Author Archives: Targetlaos Editor

ຜູ້ນໍາເຮົາ ຕ້ອນຮັບ ແລະ ພົບປະ ປະທານສະພາແຫ່ງ ລັດ ສ.ກູບາ

ໃນໂອກາດ ເດີນທາງມາຢ້ຽມຢາມ ລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 11 ພະຈິກ 2018 ຜ່ານມານີ້ສະຫາຍ ມີເກັນ ດີເອັດ-ກາແນນ ແບຣມູເດັດ ປະທານສະພາແຫ່ງລັດ, ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມຄະນະ ໄດ້ພົບປະກັບ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງສອງຝ່າຍຕ່າງກໍໄດ້ແຈ້ງໃຫ້ກັນຊາບ ສະພາບການທີ່ພົ້ນເດັ່ນຂອງສອງປະເທດ, ໄດ້ຕີລາຄາກ່ຽວກັບການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງປະເທດ, ແລກປ່ຽນທັດສະນະຕ່າງໆກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈນໍາກັນ. ການພົບປະຄັ້ງນີ້, ຝ່າຍລາວໄດ້ຢືນຢັນຄືນເຖິງແນວທາງສະເໝີຕົ້ນສະເໝີປາຍຂອງພັກ ລັດຖະບານລາວ ໃນການສືບຕໍ່ການພົວພັນ, ຮ່ວມມື ລະຫວ່າງ ສອງປະເທດໃນອະນາຄົດ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມແລ້ວນັ້ນ ລະຫວ່າງ ສອງປະເທດໄດ້ສືບຕໍ່ຮັບການເສີມຂະຫຍາຍ ແລະ ຈະເລີນງອກງາມຂຶ້ນເລື້ອຍໆ. ຝ່າຍ ກູບາ ກໍໄດ້ຢືນຢັນຄືນແນວທາງນະໂຍບາຍຂອງພັກ ແລະ ລັດ ກູບາ ທີ່ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນ ແລະ ຮ່ວມມືອັນເປັນມູນເຊື້ອ ...

Read More »

ນາຍົກ ຕ້ອນຮັບແຂກຕ່າງປະເທດ

ໃນວັນທີ 8 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ທ່ານ ເມຣຸດ ຄາວູໂຊລູ (MevlutCavusoglu) ລັດຖະມົນຕີ ຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກທີ່ ສປປ ລາວ ໃນລະຫວ່າງວັນທີ 7-8 ພະຈິກ 2018. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື, ໂດຍສະເພາະ ວຽກງານການຄ້າ, ການລົງທຶນ ຂອງສອງປະເທດ ລາວ-ຕວັກກີ ໃຫ້ໄດ້ຮັບການພັດທະນາ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນທຸກຂົງເຂດວຽກງານ. ...

Read More »

