ຖ້າອາຊີບທີ່ເຮັດຢູ່ບໍ່ເປັນທີ່ຕ້ອງການຂອງຕະຫຼາດອີກຕໍ່ໄປ ຕ້ອງປັບຕົວແນວໃດ?

ໃນຍຸກທີ່ທຸກຢ່າງອ້ອມຕົວເຮົາເຕັມໄປດ້ວຍເຕັກໂນໂລຊີ ເຮັດໃຫ້ຄົນເຮົາຕ້ອງໄດ້ປ່ຽນແປງຕົວເອງໄປນໍາເພື່ອຢາກໃຫ້ຢູ່ລອດໃນສັງຄົມ ບໍ່ວ່າຈະເປັນການໃຊ້ຊີວິດ, ການເຮັດທຸລະກິດ ແລະ ການປະກອບອາຊີບຕ່າງໆ. ນັບຕັ້ງແຕ່ເຈົ້າຂອງທຸລະກິດຂະໜາດໃຫຍ່, ຜູ້ປະກອບການຂະໜາດນ້ອຍ ແລະ ກາງ ທີ່ຕ້ອງໄດ້ປ່ຽນທັງວິທີຄິດ ແລະ ການບໍລິຫານເພື່ອໃຫ້ຢູ່ລອດໃນຍຸກທີ່ເອີ້ນວ່າ: ຍຸກ Digital ເຊິ່ງກໍອາດຈະເຮັດໃຫ້ບາງສາຂາອາຊີບທີ່ມີຢູ່ໃນປັດຈຸບັນຕ້ອງຖືກຕັດອອກໄປ, ເພື່ອໃຫ້ບໍລິສັດກ້າວຕໍ່ໄປໄດ້. ແລ້ວມະນຸດເງິນເດືອນທັງຫຼາຍທີ່ຢູ່ໃນບັນດາອາຊີບນັ້ນ ຈະເຮັດແນວໃດຖ້າອາຊີບທີ່ເຂົາເຈົ້າເຮັດຢູ່ຖືກຕັດອອກໄປ. ມື້ນີ້ ວາລະສານທາເກັດຂອງພວກເຮົາຈະມາແນະນໍາ ກ່ຽວກັບການປັບຕົວໃຫ້ຢູ່ລອດໃນຍຸກປັດຈຸບັນຂອງມະນຸດເງິນເດືອນ ໂດຍສະເພາະບາງອາຊີບທີ່ອາດຈະໝົດໄປໃນອະນາຄົດ

ທໍາຄວາມເຂົ້າໃຈກັບບໍລິສັດ ແລະ ອົງກອນ

ເນື່ອງຈາກຄວາມຫຼາກຫຼາຍຂອງຄົນເຮົາເພີ່ມຂຶ້ນ ເມື່ອ 10 ປີກ່ອນ ຈະມີກຸ່ມຄົນທີ່ເອີ້ນວ່າ Gen Y ເຊິ່ງມີວິຖີຊີວິດ ແລະ ຄວາມຄິດທີ່ແຕກຕ່າງຈາກຄົນລຸ້ນກ່ອນ. ຈົນເຮັດໃຫ້ປັດຈຸບັນ Gen Y ຫຼາຍຄົນເຂົ້າມາມີບົດບາດເປັນຜູ້ບໍລິຫານທັງໃນລະດັບກາງ ແລະ ລະດັບສູງຫຼາຍອົງກອນແລ້ວ. ແຕ່ມາໃນປັດຈຸບັນ Gen Z ເລີ່ມເຂົ້າມາເປັນສ່ວນໜຶ່ງຂອງຄົນເຮັດວຽກແລ້ວ. ຈຶ່ງເປັນການປັບຕົວອີກເທື່ອໜຶ່ງຂອງຜູ້ບໍລິຫານ ແລະ ຝ່າຍບຸກຄະລາກອນ ເພາະບັນຫາໃຫຍ່ຄື ຈະເຮັດແນວໃດໃຫ້ທັງ Gen Y ຕອນປາຍ ແລະ Gen Z ຕອນຕົ້ນ ໂດຍສະເພາະຄົນທີ່ມີສັກກະຍາພາບຢາກເຂົ້າມາເຮັດວຽກໃນອົງກອນ. ໃນຂະນະທີ່ “ເທຣນ” ຂອງ Startup ມາແຮງຫຼາຍ ແລະ ມຸມມອງຂອງຄວາມໝັ້ນຄົງຂອງມະນຸດເງິນເດືອນເລີ່ມປ່ຽນແປງໄປ, ຜູ້ບໍລິຫານຕ້ອງຈັບທາງໃຫ້ໄດ້, ຟ້າວສ້າງ Employer Brand (ຄວາມໜ້າເຊື່ອຖືຂອງຄົນຈ້າງ) ໃຫ້ເປັນທີ່ສົນໃຈຂອງຄົນລຸ້ນໃໝ່. ໝາຍຄວາມວ່າບໍລິສັດ ແລະ ອົງກອນຕ່າງຕ້ອງການຄົນ Gen Z ທີ່ມີສັກກະຍາພາບສູງເຂົ້າມາເຮັດວຽກນໍາ, ສ່ວນຄົນ Gen Y ຖ້າປັບປ່ຽນຕົວເອງບໍ່ໄດ້ກໍຈະບໍ່ເປັນທີ່ຕ້ອງການຂອງຕະຫຼາດອີກຕໍ່ໄປ.

