Author Archives: Targetlaos Editor

ວິທີ!!! ເຊັນ ລາຍເຊັນ ດິຈິຕ໋ອນ ໃນຟາຍຣ໌ PDF ໃນສະມາດໂຟນ

ເອກະສານເຊັນດ່ວນ ເຊັນໄວ ຈະບໍ່ເປັນອຸປະສັກ  ອີກຕໍ່ໄປ ເຊື່ອວ່າຫຼາຍອົງກອນ ບໍ່ວ່າຈະເປັນພາກລັດ ແລະ ເອກະຊົນ. ຈະມີຄວາມສະດວກສະບາຍງ່າຍຂຶ້ນ. ບໍ່ຈຳເປັນຕ້ອງແລ່ນນຳຂໍລາຍເຊັນກັບຫົວໜ້າ ຫຼື ຕ້ອງຖ້າຫົວໜ້າກັບມາແຕ່ຕ່າງປະເທດ ມື້ນັ້ນມື້ນີ້ກ່ອນ. ສຳລັບເລື່ອງນີ້ອາດມີຫຼາຍຄົນຮູ້ມາແລ້ວ ຫຼື ເຄີຍໃຊ້ມາກ່ອນ ແຕ່ກໍເຊື່ອວ່າ ຍັງມີຫຼາຍຄົນທີ່ຍັງບໍ່ຮູ້ ແລະ ບໍ່ເຄີຍນຳໃຊ້ວິທີນີ້ ແລະ ຄິດວ່າມັນຫຍຸ້ງຍາກ. ແຕ່ເຊື່ອວ່າຖ້າໄດ້ເຫັນວິທີໃຊ້ແລ້ວ ມັນງ່າຍໜ້ອຍດຽວເທົ່ານັ້ນ. ສຳລັບໃຜ ທີ່ຕ້ອງໄດ້ເຮັດວຽກກັບເອກະສານຕະຫຼອດ ແຕ່ຕົນເອງບໍ່ໄດ້ຢູ່ ຫ້ອງການຕະຫຼອດເວລາ ຕ້ອງມີວຽກອື່ນ ຫຼື ອອກວຽກນອກຕະຫຼອດ. ດັ່ງນັ້ນ, ການເຊັນ ເອກະສານທີ່ຈະຕ້ອງໄດ້ຮັບການອະນຸມັດ ກໍຕ້ອງລ່າຊ້າໄປ.  ແຕ່ຍຸກນີ້ ຍຸກ 4.0 ທີ່ເຮົາສາມາດສົ່ງເອກະສານຫຼື ຟາຍຣ໌ເອກະສານຜ່ານສະມາດໂຟນໄດ້ແລ້ວນັ້ນ ເຮົາກໍສາມາດໃສ່ລາຍເຊັນດິຈິຕ໋ອນໃນຟາຍຣ໌ເອກະສານນັ້ນໄດ້ເຊັ່ນກັນ,  ໂດຍບໍ່ຈຳເປັນຕ້ອງເຂົ້າມາຫ້ອງການໃຫ້ເສຍເວລາ ເຮັດໃຫ້ການເຮັດວຽກນັ້ນໄວຂຶ້ນ. ໃນນີ້, ການໃສ່ລາຍເຊັນ ດິຈິຕ໋ອນ ໃນເອກະສານ ຟາຍຣ໌ PDF ຈະເປັນສະເພາະໂທລະສັບລຸ້ນ  iPhone, iPad ນັ້ນເປັນເລື່ອງງ່າຍໆ ພຽງແຕ່ໃນ ຟີເຈີ Markup ທີ່ມີມາໃຫ້ໃຊ້ແຕ່ IOS 9 ແລ້ວ ສຳລັບໃຜທີ່ກຳລັງຈະເລີ່ມໃຊ້ ...

