ທະນາຄານໂລກສະເໜີໃຫ້ລາວລົງທຶນໃສ່ການພັດທະນາດ້ານມະນຸດ ເພື່ອເພີ່ມຜະລິດຕະພາບ
ສະບາຍດີບັນດາທ່ານນັກອ່ານທີ່ຮັກແພງ ເມື່ອເດືອນກ່ອນ ຂ້າພະເຈົ້າໄດ້ຮ່ວມຮັບປະທານອາຫານກັບທ່ານຜູ້ອຳນວຍການໃຫຍ່ບໍລິສັດຕ່າງປະເທດແຫ່ງໜຶ່ງທີ່ມາລົງທຶນຢູ່ປະເທດລາວເກືອບ 20 ປີ ທ່ານຈົ່ມເລື່ອງພະນັກງານຄົນລາວທີ່ເຮັດວຽກຢູ່ຫ້ອງການຂອງທ່ານທີ່ຂາດຄວາມກະຕືລືລົ້ນ ບໍ່ເອົາໃຈໃສ່ໃນວຽກງານ ແລະ ມັກງ່າຍມັກສະບາຍຫຼາຍເກີນໄປ ເພາະທ່ານເປັນຫ່ວງເວລາອອກຈາກບໍລິສັດໄປແລ້ວ ຢ້ານພວກເຂົາບໍ່ມີວຽກເຮັດ, ຈະໄປເຮັດວຽກຢູ່ໃສ? ແລ້ວໃຜຈະຮັບເອົາ?.
ຖືເປັນເລື່ອງທີ່ໜ້າຄິດ ເພາະແທນທີ່ພະນັກງານຈະຫ່ວງອະນາຄົດຂອງຕົນເອງ ນີ້ພັດເປັນຄົນອື່ນທີ່ມາຫ່ວງອະນາຄົດໃຫ້ແທນ. ພໍດີຂ້າພະເຈົ້າຄິດເຫັນເຫດການຄັ້ງໜຶ່ງເມື່ອເກືອບ 20ປີ ມີບໍລິສັດຕັດຫຍິບແຫ່ງໜຶ່ງ ເຊິ່ງເປັນໂຮງງານຕັດຫຍິບຂອງຕ່າງປະເທດທີ່ໄດ້ຢຸດກິດຈະການທີ່ແຂວງສະຫວັນນະເຂດ ປະເທດລາວເຮົາ ທັງໆທີ່ເປີດພ້ອມກັນກັບໂຮງງານທີ່ຢູ່ປະເທດຫວຽດນາມ, ຢູ່ລາວຢຸດ ແຕ່ຢູ່ຫວຽດນາມພັດຍັງເປີດມາຮອດທຸກວັນນີ້ ໂດຍສາເຫດຫຼັກໆ ເປັນຍ້ອນແຮງງານລາວຍັງບໍ່ມີຜະລິດຕະພາບພໍ ເມື່ອປຽບທຽບກັບຄົນໃນປະເທດໃກ້ຄຽງ.
ຂ້າພະເຈົ້າເວົ້າແບບນີ້ ກໍບໍ່ໄດ້ມີເຈດຕະນາມາດູຖູກຄົນລາວດ້ວຍກັນ ເພາະນີ້ເປັນເລື່ອງຈິງ ຍ້ອນເອື້ອຍຂ້າພະເຈົ້າເຮັດວຽກຢູ່ໃນພະແນກບຸກຄະລາກອນ (ພະແນກຈັດຕັ້ງ) ເຊິ່ງຕອນນັ້ນເປັນໄລຍະທີ່ຂ້າພະເຈົ້າຍັງຮຽນຢູ່ຊັ້ນມັດທະຍົມແລະ ບໍ່ທັນຮູ້ດອກວ່າ ແຮງງານທີ່ມີຜະລິດຕະພາບນັ້ນເປັນແນວໃດ? ຍ້ອນເອື້ອຍເຮັດວຽກຈິງທີ່ພະແນກບຸກຄະລາກອນຈິ່ງພົບບັນຫານີ້ຢ່າງຫຼວງຫຼາຍຕົວຢ່າງ: ຮອດຍາມເຮັດນາ ຄົນງານຈຳນວນໜຶ່ງກໍຂໍລາອອກໄປເຮັດນາ ໂດຍບໍ່ສົນໃຈວ່າ ບໍລິສັດມີຍອດສັ່ງຊື້ຈາກລູກຄ້າຫຼາຍແລະຕ້ອງຜະລິດເສື້ອຜ້າໃຫ້ທັນຕາມກຳນົດເວລາສົ່ງໃຫ້ລູກຄ້າ, ບາງຄັ້ງທາງໂຮງງານກໍຕ້ອງສົ່ງຄົນໄປນົບໄປໄຫວ້ ເພື່ອຂໍໃຫ້ພວກເຂົາກັບເຂົ້າມາເຮັດວຽກ, ແຕ່ພວກເຂົາກໍບໍ່ສົນໃຈ ບາງຄົນຍິ່ງພັດສວຍໂອກາດຂໍຂຶ້ນຄ່າແຮງ, ທາງໂຮງງານຈິ່ງຈຳເປັນຂຶ້ນໃຫ້ ເຖິງຈະມີຜົນກະທົບໄລຍະຍາວດ້ານຄ່າໃຊ້ຈ່າຍຕໍ່ໂຮງງານກໍຕາມ, ແຕ່ເມື່ອຄົນໜຶ່ງຂຶ້ນ ຄົນອື່ນໆກໍຂໍຂຶ້ນຕາມ ແຕ່ຖ້າບໍ່ຂຶ້ນໃຫ້ ກໍພາກັນນັດຢຸດງານ ຍິ່ງສ້າງຄວາມເສຍຫາຍໃຫ້ໂຮງງານຕື່ມ ເຊິ່ງບໍ່ລວມການຜະລິດບໍ່ໄດ້ມາດຕະຖານຍ້ອນຄົນງານປ່ຽນກັນອອກໆເຂົ້າໆ ຈົນສຸດທ້າຍໂຮງງານກໍຖືກປັບໄໝ ເພາະເສື້ອຜ້າຂາດຄຸນນະພາບ ເຊິ່ງບໍ່ລວມບາງລາຍທີ່ຍັດໝາກກ້ວຍໃສ່ ເພາະບໍ່ພໍໃຈຫົວໜ້າຄຸມງານທີ່ເຄັ່ງຂັດເກີນໄປ ຫຼື ເປັນຍ້ອນຄວາມບັງເອີນທີ່ມີໝາກກ້ວຍແລ່ນເຂົ້າໄປໃນເສື້ອຜ້າເອງແຕ່ສິ່ງທີ່ບໍ່ບັງເອີນກໍຄືໂຮງງານເສຍຫາຍ, ເສຍຄວາມໜ້າເຊື່ອຖື ແລະຖືກປັບໄໝຫຼາຍແສນໂດລາ ຈົນສຸດທ້າຍໂຮງງານກໍຍຸບເລີກກິດຈະການໄປແລ້ວເຮັດໃຫ້ຄົນຫຼາຍພັນຫວ່າງງານ ຈາກທີ່ເມື່ອກ່ອນເອື້ອຍຂອງຂ້າພະເຈົ້າມັກຈະຖືກຫຼາຍຄົນດ່າ ເພາະວ່າເປັນຜູ້ເຮັດວຽກດ້ານຄຸ້ມຄອງພະນັກງານໂດຍກົງ ແຕ່ພໍໂຮງງານຍຸບເລີກໄປແລ້ວພັດມາຈົ່ມວ່າ “ໂອຍ ຢາກໃຫ້ໂຮງງານກັບມາເປີດໃໝ່ອີກຄັ້ງເດ! ຈິ່ງຊິໄດ້ມີວຽກເຮັດງານທຳ” ວ່າຊັ້ນແບບນີ້ກໍມີ ຊ່າງເປັນນໍຄົນເຮົາທີ່ບໍ່ເຫັນຄ່າໃນສິ່ງທີ່ມີ ຈົນວ່າສິ່ງທີ່ດີໆຈາກໄປແລ້ວຈິ່ງແນມເຫັນຄຸນຄ່າ.
ໃນຂະນະທີ່ບາງຄົນກໍອາດຈະກຳລັງດ່າຜູ້ຂຽນວ່ານີ້ເປັນການເວົ້າໃຫ້ຄົນລາວດ້ວຍກັນເກີນໄປ ທ່ານກໍສາມາດອ່ານຕື່ມໃນໜັງສືພິມວຽງຈັນໃໝ່ ສະບັບວັນທີ 22/01/2019 ທີ່ທະນາຄານໂລກໄດ້ສະຫຼຸບລາຍງານດ້ານເສດຖະກິດ ໂດຍແນະນຳວ່າ “ປະເທດລາວຄວນລົງທຶນໃສ່ການພັດທະນາຄົນ ເພື່ອເພີ່ມຜະລິດຕະພາບ“. ນອກຈາກນັ້ນ ໃນເວັບໄຊ້ຂອງທະນາຄານໂລກຍັງກ່າວຕື່ມອີກວ່າ ລະຫວ່າງປີ2009-2016 ຜະລິດຕະພາບໃນການເຮັດວຽກຂອງແຮງງານລາວທີ່ສະເລ່ຍແລ້ວແມ່ນຕ່ຳກວ່າຄົນກຳປູເຈຍ10% ແລະ ຕ່ຳກວ່າຄົນຫວຽດນາມ 50%. ໜ້າເສົ້າໃຈແມ່ນ ຄຳເວົ້າທີ່ວ່າ “ແຮງງານລາວຂາດຄຸນນະພາບ” ນີ້ໄດ້ເກີດຂຶ້ນເມື່ອ 20 ປີຜ່ານມາແລ້ວ ແຕ່ດຽວນີ້ກໍຍັງບໍ່ມີການປັບປຸງໃຫ້ເປັນທີ່ໜ້າພໍໃຈຂຶ້ນເທື່ອ ພວກເຮົາຈິ່ງຄວນຢຸດເຊົາການຍ້ອງໂຕເອງແບບບໍ່ມືນຕາຕາມແບບຄົນບູຮານວ່າ “ໄປຢຽບໝາ ມາຢຽບຂຽດ” ແລ້ວມາຊອກຊ່ອງທາງວ່າຈະສ້າງຄົນລາວໃຫ້ມີຄຸນນະພາບ ຫຼື ຜະລິດຕະພາບແນວໃດຈະດີກວ່າບໍ?.
