Author Archives: Targetlaos Editor

ເຊີນຊວນ!!! ທຸກທ່ານ ສົ່ງຮູບຖ່າຍປະກວດ ຊິງລາງວັນ ຈາກ UN Women ປະຈຳລາວ

UN Women ປະຈຳລາວ ໄດ້ຈັດການປະກວດຮູບຖ່າຍ ເນື່ອງໃນໂອກາດວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ພາຍໃຕ້ຫົວຂໍ້: ບໍ່ປະປ່ອຍໃຫ້ຜູ້ໃດໄວ້ຂ້າງຫຼັງ ຮ່ວມກັບອົງການສະຫະປະຊາຊາດ UNFPA, GDA, UNODC ແລະ ILO,ໂດຍມີວັດຖຸປະສົງເພື່ອສ້າງຈິດສຳນຶກໃນທົ່ວສັງຄົມ ໃຫ້ດຳເນີນການປ້ອງກັນ ແລະ ຍຸຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນທົ່ວປະເທດລາວ. ວິທີສົ່ງຮູບ ຜູ້ເຂົ້າຮ່ວມສາມາດສົ່ງພາບຖ່າຍຂອງຕົນເອງເຂົ້າມາປະກວດ ໄດ້ທີ່ E-mail: [email protected] ກຳນົດສົ່ງວັນທີ 10 ທັນວາ 2018 ເວລາ 12:00 AM ການແຂ່ງຂັນນີ້ແມ່ນເປີດໂອກາດໃຫ້ທຸກຄົນທີ່ອາໄສຢູ່ໃນ ສປປ ລາວ ຢ່າງຖືກກົດໝາຍ ໂດຍບໍ່ຈຳກັດອາຍຸ. ລາງວັນຊະນະເລີດ ເງິນສົດ ແລະ ບັດຂອງຂວັນລາງວັນ,  ມີ 4 ລາງວັນຄື:  1,2,3 ແລະ ລາງວັນຂວັນໃຈມະຫາຊົນ. UN Women Laos launches the #EVAWLaos2018: Leave No One Behind photo contest ? ...

Read More »

ທ່ານຕ້ອງການຮຽນຮູ້ເຕັກນິກເຮັດໃຫ້ Facebook live ປະສົບຜົນສຳເລັດບໍ່ ? ອ່ານດ່ວນ…..

ຂ່າວດີ !!! ເຂົ້າຮ່ວມໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ ແຕ່ຕ້ອງລົງທະບຽນກ່ອນ ກັບງານ ວັນດິຈິຕອລ ຫົວຂໍ້ການບັນຍາຍແມ່ນ:​ ສ້າງຄວາມເປັນທີ່ນິຍົມ ທາງສື່ສັງຄົມອອນລາຍ ວັນດິຈີຕອລ : ເວີກຊ໋ອບ ກ່ຽວກັບ Facebook live ທີ່ສະຖາບັນຝຣັ່ງ ປະຈຳ ລາວ ທ່ານຕ້ອງການຮຽນຮູ້ເຕັກນິກເຮັດໃຫ້ Facebook live ປະສົບຜົນສຳເລັດ ບໍ່ ? ຂໍເຊີນຊວນທູກທ່ານເຂົ້າຮ່ວມເວີກຊ໋ອບໂດຍບໍ່ໄດ້ເສຍຄ່າ (ເປັນພາສາລາວ) ທີ່ຈະມາບອກເຄັດລັບວ່າເຮັດແນວໃດໃຫ້ Facebook live ປະສົບຜົນສຳເລັດ, ໃນວັນສຸກ ທີ 30 ພະຈິກ ທີ່ຈະມາເຖິງນີ້, ທີ່ ສະຖາບັນຝຣັ່ງ, ເລີ່ມເວລາ 13:30 – 17:00 ໂມງ. ລະວັງ, ບ່ອນນັ່ງມີຈຳນວນຈຳກັດ, ຮັບພຽງແຕ່ 15 ຄົນທຳອິດທີ່ລົງທະບຽນກ່ອນລ່ວງໜ້າເທົ່ານັ້ນ (ລົງທະບຽນອອນລາຍຕາມລິ່ງຂ້າງລຸ່ມນີ້) ການຈັດງານໃນຄັ້ງນີ້ແມ່ນໝາກຜົນຂອງການຮ່ວມມືກັນ ລະຫວ່າງ ສະຖາບັນຝຣັ່ງ ປະຈຳ ລາວ, ສະຖານທູດຝຣັ່ງ, ສະຖານທູດອາເມຣິກາ ແລະ ສະຖານີວິທະຍຸກະຈາຍສຽງຊາວໜຸ່ມລາວສິນໄຊຍຸກໃໝ່. ລົງທະບຽນອອນລາຍ : https://goo.gl/forms/x0hyq3FLzBiTD96M2 ...