ຢາກຫາປະສົບການຄວນອ່ານ….ວິທີສະໝັກທຶນ YSEALI Professional Fellowship Program

ການຮຽນຮູ້ ການຊອກຫາປະສົບການມາເພີ່ມ ໃຫ້ຕິດຕົວເຮົາໄປຕະຫຼອດນັ້ນເປັນສິ່ງທີ່ຫຼາຍຄົນຕ້ອງໃຝ່ຫາຢູ່ແລ້ວ ແລະ  ດຽວນີ້ເປັນເລື່ອງງ່າຍໆເທົ່ານັ້ນ ຖ້າເຮົາເປັນຄົນມີຄວາມຮູ້ຄວາມສາມາດ ບວກກັບຄວາມຕັ້ງໃຈເປັນທີ່ສຸດແລ້ວ ຜູ້ຂຽນຄິດວ່າ ຈະໄປສະໝັກທຶນຮຽນຢູ່ໃສ ເຮັດວຽກຢູ່ໃສ ກໍຕ້ອງມີຄວາມກ້າວໜ້າ ແລະ ປະສົບຜົນສຳເລັດແນ່ນນອນ. ເພາະເຫັນວ່າປັດຈຸບັນນີ້, ມີທຶນການສຶກສາຈາກຫຼາຍປະເທດແມ່ນເປີດໂອກາດໃຫ້ຄົນລາວ ມີສິດສະໝັກ ແລະ ໄດ້ຮັບທຶນໄປສຶກສາຕໍ່ໃນຫຼາຍລະດັບ ບໍ່ວ່າຈະເປັນການສຶກສາໃນໄລຍະສັ້ນ ຫຼື ລະດັບປະລິນຍາຕີ, ໂທ, ເອກ. ທຶນຮຽນຈາກປະເທດຝັງອາຊີເຮົາເອງ ຫຼື ປະເທດຝັງເອີຣົບ ຫໍເຫັນມີທຶນເຂົ້າຫຼາກຫຼາຍ.  ສະນັ້ນ, ມື້ນີ້ ຜູ້ຂຽນເລີຍເອົາຄວາມຮູ້ເລັກນ້ອຍໆ ທີ່ໄດ້ໄປອ່ານມາຈາກ blogspot ຂອງ phonesavanhder.blogspot.com  ແລະ  ຄິດວ່າຈະມີປະໂຫຍດຕໍ່ຫຼາຍໆຄົນທີ່ຈະໄປສຶກສາຕໍ່ຫາປະສົບການຢູ່ຕ່າງແດນແນ່ນອນ ເພື່ອກັບມາຊ່ວຍເຫຼືອພັດທະນາປະເທດ ແລະ ເຮັດຕົນເອງມີຊີວິດທີ່ດີຂຶ້ນໃນໜ້າທີ່ວຽກງານ. ໃນເວັບໄຊ ໄດ້ຂຽນວ່າ: ແນະນຳທຶນ YSEALI Professional Fellowship Program ພ້ອມທັງວິທີການສະໝັກທຶນນີ້. ມີເນື້ອໃນດັ່ງນີ້:  ສະບາຍດີ. ຂ້າພະເຈົ້າ ພອນສະຫວັນ ຈິນດາມະນີ ຫຼືເອີ້ນວ່າ #ນ້ອງຫວັນ ກໍໄດ້ເດີ. ຕອນນີ້ອາຍຸຫາກໍໄດ້ 26 ປີ. ປະຈຸບັນແມ່ນກຳລັງເຂົ້າຮ່ວມໂຄງການ YSEALI Professional Fellowship Program Fall 2018 ທີ່ ລັດ ມອນທານາ ...

Read More »

ເປັນຫຍັງ? Amazon ຈຶ່ງເປັນບໍລິສັດທີ່ນະວັດຕະກຳລໍ້າໜ້າທີ່ສຸດຂອງໂລກ

ສະບາຍດີທ່ານຜູ້ອ່ານ ມື້ນີ້!!! ຜູ້ຂຽນຈະພາທຸກທ່ານໄປຮູ້ຈັກກັບ ນະວັດຕະກຳເຕັກໂນໂລຊີທີ່ລໍ້າໜ້າສຸດໆຂອງບໍລິສັດ  E-commerce  ລະດັບໂລກ.  ທີ່ສ້າງປະສົບການແປກໃໝ່ໃຫ້ກັບຜູ້ຄົນ ແລະ ຕອບໂຈດໃຫ້ກັບສັງຄົມຍຸກນີ້ເລີຍກໍວ່າໄດ້. ປັດດຈຸບັນ,  ເຕັກໂນໂລຊີແມ່ນສາມາດຊ່ວຍໃນການເຮັດທຸລະກິດໄດ້ດີສຸດໆ. ສະນັ້ນ, ເພື່ອເປັນແນວທາງດີໆໃຫ້ກັບຜູ້ປະກອບການ, ເຈົ້າຂອງທຸລະກິດ ຫຼື Startup ຢູ່ບ້ານເຮົາໄດ້ມີ ໄອເດຍສັງສັນຜົນງານ, ສ້າງທຸລະກິດຮູບແບບໃໝ່ໆທີ່ນຳໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ. ຈຶ່ງໄດ້ນຳເອົາ ທຸລະກິດຂອງຕ່າງປະເທດທີ່ກຳລັງໄດ້ຮັບຄວາມນິຍົມ ແລະ ກາຍເປັນ ບໍລິສັດທີ່ມີນະວັດຕະກຳທີ່ລໍ້າໜ້າທີ່ສຸດທີ່ທຸກຄົນອາດຄຸ້ນຫູ ແລະຮູ້ດີກໍມີຄື Amazon.com  ແຕ່ບໍ່ແມ່ນ ທຸລະກິດ ກາເຟ Amazon ເດີ້….. ຕະຫຼອດໄລຍະເວລາ 20 ປີຜ່ານມາ Amazon.com ຖືວ່າເປັນ ອີຄອມເມີດ  E-commerce ທີ່ປະສົບຄວາມສຳເລັດເປັນອັນດັບຕົ້ນໆໃນໂລກ ໃນຖານະຮ້ານຂາຍປຶ້ມອອນໄລ໌ ທີ່ມີປຶ້ມໃຫ້ເລືອກຊື້ຫຼາຍກວ່າລ້ານປົກ  ເຊິ່ງນອກຈາກປຶ້ມອ່ານແລ້ວ ແນວທາງຂອງ Amazon ຍັງໃຫ້ຄວາມສຳຄັນກັບເລື່ອງນະວັດຕະກຳເປັນທີ່ສຸດ ເຫັນໄດ້ຈາກການພັດທະນາເລື່ອງການອ່ານ E-Book ທີ່ມີຊື່ວ່າ  Kindle ທີ່ມີຟັງຊັນຄັກໆ ໃຫ້ກັບຄົນມັກອ່ານປຶ້ມ ແລະ ລະບົບ Cloud Computing Amazon Web Services ດ້ວຍປັດຍາການເຮັດທຸລະກິດຄວບຄູ່ໄປກັບນະວັດຕະກຳຂອງ Amazon ນັ້ນບໍ່ເຄີຍຢຸດ ດັ່ງນັ້ນ, ໃນປີ 2017 Amazon ໄດ້ຖືກຈັດອັນດັບໃຫ້ເປັນບໍລິສັດທີ່ມີຄວາມເປັນນະວັດຕະກຳຫຼາຍທີ່ສຸດ ອັນດັບ 1 ໂດຍການຈັດອັນດັບຈາກ ...

