ພິທີເຊັນສັນຍາຮ່ວມມືຍຸດທະສາດລະຫວ່າງ ບໍລິສັດພົງສະຫວັນປະກັນໄພ ແລະ ບໍລິສັດ ເຈແອນຊີ ເຊີວິດ

ວັນທີ 24 ພຶດສະພາ 2019 ທີ່ໂຮງແຮມ ຄລາວພຣາຊ່າ,  ບໍລິສັດພົງສະຫວັນປະກັນໄພ (ເອພີເອ) ໄດ້ເຕີບໃຫຍ່ໄປອີກບາດກ້າວໜຶ່ງໃນການຂະຫຍາຍທຸລະກິດປະກັນໄພໃນລາວໂດຍໄດ້ເຊັນສັນຍາການຮ່ວມມືຍຸດທະສາດກັບບໍລິສັດ ເຈແອນຊີ ເຊີວິດ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດນາຍໜ້າປະກັນໄພທີ່ໃຫຍ່ທີ່ສຸດໃນລາວ ທີ່ມີຄວາມຊໍານານໃນການໃຫ້ບໍລິການປະກັນໄພໃຫ້ແກ່ບໍລິສັດ ແລະ ສະມາຄົມຄົນຕ່າງປະເທດທີ່ເຮັດວຽກ ແລະ ອາໃສຢູ່ໃນສປປລາວ.

ຂໍ້ຕົກລົງເຊັນສັນຍາຮ່ວມດັ່ງກ່າວໄດ້ລົງນາມໂດຍທ່ານໂດມິນິກວິນລ້ຽມຜູ້ອໍານວຍການໃຫຍ່ຂອງບໍລິສັດພົງສະຫວັນປະກັນໄພ (ເອພີເອ)  ແລະ ທ່ານ ສະເຕຟານແອັສແບັກຜູ້ກໍ່ຕັ້ງ ແລະ ອໍານວຍການໃຫຍ່ຂອງບໍລິສັດເຈແອນຊີເຊີວິດ ຈຳກັດຜູ້ດຽວ. ໃຫ້ກຽດເຂົ້າຮ່ວມງານ ໂດຍ ທ່ານ ໄພບູນ ພົງສະຫວັນ ຜູ້ຖືຫຸ້ນໃຫຍ່ ຂອງບໍລິສັດພົງສະຫວັນປະກັນໄພ (ເອພີເອ), ມາດາມ ແສງດາວ ບຸພະກອນຄຳ ປະທານສະພາບໍລິຫານ ເຂົ້າຮ່ວມ.

ທ່ານ ໂດມິນິກ ວິນລ້ຽມ ໄດ້ກ່າວວ່າ “ນີ້ແມ່ນບາດກ້າວໜຶ່ງທີ່ສໍາຄັນ ແລະ ຍິນດີທີ່ສຸດໃນການຂະຫຍາຍທຸລະກິດຂອງ ບໍລິສັດພົງສະຫວັນປະກັນໄພ, ເຊິ່ງການຮ່ວມມືຄັ້ງນີ້ ແມ່ນຈະເຮັດໃຫ້ໄດ້ຮັບໃຊ້ ແລະ ບໍລິການ ລູກຄ້າໄດ້ຫຼາກຫຼາຍກຸ່ມຍິ່ງຂຶ້ນ ແລະ ແນ່ໃຈໄດ້ວ່າຜະລິດຕະພັນຂອງພົງສະຫວັນປະກັນໄພ ທີ່ໄດ້ມີການຮ່ວມມືຈາກບໍລິສັດ ເຈແອນຊີ ເຊີວິດຜູ້ດຽວແມ່ນ ຈະກາຍເປັນຜູ້ນຳໃນຕະຫຼາດປະກັນໄພ ທີ່ສາມາດຕອບສະໜອງຄວາມຕ້ອງການແກ່ລູກຄ້າໄດ້ຢ່າງທົ່ວເຖິງ ແລະ ມີຄຸນນະພາບ.

ບໍລິສັດ ເຈເເອນຊີ ເຊີວິດ ໄດ້ໃຫ້ບໍລິການທີ່ເປັນເອກະລັກ ແລະ ມີມາດຕະຖານ ແກ່ລູກຄ້າທີ່ເປັນຊາວຕ່າງປະເທດ ລວມທັງບຸກຄົນ, ບໍລິສັດ ແລະ ອົງການຈັດຕັ້ງທີ່ມີຄວາມຕ້ອງການແບບສະເພາະເຈາະຈົງ ແລະ ມີມາດຕະຖານສູງ ໃນລາວມາເປັນເວລາຫຼາຍປີມາແລ້ວ ແລະ ເຊື່ອໝັ້ນວ່າການຮ່ວມມືຂອງ ບໍລິສັດພົງສະຫວັນປະກັນໄພ ແລະ ບໍລິສັດ ເຈແອນຊີ ເຊີວິດຈຳກັດຜູ້ດຽວ ຈະເຮັດໃຫ້ມີການບໍລິການລູກຄ້າໄດ້ດີຂື້ນຫຼາຍກວ່າເກົ່າຢ່າງແນ່ນອນ.

