Author Archives: Paeng KC

ແຈ້ງການດ່ວນ!!!! ນໍ້າປະປາບໍ່ສະດວກ ຂອບເຂດເມືອງໄຊຖານີ, ໄຊເສດຖາ, ຈັນທະບູລີ

?ແຈ້ງການນໍ້າປະປາບໍ່ສະດວກແລະພຽງພໍຕໍ່ການນຳໃຊ້ ພາຍໃນຂອບເຂດເມືອງໄຊຖານີ, ໄຊເສດຖາ, ຈັນທະບູລີ ໃນຄໍ່າຄືນວັນທີ 29 ເມສາ 19 ເນື່ອງຈາກມີຝົນຕົກ ⛈ ລົມແຮງ ?ເປັນສາເຫດໃຫ້ໄຟຟ້າຕົກ, ໂຮງງານຜະລິດນໍ້າປະປາດົງໝາກຄາຍ ບໍ່ສາມາດດຳເນີນການຜະລິດໄດ້ຢ່າງເຕັມສ່ວນ ຈຶ່ງສົ່ງຜົນໃຫ້ການບໍລິການ ແລະ ສະໜອງນໍ້າປະປາ ບໍ່ພຽງພໍຕໍ່ຄວາມຮຽກຮ້ອງຕ້ອງການໃນໄລຍະດັ່ງກ່າວນີ້, ເມື່ອກະແສໄຟຟ້າເຂົ້າໂຮງງານໄດ້ຕາມມາດຕະຖານ ຈຶ່ງຈະສາມາດຜະລິດ ບໍລິການ ແລະ ສະໜອງນໍ້າປະປາໄດ້ຢ່າງເປັນປົກກະຕິ ດັ່ງນັ້ນຈຶ່ງຂໍອາໄພທ່ານລູກຄ້າທຸກໆທ່ານມານະທີ່ນີ້ດ້ວຍ ຂໍຂອບໃຈ ສອບຖາມເພີ້ມເຕີມສາຍດ່ວນ: 1169 ☎️

Read More »

ຢາກຊອກຫາປະສົບການ ພ້ອມໄດ້ທຶນໄປເຝິກອົບຮົມໄລຍະສັ້ນ ຢູ່ປະເທດອິນເດຍ (ສະໝັກເລີຍ)

ຂ່າວດີ ! ສໍາລັບບັນດາທ່ານ ທີ່ກໍາລັງຊອກຫາປະສົບການໃຫມ່ ແລະ ຢາກສະໝັກເອົາທຶນ ໄປເຝິກອົບຮົມ ໄລຍະສັ້ນ (2-6 ເດືອນ) ເຮັດການຄົ້ນຄວ້າວິໃຈ ຢູ່ປະເທດ ອິນເດຍ (ອ່ານ ແລະ ສະໝັກທາງດ້ານນີ້ເດີ້) Avail the opportunity of backing your research with guidance and inputs from experts & scientists from India. ມີທັງໝົດ 50 ທຶນ ໃຫ້ທ່ານໄດ້ສະໝັກ ໃນຫຼາກຫຼາຍສາຂາ ລາຍລະອຽດ ແລະ ວິທີການສະໝັກ ທີ່ລິ້ງຂ້າງລຸ່ມນີ້: www.aistic.gov.in/ASEAN/aistdfFellowship ທີ່ມາ: Lao Youth Radio FM 90.0 Mhz

Read More »

ຊົມເຊີຍ!! ທີມບານເຕະແມ່ຍິງລາວ ຖະຫຼົ່ມ ຄີກິສຖານ ຜ່ານເຂົ້າຊິງຊະນະເລີດ

ການແຂ່ງ​ຂັນ​ບານ​ເຕະ​ລາຍ​ການ Bangamata U-19 Women’s International Gold Cup 2019 ຮອບຮອງຊະນະເລີດ ໃນວັນ​ຈັນ 29 ເມ​ສາ 2019 ເວ​ລາ 19:00 ທີມ​ຊາດລາວ​ ສາມາດເອົາຊະນະ ທີມ​ຊາດ ຄີກິສຖານ​ 7-1 ໂດຍທີມຊາດລາວ​ ໄດ້ປະຕູຈາກ: ເບີ​ 8​ ເປ້​ ພົມພັກດີ​ 4 ປະຕູ ນາ​ທີ 9,21,86, 89 ຈຸດ​ໂທດ , ເບີ​ 11 ວາດີ ອິນທີຍາ 1 ປະຕູ ນາ​ທີ 57,​ ເບີ​ 9 ມົນທິບ ສີສະເກດ 1 ປະຕູ​ ນາ​ທີ 74 ແລະ​ ເບີ​ 5 ຫຼ້າ​ນ້ອຍ​ ວົງສິງຄຳ 1 ປະຕູ 90+2 ຂະ​ນະ ທີ່ ຄີກິສຖານ ...

