Author Archives: Paeng KC

ລັດຖະບານຈີນ ກຽມປ່ອຍເງິນດິຈິທັລຂອງໂຕເອງ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 13 ສິງຫາ 2019 ວ່າ ທະນາຄານກາງຈີນອອກມາປະກາດຄວາມຄືບໜ້າເລື່ອງການພັດທະນາສະກຸນເງີນດິຈິທັລ ຫຼື ຄລິບໂທເຄີເຣນຊີ ໂດຍ ທ່ານ ມູຊາງຊຸນ ຮອງຜູ້ອຳນວຍການດ້ານການຊຳລະເງິນຂອງທະນາຄານກາງຈີນ ກ່າວວ່າ ສະຖານະປັດຈຸບັນຂອງສະກຸນເງີນດິຈິທັລນີ້ “ໃກ້ສຳເລັດສົມບູນ” ແລ້ວ ຕາມຂໍ້ມູນຈາກລາຍງານສະກຸນເງີນດິຈິທັລຂອງຈີນຈະດຳເນີນການຢູ່ໃນ ລະບົບ 2 ຊັ້ນ ຊື່ງທັງທະນາຄານກາງຈີນ ແລະທະນາຄານການຄ້າຂອງຈີນເປັນຜູ້ຜະລິດເງິນຢ່າງຖືກກົດໝາຍ, ນອກຈາກນີ້ ສະກຸນເງິນນີ້ຈະບໍ່ໄດ້ຂຶ້ນຢູ່ກັບເຕັກໂນໂລຢີບ໊ອກເຊນ ທີ່ມີຄວາມກະຈາຍອຳນາດເປັນຫຼັກຢ່າງສະກຸນເງີນດິຈິທັລອື່ນໆ ແຕ່ຈະຢູ່ເທີງລະບົບທີ່ໃຫ້ອຳນາດການຄວບຄຸມລະບົບການເງິນກັບລັດຖະບານຈີນ ຢ່າງໃດກໍ່ຕາມ ຫຼາຍຝ່າຍກໍ່ອອກມາຕັ້ງຂໍ້ສັງເກດກັບສະກຸນເງິນດິຈິທັລຂອງຈີນ ທ່ານ ມາຕິ ກຣີນສະແປນ ນັກວິເຄາະຕະຫຼາດອາວຸໂສຈາກ ອີໂທໂຣ ກ່າວວ່າ ຕົນຍັງເບີ່ງບໍ່ເຫັນປະໂຫຍດຈາກການປ່ຽນລະບົບການເງິນຂອງຈີນ ຈາກລະບົບປັດຈຸບັນໄປເປັນສະກຸນເງິນດິຈິທັລເທົ່າໃດ  ແລະ ຕັ້ງຂໍ້ສັງເກດວ່ານີ້ອາດຈະເປັນນະໂຍບາຍແອບແຝງຫຼືບໍ່ ບາງຢ່າງບອກວ່າມັນຄືຄົນລະເລື່ອງກັບຄລິບໂທເຄີຣເຣນຊີທີ່ເຮົາຮູ້ຈັກ ມາຕິ ກ່າວ ຫຼາຍຝ່າຍເຊື່ອວ່າການທີ່ຈີນເລັ່ງພັດທະນາສະກຸນເງີນດິຈິທັລເປັນຂອງໂຕເອງ ຫຼັງຈາກທີ່ເຄີຍມີທ່າທີບໍ່ສະໜັບສະໜູນມີເຫດຜົນສ່ວນໜຶ່ງຈາກການທີ່ເຟສບຸ໊ກອອກມາປະກາດຜັກດັນ “ລິບຣາ” ສະກຸນເງິນດິຈິທັລຂອງເຟສບຸ໊ກ ຊື່ງສ້າງຄວາມກັງວົນໃຫ້ກັບທະນາຄານກາງເພື່ອປ້ອງກັນຄວາມສ່ຽງໃນການແລກປ່ຽນສະກຸນເງິນຕ່າງຊາດ ແລະປົກປ້ອງອຳນາດນະໂຍບາຍການເງິນຂອງພາກລັດ ສ່ວນການໃຊ້ງານນັ້ນ ຜູ້ບໍລິໂພກ ແລະ ພາກທຸລະກິດຈຳເປັນຕ້ອງດາວໂຫຼດກະເປົາເງິນອີເລັກໂຕນິກໃນໂທລະສັບ ຈາກນັ້ນຈື່ງປ່ຽນຈາກເງິນຢວນໃນກະເປົາເງິນອີເລັກໂຕນິກເປັນສະກຸນເງີນດິຈິທັລ ຊື່ງສາມາດໃຊ້ໄດ້ກັບທັງການຮັບເງິນ ແລະຈ່າຍເງິນ ຊື່ງທະນາຄານກາງຂອງຈີນຈະສາມາດເຂົ້າເຖິງຂໍ້ມູນທຸລະກຳການເງີນທຸກຄັ້ງທີ່ເງິນຖືກປ່ຽນມື