Read More »

ຫວຽດນາມ ສັ່ງໂຈະການນຳເຂົ້າໄມ້ຈາກ ສປປ ລາວ

ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມອອກໜັງສືວຽນ ສັ່ງໂຈະຊົ່ວຄາວການນຳເຂົ້າໄມ້ທ່ອນ ແລະ ໄມ້ສຳເລັດຮູບຈາກປ່າທຳມະຊາດ ຈາກ ສປປ.ລາວ ແລະ ກຳປູເຈຍ ເພື່ອຈຸດປະສົງ ສົ່ງອອກໄປປະເທດທີສາມ. ຂໍ້ຫ້າມດັ່ງກ່າວແມ່ນໃຊ້ສະເພາະກັບໄມ້ ທ່ອນ ແລະ ໄມ້ແປຮູບ ລະຫັດ HS 44.03 ແລະ 44.07 ຕາມກົດໝາຍຂອງຫວຽດນາມ ເຊິ່ງຈະມີຜົນບັງຄັບໃຊ້ແຕ່ວັນທີ 1 ມັງກອນ ຫາ 31 ທັນວາ 2023. ທີ່ມາ: ຂ່າວສານປະເທດລາວ.

Read More »

ເດືອນທັນວາ ລັດຖະບານວາງ 10 ວຽກງານຈຸດສຸມ

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ 2018 ໃນມື້ທີສອງໄດ້ດໍາເນີນໃນວັນທີ 19 ພະຈິກ 2018, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ນອກຈາກຈະສຸມໃສ່ພິຈະລະນາ ແລະ ປະກອບຄໍາເຫັນເຂົ້າໃສ່ 5 ເອກະສານສໍາຄັນແລ້ວ ກອງປະຊຸມຍັງໄດ້ເປັນເອກະພາບ ແລະ ຕັດສິນໃຈສູງ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນເດືອນ ທັນວາ 2018 ດັ່ງນີ້: ​​​​​1.ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເພີ່ມທະວີຄວາມເອົາໃຈ ໃສ່ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ, ໂດຍເອົາໃຈໃສ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນບັນດາໜໍ່ແໜງຂອງອາຊະຍາກຳ, ຄ້າມະນຸດ, ການຂີ້ລັກງັດແງະ, ການຄ້າຂາຍ ແລະ ເສບຢາເສບຕິດ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ, ການໃຊ້ສື່ອອນໄລ໌ ເຄື່ອນໄຫວແບ່ງແຍກ ແລະ ຍຸແຍ່ໃຫ້ປະຊາຊົນເຂົ້າໃຈຜິດ ຕໍ່ການຈັດຕັ້ງຂອງພວກເຮົາ ແລະ ການເຄື່ອນໄຫວ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການອື່ນໆ. ​​​​​2.ໃຫ້ກະຊວງການຕ່າງປະເທດ ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈເລິກເຊິ່ງກ່ຽວກັບຄວາມສ່ຽງ ...

Read More »

ມະຕິສໍາຄັນທີ່ສະພາຮັບຮອງ(ຕໍ່)

