ມາເບິ່ງ!!! ວິທີສະໝັກທຶນ ຈາກລັດຖະບານຮົງກາລີ ຢາກໄປຮຽນຕໍ່ຕ່າງປະເທດອ່ານດ່ວນ….

ສະບາຍດີທຸກໆຄົນ ມື້ນີ້ແອັດມິນ ມີສິ່ງດີໆມານຳສະເໜີໃຫ້ທ່ານຜູ້ອ່ານອີກແລ້ວ ກັບການເປີດຮັບສະໝັກທຶນການສຶກສາ ຈາກລັດຖະບານປະເທດຮົງກາລີ. ໄດ້ເປີດໃຫ້ຄົນລາວໄດ້ສະໝັກແລ້ວ ຕັ້ງແຕ່ວັນທີ 15/11/2018 – 15/1/2019.

ເຊິ່ງລາຍລະອຽດ ແລະ ວິທີການສະໝັກ ພ້ອມເຄັດລັບຕ່າງໆ  ແອັດມິນໄດ້ເຫັນ ຜູ້ໃຊ້ ເຟສບຸກ ຊື່ Nouni Outhenthapanya ເພິ່ນ ໄດ້ແຊຣ໌ປະສົບການ ແນະນຳວິທີ  ພ້ອມເຄັດລັບ ການສະໝັກທຶນມື້ນີ້ ຄິດວ່າຈະມີປະໂຫຍດຕໍ່ຫຼາຍໆຄົນທີ່ຈະໄປສຶກສາຕໍ່ຫາປະສົບການຢູ່ຕ່າງແດນແນ່ນອນເລີຍນຳມາຝາກ.

ສະບາຍດີ!
?”15 ພະຈິກ2018 ຫາ 15 ມັງກອນ 2019″?
ໂອກາດໄປສຶກສາຮໍ່າຮຽນ,ທຶນຟຣີມີເງິນເດືອນ ທີ່ ເອີຣົບ ສົກປີ 2019-2020 ມາຮອດແລ້ວ ປີນີ້ມາໄວກວ່າປີກາຍເປັນພິເສດ.

ຂໍເຊີນຊວນໝູ່ເພື່ອນ,ອ້າຍ,ເອື້ອຍ,ນ້ອງສະໝັກທຶນຮຽນຕໍ່ ປ.ຕີ ປ.ໂທ ປ.ເອກ ຄົ້ນຄ້ວາວິໄຈ ແລະ ຮຽນພາສາທີ່ ປະເທດຮົງກາລີ, ມີຫຼາກຫຼາຍສາຂາວິຊາຮຽນໃຫ້ເລືອກ ເຊິ່ງທຶນດັ່ງກ່າວແມ່ນທຶນຈາກລັດຖະບານຮົງກາລີມອບໃຫ້ປະເທດລາວໂດຍກົງບໍ່ຕ້ອງມີເສັ້ນສາຍທາງໃດຂໍແຕ່ມີຄວາມຮູ້,ຄວາມສາມາດ ແລະ ຄວາມພະຍາຍາມເຊື່ອວ່າຕິດແນ່ນອນເພາະທາງທຶນເພິ່ນເລືອກເອງເລີຍ.

ຂັ້ນຕອນມີດັ່ງນີ້:
?ໝາຍເຫດ: ຜູ້ສະໝັກຈະຕ້ອງມີອາຍຸ 18 ປີຂຶ້ນໄປ ຫຼື 18 ປີກ່ອນວັນທີ 1 ກັນຍາ 2019

1.ເຂົ້າເວັບທາງທຶນອ່ານເພີ່ມເຕີມກ່ຽວກັບເງື່ອນໄຂການສະໝັກແລະເອກກະສານທີ່ເພິ່ນຕ້ອງການໃນລິ້ງນີ້

http://studyinhungary.hu/study-in-hungary/menu/stipendium-hungaricum-scholarship-programme/call-for-applications-2019-2020.html?fbclid=IwAR0UCrW2UtSerIT03zGnxZw3X-N7KSPwvw1mTVueEc4zuP4Ewbe6Q7GpFwA