Read More »

ທຸລະກິດ ກະຕ່າຂອງຂວັນ ອອນໄລ໌ ເໝາະກັບພຶດຕິກຳຂອງຄົນຍຸກນີ້.

ເປັນ ໄອເດຍທີ່ດີ ຂອງທຸລະກິດ ກະຕ່າຂອງຂວັນ ເໝາະກັບຄົນຍຸກໃໝ່  ທີ່ມີພຶດຕິກຳທີ່ປ່ຽນແປງໄປຕາມຍຸກຕາມສະໄໝ. ໄລຍະນີ້ ເປັນໄລຍະໃກ້ຈະຮອດເທສະການ ງານສຳຄັນແຫ່ງຄວາມສຸກຕ່າງໆ ບໍ່ວ່າຈະເປັນງານປີໃໝ່ ວັນຄົບຮອບແຕ່ງງານ ຫຼື ວັນສຳຄັນອື່ນໆ ເຊື່ອວ່າຫຼາຍໆຄົນເລີ່ມຊອກຫາຂອງຂວັນພິເສດໃຫ້ກັບຄົນສຳຄັນໃນງານສຳຄັນຕ່າງໆ ແມ່ນບໍ່? ສະນັ້ນ, ມື້ນີ້ທາງທາເກັດ ໄດ້ເຫັນ ໄອເດຍ ການເຮັດທຸລະກິດ ກະຕ່າຂອງຂວັນ ຮູບແບບໃໝ່ຂອງ WISH ໜຶ່ງໃນການບໍລິການກະຕ່າຂອງຂວັນທຸກຮູບແບບ (Gift Delivery Service) ມານຳສະເໝີໃຫ້ທຸກຄົນໄດ້ຮຸ້ຈັກ ໂດຍສະເພາະຄົນທີ່ມີທຸລະກິດດ້ານນີ້ ຫຼື ກຳລັງຄິດຈະເຮັດທຸລະກິດນີ້ ໄດ້ມີໄອເດຍໃໝ່ໆ  ມາປັບໃຊ້ໃຫ້ທັນຍຸກຂຶ້ນ. ໃນຍຸກປັດຈຸບັນນີ້ ເທຣນການໃຫ້ຂອງຂວັນກຳລັງມາແຮງເນື່ອງຈາກຄົນຢາກໄດ້ຂອງຂວັນຫຼາຍຂຶ້ນ ແມ່ນໃຜແດ່ທີ່ຈະບໍ່ຢາກໄດ້ຂອງຂວັນແທນຄວາມຮູ້ສຶກທາງໃຈ ບວກກັບໃນປັດຈຸບັນຄົນ ແມ່ນເຫັນຄວາມສຳຄັນຂອງການມອບຂອງຂວັນໃຫ້ກັນຫຼາຍຂຶ້ນ ເພາະທຸກມື້ນີ້ເປັນສັງຄົມອອນໄລ໌ ເຮັດໃຫ້ເຮົາຮູ້ຫຼາຍຂຶ້ນວ່າ ຫມູ່ເພື່ອນ ຫຼື ຄົນໃກ້ຊິດ ຮັກແພງ ຂອງເຮົາມີວັນສຳຄັນມື້ໃດ… ສອດຄ່ອງກັບຕະຫຼາດຂອງຂວັນທຸກມື້ນີ້ການຂະຫຍາຍຕົວຂຶ້ນທຸກໆປີ ສົ່ງຜົນໃຫ້ທຸລະກິດຂອງຂວັນຕ່າງໆ ເລີ່ມຂະຫຍາຍຕົວເອງອອກຈາກອ໊ອບໄລ໌ ສູ່ ອອນໄລ໌ຫຼາຍຂຶ້ນ ເຮັດໃຫ້ລູກຄ້າສະດວກສະບາຍຂຶ້ນກວ່າເກົ່າ ແບບບໍ່ຕ້ອງມາຫາຢູ່ຮ້ານກໍສາມາດຈັດສົ່ງກະຕ່າຂອງຂວັນໄດ້ຕາມໃຈ ແຕ່ຖ້າເບິ່ງໃນອີກແງ່ມູມໜຶ່ງ ຖ້າຫາກເຮົາໄດ້ຮັບ ກະຕ່າ ຂອງຂວັນຫຼາຍກະຕ່າ ກໍອາດຈະເຮັດໃຫ້ຫົກເຮືອນບໍ່ມີບ່ອນເກັບ ກາຍເປັນຂີ້ເຫຍື່ອໄດ້  ເພາະວ່າບາງອັນຂາຍຕໍ່ບໍ່ໄດ້ກະບໍ່ຮູ້ຈະນຳໄປເຮັດຫຍັງຕໍ່. ແຕ່ຈະດີກວ່າ ຖ້າກະຕ່າ ...