ມາດຕະການ ແລະ ວິທີແກ້ໄຂ ຕໍ່ປະກົດການຫຍໍ້ທໍ້ໃນສັງຄົມ ຮັບຮອງເອົາ ການຊີ້ແຈງ ອະທິບາຍ ຂອງ ລັດຖະບານກ່ຽວກັບ ມາດຕະການ ແລະວິທີແກ້ໄຂບັນດາປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ ແລະ ບັນຫາອຸປະຕິເຫດ. ນອກຈາກນັ້ນກອງປະຊຸມສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ບາງມາດຕະການເພີ້ມເຕີມດັ່ງນີ້: ບັນຫາຢາເສບຕິດ: ເພີ່ມທະວີໂຄສະນາ, ສຶກສາອົບຮົມປູກຈິດສໍານຶກ ໃຫ້ທົ່ວປວງຊົນດ້ວຍຫຼາຍເນື້ອໃນ, ຫຼາຍຮູບການ ແລະ ຫຼາຍວິທີ ເພື່ອໃຫ້ສັງຄົມຮັບຮູ້ຜົນຮ້າຍຂອງຢາເສບຕິດ ພ້ອມທັງເຮັດໃຫ້ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດກາຍເປັນສະຕິ, ເປັນເຈົ້າການ, ຄວາມຮັບຜິດຊອບ ແລະ ເປັນໜ້າທີ່ຂອງທົ່ວປວງຊົນ. ຄົ້ນຄ້ວາ ສ້າງຍຸດທະສາດແກ້ໄຂຢາເສບຕິດໄລຍະຍາວ ໃຫ້ເປັນຮູບປະທໍາ, ປັບປຸງ ແລະ ບັງຄັບໃຊ້ ກົດໝາຍ ວ່າດ້ວຍຢາເສບຕິດຕໍ່ຜູ້ກະທຳຜິດ ເປັນຕົ້ນ ຜູ້ຜະລິດ, ຜູ້ຂາຍ-ຜູ້ຊື້, ຜູ້ຂົນສົ່ງ, ຜູ້ຄອບຄອງ ແລະ ຜູ້ເສບຢາເສບຕິດ ໃຫ້ມີຄວາມເຂັ້ມມງວດ ແລະ ເດັດຂາດຂຶ້ນຕື່ມ. ປະຕິບັດ ຄໍາສັ່ງເລກທີ 27/ນຍ, ລົງວັນທີ 5 ຕຸລາ 2011 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ...

Read More »

ຜູ້ໃຫ້ບໍລິການດ້ານ ”ໄອທີ” ຄົບວົງຈອນ.. Guarantee ດ້ວຍລາງວັນລະດັບຊາດ”

ວາລະສານທາເກັດ ສະບັບນີ້ ຈະພາທ່ານຜູ້ອ່ານມາຮູ້ຈັກກັບ ຜູ້ປະກອບການຂະແໜງ “ໄອທີ” ນັ້ນກໍຄື ບໍລິສັດ ລາວ ໄອທີພັດທະນາ ຈຳກັດ ທີ່ພວມເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນທີ່ຄຸ້ນເຄີຍໃນແວດວົງຂອງ “ໄອທີ” ໃນ ສປປ ລາວ.  ທ່ານ ອຸໄທ ໄຊອຸດົມ ຫົວໜ້າຝ່າຍເຕັກໂນໂລຊີ (C.T.O) ແລະ ເປັນໜຶ່ງໃນສີ່ຄົນທີ່ສ້າງຕັ້ງ ບໍລິສັດນີ້ ໂດຍພື້ນຖານການສຶກສາຂອງທ່ານ ອຸໄທ ແມ່ນ ຮຽນຈົບຊັ້ນສູງດ້ານການບໍລິຫານ”ໄອທີ”ຈາກ ວິທະຍາໄລເຄວສ (Quest College) ແລະ ຈົບປະລິນຍາຕີດ້ານ”ໄອທີ” ຢູ່ທີ່ ຄວສ ແລະ ປະສົບການເຮັດວຽກເປັນພະນັກງານອາສາສະມັກຢູ່ກະຊວງ ກະສິກໍາ ແລະ ປ່າໄມ້ 2 ປີ ແລະ ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ 2ປີ ກ່ອນຈະມາສ້າງຕັ້ງບໍລິສັດຕົນເອງ. ຈຸດເລີ່ມຕົ້ນຂອງການມາເຮັດບໍລິສັດນີ້, ໃນເວລາທີ່ຮຽນຢູ່ ວິທະຍາໄລ ປີທີ2 ໃນປີ 2006 ກໍໄດ້ສ້າງເວັບບອດໂຕໜຶ່ງຊື່ວ່າ ລາວຊ່າ (Laozaa.com) ເປັນເວັບບອດກ່ຽວກັບດ້ານ”ໄອທີ” ເພື່ອໃຫ້ຄົນໄດ້ເຂົ້າສະແດງຄວາມຄິດເຫັນ ...