Read More »

ລັດ ໃຫ້ທຶນ 2 ຕື້ກວ່າກີບ ພື້ນຟູສວນ ພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ

ກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສະໜອງທຶນ 2,4 ຕື້ກວ່າກີບ ໃຫ້ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ແລະ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ເພື່ອປັບປຸງ, ພັດທະນາ ແລະ ຟື້ນຟູ ສວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍ ນະຄອນຫຼວງວຽງຈັນ ເປັນຕົ້ນ ແມ່ນການປູກຕົ້ນໄມ້ ພືດພັນໄມ້ຫຼາກຫຼາຍຊະນິດ ໃຫ້ມີຄວາມອຸດົມສົມບູນ, ທັງສ້າງໃຫ້ເປັນສະຖານທີ່ທ່ອງທ່ຽວ. ພິທີເຊັນສັນຍາ ສະໜອງທຶນດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2019 ນີ້, ລະຫວ່າງທ່ານນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ; ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ແລະ ທ່ານນາງ ລັດສະໝີ ບຸບຜາ ຄະນະບໍດີ ຄະນະວິທະ ຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ໂດຍມີຕົວແທນຈາກພາກສ່ວນກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ. ທຶນຈຳນວນດັ່ງກ່າວ ຈະໄດ້ນຳໃຊ້ເຂົ້າໃນການປະຕິບັດ 2 ໂຄງການ ຄື: ໂຄງການປູກຕົ້ນໄມ້ ເພື່ອຟື້ນຟູ ສວນພຶກສາສາດ ...

Read More »

4 ເດືອນຕົ້ນປີ ລາວສົ່ງອອກສິນຄ້າກະສິກຳບັນລຸແລ້ວ ເກືອບ 60 ຕື້ກີບ

ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າແມ່ນວຽກໜຶ່ງທີ່ລັດຖະບານເອົາໃຈໃສ່ໂດຍອີງໃສ່ທ່າແຮງທີ່ມີຢູ່ພາຍໃນປະເທດ, ຊຶ່ງຫຼ້າສຸດຂໍ້ມູນຈາກກະຊວງ ກະສິກຳ ແລະປ່າໄມ້ ເຜີຍວ່າຍອດຕົວເລກການສົ່ງອອກຮອດເດືອນເມສາມີທັງໝົດ 20 ພັນກວ່າໂຕນ ຄິດເປັນມູນຄ່າເກືອບ 60 ຕື້ກີບ, ໂດຍສິນຄ້າຫຼັກທີ່ສົ່ງອອກຍັງ ແມ່ນກາເຟ, ໝາກກ້ວຍ ແລະມັນຕົ້ນ. ອີງຕາມບົດລາຍງານສະພາບການປະຕິບັດວຽກປະຈຳເດືອນເມສາ 2019 ແລະແຜນວຽກສຸມໃນເດືອນພຶດສະພາຂອງຂະແໜງກະສິກຳ ແລະປ່າໄມ້, ກະ ຊວງກະສິກຳ ແລະປ່າໄມ້ ໃຫ້ຮູ້ວ່າ: ໃນການຜະລິດສະບຽງອາຫານໂດຍສະເພາະການຜະລິດລະດູແລ້ງປີ 2018-2019 ກໍຄື ການຜະລິດເຂົ້ານາແຊງມາຮອດ ປະຈຸບັນ ຊາວກະສິກອນໃນຂອບເຂດທົ່ວປະເທດ ແມ່ນພວມຂຸ້ນຂ້ຽວເກັບ ກ່ຽວມ້ຽນມັດຜົນຜະລິດເຂົ້ານາແຊງໃນເນື້ອທີ່ ທີ່ໄດ້ປັກດຳ 89,65 ພັນເຮັກ ຕາ ເທົ່າກັບ 90% ຂອງເນື້ອທີ່ທັງໝົດ, ຊຶ່ງດຽວນີ້ເຫັນວ່າຫຼາຍແຂວງແມ່ນໄດ້ເລີ່ມເກັບກ່ຽວຈຳນວນໜຶ່ງແລ້ວ, ສ່ວນການປູກພືດລະດູແລ້ງຂອງຊາວກະສິກອນ ທີ່ໄດ້ປູກພືດຜັກຊະນິດຕ່າງໆຈຳນວນ 1,35 ແສນເຮັກຕາເທົ່າກັບ 73,22% ຂອງແຜນການທັງໝົດ, ໃນນັ້ນພືດທີ່ປູກຫຼາຍກວ່າໝູ່ແມ່ນ ສາລີອາຫານ ສັດ, ສາລີຫວານ, ມັນຕົ້ນ, ຢາສູບ, ອ້ອຍ, ຖົ່ວດິນ ແລະເຜືອກມັນຕ່າງໆ, ສຳລັບແຂວງທີ່ປູກຫຼາຍກວ່າໝູ່ແມ່ນພາກເໜືອ ປະຕິບັດໄດ້ 57,75 ພັນເຮັກຕາ, ພາກ ກາງ 48,77 ...