Read More »

ເປັນຫຍັງ? EQ ຈຶ່ງສຳຄັນໃນການເຮັດວຽກ

ຄວາມສະຫຼາດທາງດ້ານອາລົມ ຫຼື EQ ນັ້ນ ຖືວ່າ ເປັນພື້ນຖານຂອງຄວາມສຳເລັດ ຖ້າຢາກໃຫ້ຕົວເອງ ຫຼື ທີມງານຂອງທ່ານ ປະສົບຄວາມສຳເລັດ ໃນໜ້າທີ່ວຽກງານ ຫຼື ທຸລະກິດ ທ່ານຕ້ອງຫັນມາໃສ່ໃຈ ແລະ ພັດທະນາດ້ານ EQ ໃຫ້ຫຼາຍຂຶ້ນ. ເມື່ອຖາມວ່າ ເປັນຫຍັງ? EQ ຈຶ່ງສຳຄັນໃນການເຮັດວຽກ ເຮົາມີຄຳຕອບລຸ່ມນີ້ ເຊິ່ງໂດຍລວມແມ່ນສົ່ງຜົນຕໍ່ໃນການເຮັດວຽກ ແລະ ການໃຊ້ຊີວິດປະຈຳວັນ. ເປັນພື້ນຖານຂອງຄວາມສຳເລັດ ຄົນທີ່ມີ EQ ສູງນັ້ນສາມາດຫາເງິນໄດ້ຫຼາຍກວ່າຄົນທີ່ມີ EQ ຕໍ່າ ໂດຍສະເລ່ຍຈະມີລາຍໄດ້ຢູ່ທີ່ 29.000 ໂດລາສະຫະລັດປີ. ຄົນທີ່ມີ EQ ສູງຈະສາມາດຫຼຸດອັດຕາການເກີດອຸບັດຕິເຫດຈາກການເຮັດວຽກທີ່ເຮັດໃຫ້ເຖິງຂັ້ນຕ້ອງຢຸດເຮັດວຽກ ຫຼື Lost-Time Accident ໄດ້ເຖິງ 50% ແລະ ຫຼຸດການຮ້ອງທຸກກັບອົງກອນໄດ້ເຖິງ 15%ຕໍ່ປີ. ລູກນ້ອງສ່ວນຫຼາຍຈະບໍ່ມັກລາອອກ ຖ້າຫາກຫົວໜ້າມີ EQ ສູງ ຄົນທີ່ມີ EQ ສູງຈະສາມາດເຮັດກໍາໄລລາຍປີໃຫ້ກັບບໍລິສັດເພີ່ມຂຶ້ນ 22% 90% ຂອງຄົນເຮັດວຽກໃນທົ່ວໂລກທີ່ມີຕໍາແໜ່ງສູງຈະມີ EQ ທີ່ສູງ. ຄົນແບບໃດ? ທີ່ມີຄວາມສະຫຼາດທາງດ້ານອາລົມ ຫຼື EQ ຄິດບວກ ...

