ຂໍ້ຄິດເຫັນສໍາຄັນເພື່ອຈັດການບັນຫາທ້າທາຍຂອງທຸລະກິດທີ່ພວມເຕີບໂຕ (ຕໍ່)

ສືບຕໍ່ມາຈາກສະບັບກ່ອນ, ທຸລະກິດທີ່ພວມເຕີບໃຫຍ່ມັກຈະພົບບັນຫາທ້າທາຍຫຼາຍດ້ານ ສິ່ງສໍາຄັນທີ່ທຸລະກິດຕ້ອງໄດ້ສະດຸ້ງໄວຕໍ່ກັບການປ່ຽນແປງ ແລະ ຕອບໂຕ້ໃຫ້ທັນການ ໂດຍສະເພາະ ການຕິດຕາມຕະຫຼາດຢ່າງຕໍ່ເນື່ອງ; ການວາງແຜນລ່ວງໜ້າ; ການໄຫຼວຽນເງິນສົດ ແລະ ການຄຸ້ມຄອງການເງິນ; ການແກ້ໄຂບັນຫາ; ລະບົບທີ່ຖືກຕ້ອງເໝາະສົມ; ທັກສະຄວາມຮູ້ ແລະ ທັດສະນະຄະຕິ;​ ແລະ ຍິນດີຕ້ອນຮັບກັບການປ່ຽນແປງ. ໃນນີ້, ສາມບັນຫາທໍາອິດ ແມ່ນໄດ້ນໍາສະເໜີ ໃຫ້ກັບທ່ານຜູ້ອ່ານແລ້ວໃນສະບັບກ່ອນ, ມາໃນສະບັບນີ້ ເຮົາຈະມາລົງເລິກຕື່ມກ່ຽວກັບສີ່ບັນຫາເພີ່ມຕື່ມຄື:

  1. ການແກ້ໄຂບັນຫາ (Problem solving): ໃນການດໍາເນີນທຸລະກິດແຕ່ລະວັນ ມັກຈະມີບັນຫາທ້າທາຍໃໝ່ໆເກີດຂຶ້ນສະເໝີ ແລະ ຝ່າຍຄຸ້ມຄອງຈັດການຕ້ອງໄດ້ໃຊ້ເວລາເພື່ອແກ້ໄຂບັນຫາທີ່ເກີດຂຶ້ນນັ້ນຕາມຄວາມສໍາຄັນ ແລະ ເລັ່ງດ່ວນ. ໃນເວລາທີ່ທຸລະກິດຂອງທ່ານພວມເຕີບໃຫຍ່,​ ການໃຊ້ເວລາເພື່ອຊອກຫາຄວາມຈິງຕໍ່ກັບຂໍ້ຂ້ອງໃຈ ຫຼື ຄວາມບໍ່ພໍໃຈຂອງລູກຄ້າ ອາດຈະຊ່ວຍປົກປ້ອງສາຍພົວພັນໜຶ່ງໄວ້, ແຕ່ວ່າ ການສຸມໃສ່ການຈ້າງພະນັກງານຂາຍທີ່ຖືກຕ້ອງ ອາດຈະເປັນການວາງຮາກຖານທີ່ເຂັ້ມແຂງສໍາລັບຍອດຂາຍໃໝ່ທີ່ຫຼວງຫຼາຍໃນຊຸມປີຕໍ່ໜ້າໄດ້.