ອາຊີບທີ່ອາດຈະໝົດໄປໃນຍຸກ Digital ທີ່ມີການໃຊ້ຫຸ່ນຍົນ ແລະ ເຕັກໂນໂລຊີ ຫຼາຍຂຶ້ນ

ຖ້າຕອບງ່າຍໆກໍຄື ພວກວຽກເອກະສານ, ວຽກບໍລິຫານທັງຫຼາຍ ມີໂອກາດທີ່ຈະໄປກ່ອນ. ເພາະປັດຈຸບັນທະນາຄານເລີ່ມປັບປ່ຽນຮູບແບບເປັນ Online Banking ຫຼາຍຂຶ້ນ, ລູກຄ້າທະນາຄານສາມາດລົງທຶນໄດ້ດ້ວຍຕົນເອງ ໂດຍບໍ່ຕ້ອງເພິ່ງຄົນວິເຄາະ ເພາະລະບົບສາມາດຄໍານວນໃຫ້ແທນ, ເມື່ອເຕັກໂນໂລຊີມາແທນທີ່ ວຽກບໍລິການໃນລັກສະນະນີ້ກໍຈະຄ່ອຍໆຫຼຸດລົງ ແລະ ອາດຈະຫາຍໄປເລີຍໃນອະນາຄົດ.

ຖ້າຮູ້ແລ້ວວ່າ ຕົນເອງຢູ່ໃນກຸ່ມອາຊີບເຫຼົ່ານັ້ນ ເຮົາຄວນມີແນວທາງໃນການຮັບມືແນວໃດ?

ຂໍ້ໜຶ່ງ: ຕ້ອງເບິ່ງໃຫ້ອອກວ່າ: ເກມຕໍ່ໄປທາງໜ້າຈະເປັນແນວໃດ? ບໍ່ວ່າຈະຢູ່ບໍລິສັດໃດ? ກໍຕ້ອງຮູ້ໃຫ້ໄດ້ວ່າ ບໍລິສັດມີແນວທາງທີ່ຈະປັບປ່ຽນໄປໃນທາງໃດແດ່, ຄົນທີ່ເຮັດວຽກດ້ານສື່ສິ່ງພິມ ຖ້າບໍ່ຕິດຕາມຂ່າວສານເລີຍວ່າທ່າອ່ຽງຂອງສື່ສິ່ງພິມຈະປ່ຽນເປັນ Digital ຫຼາຍຂຶ້ນ. ເມື່ອເຖິງເວລາທີ່ບໍລິສັດປ່ຽນແທ້ໆເຮົາກໍຕົກກະແສ, ກໍບໍ່ແປກໃຈທີ່ຈະຖືກຖີ້ມເອົາໄວ້. ເພາະບໍລິສັດເອງບາງເທື່ອກໍເກືອບຈະເອົາຕົວບໍ່ລອດຈາກການປ່ຽນແປງ, ການຕ້ອງແບກກັນໄປໝົດກໍອາດຈະເຮັດໃຫ້ໂອກາດລອດໜ້ອຍລົງໄປເລື້ອຍໆ.

ຂໍ້ສອງ: ເຮົາຕ້ອງພັດທະນາຕົນເອງໃຫ້ທັນກັບຄວາມຕ້ອງການຂອງຕະຫຼາດນໍາ, ບໍ່ໃຫ້ເບິ່ງພຽງບໍລິສັດຂອງເຮົາຢ່າງດຽວ ເພາະຖ້າບໍລິສັດບໍ່ສາມາດເອົາຕົວລອດຈາກການປ່ຽນແປງ, ແຕ່ເຮົາມີຄວາມຮູ້ຄວາມສາມາດ ແລະ ສັກກະຍາພາບທີ່ຈະສູ້ຕໍ່ໄປໄດ້ ທາງເລືອກເຮົາກໍມີຫຼາຍຂຶ້ນ ກໍບໍ່ແມ່ນເລື່ອງຍາກທີ່ເຮົາຈະໄປຕໍ່ໄດ້.