Read More »

ສານທ່ານນາຍົກ ໃນໂອກາດວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ

ມື້ນີ້ປວງຊົນລາວທັງຊາດ ແລະ ວົງຄະນະຍາດສາກົນ ໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງຂະບວນການສະເຫຼີມສະຫຼອງ ວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຊຶ່ງເປັນວັນຫນຶ່ງທີ່ມີຄວາມໝາຍສໍາຄັນສໍາລັບບັນດາປະຊາຊາດໃນທົ່ວໂລກ ໂດຍໄດ້ເລີ່ມມີການ ສະເຫຼີມສະຫຼອງນັບແຕ່ປີ 1991 ເປັນຕົ້ນມາ ອັນມີຈຸດປະສົງເພື່ອປູກຈິດສໍານຶກ, ສົ່ງເສີມການຕ້ານ, ສະກັດກັ້ນ ແລະ ການລຶບລ້າງການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ແມ່ຍິງ ແລະ ເດັກຍິງ ທັງຍັງເປັນວັນລະນຶກເຖິງຂະບວນການເຄື່ອນໄຫວຕໍ່ສູ້ເພື່ອເຮັດໃຫ້ສິດທິອັນເປັນພື້ນຖານ ກໍຄືກຽດສັກສີ ຂອງແມ່ຍິງ ແລະ ເດັກຍິງໃນທົ່ວໂລກ ໄດ້ຮັບການປົກປ້ອງ. ການສະເຫຼີມສະຫຼອງ ວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງສໍາລັບປີ 2018 ນີ້ ແມ່ນຈະເລີ່ມແຕ່ວັນທີ 25 ພະຈິກ ຈົນຮອດ ວັນທີ 10 ທັນວາ, ພາຍໃຕ້ຫົວຂໍ້ “Hear Me Too” ຊຶ່ງມີຄວາມໝາຍວ່າ “ຮັບຟັງຂ້ອຍແນ່”. ຫົວຂໍ້ດັ່ງກ່າວນີ້, ເຖິງວ່າເປັນຄໍາເວົ້າສັ້ນໆ ແຕ່ກໍມີຄວາມໝາຍເລິກເຊິ່ງທີ່ສື່ສານເຖີງຄວາມຕ້ອງການຂອງ ແມ່ຍິງ ແລະ ເດັກຍິງ ທີ່ເປັນຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຢູ່ໃນຄອບຄົວ ກໍຄື ໃນສັງຄົມ. ອີງຕາມສະຖິຕິຈາກອົງການອະນາໄມໂລກ, ປັດຈຸບັນນີ້ 1 ໃນ 3 ຂອງແມ່ຍິງ ຫຼື  ...

Read More »

ທຶນການສຶກສາ ຈາກລັດຖະບານ ຮົງກາຣີ ທຶນ Stipendium Hungaricum 2019

ເປີດຮັບສະໝັກແລ້ວ !!! ?? ?? ?? ທຶນການສຶກສາ ຈາກລັດຖະບານ ຮົງກາຣີ ທຶນ Stipendium Hungaricum 2019 ເປີດໃຫ້ທ່ານໄດ້ສະຫມັກ ແລ້ວ ! ລາຍລະອຽດ ແລະ ວິທີການສະຫມັກ ອ່ານຕື່ມໄດ້ທີ່: http://studyinhungary.hu/…/call-for-applications-2019-2020.… ປິດຮັບສະໝັກ: 15/01/2019 Great news for those who want to apply for the next round of STIPENDIUM HUNGARICUM scholarship programme! ? CALL FOR APPLICATIONS 2019/2020 ‼️ deadline for applications is 15 January 2019.‼️ Detailed information about the application process is available ...

Read More »

ຍີ່ປຸ່ນ!!! ມີຕູ້ ATM ທີ່ມີ AI ຊ່ວຍເຕືອນ ກວດຄົນທີ່ບໍ່ປະຕິບັດຕາມຂໍ້ຫ້າມຂອງການໃຊ້ບໍລິການ…..