Read More »

ເຊີນຊວນ!!! ຜູ້ປະກອບການ ເຂົ້າຮ່ວມ ໂຄງການສົ່ງເສີມ SME ເຂົ້າຫາແຫຼ່ງທຶນ

?ເຂົ້າຮ່ວມທົດລອງເຝິກອົບຮົມຟຣີ (Free)? ຂໍເຊີນຊວນ ຜູ້ປະກອບການ SME ເຂົ້າຮ່ວມ ໂຄງການສົ່ງເສີມ SME ເຂົ້າຫາແຫຼ່ງທຶນ (LCNB, STB, LDB, SacomBank) #ໂດຍການເຂົ້າຮ່ວມເຝິກອົບຮົມກັບພາຍໃຕ້ຫົວຂໍ້ໍ້: ?ວັນທີ: 21 ພະຈິກ 2018 (i) ຄູ່ມືແຜນທຸລະກິດ ?ວັນທີ: 26-27 ພະຈິກ 2018 (ii) ຄູ່ມືການຄຸ້ມຄອງການບໍລິຫານການເງິນ ?ວັນທີ: 28 ພະຈິກ – 01 ທັນວາ (iii) ການໃຫ້ຄຳປຶກສາຂອງການເຮັດຄູ່ມືຕົວຈິງ. ⌚ເວລາ: 08.30 – 16.30 ?ສະຖານທີ່: ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ຫຼັກ 05 ?w.a & Tel 020 5838 8885/ 021 416266 ——————————————————————– For Lao, Entrepreneurs testing join ...

Read More »

