ເຕັກນິກ ການເຈລະຈາ ໃຫ້ລູກຄ້າ SAY YES!!!

ທຸກຄັ້ງທີ່ທ່ານຈະໄປເຈລະຈາກັບລູກຄ້າ ຄວນຈື່ໄວ້ວ່າ ຢ່າເຈລະຈາກັບຕົນເອງ ຫຼື ຄິດໄປເອງກ່ອນລ່ວງໜ້າ ກ່ອນໄປເຈລະຈາກັບລູກຄ້າ

ເຮົາຄວນໄດ້ເຈລະຈາກັບຄູ່ສົນທະນາກ່ອນທີ່ເຮົາຈະເວົ້າກັບຕົນເອງ ເນື່ອງຈາກຫຼາຍຄັ້ງມັກຄິດໄປເອງກ່ອນລ່ວງໜ້າເຖິງສິ່ງທີ່ກຳລັງຈະເຈລະຈານັ້ນໄປຕ່າງໆນາໆ ແຕ່ກັບບໍ່ສົ່ງຜົນດີຕໍ່ການເຈລະຈາເລີຍ ເພາະການເຈລະຈາແຕ່ລະຄັ້ງ ລູກຄ້າແຕ່ລະຄົນມີຄວາມຍາກງ່າຍບໍ່ຄືກັນ ບາງຄັ້ງອາດຈະບໍ່ໄດ້ນຮັບຜົນດີຢ່າງທີ່ຄາດໄວ້  ແລະ ບາງຄັ້ງການເຈລະຈາອາດຈະງ່າຍໆກວ່າສິ່ງທີ່ເຮົາຄິດ. ການເຈລະຈາກໍມີຫຼາຍເຕັກນິກທີ່ຈະມາເລືອກໃຊ້ໄດ້ ເຊິ່ງຂຶ້ນຢູ່ກັບສະຖານນະການ ແລະ ໄລຍະເວລາ. ສະນັ້ນ,  ການເຈລະຈາທີ່ເຮົາສາມາດແບ່ງອອກເປັນ 2 ແບບໄດ້ຄື:

ການເຈລະຈາຕໍ່ລອງແບບ OH YES

ເຕັກນິກນີ້ຟັງແລ້ວຄືຈະງ່າຍໆແມ່ນບໍ່? ແຕ່ຈະໃຊ້ໄດ້ກໍຕໍ່ເມື່ອ ໃນໃຈລູກຄ້າຢາກຊື້ສິນຄ້າ ຢູ່ແລ້ວ ເຊັ່ນ: ການຊື້ລົດ ເມື່ອມີລູກຄ້າສົນໃຈຍ່າງເຂົ້າມາສູນຂາຍລົດ ແນ່ນອນວ່າ ລູກຄ້າ ຄົນນັ້ນ ກໍຕ້ອງຢາກໄດ້ລົດຢູ່ແລ້ວ ກໍລະນີນີ້ ເອີ້ນວ່າ  OH YES ເຮົາຈະເວົ້າແບບໃດລູກຄ້າກໍອາດຈະຕັດສິນໃຈຊື້ ຍິ່ງຖ້າເຮົາມີໂປຣໂມຊັນ ຫຼຸດແລກແຈກແຖມໃນໄລຍະນັ້ນ ລູກຄ້າຍິ່ງຕັດສິນໃຈຊື້ໄວ.  ແຕ່ຖ້າເປັນຈັດວາງສະແດງໂຊລົດຢູ່ໃນສູນການຄ້າແລ້ວ ລູກຄ້າມາຍ່າງເລາະເບິ່ງຊື່ໆ ອັນນີ້ເຂົາຈະບໍ່ເປັນກຸ່ມລູກຄ້າທີ່ຢາກຊື້ ເພາະເຫັນຜ່ານໆເລີຍຍ່າງເຂົ້າມາເບິ່ງ.

