ອາກາດຮ້ອນໆແບບນີ້!!! ຈະຮັກສາລົດທີ່ເຮົາຮັກແນວໃດ ເພື່ອຄວາມປອດໄພ (ອ່ານເລີຍ)

ໃນໄລຍະອາກາດຮ້ອນໆແບບນີ້, ມີຫຼາຍຄົນເປັນຫ່ວງເລື່ອງລົດ ໂດຍສະເພາະແມ່ນຕົວເຄື່ອງ ແລະ ຢາງລົດ ອາດມີບັນຫາ ເພາະເສັ້ນທາງກໍຮ້ອນ ແລະ ຖ້າຕ້ອງເດີນທາງໄກ ຫຼື ຂີ່ລົດໄປໄກ ກໍບໍ່ຢາກເກີດເລື່ອງຂອງຢາງລົດ, ກົງລົດຫົວ ແລະ ອື່ນໆຕາມມາ…. ແນ່ນອນ. ສະນັ້ນ, ມືນີ້ ທາງທີມງານທາເກັດຈະມາແນະນໍາວີທີກວດ ແລະ ເບິ່ງແຍງຮັກສາອຸປະກອນປະຈໍາລົດ ເພື່ອໃຫ້ການເດີນທາງໃນໄລຍະລະດູຮ້ອນນັ້ນສະດວກສະບາຍຂຶ້ນ.

  • ເລືອກຕິດຟີມກັນແສງທີ່ໄດ້ມາດຕະຖານ.

ມີຄຸນສົມບັດໃນການຫຼຸດຄວາມຮ້ອນ ແລະ ສະທ້ອນແສງໃນລະດັບທີ່ເໝາະສົມ ຈະຫຼຸດຄວາມຮ້ອນ, ​ແສງແດດທີ່ເຮັດໃຫ້ຜູ້ຂັບຂີ່ຕ້ອງໄດ້ໃຊ້ສາຍຕາເບິ່ງເສັ້ນທາງ ເຊິ່ງມັນຈະສົ່ງຜົນໃຫ້ຜູ້ຂັບຂີ່ຢາກນອນງ່າຍກວ່າປົກກະຕິ ແລະ ບໍ່ຄວນຕິດຕັ້ງຟີມກັນແສງທີ່ສະທ້ອນແສງຫຼາຍເກີນໄປ.

 

  • ໝັ່ນທໍາຄວາມສະອາດແກ້ວໜ້າລົດ ແລະ ຫຼັງລົດຢູ່ຕະຫຼອດ.

ສີດນໍ້າຢາເຊັດແກ້ວໜ້າ-ຫຼັງແລ້ວໃຊ້ຜ້າແຫ້ງ, ເຈ້ຍໜັງສືພິມ ເຊັດທໍາຄວາມສະອາດແລ້ວເປີດໃບປັດນໍ້າຝົນທໍາຄວາມສະອາດແກ້ວໜ້າ-ຫຼັງ ໂດຍຕື່ມນໍ້າຢາທໍາຄວາມສະອາດ ຫຼື ຢາສະຜົມລົງໄປໃນກະປຸກນໍ້າປັດໜ້າລົດເລັກນ້ອຍ ຈະຊ່ວຍລ້າງສິ່ງເປີ້ເປື້ອນ ແລະ ຂີ້ຝຸ່ນຕ່າງໆໄດ້ສະອາດຫຼາຍຂຶ້ນ ຊ່ວຍເຮັດໃຫ້ເບິ່ງເສັ້ນທາງໄດ້ແຈ້ງຂຶ້ນ ແຕ່ບໍ່ຄວນໃຊ້ທີ່ປັດນໍ້າຝົນທໍາຄວາມສະອາດໃນເວລາທີ່ແກ້ວແຫ້ງ ເພາະຈະເຮັດໃຫ້ແກ້ວໜ້າລົດເປັນຮອຍຂູດຂີດ ສົ່ງຜົນກະທົບຕໍ່ການເບິ່ງເຫັນເສັ້ນທາງ.