ຖອນເງິນດ້ວຍ”ແຊັກ” (Cheque) ແຕ່ໃນບັນຊີບໍ່ມີເງິນພຽງພໍ ຖືວ່າຜິດຕໍ່ກົດໝາຍ…

ຫຼາຍຄົນອາດເຄີຍໄດ້ຍິນເລື່ອງ “ແຊັກເດັ້ງ” ຖອນເງິນບໍ່ໄດ້ ເງິນໃນບັນຊີມີບໍ່ພໍໃຫ້ຖອນຕາມຈຳນວນທີ່ລະບຸໃນ”ແຊັກ” ບັນຫາຕາມມາກໍຄື ໄດ້ຮັບໝາຍຮຽກຈາກ ເຈົ້າໜ້າທີ່ ສຸດທ້າຍກໍຖືກກັກຕົວດຳເນີນຄະດີອາຍາ. ເພື່ອຫຼີກບັນຫາດັ່ງກ່າວ ໃນບົດຄວາມນີ້ ຂ້າພະເຈົ້າ ຂໍຊີ້ແຈງເຫດຜົນທາງດ້ານກົດໝາຍ ກ່ຽວກັບສາເຫດທີ່ມີໂທດອາຍາຕິດຄຸກ ເນື່ອງຈາກການນຳໃຊ້”ແຊັກ”ທີ່ບໍ່ມີເງິນໃນບັນຊີ ແລະ ຄວນເຮັດແນວໃດເພື່ອບໍ່ໃຫ້ເກີດບັນຫາດັ່ງກ່າວ. ໃນຊີວິດປະຈຳວັນ ຖ້ານຳໃຊ້”ແຊັກ”ຢ່າງຖືກຕ້ອງ ປົກກະຕິກໍບໍ່ໄດ້ມີບັນຫາຫຍັງໃນການຊຳລະສະສາງຄ່າໃຊ້ຈ່າຍຕ່າງໆ ຕາມວົງເງິນທີ່ມີໃນບັນຊີຂອງຕົນ. ຫຼາຍກໍລະນີທີ່ມັກມີບັນຫາຖືກດຳເນີນຄະດີ, ຖືກກັກຕົວຕິດຄຸກ ແມ່ນກ່ຽວຂ້ອງກັບການນຳໃຊ້”ແຊັກ”ທີ່ບໍ່ມີເງິນໃນບັນຊີເພື່ອຄ້ຳປະກັນ ການປະຕິບັດສັນຍາໃດໜຶ່ງ. ກໍລະນີທີ່ມີບັນຫານັ້ນ ແມ່ນຂຽນສັ່ງຈ່າຍ”ແຊັກ”ເປັນເງິນສົດ ແຕ່ໃນຕົວຈິງໃນບັນຊີພັດບໍ່ມີເງິນຈຳນວນດັ່ງກ່າວ. ດ້ວຍຄວາມມັກງ່າຍ ຫຼາຍກໍລະນີ ເພື່ອໃຫ້ຝ່າຍຄູ່ຮ່ວມທຸລະກິດ ຫຼື ຝ່າຍຄູ່ສັນຍາ ເກີດມີຄວາມເຊື່ອໝັ້ນໃນການປະຕິບັດສັນຍາ ແລະ ຄິດວ່າຈະມີເງິນໃນອະນາຄົດນັ້ນ ຈິ່ງຂຽນສັ່ງຈ່າຍ”ແຊັກ”ເປັນເງິນສົດແລ້ວເອົາໄປຄ້ຳປະກັນນຳຝ່າຍກົງກັນຂ້າມ. ເມື່ອຮອດເວລາປະຕິບັດສັນຍາ ຝ່າຍທີ່ຖື”ແຊັກ”ເງິນສົດນັ້ນ ໄປຂໍຖອນເງິນຢູ່ທະນາຄານ ແຕ່ໃນບັນຊີດັ່ງກ່າວພັດບໍ່ມີເງິນພຽງພໍໃຫ້ຖອນຕາມຈຳນວນໃນໃບ”ແຊັກ”. ກໍລະນີດັ່ງກ່າວນີ້, ແມ່ນຖືວ່າຜິດຕໍ່ກັບ ມາດຕາ 33 ຂອງ ດຳລັດ ວ່າດ້ວຍ”ແຊັກ” ສະບັບເລກທີ 386/ນຍ ລົງວັນທີ 27/10/2014 ເຊິ່ງກຳນົດໄວ້ວ່າ “ຜູ້ໃດທີ່ໄດ້ສັ່ງຈ່າຍ”ແຊັກ” ໂດຍຈໍານວນເງິນໃນບັນຊີຂອງຕົນ ບໍ່ພຽງພໍບາງສ່ວນ ຫຼື ທັງໝົດກັບຈຳນວນເງິນທີ່ກຳນົດໃນໃບ”ແຊັກ” ຍົກເວັ້ນກໍລະນີ”ແຊັກ”ທີ່ໄດ້ຮັບການຢັ້ງຢືນຈາກຜູ້ອອກ”ແຊັກ” ຈະຖືກປັບໃໝຕາມຈຳນວນເງິນທີ່ໄດ້ຂຽນໃນໃບ”ແຊັກ”ນັ້ນ ແລະ ...

Read More »

ແມ່ຍິງລາວ ມີມູນເຊື້ອການເປັນຜູ້ປະກອບການ ມາດົນນານແລ້ວ.