Read More »

ສະຖານທູດໄທຈັດງານ Thai Night

ສະຖານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ຮ່ວມກັບການທ່ອງທ່ຽວແຫ່ງປະເທດໄທ ສໍານັກງານໂຮ່ຈິມິນ ສສ ຫວຽດນາມໄດ້ຈັດງານ Thai Night ຂຶ້ນທີ່ໂຮງແຮມ ຄລາວພລາຊາ ວຽງຈັນ ໃນຕອນຄໍ່າຂອງວັນທີ 8 ສິງຫາ 2019 ທີ່ຜ່ານມາ. ເປັນກຽດເຂົ້າຮ່ວມງານໃນຄັ້ງນີ້ມີທ່ານ ອຸ່ນທ່ວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍບັນດາແຂກຖືກເຊີນ ລວມທັງພາກທຸລະກິດການບິນ,ນັກທຸລະກິດ ຜູ້ປະກອບການ ແລະ ການບໍລິການການທ່ອງທ່ຽວ ທັງລາວ-ໄທ ເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນພິທີ ທ່ານ ກຽດຕິຄຸນ ຊາດປຣະເສີດເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວໄດ້ເປັນກຽດຂຶ້ນກ່າວສະແດງຄວາມຂອບໃຈ ຕໍ່ບັນດາແຂກຜູ້ມີກຽດ ແລະ ຜູ້ໃຫ້ການປະກອບສ່ວນສະໜັບສະໜູນ ຈາກພາກສ່ວນຕ່າງໆ ທີ່ເຮັດໃຫ້ງານຄັ້ງນີ້ດໍາເນີນໄປດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊື່ນ ແລະ ມີຄວາມໝາຍຢ່າງຍິ່ງ ຕໍ່ການສົ່ງເສີມສາຍພົວພັນມິດຕະພາບ ກໍຄືສົ່ງເສີມວຽກງານການທ່ອງທ່ຽວຂອງສອງປະເທດໄທ-ລາວ ໃຫ້ນັບມື້ຂະຫຍາຍຕົວ. ທ່ານ ທູດໄດ້ຍົກໃຫ້ເຫັນຕື່ມອີກວ່າ: ປີຜ່ານມານັກທ່ອງທ່ຽວຈາກ ສປປ ລາວ ເດີນທາງເຂົ້າໄປທ່ອງທ່ຽວໃນປະເທດໄທ ມີຕົວເລກສູງເຖິງ 1,7 ...

Read More »