ໃນປະເທດຍີ່ປຸ່ນ ນັບວ່າເປັນປະເທດທີ່ມີນະວັດຕະກຳລໍ້າໜ້າໄປອີກປະເທດໜຶ່ງຂອງໂລກແລ້ວ. ແຕ່ກໍຍັງລໍ້າໜ້າທັນສະໄໝໄປອີກ ເມືອບໍ່ດົນມານີ້ ກໍເລີ່ມມີຕູ້ ATM ທີ່ມີ AI ດ້ວຍ ຈະມີກ້ອງໃນຕູ້ສົ່ງຮູບພາບໄປໃຫ້ AI ປະມວນຜົນຫຼອດເວລາ ເຊິ່ງຈະຊ່ວຍເຮັດໜ້າທີ່ຫຼາຍຢ່າງຄື: ເຕືອນໃຫ້ປົດໝວກ, ປົດແວ່ນຕາ ແລະ ຜ້າມຸບປາກອອກ  ຖ້າບໍ່ປະຕິບັດຕາມຄຳສັ່ງ ຕູ້ຈະໃຊ້ການບໍ່ໄດ້  ຫຼື ຄົນທີ່ມັກກົດຕູ້ໄປນຳ ລົມໂທລະສັບໄປນຳ ກໍຈະມີການເຕືອນຢູ່ໜ້າຈໍຕູ້ ໃຫ້ລະວັງໂອນເງິນໃຫ້ກັບແກ້ງຄໍລັບຊັນ ແລະ ໃນອະນາຄົດອາດສາມາດກວດສອບຜູ້ຕອງສົງໃສ ເປັນໂຈນ ແລະ ມີການສົ່ງໃບໜ້າໄປທຽບອອນໄລ໌ກັບຖານຂໍ້ມູນອາດຊະຍາກອນ ແລ້ວແຈ້ງຕຳຫຼວດທັນທີ່ຖ້າພົບຜູ້ຕ້ອງສົງໃສ . ດັ່ງນັ້ນ,  ຜູ້ຜະລິດຄື ບໍລິສັດ Hitachi-Omron Terminal Solutions Corp ໃນເມືອງ ນາໂງຍ່າ ເຊິ່ງພ້ອມຈະຂາຍຕູ້ ແລະ ລະບົບໃຫ້ທະນາຄານຕ່າງໆຕໍ່ໄປອີກ. ຖ້າມີຕູ້ແບບນີ້ ຢູ່ບ້ານເຮົາກໍຄືຈະດີ ເພາະສັງເກດເຫັນຫຼາຍໆຕູ້  ATM  ໃນບ້ານເຮົາ ມີຄົນມັກງ່າຍ ບໍ່ປົດໝວກກັນນ໋ອກ, ຜ້າມຸບປາກ ແລະ ແວ່ນຕາ ເລື້ອຍໆ ເປັນເຫດໃຫ້ມີໂຈນງັດຕູ້ໄດ້  ອີກຢ່າງກໍຈະມາຊ່ວຍເລື່ອງຄວາມປອດໄພ ກວດສົງໃສວ່າແມ່ນໂຈນໄດ້ອີກ. ຂໍ້ມູນຈາກ:   japantoday.com/category/crime/japan’s-1st-ai-powered-atm-developed-to-combat-money-transfer-fraud ຮູບພາບ: bloomberg.com/news/articles/2017-06-28/macau-atms-need-face-time-before-payout-to-help-follow-the-money

Read More »

ສະຖານທູດຈີນ ມອບທຶນການສຶກສາ 25 ທຶນ ໃຫ້ກັບນັກສຶກສາລາວ

ໃນວັນທີ 22 ພະຈິກ 2018, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ມອບທຶນການສຶກສາ 25 ທຶນ ມູນຄ່າ 25.000 ໂດລາສະຫະລັດ ໃຫ້ນັກສຶກສາມະຫາວິທະຍາໄລແຫ່ງຊາດ ປີ 1 ຈຳນວນ 25 ຄົນ, ຜູ້ທີ່ມີຜົນການຮຽນລະດັບເກັ່ງ, ມີການປະພຶດດີ, ຖານະຄອບຄົວທຸກຍາກ ແລະ ມາຈາກຕ່າງແຂວງ. ພິທີມອບທຶນດັ່ງກ່າວ, ໄດ້ຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ ມອບໂດຍ ທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ກ່າວຮັບ ຕ່າງໜ້ານັກສຶກສາ, ໂດຍ ທ່ານ ສົມສີ ຍໍພັນໄຊ ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາຄະນະບໍດີ, ຄູອາຈານ ແລະ ພະນັກງງານວິຊາການ ທັງສອງຝ່າຍເຂົ້າຮ່ວມ. ສຳລັບປີນີ້, ມີຜູ້ສະໝັກທຶນທັງໝົດ 124 ຄົນ, ຄັດເລືອກເຂົ້າສຳພາດ 35 ຄົນ ແລະ ເອົາພຽງ 25 ...