ສຳລັບວິທີການເບິ່ງວ່າຈະເກີດການເຈລະຈາແບບ OH YES ຫຼືບໍ່ນັ້ນ ໃຫ້ສັງເກດເບິ່ງ ພຶດຕິກຳຄວາມຕັ້ງໃຈຂອງລູກຄ້າ ດ້ວຍການຕັ້ງຄຳຖາມວ່າແບບອ້ອມໆ ແລ້ວເຂົາກໍຈະຕອບເຮົາເອງ ເພາະອາດຈະບໍ່ມີໃຜທີ່ຢາກໃຫ້ຄົນຂາຍຮູ້ວ່າ ເຂົາຢາກໄດ້ສິນຄ້ານັ້ນທີ່ສຸດ ເຊັ່ນຖາມ: ສະບາຍດີ ມາຈາກໃສເນາະ ມາໄກບໍ່ ຫຼື ສະບາຍດີ ມື້ນີ້ທ່ານຕ້ອງການຊື້ຫຍັງເນາະສອບຖາມໄດ້ ລູກຄ້າກໍອາດຈະຕອບວ່າ: ຂ້ອຍຕ້ອງການມາເບິ່ງຕູ້ຊັກຜ້ານີ້ແຫຼະ  ສະແດງວ່າ ຖ້າພົບກັບລູກຄ້າແບບນີ້ກໍ ເປັນແບບ OH YES ໂອກາດທີ່ເຮົາຈະຂາຍໄດ້ກໍມີສູງ. ທ່ານຄວນຄິດວ່າເຂົາກຳລັງບອກເລົ່າຄວາມຕ້ອງການ ໂດຍອາໄສການຟັງ ແລະ ການເຈລະຈາໃຫ້ຖືກທາງ.  ການເຈລະຈາແບບນີ້ເຮົາບໍ່ຕ້ອງຈຳເປັນຕ້ອງພິສູດຫຍັງຫຼາຍໃຫ້ກັບລູກຄ້າເລີຍ. ກົງກັນຂ້າມຖ້າເຮົາສາມາດສັງເກດພຶດຕິກຳຂອງລູກຄ້າໄດ້ດີ ກໍອາດຈະເປັນການເວົ້າຈູງໃຈໃຫ້ລູກຄ້າຊື້ ສິນຄ້າຂອງເຮົາຫຼາຍຂຶ້ນ.

ການເຈລະຈາຕໍ່ລອງແບບ SHOW ME

ເປັນຮູບແບບ ທີ່ຜູ້ຂາຍ ຕ້ອງການຂາຍບາງສິ່ງບາງຢ່າງໃຫ້ກຸ່ມເປົ້າໝາຍ ກໍຄືລູກຄ້າ.  ແຕ່ລູກຄ້າອາດຈະບໍ່ໄດ້ນຶກເຖິງສິນຄ້ານີ້ມາກ່ອນນັ້ນເອງ.  ເຊິ່ງຝ່າຍຜູ້ຂາຍຈະພະຍາຍາມໂຄສະນາສ້າງຈູງໃຈໃຫ້ລູກຄ້າເກີດຄວາມຕ້ອງການຊື້ເຊັ່ນ: ການຂາຍເຄື່ອງດູດຝຸ່ນ ຜູ້ຂາຍຕ້ອງໄດ້ສາທິດໃຫ້ເບິ່ງກ່ອນວ່າຂອງເຮົາດີກວ່າ ຍີ່ຫໍ້ອື່ນແບບໃດ ເຊັ່ນ: ຂອງເຮົາສາມາດດູດນໍ້າໄດ້ ຢູ່ພື້ນປຽກ ແລະ ກໍສາມາດດູດນໍ້າອອກຈົນແຫ້ງ ….ເມື່ອລູກຄ້າໄດ້ຟັງ ແລະ ຮັບຮູ້ແລ້ວ ການເຈລະຈາແບບນີ້ແມ່ນ SHOW ME ທີ່ເຮົາເຫັນຢູ່ເກືອບທຸກໆສະຖານທີ່ໃນປັດຈຸບັນຄື: ການໂຄສະນາສິນຄ້າທາງໂທລະພາບ, ສື່ອອນໄລ໌ ແລະ ສື່ອື່ນ.  ການໂຄສະນາແຕ່ລະຄັ້ງ ຈະເປັນແຮງຈູງໃຈໃຫ້ເຫັນເຖິງຄວາມສຸດຍອດຂອງສິນຄ້າ ຕ້ອງພະຍາຍາມໃຫ້ລູກຄ້າເຫັນແລ້ວປະຕິເສດບໍ່ໄດ້. ອີກຢ່າງຕ້ອງມີລັກສະນະສັງສັນກັບລູກຄ້າ ແລ້ວຍັງຂຶ້ນຢູ່ກັບເົຮານຳວ່າຈະສະແດງໃຫ້ເຫັນໄດ້ຫຼືບໍ່ ເພາະຖ້າ ລູກຄ້າ ຮູ້ສຶກວ່າ ຖ້າຊື້ໄປຄຸ້ມຄ່າແລ້ວ ແລະ ມີຜົນດີກັບຕົນເອງແລ້ວ ເຂົາກໍຕ້ອງມີຄວາມຢາກຊື້ຊໍາເກີດຂຶ້ນ ຫຼື ມີການແນະນຳຕໍ່ສິນຄ້າເຮົາໃຫ້ໝູ່ເພື່ອນນຳອີກ.

by Smart SME

 

Comments