ຖາມໂຕເອງກ່ອນວ່າ…ຈໍາເປັນບໍ່ທີ່ຕ້ອງຊື້ລົດ

ການມີລົດຖືວ່າເປັນການເພິ່ມຄ່າໃຊ້ຈ່າຍໃຫ້ຫຼາຍຂຶ້ນບໍ່ວ່າຈະເປັນຄ່າຜ່ອນ, ຄ່າບໍາລຸງຮັກສາ, ຄ່າປະກັນໄພ ຄ່ານໍ້າມັນ ດັ່ງນັ້ນກ່ອນຕັດສິນໃຈຊື້ລົດຄວນພິຈາລະນາວ່າມີຄວາມຈໍາເປັນໃນການໃຊ້ລົດຫຼາຍນ້ອຍປານໃດ ຄຸ້ມຄ່າກັບພາລະຄ່າໃຊ້ຈ່າຍຫຼືບໍ່. 1. ມີເງິນທ້ອນພຽງພໍກັບຄ່າໃຊ້ຈ່າຍທີ່ເກີດຈາກການຊື້ລົດ ຫຼື ບໍ່: ຂໍ້ນີ້ສໍາຄັນຫຼາຍເປັນເລື່ອງທໍາອິດທີ່ຕ້ອງພິຈາລະນາໃຫ້ດີກ່ອນຕັດສິນໃຈເພາະຖ້າຊື້ລົດຄັນໜຶ່ງກໍມີຄ່າໃຊ້ຈ່າຍຫຼາຍຢ່າງ ນອກຈາກຄ່າຜ່ອນແລ້ວຍັງມີທັງປະກັນໄພ, ຄ່ານໍ້າມັນເມື່ອເອົາມາລວມໆກັນແລ້ວກໍເປັນຫຼາຍແສນຕໍ່ເດືອນດັ່ງນັ້ນຢາກໃຫ້ລອງຄິດໄລ່ເບິ່ງກ່ອນວ່າ ເງິນທ້ອນໃນແຕ່ລະເດືອນຂອງເຮົາພຽງພໍກັບຄ່າໃຊ້ຈ່າຍທີ່ຈະເພີ່ມຂຶ້ນມາ ຫຼື ບໍ່ ຖ້າຍັງບໍ່ພໍ ກໍບໍ່ຄວນຊື້ລົດຕອນນີ້ ແຕ່ຖ້າຫາກຈໍາເປັນທີ່ຈະຕ້ອງໃຊ້ລົດກໍຕ້ອງວາງແຜນປັບຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນລົງ ຫຼື ພະຍາຍາມຫາລາຍໄດ້ເພີ່ມຂຶ້ນເພື່ອໃຫ້ພຽງພໍກັບຄ່າໃຊ້ຈ່າຍຕ່າງໆທີ່ຈະຕາມມາຈາກການຊື້ລົດ. 2. ຢູ່ຄົນດຽວ ຫຼື ມີຄອບຄົວ: ຖ້າມີຄອບຄົວຄວາມຈໍາເປັນໃນການຊື້ລົດຈະຫຼາຍກວ່າຄົນໂສດທີ່ຢູ່ຄົນດຽວ ເພາະມີພາລະທີ່ຕ້ອງເບິ່ງແຍງເພີ່ມຂຶ້ນທັງຄູ່ຊີວິດ ແລະ ລູກໆ ແຕ່ຖ້າມີລົດຈະຊ່ວຍອໍານວຍຄວາມສະດວກໃຫ້ເຮົາໄດ້ຫຼາຍກວ່າເຊັ່ນ: ສາມາດຂັບລົດໄປສົ່ງລູກທີ່ໂຮງຮຽນ, ສົ່ງພັນລະຍາໄປເຮັດວຽກ ຫຼື ຂັບລົດໄປທ່ຽວກັນໄດ້ທັງຄອບຄົວ. ສ່ວນຄົນໂສດຖືວ່າບໍ່ໄດ້ມີພາລະທີ່ຕ້ອງເບິ່ງແຍງຫຼາຍສາມາດໄປໃສມາໃສໄດ້ຄົນດຽວໄດ້ໂດຍໃຊ້ລົດໂດຍສານສາທາລະນະຕ່າງໆໄດ້ຢ່າງສະດວກ ຄວາມຈໍາເປັນໃນການຊື້ລົດຈຶ່ງໜ້ອຍລົງກວ່າຄົນທີ່ມີຄອບຄົວ ດັ່ງນັ້ນແລ້ວລົດທີ່ຊື້ມາອາດບໍ່ກຸ້ມຄ່າກໍໄດ້. 3. ບ່ອນເຮັດວຽກຢູ່ສະຖານທີ່ ທີ່ມີລະບົບຂົນສົ່ງມວນຊົນທົ່ວເຖິງ ຫຼື ບໍ່: ຖ້າບ່ອນເຮັດວຽກຂອງເຮົາຢູ່ໃນເຂດທີ່ມີລະບົບຂົນສົ່ງມວນຊົນທົ່ວເຖິງ ຄວາມຈໍາເປັນໃນການຊື້ລົດກໍຈະໜ້ອຍລົງ ເພາະເຮົາສາມາດໄປເຮັດວຽກດ້ວຍລົດໂດຍສານສາທາລະນະໄດ້, ສາມາດໄປເຖິງຈຸດໝາຍໄດ້ໄວ ແລະ ຄ່າເດີນທາງຍັງບໍ່ແພງອີກ ແຕ່ຖ້າບ່ອນເຮັດວຽກໃຜທີ່ຢູ່ໄກ ຫຼື ຕ້ອງໄປເຮັດວຽກຕ່າງແຂວງທີ່ລະບົບຂົນສົ່ງມວນຊົນຍັງບໍ່ເຂົ້າເຖິງກໍອາດຈໍາເປັນຕ້ອງຊື້ລົດເພື່ອຄວາມສະດວກ ແລະ ປອດໄພໃນການເດີນທາງໄກ. 4. ອາຊີບທີ່ເຮັດຈໍາເປັນຕ້ອງໃຊ້ລົດ ຫຼື ບໍ່: ຖ້າອາຊີບທີ່ເຮັດຢູ່ປັດຈຸບັນຈໍາເປັນຕ້ອງໄປຫາລູກຄ້າ ຫຼື ຕິດຕໍ່ກັບຜູ້ຄົນຢູ່ນອກສະຖານທີ່ເຊັ່ນ: ...