Read More »

150 ກວ່າປະເທດ ສະໜັບສະໜູນຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຢ່າງກວ້າງຂວາງ

ບັນດາຄະນະຜູ້ແທນຈາກ 150 ກວ່າປະເທດທົ່ວໂລກໄດ້ເຫັນດີ ແລະ ສະໜັບສະໜູນຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງຢ່າງກວ້າງຂວາງ ພາຍຫຼັງຈັດຕັ້ງປະຕິບັດມາໄດ້ 6 ປີພົບວ່າມີໝາກຜົນ ແລະ ເກີດເປັນຮູບປະທໍາຢ່າງຕັ້ງໜ້າ ເຊິ່ງສາມາດເຮັດໃຫ້ພື້ນຖານໂຄງລ່າງ, ການຄ້າ, ການລົງທຶນ, ການໄປມາຫາສູ່, ການທ່ອງທ່ຽວ ແລະ ອື່ນໆແຕກດອກອອກຜົນ. ກອງປະຊຸມໜຶ່ງແລວ ໜຶ່ງເສັ້ນທາງຄັ້ງທີ 2 ເພື່ອການຮ່ວມສາກົນໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 26 ເມສາ 2019 ນີ້ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍເປັນປະທານຂອງ ທ່ານ ສີ ຈິ້ນ ຜີງ ປະທານປະເທດແຫ່ງ ສປ ຈີນ, ສະເພາະ ສປປ ລາວໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມດັ່ກ່າວ ນອກນັ້ນມີບັນດາປະມຸກລັດ, ຄະນະຜູ້ແທນຂັ້ນສູງ ແລະ ສື່ມວນລວມທັງໝົດ 5.000 ທ່ານຈາກ 150 ປະເທດທົ່ວໂລກເຂົ້າຮ່ວມກອງປະຊຸມຄັ້ງນີ້. ກອງປະຊຸມຄັ້ງນີ້ດໍາເນີນ ເວລາ 3 ວັນ ( 25-27 ...

Read More »

ປະທານປະເທດລາວ ຢ້ຽມຢາມ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ

ສະຫາຍເລຂາທິການໃຫຍ່ພັກ ບຸນຍັງ ວໍລະຈິດ ຢ້ຽມຢາມລັດຖະກິດ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2: ຕອບສະໜອງຄາມຄໍາເຊື້ອເຊີນຂອງ ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ-ລັດລາວ ໄດ້ເດີນທາງໄປຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ”ຄັ້ງທີ 2 ທີ່ ສປ ຈີນ ແຕ່ວັນທີ 25 ເມສາ ຫາວັນທີ 01 ພຶດສະພາ 2019. ໃນຕອນແລງຂອງວັນທີ 25 ເມສາ 2019, ສະຫາຍ ບຸນຍັງ ວໍລະຈິດ ໄດ້ພົບກັບ ສະຫາຍ ລີເຄີ້ສຽງ, ກຳມະການຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ...