ຄວາມຄິດເຫັນຈາກຄົນທີ່ປະສົບຄວາມສໍາເລັດ

ຄວນພັດທະນາຕົນເອງຢູ່ສະເໝີ ເພາະອະນາຄົດບໍ່ແນ່ນອນ,​ ມື້ນີ້ເຮົາຢູ່ກັບໂລກ Digital ມື້ໜ້າເຮົາກໍອາດຈະມີສິ່ງທີ່ ຫຼາຍກວ່າ Digital ກໍໄດ້. ຄົນທີ່ບໍ່ຢຸດພັດທະນາຕົນເອງ, ມ່ວນກັບການພັດທະນາຕົນເອງ ກໍຈະມ່ວນກັບສິ່ງໃໝ່ໆທີ່ຈະເຂົ້າມາ. ຍິ່ງເຮົາພັດທະນາຕົນເອງຫຼາຍປານໃດ ເຮົາກໍຈະຍິ່ງມີທາງໃຫ້ເລືອກຍ່າງຫຼາຍຂຶ້ນເທົ່ານັ້ນ. ທາງທີ່ເຄີິຍຍ່າງໄປແລ້ວມັນບໍ່ແມ່ນ ຖ້າເຮົາບໍ່ມີທາງເລືອກອື່ນເລີຍ ເຮົາກໍຕ້ອງຍອມຍ່າງຕໍ່ໄປທັງທີ່ຮູ້ວ່າ ມັນຈະບໍ່ສາມາດພາເຮົາໄປໃຫ້ເຖິງຈຸດໝາຍໄດ້ ແຕ່ເຮົາບໍ່ມີທາງເລືອກ. ອີກທາງໜຶ່ງຄືກັບມາເລີ່ມຕົ້ນໃໝ່ ມີທາງໃໝ່ໃຫ້ຍ່າງ ຖືກບໍ່ຖືກ, ຈະປະສົບຄວາມສໍາເລັດ ຫຼືບໍ່? ບໍ່ຮູ້. ແຕ່ກໍຍັງດີກວ່າຍ່າງໄປໃນທາງທີ່ເຮົາຮູ້ວ່າ ແນວໃດກໍບໍ່ປະສົບຄວາມສໍາເລັດແນ່ນອນ.

ສິ່ງທີ່ຄົນກໍາລັງເລີ່ມວຽກໃໝ່ໃນຍຸກນີ້ ຕ້ອງຮູ້

ຖ້າໃຫ້ທຽບການຊອກວຽກກໍຄືການເລືອກຄູ່ຊີວິດ ສອງຝ່າຍຕ້ອງຕັດສິນໃຈເລືອກ ແລະ ຄິດແລ້ວວ່າຄົນນີ້ແມ່ນຄົນທີ່ເຮົາຢາກຢູ່ນໍາ, ມີຄວາມຄ້າຍຄືກັນໃນຫຼາຍໆເລື່ອງ, ອາດຈະມີຂັດແຍ່ງກັນແນ່ລະຫວ່າງທາງ ແຕ່ປາຍທາງກໍອາດຈະເບິ່ງໄປທີ່ເປົ້າໝາຍດຽວກັນ. ຄົນທີ່ຈະມາເປັນຄູ່ຊີວິດເຮົາອາດຈະບໍ່ຈໍາເປັນຕ້ອງງາມ ຫຼື ດີທີ່ສຸດ, ແຕ່ເປັນຄົນທີ່ເໝາະສົມກັບເຮົາທີ່ສຸດ. ເມື່ອຮູ້ແບບນີ້ແລ້ວ ເຮົາຈະເຫັນໄດ້ວ່າ ບາງຄົນອາດຈະໄດ້ວຽກທີ່ຫຼາຍຄົນຕ້ອງການ ແຕ່ເມື່ອເຮັດໄປອາດຈະບໍ່ແມ່ນສິ່ງທີ່ເໝາະສົມກັບເຮົາ, ກໍບໍ່ແມ່ນເລື່ອງແປກທີ່ຫຼາຍຄົນ ເລືອກທີ່ຈະລາອອກຈາກວຽກທີ່ທຸກຄົນຄິດວ່າເປັນວຽກດີທີ່ສຸດນັ້ນມາ ຫຼື ແມ່ນແຕ່ການທີ່ເຮົາໝັ້ນໃຈວ່າ ເຮົາເກັ່ງຫຼາຍ, ເກັ່ງທີ່ສຸດໃນລຸ້ນ, ເກັ່ງກວ່າທຸກຄົນທີ່ມາລົງແຂ່ງ ແຕ່ກໍບໍ່ແມ່ນເລື່ອງແປກຖ້າຄົນທີ່ຖືກເລືອກບໍ່ແມ່ນເຮົາ.

