ບັນດານັກຂາຍຄວນລະວັງຫຍັງແດ່?!!!!! (ໃຜເປັນແມ່ຄ້າ-ພໍ່ຄ້າອອນໄລ໌ ອ່ານເລີຍ)

ໃນຊີວິດປະຈໍາວັນຂອງພວກເຮົາ ອາດເຫັນການໂຄສະນາ ກ່ຽວກັບ ສິນຄ້າ ຫຼື ການບໍລິການ ຫຼາກຫຼາຍຮູບແບບ, ຫຼາຍສີສັນ ເຊິ່ງເປັນການເຮັດການຕະຫຼາດ ເພື່ອເພີ່ມຍອດຂາຍ, ດຶງດູດລູກຄ້າ ຫຼື ເຮັດໃຫ້ສິນຄ້າ ຫຼື ການບໍລິການຂອງຕົນເບິ່ງແລ້ວ ດີ, ມີຄຸນນະພາບ ໂດຍຜ່ານຫຼາຍຊ່ອງທາງ ເຊັ່ນ: ການຂາຍໂດຍກົງ, ໂທລະພາບ, ວິທະຍຸ, ປ້າຍໂຄສະນາ, ເຟສ໌ບຸກ (Facebook), ອິນສ໌ຕາແກຼມ (Instagram) ຫຼື ຜ່ານສື່ສັງຄົມອອນລາຍອື່ນໆ. ແຕ່ທ່ານຮູ້ບໍ່ວ່າ ຖ້າຫາກ ການໂຄສະນາດັ່ງກ່າວຫາກ ເກີນຄວາມເປັນຈິງ, ບໍ່ຖືກຕ້ອງ ເຊັ່ນ: ເປັນການໂຄສະນາຊວນເຊື່ອ ເພື່ອອວດອ້າງສັບພະຄຸນຂອງສິນຄ້າ ຫຼື ການບໍລິການ ເຊັ່ນ: ໃຊ້ແລ້ວຂາວ, ກິນແລ້ວຮຸ່ນດີ ດັ່ງນີ້ເປັນຕົ້ນ ແຕ່ເມື່ອໃຊ້ແລ້ວ ແມ່ນ ບໍ່ດີ ຫຼື ບໍ່ມີຄຸນນະພາບ ຄືກັບການໂຄສະນາໄວ້ ເຊິ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ໃຫ້ແກ່ຜູ້ອຸປະໂພກ ຫຼື ຜູ້ບໍລິໂພກ ແມ່ນ ເປັນຄວາມຜິດທາງອາຍາ ເຊິ່ງອາດຈະຖືກລົງໂທດຕັດອິດສະຫຼະພາບ (ຕິດຄຸກ) ຫຼື ປັບໃໝ ຕາມທີ່ກົດໝາຍໄດ້ກຳນົດໄວ້ດັັ່ງນີ້:

ມາດຕາ 305 ຂອງ ປະມວນກົດໝາຍອາຍາ ກໍານົດວ່າ: “ບຸກຄົນໃດ (ນິຕິບຸກຄົນ: ບໍລິສັດ…) ຫາກໂຄສະນາສິນຄ້າ ຫຼື ການບໍລິການ ເກີນຄວາມເປັນຈິງ ຫຼື ບໍ່ຖືກຕ້ອງ ໂດຍເຈດຕະນາ ຊຶ່ງກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ສາມປີ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 20.000.000 ກີບ.

ຈາກບົດບັນຍັດຂອງ ມາດຕາດັ່ງກ່າວ ສາມາດສະຫຼຸບໄດ້ວ່າ ຜູ້ທີ່ຈະມີຄວາມຮັບຜິດຊອບທາງອາຍາ ຕາມທີ່ກ່າວມາຂ້າງເທິງນັ້ນກໍຕໍ່ເມື່ອຄົບ 4 ເຄື່ອງໝາຍອົງປະກອບ ຕໍ່ໄປນີ້: 1) ເປັນບຸກຄົນທີ່ມີກະສຽນອາຍຸແຕ່ 15 ປີຂຶ້ນໄປ ແລະ ບໍ່ເປັນບ້າເສຍຈິດ ຫຼື ເປັນນິຕິບຸກຄົນ (ບໍລິສັດ…) ທີ່ຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍ; 2) ໄດ້ໂຄສະນາສິນຄ້າ ຫຼື ການບໍລິການ ເກີນຄວາມເປັນຈິງ ຫຼື ບໍ່ຖືກຕ້ອງ; 3) ເປັນການກະທໍາໂດຍເຈດຕະນາ (ທັງໆທີ່ຮູ້ວ່າ ສິນຄ້າ ຫຼື ການບໍລິການດັ່ງກ່າວ ບໍ່ໄດ້ດີ ຫຼື ບໍ່ມີຄຸນນະພາບ ເກີນຄວາມເປັນຈິງ ແຕ່ກໍຍັງຈົງໃຈໂຄສະນາ), ແລະ (4) ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ໃຫ້ແກ່ຜູ້ອຸປະໂພກ ຫຼື ຜູ້ບໍລິໂພກ. ສໍາລັບ ການສ້າງຄວາມເສຍຫາຍຢ່າງຫຼວງຫຼາຍນີ້ ແມ່ນຂຶ້ນກັບ ຜົນເສຍຫາຍຕົວຈິງ ທາງດ້ານຊີວິດ, ສຸຂະພາບ, ກຽດສັກສີ ແລະ ຊັບສິນ (ສໍາລັບ ຄວາມເສຍຫາຍຢ່າງຫຼວງຫຼາຍ ທາງດ້ານຊັບສິນແມ່ນ ມີມູນຄ່າ ເກີນກວ່າ 50.000.000 (ຫ້າສິບລ້ານ) ກີບ ຂຶ້ນໄປ) ຕາມທີ່ກໍານົດໄວ້ໃນ ມາດຕາ 63 ຂອງ ປະມວນກົດໝາຍ ອາຍາ ສະບັບ ດັ່ງກ່າວ.

