Author Archives: Targetlaos Editor

ມາຮູ້ຈັກ!!! ຄາຖາເງິນລ້ານ 5 ຂໍ້ ຈາກໜຸ່ມນັກທຸລະກິດ ໄຟແຮງ ແຊງທາງໂຄ້ງຂອງລາວ.

ເມື່ອກ່າວເຖິງຮ້ານຂາຍຄໍາ ພູວົງ ຫຼາຍທ່ານຈະຮູ້ດີ ແຕ່ຖ້າກ່າວເຖິງ “ອາເລັກ” ຫຼາຍທ່ານຄົງຈະບໍ່ຄຸ້ຍເຄີຍກັບຊື່ນີ້, ດັ່ງນັ້ນວາລະສານສະບັບນີ້ພວກເຮົາໄດ້ມີໂອກາດສໍາພາດນັກທຸລະກິດໜຸ່ມ ໄພແຮງ ແຊງທາງໂຄ້ງ ຜູ້ຕໍ່ຍອດທຸລະກິດຂອງຮ້ານຂາຍຄໍາ ພູວົງ ແລະ ກິດຈະການໃນກຸ່ມພູວົງ ໃຫ້ກວ້າງຂວາງກວ່າເກົ່າ. ຈັນທະວົງ ພະມີສິດ ອາຍຸ 31 ປີ “ອາເລັກ” ເປັນລູກຊາຍຄົນທີສອງຂອງທ່ານ ພູວົງ ພະມີສິດ ຮຽນຈົບປະລິນຍາຕີ ສາຍບໍລິຫານທຸລະກິດ ອັນຍະມະນີ ຈາກ ສ.ອາເມລິກາ ທີ່ໂຮງຮຽນ gemological institute of America ໃນປີ 2008 ຫຼັງຈາກຈົບມາກໍມາຊ່ວຍວຽກທຸລະກິດພໍ່ ເຊິ່ງແມ່ນຮ້ານ ຄໍາພູວົງ ພາຍຫຼັງທີ່ມາເບິ່ງກິດຈະການພ້ອມ ເອື້ອຍທີ່ຮຽນຈົບມາພ້ອມກັນ ປັດຈຸບັນເຮັດໃຫ້ທຸລະກິດຮ້ານຂາຍຄໍາພູວົງ ຂະຫຍາຍໄດ້ 7 ສາຂາ ແລະ ຈະຂະຫຍາຍຕື່ມອີກຕາມຕົວເມືອງໃຫຍ່ຂອງບັນດາແຂວງໃນປະເທດຕື່ມອີກ.    *ແນວຄວາມຄິດລິເລີ່ມການຂະຫຍາຍສາຂາ? ເຫດຜົນທີ່ຂະຫຍາຍກໍເພື່ອເປັນການຄວບຄຸມຄຸນນະພາບຂອງສິນຄ້າ ແລະ ອີກເຫດຜົນໜຶ່ງກໍແມ່ນເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າຮ້ານຄໍາພູວົງ ໃນທົ່ວປະເທດ. ຜ່ານມາກໍມີລູກຄ້າຈໍານວນໜຶ່ງມາຊື້ຄໍາຮ້ານເຮົາເພື່ອໄປຈໍາໜ່າຍ ແລະ ກໍມີຈໍານວນໜຶ່ງສວຍໂອກາດແອບອ້າງ ດັ່ງນັ້ນເຮັດໃຫ້ພວກເຮົາມີແນວຄິດທີ່ຈະຂະຫຍາຍທຸລະກິດໃຫ້ເປັນລະບົບຂຶ້ນ ເພື່ອປ້ອງກັນການແອບອ້າງ. *ກ່ຽວກັບຄຸນນະພາບ ແລະ ມາດຕະຖານຂອງແຕ່ລະສາຂາເຮົາຄຸ້ມຄອງແນວໃດ? ຜ່ານມາທາງພວກເຮົາກໍໄດ້ມີການລອງຜິດ ...