Read More »

ໂພສເຕືອນ!!! ສະຕິທຸກຄົນ ໃຫ້ກວດສອບເງິນທຸກຄັ້ງ ກ່ອນອອກຈາກທະນາຄານ

ຈາກກໍລະນີ ມີຜູ້ໃຊ້ເຟສບຸກ ຊື່ Plily Phommavixay Sourivong ໄດ້ ແຊຣ໌ປະສົບການ ແລະ ເລົ່າເຫດການເຕືອນທຸກໆຄົນທີ່ຈະໄປໃຊ້ບໍລິການກັບທະນາຄານທຸກຄັ້ງ ບໍ່ວ່າຈະເປັນໂອນເງິນ, ປ່ຽນເງິນ ໃຫ້ກວດສອບເງິນຕົນເອງທຸກຄັ້ງກ່ອນອອກຈາກທະນາຄານ ໂດຍສະເພາະແມ່ນເງິນຕາຕ່າງປະເທດວ່າມີຕຳນິ.  ບໍ່ສະນັ້ນຈະບໍ່ໂຊກດີ ແລະ ອາດເຮັດໃຫ້ເສຍເງິນ, ເສຍເວລາ ແລະ ເສຍອາລົມຄືກັບລາວ, ເຫດການນີ້, ຍັງເປັນສຽງພິພາກວິຈານຕ່າງໆນາໆ ເພາະມີຫຼາຍໆຄົນຖືກກັບຕົນເອງມາແລ້ວ ແຕ່ກໍຍັງບໍ່ເຂົ້າໃຈກັບ ລະບຽບຂອງທະນາຄານ ດັ່ງນັ້ນ, ທາງທະນາຄານ ຫຼື ພາກສ່ວນກ່ຽວຂ້ອງ ຄວນອອກມາຊີ້ແຈງ ແລະ ອະທີບາຍກ່ຽວກັບເລື່ອງນີ້ເພື່ອໃຫ້ສັງຄົມໄດ້ເຂົ້າໃຈຖືກ ແລະ ບໍ່ເຂົ້າໃຈຜິດໄປຕ່າງໆນາໆ ເຖິງການແລກປ່ຽນເງິນຕາ ແລະ ເງິນທີ່່ມີກາຈໍ້າ ແຕ່ທະນາຄານບໍ່ຮັບຄືນ ແລະ ວ່າໃຊ້ບໍ່ໄດ້.  ເນື້ອໃນມີຢູ່ວ່າ: ຂໍແຊໃຫ້ເຂົ້າໃຈແລະຮັບຮູ້ເລື່ອງຮັບເງີນໂດລາຈາກໃຜກໍ່ຕາມ ຖອນເງີນໂດລາຢູ່ຕາມທະນາຄານຕ່າງໆ ກະໃນນາມປະຊາຊົນຄົນທຳມະດາຄົນຫນື່ງທີ່ເປັນພົນລະເມືອງລາວເນາະມີເລື່ອງມາເລົ່າ ຕອນເລົ່າກະໃຈເຢັນລົງແດ່ແລ້ວ ເລື່ອງມີຢູ່ວ່າມື້ວານນີ້ວັນທີ່ 20/11/2018 ໄດ້ໄປຖອນເງີນນຳທະນາຄານຊື່ດັງໆໆຂອງລາວສາຂາໄຊເສດຖາຈຳນວນນື່ງ ເພື່ອໄປສຳລະວຽກ, ຕໍ່ມາມື້ນີ້ວັນທີ່21/11/2018 ໄດ້ໄປສຳລະເງີນແຕ່ບ່ອນນັ້ນເພີ່ນບໍ່ຮັບເພາະເງີນມີຕຳນິກາຈຳ້ຄືດັງໃນພາບ ເພີ່ນແນະນຳໃຫ້ຂ້ອຍກັບໄປປ່ຽນຄືນບ່ອນທີ່ຖອນມາ ຂ້ອຍກະໄດ້ກັບໄປແລະກໍ່ສອບຖາມນຳຄົນທີ່ເອົາເງີນຖອນໃຫ້ວານນີ້ ຂ້ອຍ: ມາຖອນເງີນນຳເຈົ້າວານນີ້ລະມີ4ໃບໃຊ້ບໍ່ໄດ້ ສາວທະນາຄານ: ຈື່ເຈົ້າໄດ້ແຕ່ຂ້ອຍບໍ່ໄດ້ເອົາໃບແບບນີ້ໃຫ້ ເພາະທາງເຮົາໄດ້ໃຈ້ແຍກອອກຫມົດແລ້ວຈະບໍ່ເອົາອອກໃຫ້ລູກຄ້າເດັດຂາດ ( ຫົວມືງຫັ້ນລະເອົາໃຫ້ກູ ...