ໃນຂະນະທີ່ ທຸລະກິດພວມເຕີບໂຕ, ທ່ານຍັງຕ້້ອງໄດ້ສະດຸ້ງໄວຕໍ່ກັບບັນຫາ ແລະ ບູລິມະສິດໃໝ່ໆ. ຕົວຢ່າງ: ທຸລະກິດຂອງທ່ານອາດຈະມີຄວາມສ່ຽງເພີ່ມຂຶ້ນ, ຖ້າຫາກທ່ານ ບໍ່ດໍາເນີນບາດກ້າວໃດໜຶ່ງ ເພື່ອຮັບປະກັນວ່າ ຊັບສິນທາງປັນຍາຂອງທ່ານ ເຊັ່ນ ສິດທິບັດ ຫຼື ເຄື່ອງໝາຍການຄ້າຂອງທ່ານນັ້ນ ໄດ້ຖືກປົກປ້ອງຢ່າງເໝາະສົມ. ຖ້າຫາກທ່ານສຸມໃສ່ແຕ່ລະ “ແຄມເປນ”ດ້ານການຕະຫຼາດ, ທ່ານອາດຈະຕ້ອງໄດ້ນໍາໃຊ້ຊັບພະຍາກອນເພີ່ມຕື່ມ ເພື່ອພັດທະນາຍີ່ຫໍ້/ຊື່ສິນຄ້າຂອງທ່ານ. ສະນັ້ນ, ການລະບຸຕົວຂັບເຄື່ອນທີ່ສໍາຄັນຂອງການເຕີິບໂຕໃນທຸລະກິດຂອງທ່ານ ແມ່ນວິທີທາງທີ່ດີ ເພື່ອໃຫ້ເຂົ້າໃຈສິ່ງໃດທີ່ຕ້ອງໄດ້ຈັດບູລິມະສິດກ່ອນ-ຫຼັງ. ພ້ອມນັ້ນ, ແນວທາງການຄຸ້ມຄອງບໍລິຫານທີ່ມີວິໄນ ແມ່ນໃຫ້ສຸມໃສ່ພະນັກງານທີ່ນໍາໜ້າ, ພັດທະນາທີມງານການບໍລິຫານຂອງທ່ານ ແລະ ສ້າງຍຸດທະສາດທຸລະກິດຂອງທ່ານ. ແທນທີ່ຈະເປັນການປະຕິບັດຕໍ່ກັບແຕ່ລະບັນຫາທີ່ເກີດຂຶ້ນ, ທ່ານຄວນພັດທະນາລະບົບ ແລະ ໂຄງສ້າງທີ່ເຮັດໃຫ້ມັນງ່າຍຂຶ້ນເພື່ອຈັດການກັບບັນຫານັ້ນໃນອະນາຄົດ.

  1. ລະບົບທີ່ຖືກຕ້ອງເໝາະສົມ (The right systems): ທຸກທຸລະກິດຜະລິດ ແລະ ອາໄສຂໍ້ມູນຈໍານວນຫຼວງຫຼາຍ ເຊັ່ນ: ການບັນທຶກທາງດ້ານການເງິນ, ການຕອບໂຕ້ກັບລູກຄ້າ ແລະ ການຕິດຕໍ່ທາງທຸລະກິດອື່ນໆ, ລາຍລະອຽດຂອງພະນັກງານ, ຂໍ້ກໍານົດຕ່າງໆທາງດ້ານລະບຽບການ ແລະ ອື່ນໆ ຊຶ່ງຫຼາຍເກີນໄປທີ່ຈະຕິດຕາມໂດຍປາສະຈາກລະບົບທີ່ຖືກຕ້ອງເໝາະສົມ ແລະ ນໍາໃຊ້ຢ່າງມີປະສິດທິຜົນ. ຄວາມຮັບຜິດຊອບ ແລະ ໜ້າວຽກສາມາດມອບໝາຍໃຫ້ພະນັກງານ ໃນຂະນະທີ່ທຸລະກິດຂອງທ່ານພວມຂະຫຍາຍຕົວ, ແຕ່ວ່າ ຖ້າບໍ່ມີຂໍ້ມູນການຄຸ້ມຄອງບໍລິຫານທີ່ຖືກຕ້ອງ, ທ່ານກໍບໍ່ສາມາດຄຸ້ມຄອງຈັດການທຸລະກິດໄດ້ຢ່າງມີປະສິດທິຜົນ. ເມື່ອທຸລະກິດຂອງທ່ານເຕີບໂຕຫຼາຍເທົ່າໃດ, ມັນກໍຍິ່ງຍາກຂຶ້ນ ເພື່ອຮັບປະກັນວ່າ ຂໍ້ມູນທີ່ແບ່ງປັນ ແລະ ໜ້າທີ່ມອບໝາຍທີ່ແຕກຕ່າງກັນນັ້ນສາມາດເຮັດວຽກຮ່ວມກັນໄດ້ຢ່າງມີປະສິດທິຜົນ. ການມີໂຄງລ່າງພື້ນຖານທີ່ຖືກຕ້ອງ ແມ່ນສ່ວນສໍາຄັນຍິ່ງ ໃນການຊ່ວຍສະໜັບສະໜູນໃຫ້ທຸລະກິດຂອງທ່ານເຕີບໂຕ ຊຶ່ງລວມເຖິງ ເຕັກໂນໂລຊີ ທີ່ໃຊ້ເຂົ້າຊ່ວຍໃນການຈັດການຂໍ້ມູນເພື່ອການຕັດສິນໃຈ.