Read More »

ທ່ານຮອງນາຍົກ ເຄື່ອນໄຫວຊຸກຍູ້ການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ

ໃນວັນທີ 6 ພະຈິກ 2018 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຊຸກຍູ້, ຕິດຕາມ-ກວດກາ ຄວາມຄືບໜ້າ ໃນການກະກຽມວຽກງານດ້ານຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ, ແຂວງຫົວພັນ ຄົບຮອບ 50 ປີ ໃນທ້າຍເດືອນພະຈິກ 2018ໂດຍມີທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງວຽງໄຊ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ກ່ອນອື່ນ ແມ່ນໄດ້ໄປຢ້ຽມຢາມ ສູນເສຍອົງຄະ 11 (ນາແທ່ນ), ເມືອງວຽງໄຊໂດຍຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງສູນດັ່ງກ່າວ ຈາກທ່ານ ພັນສີ ພິມພາວົງ ຫົວໜ້າສູນເສຍອົງຄະ 11 ຊຶ່ງເຫັນວ່າ: ສູນເສຍອົງຄະແຫ່ງນີ້ ມີ 78 ຄອບຄົວ, ພົນລະເມືອງ 247 ຄົນ, ຍິງ 126 ຄົນ. ໃນນັ້ນ ມີພະນັກງານເສຍອົງຄະ ຈຳນວນ 22 ທ່ານ, ເສຍອົງຄະພິເສດ 1 ...

Read More »

ສິ່ງທີ່ເຮັດໃຫ້ ແຈັກມ່າ ປະສົບຄວາມສຳເລັດໄດ້ຄື….