ທ່ານ ສະເຕຟານ ແອັສແບັກ ກໍໄດ້ໃຫ້ສຳພາດວ່າ: ”  ຜະລິດຕະພັນທີມີການກະກຽມ ແລະ ວາງແຜນທີ່ດີເທົ່ານັ້ນ ຈິ່ງຈະເຮັດໃຫ້ສາມາດຕອບສະໜອງທຸກຄວາມຕ້ອງການຂອງລູກຄ້າ ແລະ ຮັບປະກັນຄວາມປອດໄພ ຊັບສິນ ແລະ ທຸລະກິດຂອງລູກຄ້າໄດ້. ສະນັ້ນ, ທາງ ບໍລິສັດພົງສະຫວັນປະກັນໄພ ແລະ ເຈແອນຊີ ເຊີວິດ ຈິ່ງໄດ້ມີການຮ່ວມມືກັນ ພັດທະນາຜະລິດຕະພັນທີ່ເປັນເອກະລັກໃນຕະຫຼາດປະກັນໄພໃນລາວແລ້ວ ເຊັ່ນ: ການປະກັນໄພລົດ ທີ່ສະເໜີທາງເລືອກການຄຸ້ມຄອງທີ່ສູງທີ່ສຸດໃນລາວ, ແລະ ແຜນປະກັນສຸຂະພາບທີ່ຖືກພັດທະນາຂື້ນ ອີງຕາມມາດຕະຖານສາກົນ ແຕ່ ປັບໃຫ້ມີຄ່າທຳນຽມທີ່ສົມເຫດສົມຜົນ ແລະ ເໝາະແກ່ທຸກຄົນ ທີ່ກຳລັງຈະເປີດຕົວໃນໄວໆນີ້. ການປັບປຸງຜະລິດຕະພັນ ໃຫ້ມີຄວາມຄ້າຍຄືກັບປະເທດທີ່ພັດທະນາແລ້ວ ແມ່ນຈະສາມາດສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າໄດ້ ແລະ ຈາກປະສົບການຂອງພວກເຮົາ ເຮັດໃຫ້ວ່າ ການທີ່ໄດ້ຮ່ວມມືກັບ ຄູ່ຮ່ວມທຸລະກິດທີ່ມີຄວາມແຂງແກ່ນ, ມຸ້ງໝັ້ນ ແລະ ເປີດຮັບໃນການຮ່ວມມື ເທົ່ານັ້ນ ຈິ່ງຈະເປັນກະແຈສຳຄັນໃຫ້ແກ່ພວກເຮົາ ໃນການໃຫ້ບໍລິການແກ່ລູກຄ້າ ໃຫ້ເພິ່ງພໍໃຈໄດ້.

ບໍລິສັດພົງສະຫວັນປະກັນໄພ ມີຍຸດທະສາດທີ່ເຂັ້ມແຂງ ແລະ ຊັດເຈນໃນການສ້າງພາບລັກຂອງສິນຄ້າ ພ້ອມດຽວກັນກັບ ພັດທະນາ ຜະລິດຕະພັນໃຫມ່ໃຫ້ເໝາະກັບຕະຫຼາດໃນລາວ. ເຊິ່ງການຮ່ວມມືທຸລະກິດໃນຄັ້ງນີ້ ແມ່ນ ເປັນການຢືນຢັນວ່າ ບໍ່ພຽງແຕ່ເຊື່ອໝັ້ນໃນຍຸດທະສາດຂອງເທົ່ານັ້ນ, ແຕ່ກຳລັງທີ່ປະຕິບັດ ແລະ ດຳເນີນທຸລະກິດເພື່ອຈະສົ່ງມອບການບໍລິການທີ່ເປັນລະດັບມາດຕະຖານສາກົນໃຫ້ແກ່ລູກຄ້າໃນ ສປປ ລາວ ອີກດ້ວຍ.

Contract Signing Ceremony Between Phongsavanh Insurance (APA) Co., Ltd. and J&C Services Co., Ltd.

24th May 2019 at Crowne Plaza, Phongsavanh Insurance (APA) Co., Ltd. has taken another big step to expand its insurance business in Lao P.D.R. The company signed a strategic partnership agreement with J&C Services – the biggest insurance agency in Laos that specializes in providing insurance services to the corporate and Expat community.

The agreement was signed by the APA Insurance CEO, Mr Dominick Williams, and Mr Stephan Aeschbach, founder and CEO of J&C Services. Mr PhaibounPhongsavanh, the major shareholder of APA Insurance,  MadamSengdaoBouphakonekham, the Chairperson of the Board of Directors and Mr SombounPhongsavanh, the Chairman of Phongsavanh Group were also in attendance.

“I am extremely proud of our new partnership with J&C. This is a very significant and exciting step in the growth journey of APA, as the partnership enables us to protect more customer groups in Laos”, Mr Dominick Williams said. “Through this partnership, we can be certain that APA’s products – prepared in collaboration with J&C – are market-leading and exactly what our clients and customers want and need. J&C has been providing a unique and first-class service to foreigners in Laos for many years; individuals, companies and organisations that have very specific requirements and high expectations. I am delighted that we are now part of this, and truly believe that APA and J&C’s cooperation will result in us collectively being able to serve our clients and customers even better moving forward.”

“I am very pleased with the creation of this alliance between our companies.” said Mr Stephan Aeschbach. “We know that only well-prepared products that meet all needs can allow us to fully guarantee the insurance security of our clients, their assets and business operations. Together with APA we have already developed a few unique products in the Lao market, i.e. the new Prestige Motor Insurance, offering the best and highest coverage in Laos, and a range of Health Insurance plans developed to international standards and tailored to everyone’s budget, which will be launched soon.”

together with J&C Services, we will be able to reach all individuals and institutions that need a full selection of insurance products tailored to their needs. This contract is a key part of our long-term plan of strategic partnerships.”

 

 

Comments