ລົ້ມ 3 ຄັ້ງ ສາມາດປ່ຽນແປງຊີວິດຂອງທ່ານໄດ້!!!

ຄັ້ງໜຶ່ງໃນຊີວິດຂອງໝົດທຸກຄົນຈະມີຈຸດໜຶ່ງວ່າເຮົາບໍ່ຮູ້ຫຍັງເລີຍ ຄືຕອນທີ່ເຮົາບໍ່ປະສົບຄວາມສໍາເລັດ ຫຼື ຜິດພາດ. ເພາະກ່ອນໜ້ານີ້ເຮົາຈະຄິດວ່າເຮົາຮູ້ທຸກຢ່າງ ແຕ່ການລົ້ມລົງຂອງແຕ່ລະຄົນບໍ່ຄືກັນບາງຄົນລົ້ມລົງແລ້ວ ກໍຮຽນຮູ້ຈາກຂໍ້ຜິດພາດ ແລະ ລຸກຂື້ນມາໃໝ່ ສຶກສາສິ່ງທີ່ຜິດພາດ ເຮັດໃໝ່, ແລ້ວເລີ່ມໃໝ່ຈົນກວ່າຈະປະສົບຜົນສຳເລັດ ສະນັ້ນ ມື້ນີ້ຈະມາເວົ້າເຖິງການລົ້ມ 3 ຄັ້ງວ່່າມັນຈະປ່ຽນແປງຊີວິດຂອງທ່ານໄດ້ແນວໃດ?

ຟຣີໆໆ!!! ແຖມກະແລ້ມ ຫອມໆ ຫວານໆ ພຽງແຕ່ຊື້ເມນູໃດກໍ່ໄດ້ ໃນຮ້ານ Kaogee Cafe ຮັບໄປເລີຍ ກະແລ້ມ ສຳຫຼັບເດັກນ້ອຍອາຍຸບໍ່ເກີນ 10ປີ ແຈກສະເພາະວັນທີ່ 01/06/2019 ນີ້ເທົ່ານັ້ນ.

ລົ້ມຄັ້ງທີ 1

ລົ້ມຍ້ອນຄວາມບໍ່ຮູ້, ລົ້ມຍ້ອນເຂົ້າໃຈວ່າເຮົາເຂົ້າໃຈທຸກຢ່າງ, ລົ້ມຍ້ອນຂາດປະສົບການ… ການລົ້ມຄັ້ງນີ້ຈະເປັນຄູສອນໃຫ້ເຮົາໄດ້ອ່ານ, ໄດ້ຂຽນເປັນ ແລະ ຄຳນວນເປັນ. ທຽບໃສ່ແລ້ວ ການລົ້ມຄັ້ງນີ້ປຽບດັ່ງຄູຄົນທຳອິດຂອງເຮົາ ນັ້ນກໍຄືຄູປະຖົມ ການລົ້ມຄັ້ງນີ້ຈະສອນໃຫ້ເບິ່ງທຸລະກິດເປັນ ໃຫ້ຄິດໄລ່ເປັນ ສອນໃຫ້ຮູ້ເຫັນເຖິງການແຂ່ງຂັນຢ່າງແທ້ຈິງ. ຫຼາຍຄົນລົ້ມແລ້ວ ຍົກເລີກໄປເຮົາບໍ່ນັບ, ເຮົານັບແຕ່ຄົນທີ່ຈະປະສົບຜົນສຳເລັດຕ້ອງເດີນໜ້າ ໄປລົ້ມໄດ້ອີກໃນຄັ້ງຕໍ່ໄປ.

ລົ້ມຄັ້ງທີ 2

ເປັນການລົ້ມຍ້ອນຄວາມດື້ດ້ານ ແລະ ຄວາມຮູ້ສຶກ. ປຽບດັ່ງແຟນຄົນທໍາອິດຂອງເຮົາ ຕອນສະໄໝຮຽນຢູ່ລະດັບມັດທະຍົມ ເພາະການລົ້ມຄັ້ງນີ້ປຽບຄືເຮົາເປັນເດັກນ້ອຍຮຽນໜັງສື ແລະ ມີຈິດໃຈທີ່ມັກສາວໃນຫ້ອງຮຽນ ແນ່ນອນ 99% ເຮົາຈະບໍ່ສົມຫວັງໃນຮັກຄັ້ງນີ້ ເຮົາຈະໄດ້ຮຽນຮູ້ວ່າສິ່ງທີ່ເຮົາຄາດຫວັງ, ຄວາມຜິດຫວັງ, ທີ່ເຮົາຕ້ອງໄດ້ປັບປຸງ, ອາລົມ ແລະ ຄວາມມັກຮັກໃນສິ່ງທີ່ເຮັດ.ໍ

ລົ້ມຄັ້ງທີ 3

ຄືການລົ້ມທີ່ປຽບໄດ້ດັ່ງຂັ້ນມະຫາວິທະຍາໄລ ການລົ້ມຄັ້ງນີ້ຈະເຮັດໃຫ້ເຮົາຮູ້ແທ້ເຫັນຈິງ ແລະ ການລົ້ມຄັ້ງນີ້ ແລະ ຄັ້ງຕໍ່ໄປຈະບໍ່ສຳຄັນເພາະເຮົາໄດ້ຮຽນຮູ້ ແລະ ສຶກສານຳທຸລະກິດນັ້ນເລິກເຊິ່ງແລ້ວ. ອຸປະສັກທັງໝົດກໍເປັນພຽງບັນຫາທີ່ເຮົາຈະຕ້ອງຮັບມືກັບມັນໃຫ້ໄດ້ ແລະ ຫາກຈະຕ້ອງລົ້ມລົງອີກຄັ້ງ ຄັ້ງນີ້ ໃນຖານະຄົນທີ່ມີປະສົບການ ເຂົາກໍມັກຈະເລືອກບ່ອນຮອງຮັບການລົ້ມທີ່ນຸ້ມນວນ ແລະ ປອດໄພທີ່ສຸດໃຫ້ຕົນເອງ ເຖິງຈະລົ້ມລົງຢ່າງແຮງກໍບໍ່ມີບາດແຜ ຫຼື ວ່າແປ້ວແຕ່ຢ່າງໃດ.

” Never give up on yourself ”

#ນັກທຸລະກິດມືໃຫມ່

fail 3 times to change your life

Subhead: failure is a good lesson learned in doing business teaching you to get back up strong

Once in a life time, everyone should reach a stage where we learn from our mistake that we know nothing. Before that we think that we know everything. However, people deal with failure differently. Some can learn from their mistake and get up strong before they finally succeed. Therefore, we will discuss about 3 failures today of how they can change your life.

  1. First failure

Failing due to ignorance misunderstanding that we know everything, but in fact we lack experience, this failure serves as our teacher who teaches us how to read, write and calculate. Metaphorically, our first failure is like our primary teacher who will better our understanding about business in terms of the ability to calculate and compete in the real business battle. Only those who fail and get back up will finally be successful, not ones who give up.

  1. Second failure

Failing due to stubbornness and emotion, this failure is like our first crush at a secondary school. We are like a youngster at school who have a crush on our classmate with a 99% of disappointment. This is our chance to experience and learn how to deal with disappointment, what needs to be improved, our emotion and love in what we do.

  1. Third failure

This is just like we are at the university level. This failure lets us truly and deeply learn about business making other failures no longer important. Every obstacle is just issues that we have to deal with. Should we have to fall again, experience will guide us towards choosing the softest and safest place to fall on so that we suffer less from any injury that may occur.

“Never give up on yourself”

#NewEntrepreneur

Comments