ຖາມໂຕເອງກ່ອນວ່າ…ຈໍາເປັນບໍ່ທີ່ຕ້ອງຊື້ລົດ

ການມີລົດຖືວ່າເປັນການເພິ່ມຄ່າໃຊ້ຈ່າຍໃຫ້ຫຼາຍຂຶ້ນບໍ່ວ່າຈະເປັນຄ່າຜ່ອນ, ຄ່າບໍາລຸງຮັກສາ, ຄ່າປະກັນໄພ ຄ່ານໍ້າມັນ ດັ່ງນັ້ນກ່ອນຕັດສິນໃຈຊື້ລົດຄວນພິຈາລະນາວ່າມີຄວາມຈໍາເປັນໃນການໃຊ້ລົດຫຼາຍນ້ອຍປານໃດ ຄຸ້ມຄ່າກັບພາລະຄ່າໃຊ້ຈ່າຍຫຼືບໍ່.

1. ມີເງິນທ້ອນພຽງພໍກັບຄ່າໃຊ້ຈ່າຍທີ່ເກີດຈາກການຊື້ລົດ ຫຼື ບໍ່: ຂໍ້ນີ້ສໍາຄັນຫຼາຍເປັນເລື່ອງທໍາອິດທີ່ຕ້ອງພິຈາລະນາໃຫ້ດີກ່ອນຕັດສິນໃຈເພາະຖ້າຊື້ລົດຄັນໜຶ່ງກໍມີຄ່າໃຊ້ຈ່າຍຫຼາຍຢ່າງ ນອກຈາກຄ່າຜ່ອນແລ້ວຍັງມີທັງປະກັນໄພ, ຄ່ານໍ້າມັນເມື່ອເອົາມາລວມໆກັນແລ້ວກໍເປັນຫຼາຍແສນຕໍ່ເດືອນດັ່ງນັ້ນຢາກໃຫ້ລອງຄິດໄລ່ເບິ່ງກ່ອນວ່າ ເງິນທ້ອນໃນແຕ່ລະເດືອນຂອງເຮົາພຽງພໍກັບຄ່າໃຊ້ຈ່າຍທີ່ຈະເພີ່ມຂຶ້ນມາ ຫຼື ບໍ່ ຖ້າຍັງບໍ່ພໍ ກໍບໍ່ຄວນຊື້ລົດຕອນນີ້ ແຕ່ຖ້າຫາກຈໍາເປັນທີ່ຈະຕ້ອງໃຊ້ລົດກໍຕ້ອງວາງແຜນປັບຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນລົງ ຫຼື ພະຍາຍາມຫາລາຍໄດ້ເພີ່ມຂຶ້ນເພື່ອໃຫ້ພຽງພໍກັບຄ່າໃຊ້ຈ່າຍຕ່າງໆທີ່ຈະຕາມມາຈາກການຊື້ລົດ.

2. ຢູ່ຄົນດຽວ ຫຼື ມີຄອບຄົວ: ຖ້າມີຄອບຄົວຄວາມຈໍາເປັນໃນການຊື້ລົດຈະຫຼາຍກວ່າຄົນໂສດທີ່ຢູ່ຄົນດຽວ ເພາະມີພາລະທີ່ຕ້ອງເບິ່ງແຍງເພີ່ມຂຶ້ນທັງຄູ່ຊີວິດ ແລະ ລູກໆ ແຕ່ຖ້າມີລົດຈະຊ່ວຍອໍານວຍຄວາມສະດວກໃຫ້ເຮົາໄດ້ຫຼາຍກວ່າເຊັ່ນ: ສາມາດຂັບລົດໄປສົ່ງລູກທີ່ໂຮງຮຽນ, ສົ່ງພັນລະຍາໄປເຮັດວຽກ ຫຼື ຂັບລົດໄປທ່ຽວກັນໄດ້ທັງຄອບຄົວ.

ສ່ວນຄົນໂສດຖືວ່າບໍ່ໄດ້ມີພາລະທີ່ຕ້ອງເບິ່ງແຍງຫຼາຍສາມາດໄປໃສມາໃສໄດ້ຄົນດຽວໄດ້ໂດຍໃຊ້ລົດໂດຍສານສາທາລະນະຕ່າງໆໄດ້ຢ່າງສະດວກ ຄວາມຈໍາເປັນໃນການຊື້ລົດຈຶ່ງໜ້ອຍລົງກວ່າຄົນທີ່ມີຄອບຄົວ ດັ່ງນັ້ນແລ້ວລົດທີ່ຊື້ມາອາດບໍ່ກຸ້ມຄ່າກໍໄດ້.

3. ບ່ອນເຮັດວຽກຢູ່ສະຖານທີ່ ທີ່ມີລະບົບຂົນສົ່ງມວນຊົນທົ່ວເຖິງ ຫຼື ບໍ່: ຖ້າບ່ອນເຮັດວຽກຂອງເຮົາຢູ່ໃນເຂດທີ່ມີລະບົບຂົນສົ່ງມວນຊົນທົ່ວເຖິງ ຄວາມຈໍາເປັນໃນການຊື້ລົດກໍຈະໜ້ອຍລົງ ເພາະເຮົາສາມາດໄປເຮັດວຽກດ້ວຍລົດໂດຍສານສາທາລະນະໄດ້, ສາມາດໄປເຖິງຈຸດໝາຍໄດ້ໄວ ແລະ ຄ່າເດີນທາງຍັງບໍ່ແພງອີກ ແຕ່ຖ້າບ່ອນເຮັດວຽກໃຜທີ່ຢູ່ໄກ ຫຼື ຕ້ອງໄປເຮັດວຽກຕ່າງແຂວງທີ່ລະບົບຂົນສົ່ງມວນຊົນຍັງບໍ່ເຂົ້າເຖິງກໍອາດຈໍາເປັນຕ້ອງຊື້ລົດເພື່ອຄວາມສະດວກ ແລະ ປອດໄພໃນການເດີນທາງໄກ.

4. ອາຊີບທີ່ເຮັດຈໍາເປັນຕ້ອງໃຊ້ລົດ ຫຼື ບໍ່: ຖ້າອາຊີບທີ່ເຮັດຢູ່ປັດຈຸບັນຈໍາເປັນຕ້ອງໄປຫາລູກຄ້າ ຫຼື ຕິດຕໍ່ກັບຜູ້ຄົນຢູ່ນອກສະຖານທີ່ເຊັ່ນ: ເປັນພະນັກງານຂາຍ, ຜູ້ຮັບເໝົາກໍ່ສ້າງ, ວິສະວະກອນ, ຜູ້ບໍລິຫານ ຫຼື ທຸລະກິດທີ່ຕ້ອງໃຊ້ລົດເປັນເຄື່ອງມືປະກອບອາຊີບ ຄວາມຈໍາເປັນໃນການຊື້ລົດກໍຕ້ອງມີຫຼາຍເພື່ອຊ່ວຍອໍານວຍຄວາມສະດວກໃນການເຮັດວຽກ ແລະ ອາດຊ່ວຍໃຫ້ເຮົາປະສົບຄວາມສໍາເລັດໃນວຽກໄດ້ງ່າຍຂຶ້ນ ແຕ່ຖ້າອາຊີບຂອງເຮົາບໍ່ຈໍາເປັນຕ້ອງເດີນທາງໄປນອກເລື້ອຍໆຄວາມຈໍາເປັນໃນການຊື້ລົດກໍຈະໜ້ອຍລົງ.

Comments