2. ສະໝັກຜ່ານທາງອອນລາຍ(ທາງນີ້ທາງດຽວ) ແລະ ຄົ້ນຫາສາຍຮຽນທີ່ມັກ,ເຊິ່ງຈະມີຫຼາກຫຼາຍໂຮງຮຽນ ແລະ ເມືອງແຕກຕ່າງກັນໄປ https://apply.stipendiumhungaricum.hu/en_LA/

***ໃນຂັ້ນຕອນນີ້ແມ່ນການຕື່ມຂໍ້ມູນໃນແບບຟອມ, ການເລືອກສາຂາຮຽນ ແລະ ໂຮງຮຽນ. ຫຼັງຈາກເລືອກ ແລະ ຕື່ມແບບຟອມແລ້ວໃຫ້ກົດ Save ໄວ້ກ່ອນ, ບໍ່ຟ້າວກົດ Submit ເພາະສາມາດມາຂຽນຕື່ມຫຼືປ່ຽນວິຊາຮຽນຕາມຫຼັງໄດ້.

—> ແນະນຳໃຫ້ມີໃບຄະແນນຢັ້ງຢືນພາສາອັງກິດ, ຖ້າບໍ່ມີກໍໄປເສັງມາເດີ້. ມັນສຳຄັນຈໍາພວກ IELTS , TOEFL ຕ່າງໆ.

3. ກຳນົດສົ່ງເອກະສານທາງອອນລາຍເລີ່ມແຕ່”15 ພະຈິກ 2018 ຫາ 15 ມັງກອນ 2019″ ແລະ ຈາກນັ້ນສໍາເນົາເອກະສານທີ່ໄດ້ສົ່ງທາງອອນລາຍໃຫ້ກະຊວງສຶກສາ (ເຂດເດີ່ນກິລາເຈົ້າອານຸວົງ).[ເອກະສານທັງໝົດຕ້ອງເປັນພາສາອັງກິດ].

4. ຫຼັງຈາກຮອດກຳນົດສົ່ງຮຽບຮ້ອຍແລ້ວຈະໄດ້ຮັບເມລເພື່ອຢືນຢັນວ່າທາງທຶນຮັບຮູ້ເອກສານຂອງເຮົາແລ້ວ

*****ຮອດຂັ້ນຕອນນີ້ຈະມີການເສັງເຂົ້າໂຮງຮຽນ******

5. ໂຮງຮຽນທີ່ເຮົາເລືອກຈະຕິດຕໍ່ມາໃຫ້ເຮົາທຳການເສັງເຂົ້າໂຮງຮຽນ[ທາງເວັບໄຊທ໌(written) ຫຼື ທາງ skype (oral) ແຕກຕ່າງກັນໄປ].

6. ລໍຖ້າຜົນເສັງເຂົ້າໂຮງຮຽນ,ຈະປະກາດໃນຮູບແບບ Acceptance (ຮັບ) ແລະ  Failed (ບໍ່ຮັບ).[ຂັ້ນຕອນນີ້ແມ່ນໂຮງຮຽນເປັນຜູ້ຕັດສິນ ແລະ ຍັງບໍ່ໝາຍຄວາມວ່າໄດ້ທຶນແຕ່ຢ່າງໃດ].