ສໍາລັບແນວຄວາມຄິດຂອງຂ້າພະເຈົ້າແລ້ວ ແມ່ຍິງລາວເຮົາກໍມີຄວາມຮູ້; ຄວາມສາມາດບໍ່ໄດ້ ດ້ອຍໜ້າຊາດອື່ນໃນໂລກ ຖ້າວ່າມີຄວາມຕັ້ງໃຈຢາກເຮັດທຸລະກິດ ຫຼື ຖ້າຫາກມັກຮັກໃນສິ່ງໃດແລ້ວແມ່ນ ສາມາດເລີ່ມໄດ້ແຕ່ນ້ອຍເລີຍ ໂດຍສາມາດເລີ່ມແຕ່ຕອນຍັງຮຽນໜັງສືຢູ່ກະໄດ້ຖ້າຫາກແມ່ຍິງເຮົາຮູ້ຈັກ ການຊື້-ຂາຍ ທໍາມາຫາກິນຄອບຄົວກໍຈະມີຂໍ້ສະດວກ. ປັດຈຸບັບນີ້ແມ່ຍິງໄດ້ມີການສຶກສາຮຽນຮູ້ສູງໆເທົ່າທຽມເພດຊາຍມີຄວາມກ້າຫານກ້າສະແດງອອກມີຄວາມອົດທົນສາມາດເຮັດໄດ້ທຸກວຽກງານທີ່ເພດຊາຍເຮັດໄດ້ ເຊິ່ງມັນແຕກຕ່າງກັບສະໄໝກ່ອນ. ແມ່ຍິງລາວມີມູນເຊື້ອຄວາມເປັນຜູ້ປະກອບການດົນນານມາແລ້ວ ເຊິ່ງເຮົາຈະສັງເກດເຫັນວ່າຢູ່ຕາມຕະຫຼາດ ສ່ວນຫຼວງຫຼາຍຈະແມ່ນແມ່ຍິງເຮັດຄ້າຂາຍຍ່ອຍ ໂດຍໃຊ້ຄວາມອົດທົນຄວາມດຸໜັ່ນເພື່ອຫາລ້ຽງຄອບຄົວ ແລະ ເລື່ອງການບໍລິຫານການເງິນຂ້າພະເຈົ້າເຫັນວ່າແມ່ຍິງມີຄວາມລະອຽດອ່ອນທີ່ສຸດ….. ແມ່ຍິງລາວຈະກ້າວສູ່ສາກົນ ໄດ້ຕ້ອງມີປັດໃຈໃດແດ່? (ລາຍລະອຽດ ທ່ານສາມາດຊອກຕິດຕາມອ່ານວາລະສານທາເກັດ ສະບັບ 148 ເດືອນພະຈິກ 2018 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍບ່ອນສະຖານທີ່ໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) Lao women have a long tradition of operating as entrepreneurs In my opinion, Lao women ...

Read More »

ທ່ານນາງ ຈັນທະຈອນ ວົງໄຊ ແມ່ຍິງທີ່ບໍ່ຍອມທໍ້ຖອຍ ຕໍ່ອຸປະສັກ.