ໂລກສັງຄົມອອນລາຍ ໃນປັດຈຸບັນ ຜູ້ໂຄສະນາຂາຍສິນຄ້າ ຫຼື ການບໍລິການ ສ່ວນຫຼາຍ ທີ່ພົບເຫັນ ແມ່ນເປັນ ນ້ອງໆ ນັກຮຽນ, ນັກສຶກສາ ຜູ້ທີ່ຕ້ອງການຫາເງິນ ເພື່ອເປັນທຶນການສຶກສາ ຫຼື ພະນັກງານ ຈໍານວນໜຶ່ງທີ່ຕ້ອງການຫາລາຍໄດ້ເສີມ ບາງຄັ້ງກໍບໍ່ໄດ້ທັນໄດ້ຄົ້ນຄິດຢ່າງລະອຽດຖີ່ຖ້ວນ ກ່ຽວກັບ ການໂຄສະນາຂອງຕົນ ເຊິ່ງອາດຈະພາໃຫ້ມີຜົນສະທ້ອນ ຕໍ່ຕົນເອງຕາມມາ. ສຸດທ້າຍນີ້ ຂ້າພະເຈົ້າ ຂໍຝາກມາຍັງ ນ້ອງນ້ອງນັກຮຽນ, ນັກສຶກສາ, ຜູ້ດໍາເນີນທຸລະກິດກ່ຽວກັບການໂຄສະນາ, ພະນັກງານຂາຍ ດັ່ງນີ້ເປັນຕົ້ນ ໃຫ້ພິຈາລະນາ ຫຼື ສຶກສາລາຍລະອຽດກ່ຽວກັບສິນຄ້າ ຫຼື ການບໍລິການ ທີ່ຕົນໂຄສະນາ ວ່າຖືກຕ້ອງ ຫຼື ເກີນຄວາມເປັນຈິງ ຫຼື ບໍ່ ທັງນີ້ກໍເພື່ອຫຼີກລ່ຽງ ການກະທໍາຜິດທາງອາຍາ ແລະ ຄວາມເສຍຫາຍຕ່າງໆ ທີ່ອາດຈະເກີດຂຶ້ນ ກັບທ່ານ, ທຸລະກິດ, ຊັບສິນ, ກຽດສັກສີ ຊື່ສຽງ ແລະ ຜົນສະທ້ອນອື່ນໆທີ່ຕາມມາ.

ໝາຍເຫດ: ວາລະສານ ທາແກັດ ສະຫງວນລິຂະສິດບົດຄວາມນີ້ ຕາມກົດໝາຍ ວ່າດ້ວຍຊັບສິນທາງປັນຍາ. ບົດຄວາມນີ້ ແມ່ນເພື່ອເປົ້າໝາຍໃຫ້ຄວາມຮູ້ທາງດ້ານກົດໝາຍເທົ່ານັ້ນບໍ່ແມ່ນເປັນການໃຫ້ຄຳປຶກສາທາງດ້ານກົດໝາຍ ຫຼື ເປັນການອອກຄຳເຫັນທາງດ້ານກົດໝາຍແຕ່ຢ່າງໃດ.

(ວາລະສານທາເກັດ ສະບັບ 152 ເດືອນມີນາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

 

salesperson should watch out!

In our daily life, we have seen a number of product or service advertisements as a marketing tool for increasing sales, attracting customers or improving image for products or services so that they appear in good quality via many channels, namely direct sale, TV, radio, billboard, facebook, Instagram or other social media platforms. However, if you distort the fact or present inaccurate information, for example hype advertising by exaggerating the quality of your products or services that they can help whitening your skin or keeping you in shape, then it turns out to be the opposite from what you told them which causes huge damage upon consumers. In that case, you can be charged for a criminal act with imprisonment or fine as stipulated by the law below:

According to Article 305 of the Penal Law, “any individual (legal entity: company) who intentionally exaggerate fact or presents inaccurate information on their advertisement which causes huge damage will be subject to three-month to three-year imprisonment or parole and fine from 5,000,000 to 20,000,000 kip.”

Based on the provision, it can be concluded that in order to be criminally liable as mentioned above, the person has to commit to the following 4 conditions: 1) be at least 15 years of age with no mental illness or a legal entity (company) that is duty registered; 2) advertise their products or services with exaggerated or inaccurate information; 3) intentionally commit such illegal act (despite knowing that the products or services do not really possess any quality promised in the advertisement); and 4) cause huge damage upon consumers. In terms of damage, it depends on the practical level of severity upon life, health, dignity and properties (only damaged properties valuing at least 50,000,000 kip will be constituted as the significant property damage) as stipulated in Article 63 of the Penal Law.

Currently, online trade on social media platforms has been booming among students to support their education or some office staff who want to earn extra without considering thoroughly before advertising their products which could yield negative consequences upon themselves. Finally, I would like to ask students, marketing agencies as well as salesperson to consider or study product or service details to find out whether it is reliable or exaggerated to avoid legal charge and any damage upon yourself, business, properties, dignity, reputation and other consequences.

Notice: Target Magazine would like to reserve all rights of this article based on the Law on Intellectual Property. This article only aims at providing legal knowledge and does not serve as a legal advising or whatsoever.

Comments