ເອກະສານ, ນະໂຍບາຍ ແລະ ຂັ້ນຕອນຕ່າງໆ ຍັງກາຍເປັນບັນຫາທີ່ສໍາຄັນເພີ່ມຂຶ້ນ ເພາະວ່າ ສິ່ງທີ່ບໍ່ເປັນລະບົບລະບຽບທີ່ອາດຈະໃຊ້ໄດ້ກັບພະນັກງານໜຶ່ງ ຫຼື ສອງຄົນ; ແຕ່ວ່າ  ເມື່ອມີລູກຄ້າເພີ່ມຂຶ້ນ ແນ່ນອນວ່າ ຈະມີບັນຫາໃນການປະຕິບັດ    ຕົວຈິງສໍາລັບທຸລະກິດທີ່ພວມເຕີບໂຕ. ທ່ານຈໍາເປັນຕ້ອງໄດ້ມີສັນຍາຈ້າງທີ່ເໝາະສົມ, ມີຂໍ້ກໍານົດ ແລະ ເງື່ອນໄຂທີ່ຈະແຈ້ງ, ຂັ້ນຕອນການຈ້າງງານທີ່ມີປະສິດທິຜົນ ແລະ ອື່ນໆ. ຫຼາຍທຸລະກິດທີ່ພວມເຕີບໂຕ ພົບວ່າ ການນໍາໃຊ້ມາດຕະຖານການຄຸ້ມຄອງຈັດການ ແມ່ນວິທີການໜຶ່ງທີ່ມີປະສິດທິຜົນທີ່ສຸດ ເພື່ອນໍາໃຊ້ເຂົ້າໃນການປະຕິບັດທີ່ດີສຸດ. ລະບົບການຄວບຄຸມຄຸນະພາບ ກໍເປັນບັນຫາສໍາຄັນຂອງການຂັບເຄື່ອນການຂະຫຍາຍຕົວຂອງທຸລະກິດ ແລະ ສາມາດສ້າງຄວາມເຊື່ອຖືໃຫ້ກັບລູກຄ້າໄດ້. ສະນັ້ນ, ການລົງທຶນໃສ່ ລະບົບທີ່ຖືກຕ້ອງເໝາະສົມ ແມ່ນການລົງທຶນທີ່ໃຫ້ຜົນຕອບແທນທັງໃນໄລຍະສັ້ນ ແລະ ຍາວ ເພາະ ທ່ານໄດ້ຮັບຜົນປະໂຫຍດທຸກມື້ຈາກການປະຕິບັດງານທີ່ມີປະສິດທິຜົນຍິ່ງຂຶ້ນ. ຖ້າຫາກທ່ານ ເຄີຍຄິດທີ່ຈະຂາຍທຸລະກິດ, ທ່ານຄວນສະແດງໃຫ້ເຫັນວ່າ ທ່ານມີລະບົບການປະຕິບັດງານທີ່ດີ ແລະ ລະບົບທີ່ມີປະສິດທິພາບຈະເປັນສ່ວນສໍາຄັນຂອງການເພີ່ມມູນຄ່າຂອງທຸລະກິດ.

