ມາຮູ້ຈັກ!!! ປະຫວັດຕົ້ນກຳເນີດຂອງເຂົ້າຈີ່

ຫຼາຍຄົນເຄີຍສົງໃສບໍ່? ວ່າເປັນຫຍັງຢູ່ບ້ານເຮົາ ຈຶ່ງມີເຂົ້າຈີ່ແບບຝຣັ່ງກິນເປັນອາຫານ ທັງທີເປັນອາຫານຂອງຄົນຕ່າງປະເທດມັກກິນ ແລະ ເຮົາຄົນລາວ ແມ່ນກິນໄດ້ສະບາຍງ່າຍໆ ຈະເປັນເຂົ້າເຊົ້າ, ສວາຍ, ແລງ ຫຼື ເປັນຂອງກິນຫຼິ້ນກໍໄດ້, ກິນຄວບຄູ່ກັບກາເຟ ຫຼື ໂອວັນຕິນ ກໍດີ ແລະ ກໍມີຄົນລາວຫຼາຍຄົນເຮັດເປັນທຸລະກິດ ສ້າງລາຍໄດ້ໃຫ້ກັບຄອບຄົວເປັນຢ່າງດີ.

ສຳລັບ, ເຂົ້າຈີ່ລາວແທ້ໆ ແມ່ນເຮົາຮູ້ຈັກກັນດີ  ກໍຄື ເຂົ້າຈີ່ (ເຂົ້າປີ້ງ) ທີ່ເຮັດດ້ວຍ ເຂົ້າໜຽວ ມາປັ້ນທາເກືອ ປີ້ງໃຫ້ສຸກດ້ວຍໄຟ ແລ້ວ ທາໃສ່ໄຂ່ ຫຼື ປາແດກ  ທີ່ເຮົາເຫັນຂາຍກັນທຸກມື້ນີ້ ແລະ ກໍຈັດມີບຸນປະເພນີລາວເຮົາ ກໍຄື ບຸນເຂົ້າຈື່ ເປັນບຸນປະຈຳເດືອນ 3 ລາວນັ້ນເອງ.

ແຕ່ສຳລັບ ເຂົ້າຈີ່ທົ່ວໄປ ກໍຕໍ່ເນື່ອງຈາກການຕົກເປັນຫົວເມືອງຂຶ້ນຂອງຝຣັ່ງທີ່ເຂົ້າມາໃນແຫຼມອິນດູຈີນ ໃນສະໄໝກ່ອນນັ້ນແຫຼະ!! ນອກຈາກການດື່ມກາເຟ ແລ້ວ ທີ່ຝຣັ່ງໄດ້ນຳເອົາແນວພັນມາປູກ ຢູ່ທີ່ພູພຽງບໍລະເວນແລ້ວ  ກໍຍັງມີອາຫານຫຼາກຫຼາຍຢ່າງທີ່ເຂົ້າມາພ້ອມໆກັນໃນຂົງເຂດນີ້ໂດຍສະເພາະ “ເຂົ້າຈີ່”  ທີ່ກິນຄູ່ກັບກາເຟ  ເຮັດໃຫ້ປະເທດລາວ ກໍໄດ້ຮັບອິດທິພົນນີ້ເຊັ່ນດຽວກັນຄື ກັບປະເທດອື່ນໆອ້ອມຂ້າງ ແຕ່ເນື່ອງຈາກໄດ້ມີການປຸງແຕ່ງຕ່າງໆ ຂອງວັດຖຸດິບສ່ວນປະກອບທີ່ຊອກຫາໄດ້ງ່າຍໆພາຍໃນເຂດນີ້ ແລະ ດັດແປງໃຫ້ຖືກປາກຄົນໃນເຂດນີ້ ຈົນກາຍເປັນເຂົ້າຈີ່ປາເຕ້, ເຂົ້າຈີ່ໃສ່ນົມ ທີ່ພວກເຮົາຮູ້ຈັກກັນດີໃນປັດຈຸບັນ.

ດ້ວຍຄວາມລົງຕົວດັ່ງກ່າວ ຮ້ານ Kaogee Cafe  ຈຶ່ງໄດ້ນຳເອົາເຂົ້າຈີ່ ມາຄູ່ກັບກາເຟລາວ ພ້ອມເສີບໃນຫຼາກຫຼາຍເມນູ ບໍ່ວ່າຈະເປັນ ເຂົ້າຈີ່ປາເຕ້, ເຂົ້າຈີ່ໄກ່ອົບ, ເຂົ້າຈີ່ແຊວມອນ, ເຂົ້າຈີ່ເບີເກີ້ ແລະ ເຂົ້າຈີ່ອື່ນໆ ທີ່ມີພ້ອມໃຫ້ທຸກຄົນໄດ້ລອງຊີມກັນໄດ້ແລ້ວ ທີ່ ຮ້ານ Kaogee Cafe  ທຸກສາຂາ. ນອກຈາກເຂົ້າຈີ່ ແລະ ກາເຟແລ້ວທາງຮ້ານຍັງມີ ເຂົ້າໜົມ, ອາຫານ ແລະ ເຄື່ອງດື່ມເພື່ອສຸຂະພາບ ໄວ້ບໍລິການທຸກໆທ່ານ  ເປີດໃຫ້ບໍລິການຕັ້ງແຕ່ເວລາ 6:15 ໂມງເຊົ້າ ຮອດ 18:00 ໂມງ,  ຮ້ານ Kaogee Cafe  ມີ 5 ສາຂາ: ສາຂາອາຄານຕືກ K & C Group Building, ສາຂາໜອງບອນ, ສາຂາເພຍວັດ, ສາຂາໂພນສະຫວັນໃຕ້ (ເປັນສາຂານ້ອງໃຫມ່) ແລະ ສາຂາຫຼວງພະບາງ.

ແຕ່ຖ້າອາກາດຮ້ອນໆແບບນີ້, ຫຼາຍໆຄົນບໍ່ຢາກເດີນທາງໄປນອກ ຫຼື ບໍ່ສະດວກມາທີ່ຮ້ານ. ທ່ານກໍສາມາດ  ສັ່ງອາຫານ, ເຂົ້າຈີ້ ຫຼື ເຄື່ອງດື່ມເຢັນໆ ຈາກຮ້ານ Kaogee Cafe ໄປກິນຢູ່ບ້ານ ຫຼື ຫ້ອງການ ກໍໄດ້ (ສະດວກສະບາຍ ແລະ ປອດໄພອີກ) ໂທ: 030-2229888 | 030-595000, ນອກຈາກສາມາດສັ່ງຜ່ານໂດຍກົງຈາກຮ້ານແລ້ວ
ຍັງສາມາດສັ່ງຜ່ານແອັບ GOTEDDY ທາງມືຖືໄດ້.

GOTEDDY ສົ່ງເຖິງທີ່ໄດ້ເລີຍ ???
ໂຫລດແອັບ #GOTEDDY ໄດ້ແລ້ວ ໃຊ້ງານງ່າຍ, ປອດໄພ ຖືກ, ໄວ.

 

 

Comments