  • ກວດເຊັກຍາງລົດໃຫ້ຢູ່ໃນສະພາບພ້ອມໃຊ້ງານຕະຫຼອດ.

ໃນໄລຍະລະດູຮ້ອນພື້ນຖະໜົນມີອຸນຫະພູມສູງກວ່າປົກກະຕິ ເຮັດໃຫ້ອາກາດພາຍໃນຍາງລົດເພີ່ມຂຶ້ນ ຈະສົ່ງຜົນໃຫ້ຍາງເສື່ອມສະພາບໄວກວ່າປົກກະຕິ ແລະ ສ່ຽງຕໍ່ການເກີດລະເບີດໄດ້.

 

  • ກວດເຊັກເບິ່ງນໍ້າໃນໝໍ້ນໍ້າຢູ່ຕະຫຼອດ.

ກວດເຊັກເບິ່ງນໍ້າໃຫ້ຢູ່ໃນລະດັບທີ່ເໝາະສົມ ບໍ່ໜ້ອຍ ຫຼື ຕໍ່າກວ່າເກນທີ່ກໍານົດ ເພື່ອປ້ອງກັນເຄື່ອງຈັກຮ້ອນແຮງ ໂດຍສະເພາະລົດທີ່ມີອາຍຸການໃຊ້ງານຫຼາຍກວ່າ 5 ປີ ຄວນກວດເບິ່ງທຸກໆອາທິດ. ໝັ່ນຕື່ມນໍ້າສະອາດ ເມື່ອນໍ້າເລີ່ມໜ້ອຍ ໃນເວລາຂັບລົດຄວນສັງເກດເບິ່ງເຂັມວັດລະດັບຄວາມຮ້ອນ ເຊິ່ງມີຄ່າລະຫວ່າງ COLD ( C ) ກັບ HOT ( H ) ຖ້າລະດັບນໍ້າໃນຫ້ອງນໍ້າໜ້ອຍ ຄ່າຄວາມຮ້ອນຈະສູງຂຶ້ນ ເຮັດໃຫ້ເຄື່ອງຈັກຮ້ອນແຮງ ຈະສົ່ງຜົນໃຫ້ເຄື່ອງຈັກໄດ້ຮັບຄວາມເສຍຫາຍໄດ້.

 ການແກ້ໄຂກໍລະນີໝໍ້ນໍາແຫ້ງໃນເວລາເຄື່ອງຈັກກໍາລັງເຮັດວຽກ ຜູ້ຂັບຂີ່ບໍ່ຄວນຝືນຂັບລົດໄປຕໍ່ ເພາະອາດເກີດອັນຕະລາຍຫຼາຍຂຶ້ນ ເພື່ອບໍ່ໃຫ້ໝໍ້ນໍ້າຮົ່ວ ເຮົາບໍ່ຄວນມອດຈັກ ແລະ ຕື່ມນໍ້າໃນໝໍ້ນໍ້າທັນທີ, ໃຫ້ຕິດຈັກໄວ້ບຶດໜຶ່ງພ້ອມເປີດຝາກະໂປງໜ້າລົດ ລໍຖ້າຈົນອຸນຫະພູມຫຼຸດລົງ ແລະ ເຄື່ອງຈັກເລີ່ມເຢັນແລ້ວຈຶ່ງເປີດຝາໜໍ້ນໍ້າແລ້ວຄ່ອຍໆຕື່ມນໍ້າລົງໄປເທື່ອລະນ້ອຍ ແລະ ສິ່ງສໍາຄັນຫ້າມເປີດຝາໝໍ້ນໍ້າໃນເວລາທີ່ເຄື່ອງຈັກຮ້ອນແຮງ ເພາະຈະໄດ້ຮັບອັນຕະລາຍຈາກອາຍນໍ້າທີ່ພຸ່ງຂຶ້ນມາ

Comments