  1. ທັກສະຄວາມຮູ້ ແລະ ທັດສະນະຄະຕິ (Skills and attitudes): ການເປັນຜູ້ປະກອບການ ແມ່ນແຮງຂັບເຄື່ອນທີ່ຢູ່ເບື້ອງຫຼັງຂອງການສ້າງ ແລະ ການເຮັດໃຫ້ທຸລະກິດເຕີບໂຕ ແລະ “ຄົນ” ຄືກະແຈອັນສໍາຄັນ. ຄວາມສາມາດທີ່ຊ່ວຍໃຫ້ທ່ານເລີ່ມຕົ້ນເຮັດທຸລະກິດ ບໍ່ຄືກັບ ຄວາມສາມາດທີ່ຊ່ວຍເຮັດໃຫ້ທຸລະກິດນັ້ນເຕີບໂຕ. ສິ່ງນີ້ ໝາຍຄວາມວ່າ ທ່ານຈະຕ້ອງໄດ້ເຝິກຝົນ ແລະ ຮຽນຮູ້ທັກສະ ແລະ ທັດສະນະທີ່ຕ້ອງການຈາກຜູ້ທີ່ນໍາໜ້າທາງດ້ານການເຕີບໂຕ. ເພື່ອເຮັດໃຫ້ທຸລະກິດຂອງທ່ານເຕີບໂຕ, ທ່ານຈໍາເປັນຕ້ອງໄດ້ຮຽນຮູ້ການຈັດສັນມອບໝາຍວຽກຢ່າງເໝາະສົມ, ການເຊື່ອໝັ້ນທີມງານຄຸ້ມຄອງບໍລິຫານຂອງທ່ານ ແລະ ຍົກເລີກການຄວບຄຸມໃນແຕ່ລະວັນແບບທຸກລາຍລະອຽດ. ການແຊກແຊງທີ່ຫຼາຍເກີນໄປ ເຮັດໃຫ້ຈໍາກັດຕໍ່ ແນວຄິດສ້າງສັນ ແລະ ແຮງຈູງໃຈ. ເມື່ອທຸລະກິດເລີ່ມສະຫຼັບຊັບຊ້ອນຂຶ້ນ, ທ່ານຈໍາເປັນຕ້ອງໄດ້ພັດທະນາທັກສະຄວາມຮູ້ດ້ານການຄຸ້ມຄອງບໍລິຫານຂອງຕົນເອງ ແລະ ຮຽນຮູ້ທີ່ຈະສຸມໃສ່ສິ່ງທີ່ສໍາຄັນແທ້ໆ. ບາງຄັ້ງ, ໃນເວລາທີ່ທຸລະກິດເຕິີບໂຕ, ທ່ານອາດຕ້ອງການຄົນນອກເຂົ້າມາຊ່ວຍ ຊຶ່ງທ່ານຈະຕ້ອງໄດ້ມອບໝາຍຄວາມຮັບຜິດຊອບໃນຂົງເຂດວຽກງານສະເພາະໃຫ້ກັບຊ່ຽວຊານ ຫຼື ແຕ່ງຕັ້ງຜູ້ອໍານວຍການທີ່ບໍ່ແມ່ນຜູ້ບໍລິຫານ ຫຼື ທັງສອງເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຄະນະອໍານວຍການ. ໃນຂະນະທີ່ທ່ານເລີ່ມເບິ່ງໂອກາດໃໝ່ໆ, ຜູ້ທີ່ມີປະສົບການໃນຂົງເຂດນັ້ນ ແມ່ນສໍາຄັນຫຼາຍເພື່ອປຶກສາຫາລື ຫຼື ນໍາໃຊ້.

ສໍາລັບ ຜູ້ປະກອບການທີ່ປະສົບຜົນສໍາເລັດ, ການຮຽນຮູ້ທີ່ຈະຟັງ ແລະ ຮັບເອົາຄໍາແນະນໍາເພື່ອໄປພິຈາລະນາ ແມ່ນບັນຫາທ້າທາຍທີ່ສຸດທີ່ພວກເຂົາປະເຊີນ. ຜູ້ປະກອບການບາງຄົນ ຮັບຮູ້ເຖິງຂອບເຂດຂີດຈໍາກັດຂອງຕົນ ແລະ ກໍແຕ່ງຕັ້ງບາງຄົນເພື່ອມາເຮັດໜ້າທີ່ເປັນຜູ້ອໍານວຍການ ຫຼື ປະທານບໍລິສັດແທນ.

