ບົດບາດຂອງການເງິນຈຸລະພາກ ກັບການຊ່ວຍຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ

ຄວາມທຸກຍາກຍັງແມ່ນວຽກບູລິມະສິດທີ່ຕ້ອງໄດ້ສຸມໃສ່ຢ່າງຕັ້ງໜ້າ, ເຖິງແມ່ນວ່າ ການລາຍງານ ການຂະຫຍາຍຕົວເສດຖະກິດສູງເທົ່າໃດກໍມີຄວາມໝາຍໜ້ອຍ ຖ້າຫາກຊິວິດການເປັນຢູ່ຂອງປະຊາຊົນສ່ວນໃຫຍ່ຍັງທຸກຍາກຂາດເຂີນ, ການບໍລິການສາທາລະນະຍັງມີຄຸນນະພາບຕ່ຳ. ໃນໄລຍະປີ 2008 ສປປ ລາວ ໄດ້ມີການເງິນຈຸລະພາກເຂົ້າມາ ແຕ່ປະຊາຊົນສ່ວນໃຫຍ່ກໍຍັງບໍ່ທັນໄດ້ມີຄວາມເຂົ້າໃຈ ແລະ ຮູ້ເຖິງຈຸດປະສົງຂອງການເງິນຈຸລະພາກຢ່າງເຖິງຖອງ.

ດຳລັດວ່າດ້ວຍສະຖາບັນການເງິນຈຸລະພາກ ສະບັບເລກທີ 460/ລບ ລົງວັນທີ 3 ຕຸລາ 2012 ເຊິ່ງໄດ້ມີການລະບຸຈຸດປະສົງຂອງການເງິນຈຸລະພາກໄວ້ຢ່າງຊັດເຈນ.

ລວມທັງການແຍກປະເພດຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ແລະ ໂຄງການການເງິນຈຸລະພາກ, ນອກຈາກນັ້ນຍັງໄດ້ມີການລະບຸປະເພດທຸລະກຳຕ່າງໆທີ່ສະຖາບັນການເງິນຈຸລະພາກສາມາດປະຕິບັດໄດ້ ແລະ ຂໍ້ຫ້າມລວມທັງມາດຕະການຕໍ່ຜູ້ລະເມີດ.

ການເງິນຈຸລະພາກແມ່ນການໃຫ້ບໍລິການທາງການເງິນທີ່ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການທາງການເງິນໄດ້ (Financial inclusions).ພາຍໃຕ້ການຄຸ້ມຄອງຂອງກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ.

ປັດຈຸບັນມີສະຖາບັນການເງິນຈຸລະພາກທີ່ຂຶ້ນກັບທະນາຄານແຫ່ງ ສປປ ລາວ ຈຳນວນ 185 ແຫ່ງທົ່ວປະເທດ. ເຊິ່ງໃນນັ້ນປະກອບມີສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ 20 ແຫ່ງ, ສະຖາບັນການເງິນຈຸລະພາກບໍ່ຮັບເງິນຝາກ 77 ແຫ່ງ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ 27 ແຫ່ງ, ບໍລິສັດເຊົ່າສິນເຊື່ອ 29 ແຫ່ງ, ໂຮງຊວດຈຳ 27 ແຫ່ງ ແລະ ໂອນເງິນດ່ວນ 05 ແຫ່ງ.

ໃນບັນດາສະຖາບັນການເງິນຈຸລະພາກແມ່ນໄດ້ມີຜະລິດຕະພັນທີ່ຫຼາກຫຼາຍເຊັ່ນ: ເງິນກູ້ຈຸລະພາກ, ເງິນຝາກປະຢັດ, ປະກັນໄພຈຸລະພາກເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການໃຫ້ແກ່ປະຊາຊົນໃນເຂດຊຸມຊົນ ແລະ ເຂດຫ່າງໄກສອກຫຼີກ.

ການເງິນຈຸລະພາກແມ່ນສາມາດເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ເຮັດໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະ  ຮູ້ຈັກວາງແຜນການເງິນຂອງຕົນເອງໃຫ້ດີຂຶ້ນໄດ້.

ເພາະນອກຈາກການເງິນຈຸລະພາກຈະມີສ່ວນຊ່ວຍໃນການເສີມສ້າງຊີວິດການເປັນຢູ່ຂອງປະຊົນດີຂຶ້ນແລ້ວການເງິນຈຸລະພາກຍັງໄດ້ເຮັດໃຫ້ການເປັນໜີ້ນອກລະບົບຂອງປະຊາຊົນຫຼຸດລົງໄດ້ດ້ວຍການສ້າງຄວາມເຂົ້າໃຈໃຫ້ປະຊົນ ແລະ ເຮັດໃຫ້ປະຊາຊົນສາມາດເຫັນເຖິງຄວາມຍຸຕິທຳໃນການຊຳລະຕົ້ນທຶນ ແລະ ດອກເບ້ຍທີ່ບໍ່ໄດ້ຂູດຮີດປະຊາຊົນຈົນເກີນໄປ.

ລວມທັງການເງິນຈຸລະພາກຍັງໃຫ້ຄຳແນະນຳກັບປະຊາຊົນໃນການດຳເນີນທຸລະກິດຕ່າງໆເພື່ອສ້າງຄວາມໝັ້ນຄົງຊີວິດໃນຕໍ່ຫນ້າ.

(ວາລະສານທາເກັດ ສະບັບ 154 ເດືອນພຶດສະພາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

The role of microfinance in reducing poverty in Lao PDR

Poverty is main a priority task, Although the report of high economic growth is less significant if the livelihoods of the majority of the poor are poor. Public service is still low quality. In the year of 2008, the Lao PDR has microfinance, but most people do not really understand and understand the purpose of microfinance.

Decree No. 460 / PM of the Microfinance Institution, dated October 3, 2012, clearly stated the purpose of microfinance Including the diversification of Deposit-Taking Microfinance Institutions, Non Deposit-Taking Microfinance institutions and Microfinance projects.

Additionally, the types of transactions that microfinance institutions can be perform and prohibitions, including measures against perpetrators, are identified. Microfinance is a financial service that enables people to access financial services.

Under Financial Institution Supervision Department of the Bank of the Lao PDR.Currently there are 185 microfinance institutions affiliated with the Bank of Lao PDR. This includes 20 Deposit – Taking Microfinance Institutions (DTMFI), 77 Non Deposit – Taking Microfinance Institutions (NDTMFI), 27 Saving and Credit Unions (SCU), 29 Leasing Companies, 27 Pawn-shops and 05 Remittances.

Among the microfinance institutions, there are diverse products such as microeconomic savings, savings, micro-insurance to meet the demand for people in communities and remote areas, Microfinance can improve the living conditions of the people, enabling people to understand and know their own financial plan better. In addition to micro finance, it will help to improve the living conditions of the people

Micro finance also has led to a decline in the debt burden of the people by providing people with insight and empowering people to see justice in paying off costs and interest that does not overrun the people. Including microfinance, also advises people in the business to make life more secure and uses efficient, high quality and uses sustainable financial services that are adapted to their needs and contribute to poverty reduction.

Comments