ແຈັກມ່າ ເປັນຄົນໜື່ງທີ່ປະສົບຄວາມສຳເລັດໃນດ້ານທຸລະກິດຫຼາຍທີ່ສຸດຄົນໜຶ່ຂອງໂລກກໍວ່າໄດ້ ແຈັກມ່າ ກໍ່ຕັ້ງບໍລິສັດ Alibaba ໃນປີ 1999 ຈົນປັດຈຸບັນ ກາຍເປັນໜຶ່ງໃນຄົນຈີນທີ່ລວຍທີ່ສຸດ ໃນຕອນນີ້ ທີ່ທຸກຄົນອາດຈະຮູ້ຈັກກັນດີແລ້ວ ແຕ່ຮູ້ບໍ່ວ່າ ແຈັກມ່າ ປະສົບຄວາມສຳເລັດໄດ້ແບບນີ້  ແມ່ນ ແຈັກມ່າ ໄດ້ຈົດບັນທຶກສິ່ງທີ່ ລາວເຮັດ ເຊິ່ງຖືກກັບອັດຕາການເຮັດທຸລະກິດຂອງຄົນປັດຈຸບັນຄື 70% ແມ່ນລົ້ມເຫຼວ ໃນເວລາ 20 ເດືອນທຳອິດຫຼັງຈາກທີ່ໄດ້ເງິນທຶນກ້ອນທຳອິດ ເຊິ່ງເກີດຈາກເຫດຜົນສຳຄັນຄື “ຂາດເປົ້າໝາຍ” ເຊິ່ງ ແຈັກມ່າ ເຄີຍກ່າວໃນງານ The International Monetary Fund and the World Bank  ກ່ຽວກັບສິ່ງທີ່ເຮັດໃຫ້ລາວປະສົບຄວາມສຳເລັດໄດ້ ກໍຄື:  “ການຕັ້ງຄຳຖາມກັບຕົວເອງ”  ບໍ່ວ່າຈະເປັນເດັກນ້ອຍ ຫຼື ຜູ້ໃຫຍ່ ພຽງແຕ່ຕັ້ງຄຳຖາມກັບຕົວເອງ 3 ຂໍ້ວ່ານີ້: ເຮົາມີຫຍັງ? ເຮົາຕ້ອງການຫຍັງ? ເຮົາຈະຍອມແພ້ໃຫ້ກັບສິ່ງໃດ? ຫຼາຍຄົນມັກບໍ່ໄດ້ຕັ້ງຄຳຖາມເຫຼົ່ານີ້ ຈຶ່ງເຮັດໃຫ້ຫຼາຍໆຄົນຄິດວ່າ ຕົນເອງຍັງມີບໍ່ຫຼາຍພໍທີ່ຈະສູ້ຕໍ່…ແລະ  ຢ່າຄິດວ່າ ເຮົາຈະປະສົບຄວາມສຳເລັດໃນປີໜ້າ ແຕ່ໃຫ້ຄິດວ່າເຮົາເຮັດເພື່ອໄວ້ອີກ 10 ຕໍ່ໜ້າ.  Alibaba ກໍບໍ່ໄດ້ປະສົບຄວາມສຳເລັດໄດ້ ໃນປີດຽວ 2 ປີ ...

Read More »

ຂໍ່ານັບຊົມເຊີຍ ການພົບປະສອງຝ່າຍ ລາວ-ຈີນ

ຂໍ່ານັບຊົມເຊີຍ “ການພົບປະສອງຝ່າຍລະຫວ່າງຄະນະພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ພະນະທ່ານ ສີຈີ້ນຜີງ ປະທານປະເທດແຫ່ງ ສປຈີນ, ກ່ອນວາລະການເຂົ້າຮ່ວມງານລ້ຽງຕ້ອນຮັບບັນດາປະມຸກລັດ ນາຍົກລັດຖະມົນຕີ ແລະ ການນຳສູງສຸດປະເທດ ເຂົ້າຮ່ວມງານວາງສະແດງສິນຄ້າສາກົນນຳເຂົ້າຄັ້ງທີ່ I ສປຈີນ” – at 04 ພະຈິກ 2018 ນະຄອນຊຽງໄຮ ສປ ຈີນ Chinese President Xi Jinping meets with Lao Prime Minister Thongloun Sisoulith in Shanghai, east China, Nov. 4, 2018. (Xinhua/Rao Aimin) Chinese President Xi Jinping meets with foreign leaders and hosts banquet for guests attending ...

Read More »

