ວາງສີລາເລີກ ການກໍ່ສ້າງສະໜາມກິລາ ເບສບອນ ແຫ່ງທໍາອິດ ຂອງ ສປປ ລາວ !

ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2019 ຢູ່ທີ່ບໍລິເວນ ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ໄດ້ມີພິທີ ວາງສີລາເລີກ ການກໍ່ສ້າງ ສະໜາມກິລາ ເບສບອນລາວ ຊຶ່ງໄດ້ຮັບການສະໜັບສະໜູນ ຊ່ວຍເຫຼືອລ້າ 100% ໂດຍທະນາຄານ DGB ແຫ່ງ ສ. ເກົາຫຼີ ມູນຄ່າການກໍ່ສ້າງທັງຫມົດແມ່ນ 265,000 ໂດລ້າສະຫະລັດ.

ການກໍ່ສ້າງ ຄາດວ່າຈະສໍາເລັດ ແລະ ເປີດໃຊ້ໃນວັນທີ 23 ກໍລະກົດ 2019 ນີ້. ສະໜາມກິລາແຫ່ງນີ້ ກວມເອົາເນື້ອທີ 3 ແຮັກ ປະກອບມີ ເດີນນອກຮົ່ມ, ເດີນໃນຮົ່ມ, ຫ້ອງນໍ້າ, ຫ້ອງການ ແລະ ຫໍພັກນັກກິລາ.

ພາຍຫຼັງສ້າງສະໜາມກິລາແຫ່ງນີ້ສໍາເລັດ ແມ່ນມອບໃຫ້ ສະຫະພັນເບສບອນແຫ່ງຊາດລາວ (Lao Baseball Federation) ເປັນຜູ້ຄຸ້ມຄອງ ນໍາໃຊ້ ແລະ ຈັດເຝິກ ແຂ່ງຂັນທັງໃນລະດັບພາຍໃນ ແລະ ຕ່າງປະເທດ.

ທີ່ມາ: Lao Youth Radio FM 90.0 Mhz

Comments