Read More »

ອະຫິວາໝູອາຟຣິກາ ລະບາດ 13 ແຂວງ ມູນຄ່າເສຍຫາຍຫຼາຍກວ່າ 4 ຕື້ກີບ

ພະຍາດອະຫິວາໝູອາຟຣິກາ ລະບາດແລ້ວເກືອບທົ່ວປະເທດລາວ ໂດຍມີພຽງ 5 ແຂວງເທົ່ານັ້ນ ທີ່ຍັງບໍ່ພົບການລະບາດ ເຊິ່ງມີໝູຕິດເຊື້ອຕາຍເອງ 4.192 ໂຕ, ຂ້າທໍາລາຍ 2.207 ໂຕ ລວມມູນຄ່າເສຍຫາຍເບື້ອງຕົ້ນປະມານ 4 ຕື້ກີບ ເຊິ່ງບາງເຂດກໍສາມາດຄວບຄຸມການລະບາດໄດ້ແລ້ວ. ສ່ວນຂະແໜງການກ່ຽວຂ້ອງ ເນັ້ນເອົາໃຈໃສ່ປະຕິບັດຕາມມາດຕະການຄວບຄຸມ ເພື່ອປ້ອງກັນການລະບາດເປັນວົງກວ້າງຕື່ມອີກ. ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໃຫ້ສໍາພາດວ່າ: ປັດຈຸບັນພະຍາດອະຫິວາໝູອາຟຣິກາ ໄດ້ແຜ່ລະບາດໄປແລ້ວ 13 ແຂວງ, ມີ 27 ເມືອງ 57 ບ້ານໃນທົ່ວປະເທດ, ຈາກການລາຍງານເບື້ອງຕົ້ນມີໝູທີ່ສ່ຽງຕິດເຊື້ອທັງໝົດ 13.200 ກວ່າໂຕ, ມີໝູຕິດເຊື້ອຕາຍເອງ 4.192 ໂຕ, ຂ້າທໍາລາຍ 2.207 ໂຕ ລວມມູນຄ່າເສຍຫາຍເບື້ອງຕົ້ນ 4 ຕື້ກີບ ເຊິ່ງຍັງພຽງ 5 ແຂວງເທົ່ານັ້ນ ທີ່ຍັງບໍ່ພົບການລະບາດ ຄື: ແຂວງອັດຕະປື, ຈໍາປາສັກ, ບໍ່ແກ້ວ, ຄໍາມ່ວນ ແລະ ແຂວງໄຊຍະບູລີ. ດັ່ງທີ່ຮູ້ກັນແລ້ວວ່າເຊື້ອພະຍາດນີ້ຍັງບໍ່ມີຢາປ້ອງກັນ. ...