ທ່ານນາງ ຈັນທະຈອນ ວົງໄຊ ແມ່ຍິງທີ່ບໍ່ຍອມທໍ້ຖອຍ, ຜ່ານຜ່າອຸປະສັກນາໆປະການໃນຊີວິດການງານເຄີຍລອງຜິດລອງຖືກມາຫຼາຍຢ່າງກວ່າຈະມີວັນນີ້ ແລະ ຮຽນຮູ້ປະສົບການໃໝ່ໆຢູ່ຕະຫຼອດເວລາເພື່ອພັດທະນາຕົນເອງ ເຖິງຈະມີຫຼາຍທຸລະກິດທີ່ຮັດຕົວແຕ່ຄອບຄົວຄືສິ່ງສໍາຄັນທີ່ສຸດ ດັ່ງນັ້ນຈຶ່ງຈັດແບ່ງເວລາໃຫ້ກັບຄອບຄົວຢ່າງໜ້ອຍເດືອນລະຄັ້ງ ຫຼື ຂຶ້ນແຜນໄວ້ລ່ວງໜ້າ 3 ເດືອນຈະຕ້ອງຫາເວລາເພື່ອໃຫ້ຢູ່ພ້ອມໜ້າພ້ອມຕາເພື່ອໂອ້ລົມສັ່ງສອນລູກໆຫຼານໆປຶກສາຫາລືແກ້ໄຂບັນຫາຊ່ວຍກັນ ແລະ ຮ່ວມກິດຈະກໍາຄອບຄົວຢ່າງອົບອຸ່ນມີຄວາມສຸກ. ດັ່ງນັ້ນໃນວາລະສານສະບັບນີ້ພວກເຮົາໄດ້ຮັບກຽດການໃຫ້ສາພາດຂຶ້ນປົກຈາກທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າແລະອຸດສາຫະກໍາແຫ່ງຊາດລາວ, ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ຄະນະກໍາມະການສູນກາງແນວລາວສ້າງຊາດ, ສະມາຊິກເຄືອຂ່າຍຂອງນັກທຸລະກິດແມ່ຍິງອາຊຽນ, ຄະນະກໍາມະການແມ່ຍິງອາຊຽນຂອງສະພາການຄ້າ, ຮອງປະທານບໍລິສັດ ເຄແອນຊີ ກຣຸບ, ພັນລະຍາທ່ານ ກິດສະໜາ ວົງໄຊ ປະທານບໍລິສັດ ເຄແອນຊີ ກຣຸບ, ອະດີດປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ 4 ສະໄໝ, ອະດີດອໍານວຍການໃຫຍ່ບໍລິສັດ ເບຍລາວ ຈໍາກັດ. ປະຫວັດຫຍໍ້ໂດຍສັງເຂບ. ໃນສະໄໝເດັກນ້ອຍເຂົ້າຮຽນທີ່ປະຖົມບໍ່ໂອ ເມືອງຫາດຊາຍຟອງ, ຫຼັງຈາກນັ້ນມາຮຽນຢູ່ ໂຮງຮຽນ “ລີເຊ” ວຽງຈັນໃນປີ 1975 ໄປສຶກສາຕໍ່ທີ່ປະເທດຝຣັ່ງເສດໃນສາຂາບັນຊີເລຂານຸການ ພາຍຫຼັງຮຽນຈົບປີ 1977 ໄດ້ເດີນທາງກັບຄືນປະເທດຮ່ວມກັບຂະບວນການນັກສຶກສາກ້າວໜ້າຊຸດທໍາອິດ ຊຶ່ງພາຍຫຼັງປະເທດຊາດເຮົາທໍາການປົດປ່ອຍແລ້ວເພິ່ນມີຄວາມຕ້ອງການປັນຍາຊົນລາວຜູ້ກ້າວໜ້າຢູ່ຕ່າງປະເທດກັບຄືນເພື່ອມາພັດທະນາປະເທດຊາດ. ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນໃນກະຊວງອຸດສາຫະກໍາການຄ້າ ແລະ ພໍດີໃນເວລານັ້ນທາງບໍລິສັດເບຍລາວເພິ່ນມີຄວາມຕ້ອງການພະນັກງານບັນຊີການເງິນເປັນແມ່ຍິງ ດັ່ງນັ້ນທາງກົມອຸດສາຫະກໍາກໍໄດ້ສົ່ງໄປປະຈໍາຢູ່ເບຍລາວແຕ່ປີ 1977 ຈົນຮອດປີ 1985 ...

Read More »

ລັດຖະບານ ຈະຫຼຸດໂຄຕາລັດຖະກອນ ຈາກ 3.000 ມາເປັນ 1.500 ໃນປີໜ້າ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 20 ພະຈິກ 2018 ໂດຍໄດ້ເນັ້ນວ່າ: ລັດຖະບານ ຈະຫຼຸດໂຄຕາພະນັກງງານລັດຖະກອນໃໝ່ລົງຕື່ມ ຈາກຈຳນວນ 3.000 ໃນປີ 2018 ມາເປັນ 1.500 ສຳລັບປີ 2019, ພ້ອມທັງຕັດສິນໃຈແກ່ຍາວການເພີ່ມດັດສະນີເງິນເດືອນໃຫ້ແກ່ພະນັກງານໄວ້ເສຍກ່ອນ ໃນເງື່ອນໄຂທີ່ເຮົາມີຄວາມຫຍຸ້ງຍາກທາງດ້ານງົບປະມານປັດຈຸບັນ. “ຫວັງວ່າພະນັກງານລັດຖະກອນເຮົາ ຈະສືບຕໍ່ເສຍສະຫຼະ ແລະ ອົດທົນໄປໄລຍະໜຶ່ງກ່ອນ” ທ່ານ ນາຍົກລັດຖະມົນຕີ ກ່າວ ທີ່ມາ: ຂ່າວສານປະເທດລາວ. ຂ່າວ: ສິງຄຳ, ພາບ: ເກດສະໜາ

Read More »