ຄະນະຊີ້ນໍາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄຂກອງປະຊຸມຄັ້ງທີ 10 ປຶກສາຫາລື 6 ບັນຫາສຳຄັນ ກ່ອນເປີດນໍາໃຊ້ 2 ທັນວາ

ກອງປະຊຸມຄະນະຊີ້ນໍາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຄັ້ງທີ 10 ຈັດຂຶ້ນໃນວັນທີ 11 ສິງຫາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ເຂົ້າຮ່ວມມີ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂນທາທິການ ແລະ ຂົນສົ່ງ, ຮອງຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ຜູ້ປະຈໍາການ), ມີທ່ານຫົວໜ້າກົມທາງລົດໄຟ, ທ່ານຫົວໜ້າຄະນະຄຸ້ມຄອງໂຄງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສືບຕໍ່ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ; ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເຊິ່ງເປັນໂຄງການໃຫຍ່ ທີ່ມີຄວາມໝາຍ ຄວາມສໍາຄັນ ແລະເປັນໂຄງການໜຶ່ງຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ຜ່ານ ສປປ ລາວ, ໂດຍການນໍາຂອງສອງພັກ ແລະ ສອງລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ຕົກລົງເປັນເອກະພາບກັນ ໃຫ້ເປັນໂຄງການຕົວແບບຂອງການຮ່ວມມືມິດຕະພາບລາວ-ຈີນ, ເປັນໂຄງການປອດໃສຂາວສະອາດ, ເປັນໂຄງການທີ່ເຮັດໃຫ້ປະຊາຊົນລາວບັນດາເຜົ່າມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າແຕ່ກ່ອນ ແລະໄດ້ປະກາດໃຫ້ສັງຄົມໂລກໄດ້ຮັບຮູ້ວ່າໂຄງການນີ້ຈະສໍາເລັດ ແລະເປີດໃຫ້ບໍລິການໃນວັນທີ 02 ທັນວາ 2021 ທີ່ຈະມາເຖິງນີ້.

[“]

ທ່ານໃຫ້ຮູ້ຕື່ມວ່າ: ກອງປະຊຸມພວກເຮົາ ຈະໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 09 ຄັ້ງວັນທີ 24 ມິຖຸນາ 2019 ທີ່ຜ່ານມາ ຈາກ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ; ການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມາຮອດວັນທີ 25 ກໍລະກົດ 2021, ຮັບຟັງສະເໜີແຜນການສືບຕໍ່ ແລະຂໍ້ສະເໜີຕ່າງໆ ຈາກທ່ານຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະຮ່ວມປຶກສາຫາລືພາຍໃນ ຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ.

ນອກຈາກນີ້ ກອງປະຊຸມຍັງຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນຕໍ່ການລາຍງານຂອງ ສະຫາຍລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ, ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ພ້ອມກັນນັ້ນ ພວກເຮົາຈະໄດ້ການປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ຍັງຄ້າງຄາເຊັ່ນ:

1.ການຈັດຕັ້ງປະຕິບັດການຊົດເຊີຍໃຫ້ຜູ້ທີ່ຖືກຜົນກະທົບ ທີ່ໄດ້ມອບພື້ນທີ່ໃຫ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ລົງມືກໍ່ສ້າງແລ້ວ ແຕ່ຜູ້ຖືກຜົນກະທົບຍັງບໍ່ທັນໄດ້ຮັບຄ່າຊົດເຊີຍຍ້ອນຫຼາຍສາຍເຫດ ພວກເຮົາຈະມີວິທີການ ແລະ ມາດຕະການແກ້ໄຂແນວໃດ?;


2. ສືບຕໍ່ການແກ້ໄຂບັນຫາ ຈຸດຕັດກັນ ລະຫວ່າງ ທາງລົດໄຟຕັດກັບທາງຫຼວງ, ທາງລອດ, ທາງເວັ້ນ ແລະ ທາງສ້າງຂື້ນໃໝ່ ຊຶ່ງຍັງມີຫລາຍຈຸດຍັງບໍ່ໄດ້ຮັບການແກ້ໄຂນັ້ນ ພວກເຮົາຈະມີວິທີການ ແລະ ມາດຕະການແກ້ໄຂແນວໃດ?;
3. ການຊຸກຍູ້ການກໍ່ສ້າງບ້ານຈັດສັນ 4 ບ້ານໃຫ້ສໍາເລັດພາຍໃນທ້າຍເດືອນ ຕຸລາ 2021;

4. ການຈັດຕັ້ງປະຕິບັດ 5 ໜ້າວຽກສິ່ງອໍານວຍຄວາມສະດວກເຊື່ອມຕໍ່ເຂົ້າສະຖານີລົດໄຟລາວ-ຈີນເຊັ່ນ: ການສະໜອງໄຟຟ້າ, ນໍ້າປະປາ ໃຫ້ສະຖານີລົດໄຟພາຍໃນທ້າຍເດືອນ ກັນຍາ 2021, ການກໍ່ສ້າງເສັ້ນທາງເຂົ້າສະຖານີ ແລະ ການສະໜອງສິ່ງອຳນວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ຢູ່ດ່ານ ໃຫ້ສຳເລັດໃນກາງເດືອນ ພະຈິກ 2021, ຮູບແບບການນຳໃຊ້ງົບປະມານ ຈະເປັນການລົງທຶນກ່ອນ(BOT) ຫລື ກູ້ຢືມຈາກ ບໍລິສັດລົດໄຟ ລາວ-ຈີນ;
5. ການເຊື່ອມຈອດທາງລົດໄຟລາວ-ຈີນ ແລະທາງລົດໄຟລາວ-ໄທ ຜ່ານທ່າບົກທ່ານນາແລ້ງ (Dry port) ແລະມີການບໍລິການຮ່ວມກັນ ໃນການຄ່ຽນຖ່າຍສິນຄ້າຢູ່ຈຸດດັ່ງກ່າວ;

6. ຄົ້ນຄວ້າສ້າງແຜນຈັດຕັ້ງປະຕິບັດ (R0ad Map) ເດືອນ 8,9,10 ກ່ອນການເປີດພິທີນໍາໃຊ້ຢ່າງເປັນທາງການ ໃນວັນທີ 2 ທັນວາ 2021 ແລະ ບັນຫາອື່ນໆ

Cr: ເສດຖະກິດ-ການຄ້າ

Comments