Read More »

ນາຍົກ ຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ເມືອງຕຸ້ມລານ

ໃນຕອນບ່າຍຂອງວັນທີ 13 ສິງຫາ 2019, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມເຮັດວຽກຢູ່ເມືອງຕຸ້ມລານ, ແຂວງສາລະວັນ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ ພ້ອມດ້ວຍການນຳຂັ້ນແຂວງ ແລະ ເມືອງ, ພະນັກງານຫຼັກແຫຼ່ງພາຍໃນເມືອງຕຸ້ມລານໃຫ້ການຕ້ອນຮັບ. ກອ່ນການພົບປະໂອ້ລົມ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານຫຍໍ້ກຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງຈາກທ່ານເຈົ້າເມືອງຕຸ້ມລານ, ຊຶ່ງທ່ານໄດ້ຕີລາຄາວ່າທົ່ວເມືອງຕຸ້ມລານ ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊຶ່ງເປັນພື້ນຖານໃນການພັດທະນາເສດຖະກິດ-ສັງຄົມ, ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື້ອງ, ນອກຈາກນັ້ນຍັງໄດ້ຍົກໃຫ້ເຫັນບາງບັນຫາທີ່ເມືອງຕຸ້ມລານຂອງພວກເຮົາກຳລັງປະເຊີນ ເປັນຕົ້ນແມ່ນ: ການແຜ່ລະບາດຂອງພະຍາດອະຫິວາໝູອາຟຮີກາ, ການລະບາດຂອງພະຍາດໄຂຍຸ້ງ ແລະ ການເຝົ້າລະຫວັງການລະບາດຂອງພະຍາດໄອໄກ່, ຫຼັງຈາກນັ້ນ ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ບັນດາທ່ານລັດຖະມົນຕີກ່ຽວຂ້ອງມີຄຳເຫັນ, ຊີ້ແຈ້ງວິທີການປ້ອງກັນ ແລະ ຕອບໂຕ້ກັບພະຍາດດັ່ງກ່າວ, ພ້ອມດຽວກັນນີ້ທ່ານນາຍົກລັດຖະມົນຕີກໍ່ໄດ້ໂອ້ລົມຕໍ່ພໍ່ແມ່ປະຊາຊົນດ້ວຍຄວາມເປັນຫ່ວງເປັນໃຍ ພ້ອມທັງສະແດງຄວາມຂອບອຸກຂອບໃຈຕໍ່ການນຳຂອງເມືອງ ແລະ ພໍ່ແມ່ປະຊາຊົນທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ຕ້ອນທ້າຍ ທ່ານ ຈັນສະໝອນ ພົມມະແສງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຕຸ້ມລານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານນາຍົກລັດຖະມົນຕີທີ່ໄດສະຫຼະເວລາຂອງທ່ານລົງມາຢ້ຽມຢາມໃນຄັ້ງນີ້ດ້ວຍ.

Read More »