ສປປ ລາວ ກູ້ຍືມເງິນທະນາຄານໂລກ ເພື່ອປັບປຸງທຸລະກິດ ມູນຄ່າສູງເຖິງ……..ຕື້ກີບ

ວັນ​ທີ 31 ຕຸ­ລາ 2018 ທີ່​ກະ­ຊວງ​ການ​ເງິນ ໄດ້​ມີ​ພິ­ທີ​ເຊັນ​ສັນ­ຍາ​ເງິນ​ກູ້​ຢືມ​ຈາກ​ທະ­ນາ­ຄານ​ໂລກ 10 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 85 ຕື້​ກີບ ພາຍ​ໃຕ້​ໂຄງ­ການ​ສົ່ງ­ເສີມ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການ​ຄ້າ ບັນ­ດາ​ທຸ­ລະ​ກິດ ແລະ ຄົວ​ເຮືອນ​ໃນ​ລາວ ຈະ​ໄດ້​ຮັບ​ຜົນ​ປະ­ໂຫຍດ​ຈາກ​ການ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ເຊັ່ນ: ການ​ຫຼຸດ​ຈຳ­ນວນ​ມື້​ໃນ​ການ​ຂໍ­ອະ­ນຸ­ຍາດ​ສ້າງ­ຕັ້ງ​ທຸ­ລະ​ກິດ ຮ່ວມ​ລົງ​ນາມ​ລະ­ຫວ່າງ ທ່ານ​ນາງ ທິບ​ພະ​ກອນ ຈັນ­ທະ​ວົງ­ສາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ແລະ ທ່ານ ນິ​ໂກ​ລາ ປອນ​ຕາ​ຣາ ຫົວ­ໜ້າ​ຫ້ອງ­ການ​ທະ­ນາ­ຄານ​ໂລກ ປະ­ຈຳ​ລາວ ໂຄງ­ການ​ຈະ​ສະ­ໜັບ­ສະ­ໜູນ​ຄວາມ​ພະ­ຍາ­ຍາມ​ຂອງ​ລັດ­ຖະ­ບານ ໃນ​ການ​ຫຼຸດ​ຂັ້ນ​ຕອນ​ການ​ຄຸ້ມ​ຄອງ​ທຸ­ລະ​ກິດ ອຳ­ນວຍ​ຄວາມ​ສະ­ດວກ​ດ້ານ​ການ​ຄ້າ ແລະ ປັບ­ປຸງ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ບໍ­ລິ­ສັດ​ລາວ​ທີ່​ກຳ­ລັງ​ດຳ­ເນີນ​ທຸ­ລະ​ກິດ​ຢູ່ ແລະ ທີ່​ສ້າງ­ຕັ້ງ​ໃໝ່ ຈະ​ໄດ້​ຮັບ​ປະ­ໂຫຍດ​ຈາກ​ການ​ຫຼຸດ­ຜ່ອນ​ຕົ້ນ​ທຶນ ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ມີ​ຂັ້ນ​ຕອນ​ທີ່​ສະ­ດວກ​ກວ່າ​ເກົ່າ ແລະ ເຂົ້າ​ເຖິງ​ແຫຼ່ງ​ທຶນ​ເພື່ອ​ປັບ­ປຸງ​ທຸ­ລະ​ກິດ​ຂອງ​ຕົນ ການ​ປັບ­ປຸງ​ເຫຼົ່າ​ນີ້ ຍັງ​ຈະ​ມີ​ຜົນ​ປະ­ໂຫຍດ​ໃຫ້​ແກ່​ປະ­ຊາ­ຊົນ​ລາວ​ທົ່ວ​ໄປ ເນື່ອງ​ຈາກ​ການ​ປັບ­ປຸງ​ເຫຼົ່າ­ນັ້ນ ຈະ​ຊຸກ­ຍູ້​ໃຫ້​ມີ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ ແລະ ນຳ­ໄປ​ສູ່​ການ​ແຂ່ງ­ຂັນ​ຫຼາຍ​ຂຶ້ນ ລາ­ຄາ​ສິນ­ຄ້າ​ຈະ​ຄ່ອຍ​ຫຼຸດ​ລົງ ແລະ ເພີ່ມ​ທາງ​ເລືອກ​ໃຫ້​ຜູ້​ບໍ­ລິ­ໂພກ. ທ່ານ ນິ​ໂກ​ລາ ປອນ​ຕາ​ຣາ ກ່າວ​ວ່າ: “ການ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ...

Read More »

ປະເທດລາວ ມີໜີ້ສາທາລະນະສູງຫຼາຍກວ່າ 60% ຂອງ ຈີດີພີ! ມີ 6 ບັນຫາທີ່ຕ້ອງເລັ່ງແກ້ໄຂຢ່າງຮີບດ່ວນຄື:….

