ໃນວັນທີ 16 ພະຈິກ 2018 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ມີຫຼາຍພາກສ່ວນສະໜັບສະໜູນຮ່ວມລະດົມທຶນ ເພື່ອປະກອບສ່ວນເຂົ້າໃນງານ ສະເຫຼີມສະຫຼອງ ວັນສ້າງຕັັ້ງເມືອງວຽງໄຊ ຄົບຮອບ 50 ປີ.
ໃນນີ້ປະກອບມີ: ລັດວິສາຫະກິດໄຟຟ້າລາວ 30 ລ້ານກີບ, ບໍລິສັດໄຟຟ້າລາວ ມະຫາຊົນ 30 ລ້ານກີບ, ບໍລິສັດ VASE 20 ລ້ານກີບ, ບໍລິສັດ ພະລັງງານແສງຕາເວັນ 10 ລ້ານກີບ, ບໍລິສັດ ພະລັງງານນ້ຳພູນ 10 ລ້ານກີບ, ບໍລິສັດພະລັງງານ ນ້ຳບີ 10 ລ້ານກີບ, ບໍລິສັດ ກີວີເພ 10 ລ້ານກີບ, ກຸ່ມບໍລິສັດ ອອສລາວ 10 ລ້ານກີບ, ບໍລິສັດ ເອລເອັສ ໂຮຣິຊັນ ລາວ ໂຊນ 10 ລ້ານກີບ, ບໍລິສັດ ອື່ນໆອີກຫຼາຍກວ່າ 10 ບໍລິສັດ ໄດ້ໃຫ້ການສະໜັບສະໜູນລວມເປັນເງິນສົດຈຳນວນ 150 ລ້ານກວ່າກີບຕາງໜ້າຮັບເງິນລະດົມຄັ້ງນີ້ ໂດຍທ່ານ ເພັດ ພົມພິພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນດັ່ງກ່າວ, ທີ່ໄດ້ນຳເອົາເງິນຈຳນວນດັ່ງກ່າວ ທີ່ໄດ້ມາຈາກການລະດົມທຶນ ເພື່ອປະກອບສ່ວນໃນການສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ເຊິ່ງເປັນການປະກອບອັນສ່ວນສຳຄັນ ເຂົ້າໃນຈັດກິດຈະກຳຕ່າງໆ ໃນຄັ້ງນີ້ໃຫ້ຟົດຟື້ນຄຶກຄື້ນ ແລະ ມີຜົນສຳເລັດຈົບງາມ.
ຂ່າວ: ມະນີທອນ, ພາບ: ເກດສະໜາ
ທີ່ມາ: ຂ່າວສານປະເທດລາວ.