ຍອດຄົນເສຍຊີວິດຍ້ອນໄຂ້ຍຸງລາຍໃນທົ່ວປະເທດ ເພີ່ມຂຶ້ນເປັນ 54 ຄົນແລ້ວ

54 ຄົນເສຍຊີວິດຈາກພະຍາດໄຂ້ຍຸງໃນທົ່ວປະເທດ ນັບແຕ່ທ້າຍເດືອນ ທັນວາ 2018 ຫາ 11 ສິງຫາ 2019 ມີຄົນເປັນໄຂ້ທັງໝົດ 23,082 ກໍລະນີ ອີງຕາມການລາຍງານຈາກກະຊວງສາທາລະນະສຸກ. ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໃຫ້ຮູ້ອີກວ່າມາຮອດວັນທີ 11 ສິງຫາ 2019 ນະຄອນຫຼວງວຽງຈັນ ຍັງເປັນອັນດັບໜຶ່ງທີ່ ມີຜູ້ເປັນໄຂ້ຍຸງລາຍ 5,412 ກໍລະນີ ເສຍຊີວິດ 13 ຄົນ, ສະຫວັນນະເຂດ 3,954 ກໍລະນີ ເສຍຊີວິດ 20 ຄົນ, ຈຳປາສັກ 2,978 ກໍລະນີ ເສຍຊີວິດ 6 ຄົນ. ແຂວງທີ່ມີລາຍງານ ຄົນເປັນໄຂ້ຍຸງລາຍໜ້ອຍທີ່ສຸດ ແມ່ນແຂວງຫົວພັນ ມີພຽງຈຳນວນ 1 ຄົນເທົ່ານັ້ນທີ່ຕິດເຊື່ອໄຂ້ຍຸງລາຍ. ທາງກະຊວງສາທາລະນະສຸກຍັງສືບຕໍ່ ສົມທົບກັບພາກສວ່ນທີ່ກ່ຽວຂ້ອງ ແລະ ການຈັດຕັ້ງທ້ອງຖິ່ນເພື່ອປຸກລະດົມປະຊາຊົນຊ່ວຍກັນ ໃນການທຳລາຍໄຂ່ຍຸງລາຍ ຕາມແບບ ວິທີປ້ອງກັນ 5 ປ. ທາງກະຊວງສາທາລະນະສຸກຍັງໄດ້ລົງພົ່ນຊີດຢາຂ້າຍຸງລາຍໃນບາງເຂດທີ່ມີຄວາມສ່ຽງ. ຂ່າວ: ວຽງຈັນທາຍສ ວີດີໂອ: ກະຊວງສາທາລະນະສຸກ

Read More »

ລັດຖະບານ ມອບເຄື່ອງ ແລະ​ ເຂົ້າ ຊ່ວຍ​ເຫຼືອ​ ຜູ້​ປະສົບ​ໄພພິບັດ 3 ແຂວງ​ພາກ​ເໜືອ

ໃນ​ ປີ 2019 ນີ້, ກະ​ຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງ​ຄົມ ​ໄດ້​ຮັບ​ການ​ອະນຸມັດ​ຈາກ ລັດຖະບານ ​ແຫ່ງ ສປປ ລາວ ​ແລະ ລັດຖະບານ​ຍີ່ປຸ່ນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການຄັງ​ແຮ​ເຂົ້າ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ໄພພິບັດ ປີ 2018 ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ພາຍ​ໃຕ້​ກອງ​ທຶນ​ເພື່ອ​ຮ່ວມ​ງານ KR1, ສະ​ນັ້ນ, ​ໃນ​ໂອກາດລົງ​ເຄື່ອນ​ໄຫວ​ວຽກ​ງານ​ແຮງ​ງານ ​ແລະ ສະຫວັດ​ດີ​ການ​ສັງຄົມ ຢູ່​ບັນດາ​ແຂວງ​ພາກ​ເໜືອ ​ໃນ​ລະຫວ່າງວັນ​ທີ 11 – 14 ສິງຫາ 2019 ນີ້. ທີ່​ພະແນກແຮງງານ ແລະ ສະຫວັດດີການແຂວງ​ , ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະ​ຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງ​ຄົມ ​ພ້ອມຄະນະ, ໄດ້​ຕາງໜ້າ​ລັດຖະບານ ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ໃຫ້​ແກ່​ປະຊາຊົນ​ຜູ້​ປະສົບ​ໄພພິບັດ ຢູ ່​ແຂວງຫົວພັນ, ຊຽງຂວາງ ແລະ ໄຊສົມບູນ ລວມມູນ​ຄ່າ 2 ຕື້ ກວ່າ​ກີບ, ​ເຊິ່ງຕາງໜ້າ​ຮັບ​ໂດຍ ທ່ານ​ເຈົ້າ​ແຂວງ ​ແລະ ຮອງ​ເຈົ້າ​ແຂວງ​ທັງ ...