Read More »

Richard Branson ເຊື່ອວ່າ ຄວາມສຳເລັດຄືການເຮັດວຽກພຽງ 3 ມື້/ອາທິດ

Richard Branson ມະຫະເສດຖີລະດັບໂລກ ຜູ້ຜັກດັນທຸລະກິດດ້ວຍແນວຄວາມຄິດການເຮັດວຽກທີ່ມີຄວາມລະອຽດອ່ອນ ເຖິງແມ່ນວ່າ ເຕັກໂນໂລຊີຈະມີຄວາມທັນສະໄໝ ກໍບໍ່ມີເຫດຜົນ ທີ່ຕ້ອງໃຫ້ມະນຸດເຮັດວຽກໜ້ອຍລົງ  ຫຼື ຫຼາຍກວ່າເກົ່າ. Richard Branson ຂຽນໃນປຶ້ມ “The Virgin Way: If It’s Not Fun, It’s Not Worth Doing ເຊິ່ງເປັນໜັງສືທີ່ຂາຍດີທີ່ສຸດໃນຕ່າງປະເທດ ເນື້ອໃນກ່າວວ່າ ການເຮັດວຽກໜັກ  ຄື ກະແຈສຳຄັນຂອງຄວາມສຳເລັດ ແຕ່ທ່ານກໍຕ້ອງມີຄວາມມ່ວນຊື່ນ, ມີຄວາມສຸກ ໄປກັບການເຮັດວຽກ ເພາະນີ້ຄືສິ່ງສຳຄັນທີ່ສຸດ ແລະ ເປັນສ່ວນປະກອບທີ່ຈະເຮັດໃຫ້ທຸລະກິດປະສົບຄວາມສຳເລັດໄດ້ໃນອະນາຄົດ. ຫຼາຍໆຄັ້ງ Richard Branson ມັກຈະໃຫ້ຄວາມສຳຄັນກັບການພັກຜ່ອນ ກັບຄອບຄົວ ເພື່ອເປັນການສາກແບັດເຕີລີ ເພີ່ມພະລັງງານໃຫ້ກັບຕົນເອງ ລວມເຖິງຍັງເຊື່ອວ່າ ຄວາມພິຖີພິຖັນ ລະອຽດອ່ອນໃນການເຮັດວຽກ ໂດຍອະນຸຍາດໃຫ້ພະນັກງານຫາຄວາມສົມດຸນລະຫວ່າງການເຮັດວຽກ ແລະ ການໃຊ້ຊີວິດສ່ວນຕົວ ເຊິ່ງຄວາມສົມດຸນເຫຼົ່ານີ້ຈະກາຍເປັນຄວາມສຸກຂອງຊີວິດທີ່ຈະເກີດປະສິດທິພາບທີ່ດີຕໍ່ອົງກອນໃນທີ່ສຸດ. ບໍລິສັດ ຂອງ Richard Branson ຍັງສະເໜີທາງເລືອກໃຫ້ກັບພະນັກງານສາມາດເຮັດວຽກນອກສະຖານທີ່ ຫຼື ເຮັດວຽກຢູ່ບ້ານກໍໄດ້. ເຊິ່ງເຂົາໃຫ້ເຫດຜົນວ່າ ມັນເປັນເລື່ອງງ່າຍທີ່ທ່ານຈະດຶງສັກກະຍະພາບລະດັບສູງຂອງພະນັກງານອອກມາ ຂໍພຽງແຕ່ເປີດກວ້າງ ແລະ  ມີຄວາມລະອຽດອ່ອນ ...

Read More »