Read More »

ຫຼາຍພາກສ່ວນ ສະໜັບສະໜູນວັນສ້າງຕັັ້ງເມືອງວຽງໄຊ

ໃນວັນທີ 16 ພະຈິກ 2018 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ມີຫຼາຍພາກສ່ວນສະໜັບສະໜູນຮ່ວມລະດົມທຶນ ເພື່ອປະກອບສ່ວນເຂົ້າໃນງານ ສະເຫຼີມສະຫຼອງ ວັນສ້າງຕັັ້ງເມືອງວຽງໄຊ ຄົບຮອບ 50 ປີ. ໃນນີ້ປະກອບມີ: ລັດວິສາຫະກິດໄຟຟ້າລາວ 30 ລ້ານກີບ, ບໍລິສັດໄຟຟ້າລາວ ມະຫາຊົນ 30 ລ້ານກີບ, ບໍລິສັດ VASE 20 ລ້ານກີບ, ບໍລິສັດ ພະລັງງານແສງຕາເວັນ 10 ລ້ານກີບ, ບໍລິສັດ ພະລັງງານນ້ຳພູນ 10 ລ້ານກີບ, ບໍລິສັດພະລັງງານ ນ້ຳບີ 10 ລ້ານກີບ, ບໍລິສັດ ກີວີເພ 10 ລ້ານກີບ, ກຸ່ມບໍລິສັດ ອອສລາວ 10 ລ້ານກີບ, ບໍລິສັດ ເອລເອັສ ໂຮຣິຊັນ ລາວ ໂຊນ 10 ລ້ານກີບ, ບໍລິສັດ ອື່ນໆອີກຫຼາຍກວ່າ 10 ບໍລິສັດ ໄດ້ໃຫ້ການສະໜັບສະໜູນລວມເປັນເງິນສົດຈຳນວນ 150 ລ້ານກວ່າກີບຕາງໜ້າຮັບເງິນລະດົມຄັ້ງນີ້ ໂດຍທ່ານ ເພັດ ພົມພິພັກ ...

Read More »

ຫ້ອງການສຳນັກງານນາຍົກ ອອກແຈ້ງການພັກຊົດເຊີຍວັນຊາດ ທີ 2 ທັນວາ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການວັນທີ 19 ພະຈິກ 2018 ເລື່ອງ: ວັນພັກທົດແທນທາງລັດຖະການ ວັນຊາດ ທີ 2 ທັນວາ ປີ 2018 ແມ່ນເຫັນດີກຳນົດເອົາວັນທີ 3 ທັນວາ 2018 (ກົງກັບວັນຈັນ) ເປັນວັນພັກທາງລັດຖະການ ທົດແທນ ວັນທີ 2 ທັນວາ 2018 ກົງກັບວັນທິດ (ວັນສະຖາປະນາ ສປປ ລາວ)  

Read More »

ມາເບິ່ງ!!! ວິທີສະໝັກທຶນ ຈາກລັດຖະບານຮົງກາລີ ຢາກໄປຮຽນຕໍ່ຕ່າງປະເທດອ່ານດ່ວນ….