Read More »

ການເຂົ້າເຖິິງແຫຼ່ງທຶນແມ່ນໜຶ່ງໃນນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ທີ່ໄດ້ຈັດຂຶ້ນໃນເດືອນມີຖຸນາ 2019 ຜ່ານມານີ້ ມີຄໍາຖາມເຈາະຈີ້ມລັດຖະບານໃນຫຼາຍໆບັນຫາ ຊຶ່ງໜຶ່ງໃນນັ້ນກໍມີ ບັນຫາການເຂົ້າເຖິງແຫຼ່ງທຶນຂອງ ຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ ຫຼື SME) ຊຶ່ງປິ່ນອ້ອມບັນຫາອັດຕາດອກເບ້ຍສູງແລະ ທຶນປ່ອຍກູ້ທີ່ບໍ່ພຽງພໍກັບຄວາມຕ້ອງການ. ປະເດັນກ່ຽວກັບ “ທຶນ” ຍາມໃດກໍເປັນກະແສຂອງສັງຄົມ ແລະ ບັນດາຜູ້ປະກອບກິດຈະການເອງກໍໃຫ້ຄວາມສຳຄັນເປັນອັນດັບຕົ້ນໆ  ເຖິງວ່າ ໃນຄວາມເປັນຈິງອາດບໍ່ແມ່ນບັນຫາຕັດສິນຊີ້ຂາດຊາຕາກຳຂອງ  ວນກ ເນື່ອງຈາກວ່າ ໃນດ້ານຫຼັກການ ພາກລັດຕ້ອງໄດ້ໃຫ້ການສະໜັບສະໜູນ ແລະ ສົ່ງເສີມ ວນກ ໃນ 2 ຮູບການຄື: (1) ການສະໜັບສະໜູນດ້ານການເງິນ (2) ການສະໜັບສະໜູນທີ່ບໍ່ແມ່ນການເງິນ ຄຽງຄູ່ກັນໄປ. ອີງຕາມຜົນການສຳຫຼວດຂອງທະນາຄານໂລກປີ 2012 ເຫັນວ່າ ມີພຽງແຕ່ 24,7% ແລະ 46,7% ຂອງວິສາຫະກິດຂະໜາດນ້ອຍ ແລະ ວິສາຫະກິດຂະໜາດກາງ ທີ່ໄດ້ຮັບສິນເຊື່ອຈາກທະນາຄານ ຕາມດຳລັບ. ທະນາຄານທຸລະກິດສ່ວນຫຼາຍປ່ອຍສິນເຊື່ອໄລຍະສັ້ນ ແລະ ກາງ ທີ່ເປັນທຶນໝູນວຽນ (ໄລຍະເວລາບໍ່ເກີນ 1-3 ປີ)  ແລະ ຍັງມີອັດຕາດອກເບ້ຍທີ່ຖືວ່າສູງ. ...

Read More »

