ມາຮູ້ຈັກ ກັບຄຳວ່າ E-Commerce ແມ່ນຫຍັງ?

ຫຼາຍໆຄົນອາດຈະຮູ້ຈັກກັບຄຳນີ້ດີ ຫຼື ບາງຄົນກໍອາດເຄີຍໄດ້ຍິນຄົນອື່ນມັກເວົ້າເລື້ອຍໆໂດຍສະເພາະໃນເລື່ອງທຸລະກິດໃນຍຸກນີ້.  E-Commerce (Electronic Commerce) ຫຼື ການຄ້າ ອີເລັກໂຕຣນິກ ໝາຍເຖິງການເຮັດທຸລະກິດທີ່ຜ່ານສື່ອີເລັກໂຕຣນິກ  ເພື່ອໃຫ້ບັນລຸເປົ້າໝາຍທາງທຸລະກິດທີ່ອົງກອນໄດ້ຕັ້ງເປົ້າໝາຍໄວ້ ເຊັ່ນ: ການຊື້ຂາຍສິນຄ້າ ແລະ ການບໍລິການ, ການໂອນເງິນ ທາງອີເລັກໂຕຣນິກ, ການໂຄສະນາຜ່ານສື່ອີເລັກໂຕຣນິກ ບໍ່ວ່າຈະເປັນ ໂທລະພາບ, ວິທະຍຸ ແລະ ທາງອິນເຕີ້ເນັດ ເປັນຕົ້ນ….

ຈຸດເດັ່ນຂອງ E-Commerce ຄື ຊ່ວຍຫຼຸດຄ່າໃຊ້ຈ່າຍ ແລະ ເພີ່ມປະສິດທິພາບຂອງການດຳເນີນທຸລະກິດ. ໂດຍຊ່ວຍຫຼຸດບົດບາດຂອງອົງປະກອບທາງທຸລະກິດລົງໄດ້ເຊັ່ນ: ສະຖານທີຕັ້ງ,  ສາງເກັບສິນຄ້າ, ຮ້ານຄ້າ ລວມເຖິງພະນັກງານຂາຍ, ພະນັກງານຕ້ອນຮັບ ເປັນຕົ້ນ…. ຈຶ່ງຫຼຸດຂໍ້ຈຳກັດຂອງໄລຍະທາງ ແລະ ເວລາລົງໄດ້ ຈຶ່ງບໍ່ກໍໃຫ້ເກີດເປັນອຸປະສັກຕໍ່ທຸລະກິດໄຮ້ພົມແດນອີກຕໍ່ໄປ.

E-Commerce ຊ່ວຍອຳນວຍຄວາມສະດວກໃຫ້ນັກທຸລະກິດໄດ້ຫຼາຍດ້ານດັ່ງນີ້:

1. ເຮັດວຽກແທນພະນັກງານຂາຍໄດ້ ໂດຍສາມາດເຮັດການຄ້າແບບອັດຕະໂນມັດ ໄດ້ຢ່າງວ່ອງໄວ.

2. ເຮັດໃຫ້ເປີດໜ້າຮ້ານຂາຍເຄື່ອງ ໃຫ້ຄົນທົ່ວໂລກໄດ້ ແລະ ສາມາດເປີດຂາຍໄດ້ທຸກມື້ຕະຫຼອດ 24​ ຊົ່ວໂມງ ໂດຍບໍ່ມີເວລາປິດ ເຊັ່ນ: ການຂາຍໂດຍໃຊ້ລະບົບ Shopping Cart ເຮັດໃຫ້ລູກຄ້າສາມາດສັ່ງຊື້ສິນຄ້າໄດ້ຕະຫຼອດເວລາຜ່ານເວັບໄຊ.

3. ສາມາດເກັບເງິນປາຍທາງ ຫຼື ໂອນເງິນຄ່າສິນຄ້າເຂົ້າບັນຊີ ໄດ້ຕະຫຼອດ 24 ຊົ່ວໂມງ

4. ເຮັດໃຫ້ປະຢັດຄ່າໃຊ້ຈ່າຍ ໃນການຈັດພິມແຄັດຕາລ໋ອກ (ປຶ້ມຂາຍເຄື່ອງ) ອອກມາເປັນຫົວໄດ້ອີກ ແລະ ບໍ່ຕ້ອງມາເສຍເງິນ ແລະ ເວລາໃນການຈັດສົ່ງໃຫ້ລູກຄ້າທາງໄປສະນີອີກ.

5. ສາມາດເປັນໄດ້ທັງໜ້າຮ້ານ (Showroom) ຫຼືບູດວາງສະແດງສິນຄ້າ (Booth)  ທີ່ມີຄົນທົ່ວໂລກເຫັນ ບໍ່ຕ້ອງເສຍເງິນ ເສຍເວລາ ໄປອອກງານວາງສະແດງໃນຕ່າງປະເທດ.

6. ສາມາດມາເພີ່ມປະສິດທິພາບ ການບໍລິຫານທຸລະກິດ ພາຍໃນອົງກອນເຮົາໄດ້ອີກ.

ປະເພດຂອງ E-Commerce

1. ການເຮັດການຄ້າລະຫວ່າງ Customer ກັບ Business  ເຊັ່ນ: ລູກຄ້າຕ້ອງການຊື້ປຶ້ມກັບຮ້ານຄ້າ.

2. ການເຮັດການຄ້າລະຫວ່າງ Business ກັບ Business ເຊັ່ນ: ຮ້ານຂາຍປຶ້ມ ຕ້ອງການສັ່ງປຶ້ມກັບໂຮງພີມ.

3. ການເຮັດການຄ້າ ລະຫວ່າງ Business  ກັບ Customer ເຊັ່ນ: ໂຮງພີມຕ້ອງການຊື້ຕົ້ນສະບັບຈາກຜູ້ຂຽນ.

4. ການເຮັດຫານຄ້າລະຫວ່າງ Customer ກັບ   Customer ເຊັ່ນ: ຜູ້ບໍລິໂພກຕ້ອງການຂາຍລົດຂອງຕົນໃຫ້ກັບຜູ້ບໍລິໂພກທ່ານທີ່ສົນໃຈ.

ຂໍ້ດີ:

1. ເປີດດຳເນີນການຄ້າຂາຍໄດ້ 24 ຊົ່ວໂມງ

2. ເຮັດການຄ້າໄດ້ໂດຍບໍ່ມີພົມແດນ ກໍຄືທົ່ວໂລກ

3. ໃຊ້ງົບປະມານລົງທຶນໜ້ອຍ

4. ຕັດບັນຫາດ້ານການເດີນທາງ

5. ງ່າຍຕໍ່ການປະຊາສຳພັນໂດຍ ສາມາດປະຊາສຳພັນໄດ້ທົ່ວໂລກ

ຂໍ້ເສຍ:

1. ຕ້ອງມີລະບົບຮັກສາຄວາມປອດໄພທີ່ມີປະສິດທິພາບ

2. ຈຳເປັນຕ້ອງມີກົດໝາຍຮອງຮັບທີ່ມີປະສິດທິພາບ

3. ການດຳເນີນການດ້ານພາສີຕ້ອງຊັດເຈນ

4. ຜູ້ຊື້ ແລະ ຜູ້ຂາຍຈຳເປັນຕ້ອງມີຄວາມຮູ້ພື້ນຖານໃນເຕັກໂນໂລຊີທາງອິນເຕີເນັດ.

ຂໍ້ມູນຈາກ:

http://www.ohocode.com
http://blog.eduzones.com

Home

Comments