  1. ຍິນດີຕ້ອນຮັບກັບການປ່ຽນແປງ (Welcoming change): ຄວາມເພິ່ງພໍໃຈຕໍ່ຜົນສໍາເລັດ ອາດເປັນໄພຂົ່ມຂູ່ໃຫ້ກັບທຸລະກິດທີ່ພວມເຕີບໃຫຍ່ ເພາະຖ້າຫາກທ່ານ ຄິດວ່າ ຜົນສໍາເລັດຜ່ານມາ ຈະຮັບປະກັນຜົນສໍາເລັດໃນບາດກ້າວຕໍ່ໄປ. ສະນັ້ນ, ການທົບທວນຄືນ ແລະ “ອັບເດດ” ແຜນທຸລະກິດ ສາມາດເຕືອນສະຕິຂອງທ່ານໄດ້ກ່ຽວກັບສະພາບການປ່ຽນແປງຂອງຕະຫຼາດ ແລະ ຄວາມຈໍາເປັນທີ່ຕ້ອງໄດ້ຕອບໂຕ້ຕໍ່ກັບການປ່ຽນແປງນັ້ນ. ແຜນທີ່ທັນກັບສະພາບການ ຈະຊ່ວຍໃຫ້ທ່ານລະບຸວ່າ ຈະດໍາເນີນການຫຍັງ ເພື່ອປ່ຽນແປງທຸລະກິດຂອງທ່ານ ແລະ ວິທີການປະຕິບັດງານ, ຕົວຢ່າງ, ການປ່ຽນແປງຜູ້ສະໜອງທີ່ສາມາດເຕີບໂຕໄປພ້ອມກັບທຸລະກິດຂອງທ່ານ ແລະ ຕອບສະໜອງຕາມບູລິມະສິດໃໝ່ຂອງທ່ານ. ໃນຂະນະທີ່ທຸລະກິດຂອງທ່ານພວມເຕີບໂຕ, ຄຸນະພາບ ແລະ ຄວາມໜ້າເຊື່ອຖືທີ່ສະເໝີຕົ້ນສະເໝີປາຍ ອາດຈະເປັນບັນຫາສໍາຄັນກວ່າການທີ່ຈະຮັບຊື້ວັດຖຸດິບທີ່ຖືກສຸດ; ການເຈລະຈາຄືນໃໝ່ກ່ຽວກັບສັນຍາເພື່ອຕອບສະໜອງກັບປະລິມານຄວາມຕ້ອງການວັດຖຸດິບທີ່ເພີ່ມຂຶ້ນ; ເຝິກອົບຮົມ ແລະ ພັດທະນາພະນັກງານ ຊຶ່ງບົດບາດຂອງທ່ານຈະຕ້ອງໄດ້ພັດທະນາປ່ຽນແປງໄປຕາມການເຕີບໂຕຂອງທຸລະກິດ; ຮັບປະກັນວ່າ ທ່ານໄດ້ຮັບການ “ອັບເດດ” ກ່ຽວກັບເຕັກໂນໂລຊີ ໃໝ່ໆ. ທ່ານຈໍາເປັນຕ້ອງໄດ້ມຸ່ງໝັ້ນຕໍ່ຍຸດທະສາດຂອງທ່ານຢ່າງເຕັມສ່ວນ ເຖິງແມ່ນວ່າ ທ່ານອາດຈະຮູ້ສຶກບໍ່ສະດວກໃຈ ຊຶ່ງອາດລວມເຖິງ ການຕັດສິນໃຈໃນບັນຫາທີ່ຍາກ ເຊັ່ນວ່າ: ການຈັດການກັບພະນັກງານທີ່ເຮັດວຽກຊໍ້າຊ້ອນກັນ ຫຼື ການປ່ຽນຜູ້ສະໜອງທີ່ທ່ານເຄີຍເປັນໝູ່ເພື່ອນໄປຫາຄົນໃໝ່. ເຖິງຢ່າງໃດກໍຕາມ, ຖ້າຫາກທ່ານ ບໍ່ກະກຽມທີ່ຈະເຮັດສິ່ງນີ້, ທ່ານກໍຈະເຮັດໃຫ້ທຸລະກິດຕົກຢູ່ໃນຄວາມສ່ຽງຂອງການເສຍປຽບດ້ານການແຂ່ງຂັນທີ່ອັນຕະລາຍໄດ້.