Read More »

ສະພາສະເໜີລັດຖະບານ

 ສະບັບກ່ອນໄດ້ນຳສະເໜີມະຕິກອງປະຊຸມສະພາແຫ່ງຊາດທີ່ຮັບຮອງຄາດໝາຍເສດຖະກິດມະຫາພາກ;  ສະບັບນີ້ຈະນຳສະເໜີບັນດາມາດຕະການທີ່ສະພາສະເໜີໃຫ້ລັດຖະບານເອົາໃຈໃສ່ເພີ່ມດັ່ງນີ້: ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານເສດຖະກິດມາຫາພາກ ໂດຍເອົາໃຈໃສ່ ຄຸ້ມຄອງ ແລະ ບໍລິຫານນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາ ຢ່າງຄ່ອງແຄ້ວເພື່ອສະກັດກັ້ນການເພີ່ມຂຶ້ນຂອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ທີ່ກຳລັງປະເຊີນໜ້າ, ຄວບຄຸມປະລິມານເງິນ M2, ແກ້ໄຂການຂາດດຸນງົບປະມານ ແລະ ຄຸ້ມຄອງອັດຕາສ່ວນໜີ້ເສຍ ຂອງລະບົບທະນາຄານ ໃຫ້ມີຄວາມເໝາະສົມ; ຮັບປະກັນການຈັດແບ່ງງົບປະມານການລົງທຶນ ໃຫ້ຂະແໜງການສູນກາງ ແລະ ທ້ອງຖິ່ນຕາມມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາ ແຜນງົບປະມານແຫ່ງລັດປະຈຳປີ 2019 ເປັນຕົ້ນການຈັດແບ່ງງົບປະມານ ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ. ສຶກສາທິການ ແລະ ກິລາ, ສາທາລະນະສຸກ ແລະ ການຕ້ານຕາຝັ່ງເຈື່ອນ ຕາມແມ່ນ້ຳຊາຍແດນລະຫວ່າງຊາດ; ສົ່ງເສີມການລົງທຶນເອກະຊົນເຂົ້າໃນການ ກໍ່ສ້າງພື້ນຖານໂຄງລ່າງ ດ້ວຍຮູບແບບການກໍ່ສ້າງດໍາເນີນງານ ແລະ ມອບໂອນ (BOT) ເປັນຕົ້ນ ການກໍ່ສ້າງເສັ້ນທາງແກ້ໄຂຄວາມແອອັດໃນຕົວເມືອງໃຫຍ່ ແລະ ເສັ້ນທາງສຳຄັນ ຕາມເປົ້າໝາຍທີ່ມີິຄວາມຈຳເປັນ ເພື່ອຫຼຸດຜ່ອນການລົງທຶນຂອງພາກລັັດ; ການລົງທຶນຂອງລັດ ສໍາລັບໂຄງການໃໝ່ ຕ້ອງດໍາເນີນການປະເມີນ ກ່ອນການບັດຈຸເຂົ້າໃນແຜນປະຈໍາປີ ຕາມມາດຕາ 34; ຈັດປະເພດໂຄງການການລົງທຶນ ຕາມມາດຕາ ...

Read More »

ພັດທະນາແຮງງານແມ່ຍິງເພື່ອຫຼຸດຜ່ອນການໄປຂາຍແຮງງານ ຢູ່ຕ່າງປະເທດທີ່ມີຄວາມສ່ຽງຕໍ່ແມ່ຍິງລາວ