ຢາກໃຫ້ເຂົ້າໃຈແຈ້ງວ່າຜະລິດຕະພາບ ຫຼື Productivity ເຊິ່ງໝາຍເຖິງຄວາມສາມາດໃນການເຮັດວຽກຢ່າງມີປະສິດທິພາບພາຍໃນໄລຍະເວລາທີ່ກຳນົດໄວ້. ເພື່ອບໍ່ໃຫ້ທ່ານຫຼົງກັນລະຫວ່າງ“ປະສິດທິພາບ” ແລະ “ປະສິດທິຜົນ” ຂ້າພະເຈົ້າຂໍສົມໝຸດຕົວຢ່າງວ່າ ໂດຍປົກກະຕິແລ້ວ ທ່ານໝໍຄົນໜຶ່ງສາມາດປິ່ນປົວຄົນເຈັບໄດ້ 10ຄົນຕໍ່ມື້, ແຕ່ທ່ານໝໍ “ກ” ສາມາດປິ່ນປົວຄົນເຈັບໄດ້ 15ຄົນຕໍ່ມື້ ແຕ່ມີຄົນເຈັບທີ່ຫາຍດີພຽງແຕ່ 5ຄົນເທົ່ານັ້ນ, ສ່ວນທ່ານໝໍ “ຂ” ສາມາດປິ່ນປົວຄົນເຈັບໄດ້ 10ຄົນຕໍ່ມື້ ແຕ່ໂຊກດີທີ່ຄົນເຈັບທັງ 10ຄົນນັ້ນແມ່ນຫາຍດີໝົດ. ຈິ່ງສະຫຼຸບໄດ້ວ່າ ທ່ານໝໍ “ກ” ເຮັດວຽກມີປະສິດທິຜົນກວ່າທ່ານໝໍ “ຂ” ເພາະປິ່ນປົວໄດ້ 15 ຄົນຕໍ່ມື້ ແຕ່ທ່ານໝໍ “ຂ” ເຮັດວຽກມີປະສິດທິພາບກວ່າທ່ານໝໍ “ກ” ເພາະ 10ຄົນທີ່ປົວແມ່ນຫາຍດີໝົດ.
ເມື່ອກັບເຂົ້າມາໃສ່ຫົວຂໍ້ທີ່ທາງທະນາຄານໂລກຢາກເນັ້ນໃຫ້ແຮງງານລາວກໍຄືການເຮັດວຽກໃຫ້ມີປະສິດທິພາບແບບທ່ານໝໍ “ຂ” ທີ່ເຮັດວຽກໄດ້ຜົນພາຍໃນໄລຍະເວລາທີ່ກຳນົດໄວ້ຢ່າງມີຄຸນນະພາບ, ເພາະການເຮັດວຽກມີປະສິດທິຜົນ ແຕ່ຂາດຄຸນນະພາບນັ້ນ ໃນໄລຍະຍາວແລ້ວ ທຸລະກິດອາດຈະລົ້ມລະລາຍໄດ້ ເພາະລູກຄ້າຄົງປົບໜີໄປໝົດ, ການຄວບຄຸມເລື່ອງຄຸນນະພາບຈິ່ງສຳຄັນ ແລ້ວເຮັດແນວໃດຈິ່ງຈະເຮັດວຽກໃຫ້ມີຜະລິດຕະພາບ?