ສະນັ້ນ ຖ້າເຮົາບໍ່ໄດ້ວຽກບໍ່ໄດ້ແປວ່າເຮົາບໍ່ເກັ່ງ​ ພຽງແຕ່ວຽກນັ້ນມັນບໍ່ເໝາະສົມກັບເຮົາເທົ່ານັ້ນເອງ. ຖ້າມື້ໜຶ່ງວຽກທີ່ເຮົາເຮັດຢູ່ບໍ່ເປັນທີ່ຕ້ອງການຂອງຕະຫຼາດອີກຕໍ່ໄປ ບໍ່ໄດ້ໝາຍຄວາມວ່າເຮົາບໍ່ສາມາດໄປເຮັດອັນອື່ນໄດ້ອີກ, ພຽງແຕ່ເຮົາຕ້ອງປັບປ່ຽນຕົວເອງໃຫ້ທັນ, ຊອກຮູ້ຂໍ້ມູນຂ່າວສານຫຼາຍໆ, ຮຽນຮູ້ທີ່ຈະພັດທະນາຕົນເອງ ແລະ ມ່ວນກັບສິ່ງໃໝ່ໆທີ່ຈະເຂົ້າມາ. ຮັບຮອງວ່າທ່ານຈະບໍ່ຕາຍໄປພ້ອມກັບອາຊີບນັ້ນແນ່ນອນ.

what if your job is no long needed in the market?

How would you adjust to the change?

In the era when we are surrounded by different technologies, we need to adapt well to changes in order to survive in this society in terms of our every day’s life, business and job. Both large corporations and SMEs have to reshape their business thinking and management methods in order to sustain in this digital era with some occupations which will soon be eliminated for business advancement. What will happen to so called salary people in the disappeared jobs? Today, Target Magazine will provide some tips on how to adjust and survive, especially for some jobs at risk of disappearing in the future.

Understanding companies and organizations

As the population has been growing more diversely, generation Y with a different lifestyle and mentality from their previous generation who emerged 10 years ago are now playing a role of top management in both medium and large corporations. Currently, we are witnessing the rising of the new generation Z in workforce. With that, the struggle nowadays is on how to keep both Gen Y and Gen Z working at a company during the time when a Startup “trend” is booming. Such trend shapes the way people perceive job security which requires entrepreneurs to urgently tackle the issue by forming Employer Brand to attract the new generation. It means that companies and organizations need to hire qualified Gen Z, while leaving Gen Y who are unable to adjust to the current trend out of business.

More jobs will be replaced by robots and technologies in the digital era

It can be seen clearly that office clerks and office administrators dealing with documentation are at risk of losing their jobs first. As banks are providing online banking service, customers can now make investment on their own with help from the banking system without relying on actual analysts like before. When technologies are continuously applied, these kinds of job will soon gradually fade away and completely disappear in the future.

How should you prepare for such change when your jobs are at risk?

First: you should be able to foresee how it is going to be. Does not matter which company you work for, you should know their future direction. Those in the newspaper business should prepare themselves for the digitalization of press. When the company changes and you cannot keep up with the trend, you will undoubtedly be left behind. Sometimes firms have to change in order to survive because they cannot look after you forever.

Second: we have to keep up with market demands. We should not focus only on our company, but other firms as well. In case our company cannot make it, we will have other options of job depending on our skills and qualities.

Recommendations from successful people

We should never stop developing ourselves because the future is uncertain. Today, we are living with digital. Tomorrow, new thing can replace it. Therefore, self-improvement should never stop. We should enjoy such improvement and experience new things. The more we develop ourselves, the more options we will have. If we have no choices, we just have to force ourselves to walk on a path even if we know it is not the right way towards our expected destination. When we have options, we can re-start by choosing a different direction. Whether this will turn out to be the right way or not, it is always the best idea to try something new, while knowing for sure that the old path will never lead us to success.

Must-knows for staff in this era

We can say that selecting a job is like choosing a love partner. Both sides have to make a decision and choose the one they think is right based on their commonalities. They may fight along the way, but in the end, they have the same goal. Our love partner does not have to be very good-looking or the best, but suits us the most. Many people might envy someone for being in the job they like, but that person might think it differently about the job. Sometimes people quit this kind of job just because they find out later that it is not the right one for them. We can think that we are the best in every aspect comparing to others who compete for the same job and end up being not selected.

Therefore, being not selected does not mean we are not good. It is just because the job does not suit us. If one day our job is no longer needed, it also does not mean that we cannot do something else. We just have to keep up with the change, keep ourselves updated with information, learn to develop ourselves and enjoy experiencing new things. Certainly, you will never be left behind with the job.

Comments