ກົດໝາຍໃຫ້ການປົກປ້ອງ ເຄື່ອງໝາຍການຄ້າ ທີ່ບໍ່ໄດ້ຈົດທະບຽນ ຫຼື ບໍ່?

ຖ້າຫາກກ່າວເຖິງເຄື່ອງໝາຍການຄ້າ ຫຼາຍໆທ່ານຄົງຄິດວ່າເປັນເລື່ອງໄກຕົວ ແລະ ເປັນເລື່ອງທີ່ເຂົ້າໃຈຍາກ ແຕ່ຄວາມຈິງແລ້ວ ເຄື່ອງໝາຍການຄ້າ ເປັນສິ່ງທີ່ຢູ່ອ້ອມຕົວຂອງພວກເຮົາ ເຊິ່ງຕິດພັນກັບ ການດໍາລົງຊີວິດ, ການນໍາໃຊ້ສິນຄ້າ ຫຼື ການບໍລິການ, ເຊິ່ງເປັນຊັບສິນທາງປັນຍາປະເພດໜຶ່ງ ທີ່ສ້າງຂຶ້ນເພື່ອ ບົ່ງບອກວ່າ ເປັນສິນຄ້າ ຫຼື ການບໍລິການປະເພດໃດ? ເປັນຂອງໃຜ? ຫຼື ຂອງບໍລິສັດໃດ? ເຊິ່ງໃນປັດຈຸບັນເຮົາສາມາດເຫັນ “ໂລໂກ້” (logo) ຫຼື ເຄື່ອງໝາຍການຄ້າ ຈາກການບໍລິການທີ່ມີຊື່ສຽງຢູ່ພາຍໃນປະເທດ ເຊັ່ນ: “ໂລໂກ້” ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານ ພັດທະນາລາວ ຫຼື ຈາກຜະລິດຕະພັນທີ່ມີຊື່ສຽງ ເຊັ່ນ: ກາເຟດາວ, ກາເຟສີນຸກ, ເບຍລາວ, ນໍ້າດື່ມຕ່າງໆ ແລະ ອື່ນໆ ດັ່ງນີ້ເປັນຕົ້ນ. ນອກຈາກນີ້ ເຮົາຍັງສາມາດເຫັນໄດ້ຈາກ “ແບຣນ” ທີ່ມີຊື່ສຽງລະດັບໂລກ ເຊັ່ນ: ໄນກີ່ (NIKE), ອາດີດາສ໌ (ADIDAS), ແອັບເປິ້ນ (APPLE), ຊໍາຊູງ (SAMSUNG), ຫົວເວີຍ (HUAWEI) ແລະ ອື່ນໆ.

ສໍາລັບ ຄໍາຖາມທີ່ຖາມວ່າ: ກົດໝາຍໃຫ້ການປົກປ້ອງເຄື່ອງໝາຍການຄ້າ ທີ່ບໍ່ໄດ້ຈົດທະບຽນ ຫຼື ບໍ່? ສໍາລັບ ຄໍາຕອບແມ່ນ ໂດຍທົ່ວໄປ ກົດໝາຍ ຈະຮັບຮູ້ແຕ່ເຄື່ອງໝາຍທີ່ໄດ້ຈົດທະບຽນຢ່າງຖືກຕ້ອງແລ້ວເທົ່ານັ້ນ, ເຊິ່ງ ການຈົດທະບຽນດັ່ງກ່າວຈະເຮັດໃຫ້ ຜູ້ທີ່ເປັນເຈົ້າຂອງເຄື່ອງໝາຍການຄ້ານັ້ນ ມີສິດໄດ້ຮັບການປົກປ້ອງຕາມມາດຕາ 58 ຂອງ ກົດໝາຍວ່າດ້ວຍ ຊັບສິນທາງປັນຍາ (ສະບັບປັບປຸງປີ 2017) ດັ່ງລຸ່ມນີ້:

  1. ປ້ອງກັນບໍ່ໃຫ້ບຸກຄົນທີສາມ ນໍາໃຊ້ເຄື່ອງໝາຍການຄ້າ, ເຄື່ອງໝາຍບໍລິການທີ່ຄືກັນ,​ ຄ້າຍຄືກັນ ຫຼື ກ່ຽວຂ້ອງກັນກັບສິນຄ້າ ຫຼື ການບໍລິການທີ່ຄືກັນ ຫຼື ຄ້າຍຄືກັນ ຫຼື ກ່ຽວຂ້ອງກັນ. ເຄື່ອງໝາຍການຄ້າ ຫຼືເຄື່ອງໝາຍບໍລິການທີ່ຕົນໄດ້ຈົດທະບຽນແລ້ວ ຊຶ່ງການນໍາໃຊ້ອາດກໍ່ໃຫ້ເກີດຄວາມສັບສົນ. ການນໍາໃຊ້ສັນຍາລັກທີ່ຄືກັນ ສໍາລັບສິນຄ້າ ຫຼື ການບໍລິການທີ່ຄືກັນ ຈະຖືກສັນນິຖານວ່າເປັນການສ້າງຄວາມສັບສົນ.
  2. ປ້ອງກັນບໍ່ໃຫ້ບຸກຄົນທີສາມ ຂາຍ ຫຼື ໂຄສະນາສິນຄ້າທີ່ຕິດເຄື່ອງໝາຍ ຫຼື ການນໍາໃຊ້ເຄື່ອງໝາຍ ກັບການບໍລິການ ແລະ ການນໍາເຂົ້າ ຫຼື ສົ່ງອອກສິນຄ້າທີ່ຕິດເຄື່ອງໝາຍດັ່ງກ່າວ.
  3. ປົກປ້ອງຜົນປະໂຫຍດຂອງຕົນຕາມກົດໝາຍ ຈາກການລະເມີດຂອງຜູ້ອື່ນ ເຊັ່ນ ສິດໃນການຮ້ອງຟ້ອງ, ສິດໃນການໄດ້ຮັບການຊົດເຊີຍ ຈາກຄວາມເສຍຫາຍທີ່ຜູ້ອື່ນໄດ້ກໍ່ຂຶ້ນ.​

ແຕ່ເຖິງຢ່າງໃດກໍຕາມ ກົດໝາຍ ກໍໄດ້ໃຫ້ການຍົກເວັ້ນ ສໍາລັບເຄື່ອງໝາຍການຄ້າ ທີ່ບໍ່ໄດ້ຈົດທະບຽນ ແຕ່ໄດ້ຮັບການປົກປ້ອງຕາມກົດໝາຍ ໂດຍມີເງື່ອນໄຂວ່າ ເຄື່ອງໝາຍດັ່ງກ່າວຕ້ອງເປັນເຄື່ອງໝາຍທີ່ມີຊື່ສຽງ. ເຊິ່ງຕາມມາດຕາ 3 ຂໍ້ 13 ຂອງ ກົດໝາຍວ່າດ້ວຍຊັບສິນທາງປັນຍາ ໄດ້ກໍານົດວ່າ: “ເຄື່ອງໝາຍທີ່ມີຊື່ສຽງ ໝາຍເຖິງ ເຄື່ອງໝາຍການຄ້າທີ່ຮັບຮູ້ກັນໂດຍທົ່ວໄປຢ່າງກວ້າງຂວາງ ລວມທັງເຄື່ອງໝາຍການຄ້າທີ່ມີການຮັບຮູ້ ຈາກຜົນຂອງການສົ່ງເສີມເຄື່ອງໝາຍດັ່ງກ່າວ ຢູ່ໃນດິນແດນຂອງ ສປປ ລາວ.

ສະຫຼຸບແລ້ວ ກົດໝາຍ ຈະບໍ່ໃຫ້ການປົກປ້ອງ ເຄື່ອງໝາຍການຄ້າທີ່ບໍ່ໄດ້ຈົດທະບຽນ ຍົກເວັ້ນເຄື່ອງໝາຍທີ່ມີຊື່ສຽງເທົ່ານັ້ນ. ພວກເຮົາຈະເຫັນໄດ້ເຖິງຄວາມສໍາຄັນຂອງ ເຄື່ອງໝາຍການຄ້າດັ່ງກ່າວ ນອກຈາກຈະເຮັດໃຫ້ ຜູ້ອຸປະໂພກ ແລະ ຜູ້ບໍລິໂພກ ສາມາດຈໍາແນກໄດ້ວ່າ ເປັນການບໍລິການ ຫຼື ຜະລິດຕະພັນຂອງໃຜແລ້ວ ເຄື່ອງໝາຍການຄ້າ ຍັງເຮັດໃຫ້ຜູ້ເປັນເຈົ້າຂອງສາມາດໄດ້ນຳໃຊ້ເຂົ້າໃນການໂຄສະນາ, ເຮັດການຕະຫຼາດສ້າງຊື່ສຽງໃຫ້ຜະລິດຕະພັນ ແລະ ໄດ້ຮັບການປົກປ້ອງຈາກການລະເມີດຊັບສິນທາງປັນຍາຕາມກົດໝາຍອີກດ້ວຍ.  ສະນັ້ນ ຖ້າທ່ານຢາກໃຫ້ເຄື່ອງໝາຍການຄ້າຂອງທ່ານໄດ້ຮັບການປົກປ້ອງຕາມກົດໝາຍ, ປົກປ້ອງສິດຜົນປະໂຫຍດໃນການດໍາເນີນທຸລະກິດຂອງທ່ານແລ້ວ, ຂ້າພະເຈົ້າ ຂໍແນະນໍາໃຫ້ທ່ານ ຈົດທະບຽນເຄື່ອງໝາຍການຄ້າ ໃຫ້ຖືກຕ້ອງຕາມລະບຽບການຈຶ່ງຈະເປັນການດີທີ່ສຸດ.