ສະບາຍດີທຸກໆຄົນ ມື້ນີ້ແອັດມິນ ມີສິ່ງດີໆມານຳສະເໜີໃຫ້ທ່ານຜູ້ອ່ານອີກແລ້ວ ກັບການເປີດຮັບສະໝັກທຶນການສຶກສາ ຈາກລັດຖະບານປະເທດຮົງກາລີ. ໄດ້ເປີດໃຫ້ຄົນລາວໄດ້ສະໝັກແລ້ວ ຕັ້ງແຕ່ວັນທີ 15/11/2018 – 15/1/2019. ເຊິ່ງລາຍລະອຽດ ແລະ ວິທີການສະໝັກ ພ້ອມເຄັດລັບຕ່າງໆ  ແອັດມິນໄດ້ເຫັນ ຜູ້ໃຊ້ ເຟສບຸກ ຊື່ Nouni Outhenthapanya ເພິ່ນ ໄດ້ແຊຣ໌ປະສົບການ ແນະນຳວິທີ  ພ້ອມເຄັດລັບ ການສະໝັກທຶນມື້ນີ້ ຄິດວ່າຈະມີປະໂຫຍດຕໍ່ຫຼາຍໆຄົນທີ່ຈະໄປສຶກສາຕໍ່ຫາປະສົບການຢູ່ຕ່າງແດນແນ່ນອນເລີຍນຳມາຝາກ. ສະບາຍດີ! ?”15 ພະຈິກ2018 ຫາ 15 ມັງກອນ 2019″? ໂອກາດໄປສຶກສາຮໍ່າຮຽນ,ທຶນຟຣີມີເງິນເດືອນ ທີ່ ເອີຣົບ ສົກປີ 2019-2020 ມາຮອດແລ້ວ ປີນີ້ມາໄວກວ່າປີກາຍເປັນພິເສດ. ຂໍເຊີນຊວນໝູ່ເພື່ອນ,ອ້າຍ,ເອື້ອຍ,ນ້ອງສະໝັກທຶນຮຽນຕໍ່ ປ.ຕີ ປ.ໂທ ປ.ເອກ ຄົ້ນຄ້ວາວິໄຈ ແລະ ຮຽນພາສາທີ່ ປະເທດຮົງກາລີ, ມີຫຼາກຫຼາຍສາຂາວິຊາຮຽນໃຫ້ເລືອກ ເຊິ່ງທຶນດັ່ງກ່າວແມ່ນທຶນຈາກລັດຖະບານຮົງກາລີມອບໃຫ້ປະເທດລາວໂດຍກົງບໍ່ຕ້ອງມີເສັ້ນສາຍທາງໃດຂໍແຕ່ມີຄວາມຮູ້,ຄວາມສາມາດ ແລະ ຄວາມພະຍາຍາມເຊື່ອວ່າຕິດແນ່ນອນເພາະທາງທຶນເພິ່ນເລືອກເອງເລີຍ. ຂັ້ນຕອນມີດັ່ງນີ້: ?ໝາຍເຫດ: ຜູ້ສະໝັກຈະຕ້ອງມີອາຍຸ 18 ປີຂຶ້ນໄປ ຫຼື 18 ປີກ່ອນວັນທີ 1 ...

Read More »

ມາຮູ້ຈັກ ກັບຄຳວ່າ E-Commerce ແມ່ນຫຍັງ?