(ວາລະສານທາເກັດ ສະບັບ 152 ເດືອນມີນາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆສະຖານທີ່ໃນນະຄອນຫຼວງວຽງຈັນທີ່ເປັນສະມາຊິກຂອງວາບະສານ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

important thing to note in tackling challenges

for every growing business (2)

Continue from the previous issue, growing businesses often face with challenges. The important thing to note is that they must be highly sensitive in order to promptly respond to change. They should continuously monitor market trends; plan in advance; manage cash flow and finance; solve problems; apply the right systems; improve skills and attitudes; and welcome change. In this, the first three points were presented to you on our previous issue. Thus, we will continue discussing the rest in this issue:

  1. Problem Solving: in daily business operation, there will always be new challenges to handle with. Management team has to spend time and efforts to solve them based on their priority in terms of importance and urgency. While your business is growing, you should spend time searching for answers of what make your customers unsatisfied in order to nurture your relations with them. Moreover, you should focus on hiring qualified salespeople to lay out a strong foundation for your new sales volume in the coming years.

 

While your business is growing, you have to be highly sensitive to new problems and priorities. For instance, your business can face more risks if you do not take action in protecting your intellectual properties in terms of license or trade mark properly. If you concentrate on marketing your business via “campaign,” you might need to use more resources in order to develop your brand/product. Therefore, identifying key components that drive your business growth is the best way in prioritizing things to handle with. In addition, you should consistently follow the management method of promoting leading employees, developing your management team and creating business strategy. Instead of dealing with one problem at a time once it occurs, you should come up with a system and structure to ease your problem solving in the future.

 

  1. The Right Systems: every business produces and depends on a tremendous amount of information, such as financial records, customer and business communication, employee’s information, regulations and principles which is too much to monitor without the right and effective systems to keep track of. Responsibilities and duties assigned to employees while your business is expanding cannot be effectively managed without the right administrative information. The more your business grow, the more complicated it will be to ensure that information shared and duties assigned will work together effectively. Having the right infrastructure is a vital part in supporting your business growth including technology that helps managing information and decision making.

Documents, policies and procedures will have to be systematically managed in order to deal with an increasing number of customers when your business grows bigger to avoid any operating problem. You have to have a proper employment contract stating clear terms and conditions, effective hiring procedures and so on. Many businesses have found that using management measures is the most effective method in practice. Quality control system is another crucial thing as it helps driving business growth and building credibility among customers. Therefore, investment on the right systems will give you both short and long-term benefits derived from your daily effective business operation. If you want to sell your business, you should demonstrate your business’s good operating system. Such efficient system is an important part in adding value to your business.

  1. Skills and Attitudes: entrepreneurs serve as a background driving force for business growth as “human” is the key to success. Skills that help you establishing your business is different from skills that help you expanding it. It means that you have to keep practicing and learning new skills and attitudes required from leading business figures. To help growing your business, you need to learn the proper work assignment, trust your management team and stop checking on them every day. Too much interference will limit creativity and motivation. When your business get more complex, you will need to develop your self-administrative skills and learn to focus on something that is really important. Sometimes, when your business grows bigger, you might need an external party who you will assign them with responsibilities related to their area of expertise or appoint a director who is not in an executive director or both to help strengthening the board of directors. While seeking new opportunities, consulting with experienced consultants is highly crucial.

 

For successful entrepreneurs, the willingness to listen to and consider other’s suggestion can be difficult for someone. Some business owner knows their own limit. Thus, they hire others to work for them as director or president.

Welcoming Change: the feeling of satisfaction can be a threat blocking your business from growing further, especially when you believe that this success will guarantee your future achievement. Therefore, the revision and “update” of your business plan will remind you regarding market change and the necessity in responding to such change. A good plan will help guiding you on what to adjust in your business operation. For example, to work with suppliers who can grow together with you and are able to respond well to your new priorities. While your business is growing, the ability to maintain consistent quality and credibility can be more important than the purchase of the cheapest commodities; renegotiate new contracts in responding to the increasing demand for commodities; train and improve your employees to keep up with business growth; ensure that you are “updated” with new technologies. You have to fully concentrate on your strategy. Even though you may feel uncomfortable including having difficulty in making decision on dealing with redundancies or changing from your friend to a new supplier, you still have to do it in order to avoid facing risks and disadvantage in competition which is dangerous for your business.

Comments