ບັນດາທ່ານ ຄິດແນວໃດກັບຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ໂດຍສະເພາະໃນດ້ານອາຊີບ, ການເຮັດວຽກ, ການເລື່ອນຕໍາແໜ່ງ, ການເປັນຫົວໜ້າຄຸມລູກນ້ອງ… ຖ້າເບິ່ງໃນວົງການຂອງທຸລະກິດແລ້ວ ພວກເຮົາກໍເຫັນໄດ້ວ່າ ບົດບາດຍິງ-ຊາຍ ໃນທຸກມື້ນີ້ນັ້ນມີຄວາມສະເໝີພາບ  ມີຫຼາຍອົງກອນທີ່ມີແມ່ຍິງເປັນຜູ້ບໍລິຫານລະດັບສູງ, ຫຼາຍໆອົງກອນທີ່ພະນັກງານສ່ວນຫຼາຍເປັນແມ່ຍິງ ແລະ ເມື່ອມາເບິ່ງຜົນງານແລ້ວກໍຖືວ່າເຮັດໄດ້ດີເທົ່າທຽມກັບເພດຊາຍ; ແຕ່ໃນບາງອົງກອນ ຫຼື ບາງພາກສ່ວນເຫັນວ່າຍັງບໍ່ໃຫ້ສິດ-ໂອກາດ ແກ່ແມ່ຍິງເທົ່າທີ່ເຂົາເຈົ້າຄວນໄດ້ຮັບ,  ເນື່ອງຈາກສັກກະຍະພາບທາງດ້ານຮ່າງກາຍທີ່ບໍ່ແຂງແຮງເທົ່າເພດຊາຍ ແລະ ການຕັດສິນຈາກຄວາມຄິດຂອງຕົນເອງເປັນຕົ້ນ. ເນື່ອງໃນໂອກາດ ວັນແມ່ຍິງສາກົນ ວັນທີ 8 ມີນາ 2019 ນີ້. ວາລະສານທາເກັດຂອງພວກເຮົາກໍຢາກຈະເປັນສ່ວນໜຶ່ງ ເພື່ອຊ່ວຍຍົກພາລະບົດບາດຂອງແມ່ຍິງລາວ ກໍຄືສາກົນໃຫ້ສູງຂຶ້ນໄປຕຶ່ມອີກ, ໂດຍພວກເຮົາຈະຂໍແນະນໍາໃຫ້ຮູ້ຈັກກັບແມ່ຍິງຕົວນ້ອຍໆຄົນນີ້ ທ່ານ ນາງ ໄຂຄໍາ ລຸນບຸນພອນ “ກຽງ” ທີ່ມີຕໍາແໜ່ງເປັນ HR ຢູ່ທີ່ບໍລິສັດ ຊັນ-ເຕ້ລາວ ຈໍາກັດ, ຄຸມພະນັກງານຫຼາຍກວ່າ 225 ຄົນໃນນັ້ນເປັນແມ່ຍິງ 186 ຄົນ (ເນັ້ນແຮງງານແມ່ຍິງເປັນສ່ວນຫຼາຍ) ແລະ ມີປະສົບການຄຸມພະນັກງານຈາກໂຮງແຮມຫຼາຍໆບ່ອນມາກ່ອນ. “ກຽງ” ໄດ້ໃຫ້ສໍາພາດກັບທາງທີມງານພວກເຮົາວ່າ: ສໍາລັບໃນໂຮງງານ ຊັນ-ເຕ້ລາວ ຂອງພວກເຮົາແມ່ນຈະໃຊ້ແຮງງານແມ່ຍິງເປັນສ່ວນຫຼາຍ ເຊິ່ງໂດຍສ່ວນຕົວແລ້ວຄິດວ່າ ແມ່ຍິງເປັນເພດທີ່ມີຄວາມລະອຽດອ່ອນ, ມີຄວາມຄິດຄວາມອ່ານໃນການເຮັດວຽກໄວກວ່າເພດຊາຍ ເພາະໃນໂຮງງານຂອງພວກເຮົາກໍມີແຮງງານເພດຊາຍເປັນບາງສ່ວນ ...

Read More »

ອາຊີບຫຍັງ? ຈະມາແຮງໃນອະນາຄົດ!

