Author Archives: Paeng KC

ເຂດພັກອາໄສ ເອກກະໄມ ໃນ ກຸງເທບໄດ້ສ້າງຄວາມຟົດຟື້ນໃຫ້ແກ່ພື້ນທີ່ຕົວເມືອງ

ເຂດພັກອາໄສ ເອກກະໄມ ໃນ ກຸງເທບໄດ້ສ້າງຄວາມຟົດຟື້ນໃຫ້ແກ່ພື້ນທີ່ຕົວເມືອງ ໂດຍຜ່ານການນໍາສະເໜີທີ່ພັກອາໄສທີ່ທັນສະໄໝທີ່ສຸດ ແລະ ແທດເໝາະກັບສະພາບຊີວິດໃນຕົວເມືອງ ພ້ອມຄວາມສະດວກສະບາຍໃນການເຂົ້າເຖິງການຄົມມະນາຄົມຂົນສົ່ງໃນຮູບແບບຕ່າງໆ, ບໍ່ວ່າຈະເປັນລົດສ່ວນໂຕໄປຈົນເຖິງລົດໄຟຟ້າ BTS ໃນເສັ້ນທາງຫຼັກຕ່າງໆ, ການເຂົ້າເຖິງພື້ນທີ່ທີ່ເຕັມໄປດ້ວຍກິດຈະກໍາໃນຊຸມຊົມທີ່ມີຫ້າງຮ້ານຄ້າທີ່ຫຼາກຫຼາຍ, ຮ້ານອາຫານ, ຮ້ານກາເຟ, ສູນອອກກໍາລັງກາຍ, ພື້ນທີ່ເຮັດວຽກ, ໂຮງຮຽນ ແລະ ອື່ນໆ. ບໍ່ໜ້າແປກໃຈເລີຍທີ່ພື້ນທີ່ດັ່ງກ່າວໄດ້ຮັບຄວາມສົນໃຈມາເປັນເວລາດົນນານຈາກຄົນຕ່າງປະເທດ ແລະ ຜູ້ພັກອາໄສທ້ອງຖິ່ນ, ລວມມີບຸກຄົນທົ່ວໄປ, ຄູ່ຮັກ ແລະ ຄອບຄົວທີ່ມີລູກ. ໃນປັດຈຸບັນ, ມັນໄດ້ກາຍເປັນທີ່ຕັ້ງທີ່ເໝາະສົມທີ່ສຸດໃຫ້ແກ່ຫ້ອງພັກສຸດຫຼູແຫ່ງທໍາອິດພາຍໃຕ້ແບຣນ XT, ໂຄງການສົ່ງເສີມຄຸນນະພາບຊີວິດໂດຍ Sansiri, ຜູ້ພັດທະນາການບໍລິການດ້ານອະສັງຫາລິມາຊັບເຕັມຮູບແບບຊັ້ນນໍາຂອງປະເທດໄທ. ໂດຍມີທີ່ຕັ້ງຫ່າງຈາກສະຖານີ BTS ໃນຖະໜົນສຸຂຸມວິດປະມານ 1.5ກມ, ເຮັດໃຫ້ XT EKKAMAI ໄດ້ກາຍເປັນໜຶ່ງໃນສາມໂຄງການ XT ທີ່ເຂັ້ມແຂງທີ່ສຸດຂອງບໍລິສັດ. ໂດຍແນເປົ້າໝາຍໃສ່ກຸ່ມຄົນໃນຍຸກ Millennial, ອາຄານທີ່ພັກ 38 ຊັ້ນທີ່ປະກອບມີຫ້ອງພັກ 537 ຫ້ອງພ້ອມດ້ວຍຮູບແບບການຈັດວາງທີ່ເປັນລັກສະນະສະເພາະຕົວ, ພື້ນທີ່ສິ່ງອໍານວຍຄວາມສະດວກຮ່ວມກັນ ແລະ ນະວັດຕະກໍາດ້ານເຕັກໂນໂລຊີຕ່າງໆ, ເຮັດໃຫ້ໂຄງການນີ້ສາມາດນໍາສະເໜີຄວາມແປກໃໝ່ສູ່ຕະຫຼາດໄດ້. ທ່ານ Poomipak Julmanichoti, ຮອງປະທານຝ່າຍພັດທະນາໂຄງການ ແລະ ທຸລະກິດລະຫວ່າງປະເທດຂອງ Sansiri, ...

Read More »