ເສດຖະກິດຂອງປະເທດລາວ ໃນປີນີ້, ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍດ້ານທັງຂະແໜງກະສິກຳ, ໄຟຟ້າ, ບໍ່ແຮ່ທີ່ມີອັດຕາຂະຫຍາຍຕົວຫຼຸດລົງ. ທ່ານ ບົວສອນ ບຸບຜາວັນ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ຄສຄຊ) ໃຫ້ຮູ້ວ່າ: ສາເຫດຫຼັກມາຈາກຜົນກະທົບນອກຕົວ ທີ່ເກີດຈາກໄພທຳມະຊາດ ອັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ການຜະລິດ ແລະ ຊັບສິນຂອງປະຊາຊົນ ທັງພື້ນຖານໂຄງລ່າງຕ່າງໆ, ພ້ອມກັນນັ້ນ, ໃນປີນີ້ລາຄານ້ຳມັນໂລກອາດເພີ່ມຂຶ້ນເຖິງ 100 ໂດລາຕໍ່ບາເຣວ ເຊິ່ງໄດ້ສົ່ງຜົນຕໍ່ຕົ້ນທຶນການຜະລິດ, ການຂົນສົ່ງ ແລະ ຄ່າຄອງຊີບເພີ່ມສູງຂຶ້ນ ແລະ ຜົນກະທົບດ້ານໃນຕົວຄືເສດຖະກິດຂອງປະເທດຂາດດຸນຕໍ່ເນື່ອງຫຼາຍປີ ຈິ່ງເຮັດໃຫ້ມີໜີ້ສິນສາທາລະນະສູງ ແລະ ຢູ່ໃນລະດັບຫຼາຍກວ່າ 60% ຂອງ ຈີດີພີ, ສາກົນໄດ້ຈັດໃຫ້ ສປປ ລາວເຂົ້າຢູ່ໃນປະເທດທີ່ມີຄວາມຫຍຸ້ງຍາກໃນການໃຊ້ແທນຄືນໜີ້ສິນ, ໂຄງສ້າງເສດຖະກິດລາວປັດຈຸບັນຖືເປັນໂຄງສ້າງເສດຖະກິດແບບເກົ່າ ຫຼື ອັນນາລ໊ອກ (Analog) ບໍ່ທັນຫັນປ່ຽນໄປເປັນໂຄງສ້າງເສດຖະກິດ ດິຈິຕອລ. ຈາກ ສະພາບອັດຕາການເຕີບໂຕຂອງເສດຖະກິດທີ່ຫຼຸດລົງດັ່ງກ່າວ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ຄສຄຊ) ໄດ້ສະເໜີໃນທີ່ກອງປະຊຸມສົນທະນາທິດທາງເສດຖະກິດຂອງ ສປປ ລາວ, ເຊິ່ງຈັດຂຶ້ນໃນວັນທີ 30 ຕຸລາ 2018 ໂດຍສະເໜີໃຫ້ພາກລັດຄວນມີມາດຕະການຕົວຈິງ ເພື່ອກະຕຸ້ນການເຕີບໂຕທາງເສດຖະກິດ ແລະ ແກ້ໄຂບັນຫາໂຄງສ້າງເສດຖະກິດ ເພື່ອຮັບປະກັນການພັດທະນາໄວ ແລະ ຍືນຍົງ ...

Read More »

