກາໂຮງພິມ,ຮ້ານພິມ, ຮ້ານອອກແບບໂຄສະນາຜ່ານສິ່ງພິມ, ຮ້ານຈຳໜ່າຍ, ຜູ້ປະກອບການດ້ານວຽກງານການພິມ, ວັນນະຄະດີຫໍສະໝຸດ ແລະ ແປພາສາ ຢູ່ພາຍໃນປະເທດໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ລະບຽບຫລັກການ, ກົດໝາຍວ່າດ້ວຍການພິມຈຳໜ່າບ, ກົດໝາຍວ່າດ້ວຍຫໍສະໝຸດ ແລະນິຕິກຳລຸ່ມກົດໝາຍ. ພ້ອມນັ້ນ, ຂະແໜງການພິມຈຳໜ່າຍ ໄດ້ສ້າງຜະລິດຕະພັນໃໝ່ທີ່ມີຫລາກຫລາຍຮູບແບບສີສັນ ສ້າງຄວາມດຶງດູດໃຫ້ແກ່ຜູ້ອ່ານ, ຜູ້ຟັງ, ຜູ້ຊົມ ນຳໃຊ້ຜະລິດຕະພັນຈຳໜ່າຍສາມາດເຮັດໃຫ້ນັກຮຽນ, ນັກສຶກສາ, ປັນຍາຊົນ ແລະ ປະຊາຊົນສາມາດເຂົ້າເຖິງຄວາມຮູ້ຂໍ້ມູນຂ່າວສານຫລາຍຊ່ອງທາງຂຶ້ນ.ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ທິດຊີ້ນໍາ, ໂດຍເນັ້ນໃຫ້ສື່ມວນຊົນທຸກຂະແໜງ ແລະ ການພິມຈຳໜ່າຍ ສືບຕໍ່ເອົາໃຈໃສ່ສ້າງ ແລະ ຍົກລະດັບຄຸນທາດການເມືອງ ໃຫ້ບຸກຄະລະກອນສື່ມວນຊົນ ໂດຍສະເພາະແມ່ນຫົວໜ້າອົງການສື່ມວນຊົນ, ຄະນະບັນນາທິການໃຫ້ໄດ້ຮຽນທິດສະດີການເມືອງ-ການປົກຄອງ; ສືບຕໍ່ສ້າງ, ປັບປຸງ ແລະ ຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວິຊາການ ແລະ ພາສາຕ່າງປະເທດ ໃຫ້ພະນັກງານ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ສືບຕໍ່ຫັນເອົາແນວທາງຂອງພັກ, ລະ ບຽບກົດໝາຍເປັນອັນລະອຽດ ເຂົ້າສູ່ວຽກງານຕົວຈິງຂອງສື່ມວນຊົນ ແລະ ພິມຈຳໜ່າຍ ແລະ ສືບຕໍ່ຫັນເປັນທັນສະໄໝດ້ານຂໍ້ມູນຂ່າວສານ ເພື່ອຮັບໃຊ້ສັງຄົມໃນທາງສ້າງສັນ ແລະ ເກີດຜົນປະໂຫຍດສູງສຸດ; ສື່ມວນຊົນ ຕ້ອງສືບຕໍ່ເປັນເຈົ້າການ ປັບປຸງຕົນເອງທັງທາງດ້ານເນື້ອໃນ ແລະ ຮູບການ ໃຫ້ກະທັດລັດ, ແທດຕົວຈິງ ແລະ ມີປະສິດທິຜົນສູງຂຶ້ນ, ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ, ຕິດພັນກັບການຕິດຕາມກວດກາ ຜະລິດຕະພາບພັນຂອງສື່ມວນຊົນ ແລະ ພິມຈຳໜ່າຍ ໃຫ້ດຳເນີນໄປຖືກທິດ ເພື່ອຮັບໃຊ້ພັກ, ລັດ ແລະ ປະຊາຊົນເຮົາ; ເອົາໃຈໃສ່ເປັນພິເສດ ຕໍ່ການຕິດຕາມກວດກາເນື້ອໃນ, ຫາງສຽງສັງຄົມ ຖ້ອຍທຳນອງ ທີ່ບໍ່ຫວັງດີຕໍ່ລະບອບໃໝ່ຂອງພວກຄົນບໍ່ດີ, ຢູ່ຕາມສື່ສັງຄົມອອນລາຍ, ທັງເປັນເຈົ້າການໃນການຕອບຕ້ານຢ່າງທັນການ ແລະ ຖືກທິດ; ສືບຕໍ່ກໍ່ສ້າງພື້ນຖານໂຄງລ່າງດ້ານສື່ມວນຊົນ ແລະ ພິມຈຳໜ່າຍ ໃຫ້ເພີ່ມຂຶ້ນທັງທາງດ້ານປະລິມານ ແລະ ຄຸນນະພາບ, ຮັບ ປະກັນຫັນເຕັກນິກ, ເຕັກໂນໂລຊີ ໄປສູ່ລະບົບດີຈີຕອນ; ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຮາກຖານພັກ ໃນຂົງເຂດສື່ມວນຊົນໃຫ້ເຂັ້ມແຂງ, ປອດໃສ, ໜັກແໜ້ນ ຕິດພັນກັບການປັບປຸງກົງຈັກ ການຈັດຕັ້ງ ໃນຂົງເຂດນີ້ ໃຫ້ແທດເໝາະກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ການຂະຫາຍຕົວຂອງເຕັກນິກເຕັກໂນໂລຊີໃໝ່ ໃນປັດຈຸບັນ.ຂ່າວ-ພາບ: ຂັນໄຊ

Comments