ເພາະໂລກຂອງເຮົາປ່ຽນໄປຢ່າງໄວວາ ເຊິ່ງບໍ່ໄດ້ປ່ຽນເປັນປີ, 10 ປີ ແຕ່ປ່ຽນເປັນວັນ, ເປັນເດືອນ ອາຊີບທີ່ເຮົາເຮັດຢູ່ກໍເຊັ່ນກັນ ຫຼາຍໆອາຊີບທີ່ໃນເມື່ອກ່ອນເຮັດແລ້ວ ປະສົບຄວາມສໍາເລັດຈົນເປັນທີ່ຍອມຮັບໃນລະດັບສາກົນ ແຕ່ມາໃນປັດຈຸບັນຕ້ອງຍອມຮັບເລີຍວ່າ ບາງອາຊີບບໍ່ເປັນທີ່ຕ້ອງການຂອງຕະຫຼາດເທົ່າທີ່ຄວນ ແລະບາງອາຊີບກໍຕາຍໄປໃນທີ່ສຸດ; ເຊິ່ງປັດຈຸບັນມີຫຼາຍໆອາຊີບໃໝ່ທີ່ນໍາພາຄົນໃຫ້ປະສົບຄວາມສໍາເລັດໄດ້ຢ່າງຫຼວງຫຼາຍ ເຮັດໃຫ້ຫຼາຍຄົນຫັນມາປະກອບອາຊີບເຫຼົ່ານັ້ນເພີ່ມຂຶ້ນ. ແຕ່ເມື່ອມາເບິ່ງການປ່ຽນແປງຂອງສັງຄົມ, ການປ່ຽນແປງຂອງໂລກຄືປັດຈຸບັນນີ້ແລ້ວ ທ່ານບໍ່ມີທາງຮູ້ເລີຍວ່າ ອາຊີບທີ່ມາແຮງໃນປັດຈຸບັນຈະຫຼຸດປະສິດທິພາບລົງມື້ໃດ ແລ້ວອະນາຄົດເດອາຊີບໃດຈະມາສ້າງໃຫ້ທ່ານປະສົບຄວາມສໍາເລັດໄດ້. ໂດຍອີງຕາມການປ່ຽນແປງຂອງໂລກ ແລະຄວາມນິຍົມຂອງຄົນໃນປັດຈຸບັນ ມື້ນີ້ຜູ້ຂຽນກໍເລີຍຈະມາແນະນໍາໃຫ້ຮູ້ຈັກຄ່າວໆ ກັບອາຊີບທີ່ຄາດວ່າຈະມາແຮງ ແລະເປັນທີ່ຕ້ອງການຂອງຕະຫຼາດໃນອະນາຄົດ ໄດ້ແກ່ 7 ອາຊີບນີ້: ນັກການຕະຫຼາດ Online: ທຸກມື້ນີ້ຜູ້ຄົນໃຊ້ໂທລະສັບເປັນເຄື່ອງມືສື່ສານ ແລະເບິ່ງຂໍ້ມູນຂ່າວສານເກືອບທຸກວິນາທີ ແນ່ນອນທີ່ສຸດວ່າ ສິ່ງທີ່ເຮົາເບິ່ງ, ຂໍ້ມູນທີ່ເຮົາເຫັນມັນບໍ່ໄດ້ຟຣີສະເໝີໄປ; ສິ່ງທີ່ຕິດຕາມມາກັບຂໍ້ມູນກໍຄື ໂຄສະນາທີ່ນັກການຕະຫຼາດ Online ເປັນຜູ້ອອກແບບ, ຜະລິດໂຄສະນາແບບນຽນໆ ເຮັດໃຫ້ເຮົາຕ້ອງຈົກເງິນຊື້ສິນຄ້າ ຫຼືບໍລິການທີ່ນັກການຕະຫຼາດຕ້ອງການຈະສື່ສານໃຫ້ຜູ້ຮັບຂໍ້ມູນ ໄດ້ຮັບຮູ້ເຖິງເລື່ອງລາວຂອງຜະລິດຕະພັນຕ່າງໆ. ສະນັ້ນ ອາຊີບໃນອະນາຄົດທີ່ໜ້າສົນໃຈຄົງໜີພົ້ນ “ນັກການຕະຫຼາດ Online” ໃຜເກັ່ງ, ສີມືດີຮັບຮອງວ່າຮັບຊັບແບບບໍ່ຂາດສາຍແນ່ນອນ ນັກຂຽນ Application: ຖ້າໃນອະດີດນັກຂຽນເວັບໄຊ້ ອອກແບບເວັບໄຊເປັນທີ່ນິຍົມຫຼາຍ ແຕ່ໃນປັດຈຸບັນ ແລະອະນາຄົດອາຊີບທີ່ຈະມາແຮງແມ່ນ “ນັກອອກແບບຂຽນໂປແກຣມ Application” ເທິງ Smart Phone ເນື່ອງຈາກໃນຍຸກທີ່ທຸກຄົນຕິດຕາມຂໍ້ມູນຂ່າວສານງ່າຍດາຍ ...

Read More »