ຍອດຄົນເສຍຊີວິດຍ້ອນໄຂ້ຍຸງລາຍໃນທົ່ວປະເທດ ເພີ່ມຂຶ້ນເປັນ 54 ຄົນແລ້ວ

54 ຄົນເສຍຊີວິດຈາກພະຍາດໄຂ້ຍຸງໃນທົ່ວປະເທດ ນັບແຕ່ທ້າຍເດືອນ ທັນວາ 2018 ຫາ 11 ສິງຫາ 2019 ມີຄົນເປັນໄຂ້ທັງໝົດ 23,082 ກໍລະນີ ອີງຕາມການລາຍງານຈາກກະຊວງສາທາລະນະສຸກ.

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໃຫ້ຮູ້ອີກວ່າມາຮອດວັນທີ 11 ສິງຫາ 2019 ນະຄອນຫຼວງວຽງຈັນ ຍັງເປັນອັນດັບໜຶ່ງທີ່ ມີຜູ້ເປັນໄຂ້ຍຸງລາຍ 5,412 ກໍລະນີ ເສຍຊີວິດ 13 ຄົນ, ສະຫວັນນະເຂດ 3,954 ກໍລະນີ ເສຍຊີວິດ 20 ຄົນ, ຈຳປາສັກ 2,978 ກໍລະນີ ເສຍຊີວິດ 6 ຄົນ. ແຂວງທີ່ມີລາຍງານ ຄົນເປັນໄຂ້ຍຸງລາຍໜ້ອຍທີ່ສຸດ ແມ່ນແຂວງຫົວພັນ ມີພຽງຈຳນວນ 1 ຄົນເທົ່ານັ້ນທີ່ຕິດເຊື່ອໄຂ້ຍຸງລາຍ.

ທາງກະຊວງສາທາລະນະສຸກຍັງສືບຕໍ່ ສົມທົບກັບພາກສວ່ນທີ່ກ່ຽວຂ້ອງ ແລະ ການຈັດຕັ້ງທ້ອງຖິ່ນເພື່ອປຸກລະດົມປະຊາຊົນຊ່ວຍກັນ ໃນການທຳລາຍໄຂ່ຍຸງລາຍ ຕາມແບບ ວິທີປ້ອງກັນ 5 ປ. ທາງກະຊວງສາທາລະນະສຸກຍັງໄດ້ລົງພົ່ນຊີດຢາຂ້າຍຸງລາຍໃນບາງເຂດທີ່ມີຄວາມສ່ຽງ.

ຂ່າວ: ວຽງຈັນທາຍສ
ວີດີໂອ: ກະຊວງສາທາລະນະສຸກ

Comments