ຫຼາຍໆຄົນອາດຈະຮູ້ຈັກກັບຄຳນີ້ດີ ຫຼື ບາງຄົນກໍອາດເຄີຍໄດ້ຍິນຄົນອື່ນມັກເວົ້າເລື້ອຍໆໂດຍສະເພາະໃນເລື່ອງທຸລະກິດໃນຍຸກນີ້.  E-Commerce (Electronic Commerce) ຫຼື ການຄ້າ ອີເລັກໂຕຣນິກ ໝາຍເຖິງການເຮັດທຸລະກິດທີ່ຜ່ານສື່ອີເລັກໂຕຣນິກ  ເພື່ອໃຫ້ບັນລຸເປົ້າໝາຍທາງທຸລະກິດທີ່ອົງກອນໄດ້ຕັ້ງເປົ້າໝາຍໄວ້ ເຊັ່ນ: ການຊື້ຂາຍສິນຄ້າ ແລະ ການບໍລິການ, ການໂອນເງິນ ທາງອີເລັກໂຕຣນິກ, ການໂຄສະນາຜ່ານສື່ອີເລັກໂຕຣນິກ ບໍ່ວ່າຈະເປັນ ໂທລະພາບ, ວິທະຍຸ ແລະ ທາງອິນເຕີ້ເນັດ ເປັນຕົ້ນ…. ຈຸດເດັ່ນຂອງ E-Commerce ຄື ຊ່ວຍຫຼຸດຄ່າໃຊ້ຈ່າຍ ແລະ ເພີ່ມປະສິດທິພາບຂອງການດຳເນີນທຸລະກິດ. ໂດຍຊ່ວຍຫຼຸດບົດບາດຂອງອົງປະກອບທາງທຸລະກິດລົງໄດ້ເຊັ່ນ: ສະຖານທີຕັ້ງ,  ສາງເກັບສິນຄ້າ, ຮ້ານຄ້າ ລວມເຖິງພະນັກງານຂາຍ, ພະນັກງານຕ້ອນຮັບ ເປັນຕົ້ນ…. ຈຶ່ງຫຼຸດຂໍ້ຈຳກັດຂອງໄລຍະທາງ ແລະ ເວລາລົງໄດ້ ຈຶ່ງບໍ່ກໍໃຫ້ເກີດເປັນອຸປະສັກຕໍ່ທຸລະກິດໄຮ້ພົມແດນອີກຕໍ່ໄປ. E-Commerce ຊ່ວຍອຳນວຍຄວາມສະດວກໃຫ້ນັກທຸລະກິດໄດ້ຫຼາຍດ້ານດັ່ງນີ້: 1. ເຮັດວຽກແທນພະນັກງານຂາຍໄດ້ ໂດຍສາມາດເຮັດການຄ້າແບບອັດຕະໂນມັດ ໄດ້ຢ່າງວ່ອງໄວ. 2. ເຮັດໃຫ້ເປີດໜ້າຮ້ານຂາຍເຄື່ອງ ໃຫ້ຄົນທົ່ວໂລກໄດ້ ແລະ ສາມາດເປີດຂາຍໄດ້ທຸກມື້ຕະຫຼອດ 24​ ຊົ່ວໂມງ ໂດຍບໍ່ມີເວລາປິດ ເຊັ່ນ: ການຂາຍໂດຍໃຊ້ລະບົບ Shopping Cart ເຮັດໃຫ້ລູກຄ້າສາມາດສັ່ງຊື້ສິນຄ້າໄດ້ຕະຫຼອດເວລາຜ່ານເວັບໄຊ. 3. ສາມາດເກັບເງິນປາຍທາງ ...

Read More »

ລັດຖະມົນຕີການຕ່າງປະເທດ ພົບປະຮອງລັດຖະມົນຕີ ການຕ່າງປະເທດ ສ ອາເມລິກາ

ໃນວັນທີ 14 ພະຈິກ 2018 ໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງອື່ນໆ ທີ່ປະເທດ ສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະ ມົນຕີ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ຈອນ ສຸລິວັນ ຮອງລັດຖະມົນຕີ ການຕ່າງປະເທດ ສະຫະລັດ ອາເມລິກາ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວໄປສູ່ບາດກ້າວໃໝ່. ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ຕີລາສູງຕໍ່ການພົວພັນຮ່ວມມືໃນໄລຍະທີ່ຜ່ານມາ ແລະ ຊຸກຍູ້ການຮ່ວມມືກັນໃນຕໍ່ໜ້າ. ສຳລັບການຮ່ວມມືສອງຝ່າຍ ໃນປັດຈຸບັນທີ່ພົ້ນເດັ່ນປະກອບ ມີ: ວຽກງານຊອກຄົ້ນຫາສິ່ງເສດເຫຼືອ ຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA); ການແກ້ໄຂບັນຫາລະເບີດບໍ່ທັນແຕກ (UXO); ການຮ່ວມມືດ້ານສາທາລະນະສຸກ, ການສຶກສາ, ການປ້ອງກັນ-ຄວບຄຸມຢາເສບຕິດ (Narcotic) ແລະ ການຊ່ວຍເຫຼືອດ້ານວັດທະນະທຳ-ສັງຄົມ. ໃນໂອກາດພົບປະສອງຝ່າຍດັ່ງກ່າວ, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ອາເມລິກາ ທີ່ໃຫ້ທຶນຊ່ວຍເຫຼືອແກ່ ...