ໂດຍ: ທະນາຍຄວາມ ວຽງສະຫວັນ ພັນທະລີ, ຜູ້ອຳນວຍການ ບໍລິສັດ ພັນທະລີກົດໝາຍ ຈຳກັດ

ໝາຍເຫດ: ວາລະສານ ທາແກັດ ສະຫງວນລິຂະສິດບົດຄວາມນີ້ ຕາມກົດໝາຍ ວ່າດ້ວຍຊັບສິນທາງປັນຍາ. ບົດຄວາມນີ້ ແມ່ນເພື່ອເປົ້າໝາຍໃຫ້ຄວາມຮູ້ທາງດ້ານກົດໝາຍເທົ່ານັ້ນບໍ່ແມ່ນເປັນການໃຫ້ຄຳປຶກສາທາງດ້ານກົດໝາຍ ຫຼື ເປັນການອອກຄຳເຫັນທາງດ້ານກົດໝາຍແຕ່ຢ່າງໃດ.

(ວາລະສານທາເກັດ ສະບັບ 153 ເດືອນເມສາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

is unregistered trademark protected by law?

Speaking of trademark, many people might think that it is not related to us and difficult to understand. In fact, trademark is closely related to our life, our way of consuming products or services. It serves as another intellectual property created to identify product or service type as well as who or which company owns the product or service. Currently, we can see a “logo” or trademark of famous firms in Laos, such as a “logo” of BCEL, Lao Development Bank or some popular products like Dao Coffee, Sinouk Coffee, Beer Lao, drinking water and so on. In addition, we can see some other world-recognized “brand,” namely NIKE, ADIDAS, APPLE, SAMSUNG, HUAWEI, etc.

For the question that says: is unregistered trademark protected by law? The answer is, in general, law will recognize only a trademark which is duly registered. Such registration will grant the trademark’s owner the right for protection based on the Article 58 of the Law on Intellectual Property (2017 revised version) as following:

  1. Prevent third party from using your trademark or any similar symbol for similar products or services which could cause public confusion. The usage of identical trademark will be constituted as the cause of public confusion.
  2. Prevent the sale or advertising of goods bearing the mark or the use of the mark in connection with services, and the importation or export of goods bearing such a mark.
  3. Protect your legitimate benefits from any infringement via the right to sue and the right for receiving compensation upon damages caused by other parties.

However, there is an exception for an unregistered trademark to be protected by law only on the condition that such trademark has to be well-known. According to the Article 3 Point 13 of the Law on Intellectual Property, “a well-known trademark refers to a trademark which is widely recognized including a trademark gaining its public recognition via its promotion in the Lao PDR.”

To sum up, laws will not protect unregistered trademarks except for well-known ones. We have seen the importance of a trademark that it will not only help consumers identifying products or services of who they belong to, it will also authorize the owner to advertise and market the goods bearing such trademark, as well as grant the legal right for intellectual property protection upon the mark. Therefore, if you want your trademark and your benefits to be protected by law, I would highly recommend you to duly register your mark.

By: Lawyer Viengsavanh Phanthaly, Director of Phanthaly Law Firm Limited

Notice: Target Magazine would like to reserve all rights of this article based on the Law on Intellectual Property. This article only aims at providing legal knowledge and does not serve as a legal advising or whatsoever.

Comments