ເປັນເຈົ້າຂອງຮ້ານຂາຍເຄື່ອງອອນໄລ໌ ຄວນຮູ້ Content Marketing

ປັດຈຸບັນນີ້, ການເປີດຮ້ານຂາຍເຄື່ອງອອນໄລ໌ ແມ່ນເປັນເລື່ອງງ່າຍແສນງ່າຍ ໃຜໆກໍສາມາດຂາຍໄດ້ພຽງມີທຶນເລັກໆໜ້ອຍໆກໍສາມາດເປັນເຈົ້າຂອງທຸລະກິດໄດ້ແລ້ວ  ສັງເກດເມື່ອເຮົາເລື່ອນໜ້າເຟສບຸກທຸກມື້ນີ້ ກໍມີແຕ່ເຫັນການໂຄສະນາຂາຍເຄື່ອງທຸກຊະນິດທຸກແບບ ບໍ່ວ່າຈະເປັນອາຫານການກິນ, ເສື້ອຜ້າ, ເຄື່ອງສຳອາງ, ເຄື່ອງໃຊ້ໃນຄົວເຮືອນ ລວມໄປເຖິງລົດລາງພາຫະນະຕ່າງ ແລະ ມີສິນຄ້າອື່ນໆຈຳນວນຫຼວງຫຼາຍ…ຈົນເຕັມໜ້າເຟສເຮົາທຸກມື້. ສະນັ້ນ, ປັດຈຸບັນນີ້ ການມີຮ້ານຂາຍເຄື່ອງອອນໄລ໌ນັ້ນງ່າຍ ແຕ່ການຈະຄ້າຈະຂາຍໃຫ້ໄດ້ດີໃນໂລກອອນໄລ໌ນັ້ນອາດຈະບໍ່ງ່າຍແບບທີ່ເຮົາຄິດ ເພາະວ່າກໍມີຄູ່ແຂ່ງຫຼາຍພໍສົມຄວນ ເພາະໃຜໆກໍສາມາດຂາຍໄດ້ນັ້ນເອງ. ແນ່ນອນວ່າແຕ່ລະຄົນຈະຂາຍເຄື່ອງອອນໄລ໌ ກໍຕ້ອງຮູ້ວ່າ ຈະຂາຍຫຍັງ? ສິນຄ້າມີຄວາມສົນໃຈຫຼາຍຊໍາໃດ? ແລະ ຄົນຊື້ແມ່ນໃຜ? ແຕ່ໃຫ້ຄິດສະເໝີວ່າ ການຂາຍເຄື່ອງໃຫ້ນັກຊ໋ອບອອນໄລນັ້ນ ຮູ້ແຕ່ພຽງຂໍ້ມູນເທົ່ານັ້ນກໍບໍ່ພໍ ທີ່ຈະໃຫ້ເຮົາຂາຍໄດ້. ເຖິງວ່ານັກຊ໋ອບອອນໄລ໌ກຸ່ມນີ້ຈະມັກຊື້ເຄື່ອງອອນໄລ໌ກໍຕາມ ແຕ່ພວກເຂົາກໍບໍ່ໄດ້ໜ້າມືດຕາມົວ ຈະສັ່ງຊື້ທຸກສິ່ງທຸກຢ່າງທີ່ຢາກໄດ້ ແບບບໍ່ສຶກສາກ່ອນ ເພາະທຸກຄັ້ງທີ່ພວກເຂົາສົນໃຈສິນຄ້າ ພວກເຂົາກໍຈະຊອກຫາຂໍ້ມູນສິນຄ້າມາປະກອບສະເໝີ ບໍ່ວ່າຈະຊອກຫາແຫຼ່ງທີ່ມາ, ບ່ອນຜະລິດ, ສົມທຽບລາຄາຈາກຫຼາຍໆບ່ອນ, ຊອກອ່ານລີວິວຈາກຜູ້ຊື້ຄົນກ່ອນໆ, ເບິ່ງໂປຣໂມຊັນ ເພື່ອຫຼຸດລາຄາບໍ່ວ່າຈະເປັນການຊື້ຄັ້ງທຳອິດ ແລະ ການຊື້ຄັ້ງຕໍ່ໆໄປ.  ເພາະໂລກອິນເຕີເັນດຄືທຸກສິ່ງທຸກຢ່າງສາມາດຊອກຫາໄດ້ ແລະ ໃຫ້ຄວາມຮູ້ໄດ້. ເມື່ອມີສິນຄ້າພ້ອມສົ່ງ, ມີໜ້າເພສຮ້ານຄ້າພ້ອມແລ້ວ ອີກຢ່າງໜຶ່ງທີ່ເບິ່ງຂ້າມບໍ່ໄດ້ຄື ຍຸດທະສາດທີ່ເອີ້ນວ່າ Content marketing ຫຼື ການຕະຫຼາດທາງດ້ານເນື້ອຫາ ສິ່ງທີ່ກຳລັງຈະບອກຄື ການຕະຫຼາດອອນໄລ໌ເປັນເລື່ອງຂອງຄວາມສະໝໍ່າສະເໝີ ມັນຕ່າງຈາກການອອກຈາກບ້ານໄປເປີດຮ້ານຂາຍເຄື່ອງ ຖ້າຕະຫຼາດປິດກໍກັບບ້ານ ແຕ່ການຂາຍແບບ  Always open ໃນເຟສບຸກນັ້ນ ...

Read More »