Read More »

ເຕັກນິກ ການເຈລະຈາ ໃຫ້ລູກຄ້າ SAY YES!!!

ທຸກຄັ້ງທີ່ທ່ານຈະໄປເຈລະຈາກັບລູກຄ້າ ຄວນຈື່ໄວ້ວ່າ ຢ່າເຈລະຈາກັບຕົນເອງ ຫຼື ຄິດໄປເອງກ່ອນລ່ວງໜ້າ ກ່ອນໄປເຈລະຈາກັບລູກຄ້າ ເຮົາຄວນໄດ້ເຈລະຈາກັບຄູ່ສົນທະນາກ່ອນທີ່ເຮົາຈະເວົ້າກັບຕົນເອງ ເນື່ອງຈາກຫຼາຍຄັ້ງມັກຄິດໄປເອງກ່ອນລ່ວງໜ້າເຖິງສິ່ງທີ່ກຳລັງຈະເຈລະຈານັ້ນໄປຕ່າງໆນາໆ ແຕ່ກັບບໍ່ສົ່ງຜົນດີຕໍ່ການເຈລະຈາເລີຍ ເພາະການເຈລະຈາແຕ່ລະຄັ້ງ ລູກຄ້າແຕ່ລະຄົນມີຄວາມຍາກງ່າຍບໍ່ຄືກັນ ບາງຄັ້ງອາດຈະບໍ່ໄດ້ນຮັບຜົນດີຢ່າງທີ່ຄາດໄວ້  ແລະ ບາງຄັ້ງການເຈລະຈາອາດຈະງ່າຍໆກວ່າສິ່ງທີ່ເຮົາຄິດ. ການເຈລະຈາກໍມີຫຼາຍເຕັກນິກທີ່ຈະມາເລືອກໃຊ້ໄດ້ ເຊິ່ງຂຶ້ນຢູ່ກັບສະຖານນະການ ແລະ ໄລຍະເວລາ. ສະນັ້ນ,  ການເຈລະຈາທີ່ເຮົາສາມາດແບ່ງອອກເປັນ 2 ແບບໄດ້ຄື: ການເຈລະຈາຕໍ່ລອງແບບ OH YES ເຕັກນິກນີ້ຟັງແລ້ວຄືຈະງ່າຍໆແມ່ນບໍ່? ແຕ່ຈະໃຊ້ໄດ້ກໍຕໍ່ເມື່ອ ໃນໃຈລູກຄ້າຢາກຊື້ສິນຄ້າ ຢູ່ແລ້ວ ເຊັ່ນ: ການຊື້ລົດ ເມື່ອມີລູກຄ້າສົນໃຈຍ່າງເຂົ້າມາສູນຂາຍລົດ ແນ່ນອນວ່າ ລູກຄ້າ ຄົນນັ້ນ ກໍຕ້ອງຢາກໄດ້ລົດຢູ່ແລ້ວ ກໍລະນີນີ້ ເອີ້ນວ່າ  OH YES ເຮົາຈະເວົ້າແບບໃດລູກຄ້າກໍອາດຈະຕັດສິນໃຈຊື້ ຍິ່ງຖ້າເຮົາມີໂປຣໂມຊັນ ຫຼຸດແລກແຈກແຖມໃນໄລຍະນັ້ນ ລູກຄ້າຍິ່ງຕັດສິນໃຈຊື້ໄວ.  ແຕ່ຖ້າເປັນຈັດວາງສະແດງໂຊລົດຢູ່ໃນສູນການຄ້າແລ້ວ ລູກຄ້າມາຍ່າງເລາະເບິ່ງຊື່ໆ ອັນນີ້ເຂົາຈະບໍ່ເປັນກຸ່ມລູກຄ້າທີ່ຢາກຊື້ ເພາະເຫັນຜ່ານໆເລີຍຍ່າງເຂົ້າມາເບິ່ງ. ສຳລັບວິທີການເບິ່ງວ່າຈະເກີດການເຈລະຈາແບບ OH YES ຫຼືບໍ່ນັ້ນ ໃຫ້ສັງເກດເບິ່ງ ພຶດຕິກຳຄວາມຕັ້ງໃຈຂອງລູກຄ້າ ດ້ວຍການຕັ້ງຄຳຖາມວ່າແບບອ້ອມໆ ແລ້ວເຂົາກໍຈະຕອບເຮົາເອງ ເພາະອາດຈະບໍ່ມີໃຜທີ່ຢາກໃຫ້ຄົນຂາຍຮູ້ວ່າ ເຂົາຢາກໄດ້ສິນຄ້ານັ້ນທີ່ສຸດ ເຊັ່ນຖາມ: ສະບາຍດີ ມາຈາກໃສເນາະ ມາໄກບໍ່ ຫຼື ສະບາຍດີ ...