ການເພີ່ມຜະລິດຕະພາບໃນໜ້າວຽກຂອງພະນັກງານແມ່ນມີຫຼາຍປັດໄຈເຊັ່ນ: ແຮງຈູງໃຈ, ເຮັດວຽກໃນດ້ານທີ່ມີພອນສະຫວັນ ເຊິ່ງໝາຍເຖິງມີພອນສະຫວັນແລ້ວ ນຳໄປເຝິກອົບຮົມພັດທະນາກໍຈະກາຍເປັນຈຸດແຂງ, ສະພາບແວດລ້ອມໃນການເຮັດວຽກດີ, ຄວາມເປັນຜູ້ນຳຂອງຫົວໜ້າງານສູງ, ຄວາມສາມັກຄີ ຫຼື ການໄດ້ຮັບຄວາມຊ່ວຍເຫຼືອຈາກເພື່ອນຮ່ວມງານດ້ວຍກັນ ລວມທັງການບໍລິຫານເວລາ (ເຊິ່ງຈະຂຽນຫົວຂໍ້ນີ້ໃນສະບັບຕໍ່ໄປ), ກໍມີບາງຄົນທີ່ເປັນນັກຜະລິດທີ່ເກັ່ງໂດຍທຳມະຊາດ ແຕ່ເຖິງຢ່າງໃດການປູກຝັງດ້ານນິດໄສໃຫ້ພະນັກງານເຮັດວຽກມີຄຸນນະພາບແບບມືອາຊີບເຊັ່ນ: ການໃຫ້ຄວາມສຳຄັນກັບລາຍລະອຽດ ແລະ ມີຄວາມຮັບຜິດຊອບສູງຕໍ່ວຽກງານຂອງຕົນເອງນັ້ນແມ່ນສຳຄັນກວ່າປັດໄຈອື່ນໆ ແຕ່ກໍບໍ່ຄວນເບິ່ງຂ້າມປັດໄຈພາຍນອກດ້ານຮ່າງກາຍ ແລະ ສຸຂະພາບທີ່ພະນັກງານໄດ້ອອກກຳລັງກາຍ, ກິນຢູ່ ແລະ ພັກຜ່ອນຢ່າງພຽງພໍກໍສຳຄັນແຕ່ຄົງບໍ່ມີສິ່ງໃດທີ່ສຳຄັນໄປກວ່າການຮັກສາເລື່ອງເວລາ ຖ້າຄົນລາວເຮົາຈຳນວນຫຼາຍຍັງມີເຫດຜົນຮ້ອຍແປດພັນປະການເພື່ອເປັນຂໍ້ອ້າງໃຫ້ຕົນມາວຽກຊ້າເຊັ່ນວ່າ: ຮັບລູກໄປໂຮງຮຽນ, ລົດຕິດ, ບ້ານຢູ່ໄກ, ຝົນຕົກຟ້າຮ້ອງ ຫຼື ຍ້ອນເງິນເດືອນໜ້ອຍແລ້ວ ໃນອະນາຄົດລາວເຮົາຈະບໍ່ພຽງແຕ່ຕ່ຳກວ່າ 50% ເມື່ອປຽບທຽບກັບຄົນຫວຽດນາມ ອາດຈະຕ່ຳກວ່າ 100% ເພາະໃນຂະນະທີ່ຄົນລາວກຳລັງຈົ່ມທຸກຢູ່ ແຕ່ຄົນປະເທດອື່ນກັບຕັ້ງໃຈເຮັດວຽກຢ່າງຈິງຈັງໂດຍບໍ່ສົນໃຈຟ້າຮ້ອງ ຝົນຕົກ ຫຼື ແດດອອກ. ແຕ່ຖ້າບາງຄົນພັດວ່າ “ບໍ່ຄວນປຽບທຽບຄົນລາວກັບຄົນຫວຽດນາມ ເພາະພົນລະເມືອງເຂົາຫຼາຍ ຈິ່ງແຂ່ງຂັນກັນຫຼາຍນັ້ນກໍຍິ່ງອັນຕະລາຍ ເພາະລາວເຮົາຈະກາຍເປັນວ່າຕາມຫຼັງປະເທດອື່ນຕະຫຼອດປີຊີຊາດ”.
(ໝາຍເຫດ: ບົດຄວາມນີ້ຂຽນຂຶ້ນບໍ່ໄດ້ມີເຈດຕະນາດູຖູກຄົນລາວດ້ວຍກັນ ພຽງແຕ່ຕ້ອງການປຸກຄົນລາວໃຫ້ຕື່ນຂຶ້ນມາ ເພາະຖ້າເຮົາຍັງບໍ່ຍອມຮັບຄວາມຈິງ ກໍຄົງຍາກທີ່ເຮົາຈະປ່ຽນແປງຕົນເອງໄດ້)
ຂໍ້ມູນ ແລະ ພາບປະກອບຈາກ: http://www.christinemcnab.com, KPL,https://www.worldbank.org/…/doing-business-in-lao-pdr-const….
ໂດຍ ກາບແກ້ວ ທຳມະວົງ