ເປົ້າໝາຍໃນອະນາຄົດ ພວກເຮົາຈະເຕີບໃຫຍ່ຢ່າງໝັ້ນຄົງ

ຂຶ້ນປົກໃນສະບັບເດືອນສິງຫາ 2019 ພວກເຮົາໄດ້ຮັບກຽດສໍາພາດ ທ່ານ ສຸກສະໝອນ ສີຫາເທບ ປະທານ ແລະ ຜູ້ບໍລິຫານ ບໍລິສັດມະນີຍົມກຣຸບ ຜູ້ລິເລີ່ມນໍາເອົາລົດຍີ່ຫໍ້ “ເຊບໂຣເລດ” ເຂົ້າມາຈໍາໜ່າຍຢ່າງເປັນທາງການໃນສປປ ລາວ ພ້ອມທັງບຸກເບີກຕະຫຼາດຈໍາໜ່າຍ ແລະ ສາມາດເຂົ້າເຖິງລູກຄ້າກຸ່ມເປົ້າໝາຍໄດ້ຢ່າງໜ້າເພິ່ງພໍໃຈ ເມື່ອສົມທຽບກັບລົດໃນລະດັບດຽວກັນ ທີ່ເປີດຕົວມາກ່ອນໜ້ານີ້ປະມານ 15-20 ປີ. ພ້ອມນີ້ທ່ານຍັງຈະມາເປີດເຜີຍໃຫ້ຮູ້ເຖິງ ແຜນການພັດທະນາໃນອະນາຄົດຂອງ “ເຊບໂຣເລດ ລາວ” ແລະ “ໂປຣໂມຊັນ” ດີໆທີ່ລູກຄ້າຈະໄດ້ຮັບແບບສຸດຄຸ້ມ.   ທ່ານ ສຸກສະໝອນ ສີຫາເທບ ປະທານ ກຸ່ມບໍລິສັດ ມະນີຍົມ ກຣຸບ ໄດ້ເຄີຍໃຫ້ກຽດສຳພາດກັບທາງວະລະສານ Target Magazine ໃນເດືອນ ມີຖຸນາ 2012 ກ່ອນເປີດຕົວ Showroom Chevrolet ຢ່າງເປັນທາງການເຊິ່ງຖືໄດ້ວ່າເປັນຫ້ອງຂາຍແລະສູນບໍລິການຂອງເຊບໂຣເລດທີ່ໃຫຍ່ທີ່ສຸດໃນ South East Asia (ອາຊີຕາເວັນອອກສ່ຽງໃຕ້) ມາເຖິງປັດຈຸບັນກ້າວເຂົ້າສູ່ປີທີ່ 7 ເຊິ່ງຈະຄົບຮອບໃນວັນທີ 12-12-2019 ທີ່ທາງເຊບໂຣເລດລາວ ໄດ້ເປີດຕົວຢ່າງເປັນທາງການໃນ ສປປ ລາວ ເຊິ່ງໃນໂອກາດນີ້ທາງວາລະສານ Target ...

Read More »

ໄຫຫີນ ມໍລະດົກລາວ ສູ່ມໍລະດົກໂລກ

ໄຫຫີນແຂວງຊຽງຂວາງ (Megalithic Jar Sites in XiengKhuang) ໄດ້ຖືກພິຈະລະນາ ຮັບຮອງເປັນມໍລະດົກໂລກ ໃນກອງປະຊຸມ ຄັ້ງທີ 43 ຂອງຄະນະກຳມະການມໍລະດົກໂລກຢ່າງເປັນທາງການ.ພາຍຫຼັງທີ່ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ກໍຄືຊາວແຂວງຊຽງຂວາງໄດ້ຄອງຄອຍມາ 20 ກວ່າປີ.ຖືເປັນມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຖັດຈາກວັດພູຈໍາປາສັກ ແລະ ເມືອງຫຼວງພຣະບາງ. ກອງປະຊຸມໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 1 ກໍລະກົດ 2019 ທີ່ເມືອງບາກູ ນະຄອນຫຼວງປະເທດອາແຊັກໄບຊານ ເຊິ່ງມີຄະນະກຳມະການມໍລະດົກໂລກ 21 ປະເທດ ແລະ ບັນດາຊ່ຽວຊານດ້ານມໍລະດົກວັດທະນະທຳ ປະຫວັດສາດ ແລະ ທຳມະຊາດຈາກທົ່ວທຸກມູມໂລກເຂົ້າຮ່ວມ. ພາຍຫຼັງທີ່ຂ່າວການຮັບຮອງດັ່ງກ່າວໄດ້ຖືກນໍາເຜີຍແຜ່ໃນສື່ສັງຄົມອອນໄລ໌ ກໍໄດ້ມີກະແສຕອບຮັບ ແລະ ການສະແດງຄວາມຍິນດີ ຢ່າງຫຼວງຫຼາຍ ໂດຍສະເພາະກໍແມ່ນຊາວແຂວງຊຽງຂວາງ. ລັດຖະບານ ສປປລາວ ສະເໜີທົ່ງໄຫຫີນ ແຂວງຊຽງຂວາງ 11 ແຫ່ງ ເຂົ້າເປັນມໍລະດົກໂລກ. ໄຫຫີນ ດັ່ງກ່າວໄດ້ຢັ່ງຢາຍກວມເນື້ອທີ່ປະມານ 200 ເຮັກຕ້າ ໃນເມືອງຄໍາ, ຝາໄຊ, ແປກ ແລະ ພູກູດ ...

Read More »