Read More »

ຫວຽດນາມ ຄາດວ່າ ທຸລະກິດ E – Commerce ຈະເຕີບໂຕ 20% ພາຍໃນປີ 2020

ປັດຈຸບັນ, ຈຳນວນຜູ້ນຳໃຊ້ອິດເຕີເນັດໃນຫວຽດນາມມີປະມານ 50 ລ້ານຄົນ ເທົ່າກັບ 54% ຂອງປະຊາກອນທັງໝົດ, ຂໍ້ມູນູຈາກ  Statista.com ໄດ້ລະບຸວ່າ ໃນຈຳນວນນີ້ປະມານ 35.4 ລ້ານຄົນເປັນຜູ້ໃຊ້ E – Commerce  ແລະ ໃນປີ  2018 ຄາດວ່າເພີ່ມເປັນ 37.3 ລ້ານຄົນ. ໂດຍອາດຈະເພີ່ມເປັນ 42 ລ້ານຄົນໃນປີ 2021 ຄ່າໃຊ້ຈ່າຍໃນການຊື້ເຄື່ອງໃຊ້ບໍລິການອອນໄລ໌ ສະເລ່ຍຢູ່ທີ 62 ໂດລາສະຫະລັດ/ຄົນ/ປີ ໃນປີ 2017 ແລະ ອາດສູງ 91 ໂດລາໃນປີ 2021. ກົມການຄ້າອອນໄລ໌ ແລະ ເຕັກໂນໂລຊີຂອງຫວຽດນາມ (Vietnam E – Commerce and Digital Economy Agency) ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ປະເມີນການວ່າ ໃນໄລຍະປີ 2017-2020 ທຸລະກິດ E – Commerce ໃນຫວຽດນາມຈະຂະຫຍາຍຕົວສະເລ່ຍ 20% ແລະ ຈະມີລາຍໄດ້ຈາກ E – Commerce ...

Read More »