7. ປະກາດລາຍຊື່ຜູ້ໄດ້ທຶນສົກປີ 2019-2020 (ການພິຈາລະນາແມ່ນທາງທຶນເປັນຄົນຕັດສິນພຽງຝ່າຍດຽວ ຝ່າຍປະເທດລາວບໍ່ມີສ່ວນຮ່ວມ, ລວມໄປເຖິງຜົນເສັງເຂົ້າໂຮງຮຽນທີ່ຮັບເຮົາກໍບໍ່ໝາຍຄວາມວ່າທຶນຈະຮັບເຮົາ, ຂັ້ນຕອນນີ້ແມ່ນຕອນສ່ຽງດວງເພາະເປີເຊັນໄດ້ກັບບໍ່ໄດ້ມີເທົ່າກັນ)

ຂັ້ນຕອນຕໍ່ໄປຄ່ອຍມາລົມກັນໃຫມ່ ເພາະມັນຫຍຸ້ງບໍ່ທຳມະດາແລະເປັນຂັ້ນຕອນຂອງຜູ້ໄດ້ຮັບທຶນ

#ໂພສນີ້ອີງຕາມປະສົບການຂອງໂຕເອງໃນນາມທີ່ໂຕເອງກໍໄດ້ທຶນລຸ້ນປີ2018-2019ມາຮຽນປະລິນຍາຕີສາຂາພົວພັນຕ່າງປະເທດຫຼັກສູດພາສາອັງກິດ ຂໍບອກວ່າທຶນນີ້ຄຸ້ມເຮັດໃຫ້ໄດ້ມາຢຽບດິນແດນເອີຣົບ, ເຮັດໃຫ້ໄດ້ມາເປີດຫູເປີດຕາ? ເຖິງບໍ່ໄດ້ຄ່າໂຄສະນາແຕ່ກະໄດ້ເງິນເດືອນ hahahaha ພິເສດຂໍໂຄສະນາໂຮງຮຽນໂຕເອງແປບ……ອ້າຍ,ເອື້ອຍ,ນ້ອງຜູ້ໃດສົນໃຈຮຽນ:
+ປະລິນຍາຕີ:
– Civil Engineering
– Vehicle Engineering
– Food Engineering
– Agricultural Engineering
– Business Administration and Management
– Logistics Engineering
– International Relations
+ປະລິນຍາໂທ:
– Vehicle Engineering
– Marketing
– Architect
– Infrastructure Engineering
– International Economy and Business
– Supply Chain Management
+ປະລິນຍາເອກ:
– Ph.D. in Management
– Ph.D. in Animal Sciences
– Ph.D. in Civil Engineering
– Ph.D. in Crop and horticultural Sciences
– Ph.D. in Food Sciences
– Ph.D. in Transportation Engineering and Vehicle Engineering.
– Ph.D. in Informatics( Computer Sciences)
ທີ່ກ່າວມານີ້ແມ່ນຫຼັກສູດທີ່ທາງໂຮງຮຽນ Széchenyi István University ຂອງຂ້ອຍມີ (ຮຽນຫຼັກສູດພາສາອັງກິດ) ແລະ ຍິ່ງກວ່ານັ້ນໂຮງຮຽນຂ້ອຍເປັນໂຮງຮຽນຊັ້ນນໍາຂຶ້ນຊື່ດ້ານວິສະວະກຳໂດຍສະເພາະ ແລະ ເປັນໂຮງຮຽນທີ່ຜະລິດບຸກຄະລາກອນຄຸນນະພາບໃຫ້ແກ່ບໍລິສັດລົດ Audi ປະເທດຮົງກາລີອີກດ້ວຍ.https://apply.stipendiumhungaricum.hu/institutions/institution/82-szchenyi-istvn-university ລິ້ງໂຮງຮຽນ
ຫາກສົນໃຈເລື່ອງທຶນສາມາດຖາມໄດ້ຈາກຂ້ອຍຫຼືໝູ່ເພື່ອນມິດສະຫາຍຜູ້ທີ່ໄດ້ຮັບທຶນທີ່ທ່ານຮູ້ຈັກ.
Goodluck.

ທີ່ມາ: Nouni Outhenthapanya

. . . . . . . . . . ສະບາຍດີ!?"15ພະຈິກ2018 ຫາ 15ມັງກອນ2019"…

Posted by Nouni Outhenthapanya on Thursday, November 15, 2018

Comments