ເປີດຈຳໜ່າຍຢ່າງເປັນທາງການໃນປະເທດລາວ Huawei Mate20 ແລະ Mate20Pro

ຫົວເຫວີຍນຳສະເໜີສະມາດໂຟນ ‘’HUAWEI Mate20’’ ແລະ ‘’HUAWEI Mate 20 Pro’’ ສຸດຍອດຄວາມສະຫຼາດດ້ວຍ AI ທີ່ເໜືອກວ່າ  ໃນປະເທດລາວຢ່າງຍິ່ງໃຫຍ່, ເປັນສຸດຍອດສະມາດໂຟນແຫ່ງຍຸກ ດ້ວຍຈຸດເດັ່ນຂອງສະມາດໂຟນທັງ 2 ລຸ້ນນີ້ກໍຄື: ຂຸມພະລັງຊິບເຊັດ Kirin 980 ທີ່ຜະລິດຈາກຂະບວນການຜະລິດ 7 ນາໂນເມດຕົວທຳອິດຂອງໂລກ ແລະ ມາພ້ອມກ້ອງຫຼັງ 3 ຕົວໃໝ່ຂອງໄລກ້າທີ່ຢູ່ໃນກອບ 4 ຫຼ່ຽມ. ໃນວັນທີ 11 ພະຈິກ 2018 ທີ່ຜ່ານມາ, ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້,  ຫົວເຫວີຍໄດ້ຈັດ ງານເປີດຕົວ ແລະ ຈໍາໜ່າຍ HUAWEI Mate20’’ ແລະ ‘’HUAWEI Mate 20 Pro ຢ່າງເປັນທາງການໃນລາວດ້ວຍຄວາມຕື່ນຕາຕື່ນຂອງຜູ້ເຂົ້າຮ່ວມງານທຸກຄົນທີ່ໄດ້ຮັບຟັງ ການນຳສະເໜີ ໂທລະສັບ 2 ລຸ້ນນີ້ ດ້ວຍຟັງຊັນທີ່ຄົບເຄື່ອງເລື່ອງເຕັກໂນໂລຊີທີ່ລໍ້າໜ້າ ສາມາດຕອບໂຈດທຸກການໃຊ້ຊີວິດຂອງຄົນຍຸກນີ້. ພາຍໃນງານຍັງມີການສຳພາດພິເສດຈາກ ໂຈໂຈ້ ມິຣາໂຄ ຜູ້ກຳກັບໜຸ່ມໄຟແຮງທີ່ມີຊື່ສຽງທີ່ສຸດໃນລາວ ທີ່ໄດ້ມາຮ່ວມແຊຣ໌ປະສົບການໃນການໃຊ້ສະມາດໂຟນ Huawei Mate20Pro ໃນການຖ່າຍຮູບ ແລະ ...

Read More »

ສະຫຼຸບຜົນການແຂ່ງຂັນ Carlsberg Golf Classic 2018

ໃນວັນເສົາ ທີ 10 ພະຈິກ 2018 ທີ່ຜ່ານມາ ຢູ່ທີ່ສະໜາມກ໊ອຟ Lakeview ນະຄອນຫຼວງວຽງຈັນ, ບໍລິສັດເບຍລາວ, ໂດຍຜະລິດຕະພັນຂອງເບຍຄລາສເບີກ ໄດ້ຈັດການແຂ່ງຂັນ ຄລາສເບີກ ກ໊ອບ ຄລາສສິກ 2018 ຂຶ້ນເປັນຄັ້ງທີ 2.  ໃຫ້ກຽດເຂົ້າຮ່ວມແຂ່ງຂັນ ໂດຍທ່ານ ກິດສະໜາ ວົງໄຊ ປະມນສະພາບໍລິຫານ, ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວ ຈຳກັດ ແລະ ທ່ານ ເຮັນຣິກ ແອນເດິຊັນ ຜູ້ອຳນວຍການບໍລິສັດເບຍລາວ ຈຳກັດ, ພ້ອມມີນັກກິລາເຂົ້າຮ່ວມແຂ່ງຂັນຫຼາຍກວ່າ  100 ຄົນ. ຜູ້ຊະນະເລີດສາຍ ມີແຮນດີເເຄັບ (handicap) ໄດ້ແກ່:  ທ່ານ ລັດຕະນະວົງ ກິນດາວົງ  5 ຄະແນນລວມ: -3 ຮອງຊະນະເລີດອັນດັບ 1  ໄດ້ແກ່ ທ່ານ ທະນູສັກ ພົມມະຈັກ  17 ຄະແນນລວາມ: -2 ຮອງຊະນະເລີດອັນດັບ 2 ໄດ້ແກ່ ທ່ານ ...

Read More »