ການປັບປຸງສະພາບແວດລ້ອມດຳເນີນທຸລະກິດຈະຊ່ວຍກະຕຸ້ນການລົງທຶນ

ບາງທ່ານອາດໄດ້ຮັບຊາບຈາກການລາຍງານຫວ່າງມໍ່ໆນີ້ ຂອງທະນາຄານພັດທະນາອາຊີ ຫຼື ADB ທີ່ຄາດວ່າເສດຖະກິດລາວ ຈະຂະຫຍາຍຕົວຢູ່ໃນລະດັບປານກາງປະມານ 6,2% ສໍາລັບປີ 2019 ແລະ 2020 ຊຶ່ງຖືວ່າຕໍ່າກວ່າການຄາດຄະເນຂອງທະນາຄານດັ່ງກ່າວເອງ ໃນເດືອນເມສາຜ່ານມານີ້ ຄື ໃນອັດຕາ 6,5% ສໍາລັບທັງສອງປີ. ທັງນີ້ ກໍຍ້ອນການຂະຫຍາຍຕົວໃນຂະແໜງອຸດສະຫະກໍາ ແລະ ບໍລິການມີການອ່ອນຕົວລົງໃນຕົ້ນປີ 2019 ເນື່ອງຈາກຈໍານວນນັກທ່ອງທ່ຽວຕ່າງປະເທດ ທີ່ເຂົ້າມາລາວ ມີທ່າອຽງຫລຸດລົງ ປະກອບກັບການຜະລິດ ກໍຄື ການສົ່ງອອກໄຟຟ້າຢູ່ໃນພາວະຊະລໍຕົວ ເຖິງແມ່ນວ່າຂະແໜງກະສິກໍາຈະຟື້ນຕົວເລັກນ້ອຍ ກໍຕາມ. ໃນນີ້, ພາຍໃນ 4 ເດືອນຕົ້ນປີຂອງປີ 2019 ນີ້, ມູນຄ່າການສົ່ງອອກ ໄດ້ເພີ່ມຂຶ້ນເລັກນ້ອຍ ເມື່ອສົມທຽບກັບໄລຍະດຽວກັນຂອງປີກາຍ ເນື່ອງຈາກການສົ່ງອອກໄຟຟ້າ ມີການຂະຫຍາຍຕົວພຽງແຕ່ 2,3% ເທົ່ານັ້ນ ຊຶ່ງຕໍ່າກວ່າ 7,0% ໃນປີ 2018. ນີ້ສ່ອງແສງໃຫ້ເຫັນການຫລຸດລົງຂອງອັດຕາການຂະຫຍາຍຕົວຂອງຂະແໜງອຸດສະຫະກໍາໃນເຄິ່ງທໍາອິດຂອງປີ ແລະ ຂະແໜງບໍ່ແຮ່ກໍມີການຊະລໍຕົວເຊັ່ນກັນ. ນອກນີ້, ຂະແໜງການທ່ອງທ່ຽວ ກໍປາກົດວ່າບໍ່ຄຶກຄື້ນ ເຊິ່ງຂະແໜງນີ້ກໍປະກອບສ່ວນສຳຄັນໃນຂະແໜງການບໍລິການໂດຍລວມ ເນື່ອງຈາກຈໍານວນນັກທ່ອງທ່ຽວຈາກຕ່າງປະເທດທີ່ເຂົ້າມາລາວ ໄດ້ຫລຸດລົງຈາກ 6,1% ໃນເຄິ່ງທໍາອິດຂອງປີ 2018 ເປັນ 5,0% ...

Read More »

ການຊື້ຫວຍ ແລະ ການລົງທຶນໃນຮຸ້ນ ອັນໃດສ່ຽງກວ່າກັນ

“ຄົນທຸກຫຼິ້ນຫວຍ ຄົນລໍ້າລວຍຫຼິ້ນຮຸ້ນ” ຖືເປັນປະໂຫຍກທີ່ຄຸ້ນຫູຂອງຫຼາຍໆທ່ານ ແລະ ໃນປັດຈຸບັນປະໂຫຍກດັ່ງກ່າວອາດຈະກາຍເປັນຄວາມເຊື່ອໜຶ່ງໃນສັງຄົມໄປແລ້ວ ເພາະຖືເປັນສິ່ງທີ່ສັງເກດໄດ້ງ່າຍໃນສັງຄົມທຸກມື້ນີ້ ຢູ່ບ່ອນວ່າຄົນທີ່ມີລາຍໄດ້ປານກາງລົງມາແດ່ສ່ວນໃຫຍ່ມັກຈະຊື້ຫວຍເພື່ອສ່ຽງໂຊກສ່ຽງລາງວັນ ເພາະຜົນໄດ້ ຫຼື ຜົນເສຍແມ່ນສາມາດຮັບຮູ້ ແລະ ເຫັນໄດ້ກັບບາດພາຍໃນມື້. ແຕ່ຄົນທີ່ມີລາຍຮັບຫຼາຍແດ່ກໍມັກແບ່ງສ່ວນເງິນຂອງຕົນມາລົງທຶນຢ່າງຫຼາກຫຼາຍ, ໃນນັ້ນ ການຊື້ຮຸ້ນກໍຖືເປັນອີກທາງເລືອກໜຶ່ງທີ່ກຸ່ມຄົນທີ່ມີຖານະມັກນິຍົມ ລົງທຶນກັນ. ໃນຄວາມເປັນຈິງແລ້ວ ບໍ່ວ່າທ່ານຈະມີຖານະໃດກໍສາມາດລົງທຶນດ້ວຍການຊື້ຫວຍ ຫຼື ຊື້ຮຸ້ນໄດ້, ພຽງແຕ່ທ່ານຮູ້ ແລະ ເຂົ້າໃຈໃນລາຍລະອຽດຄຸນລັກສະນະ ແລະ ຜົນຕອບແທນຂອງການລົງທຶນແຕ່ລະປະເພດ. ໃນບົດຄວາມນີ້ຜູ້ຂຽນຈຶ່ງຂໍນຳສະເໜີກ່ຽວກັບຄວາມແຕກຕ່າງລະຫວ່າງການຊື້ຫວຍ ແລະ ການຊື້ຮຸ້ນ, ຄວາມຍາກງ່າຍໃນການລົງທຶນ, ຮູບແບບຜົນຕອບແທນ, ເງິນລົງທຶນ ພ້ອມທັງຍົກໃຫ້ເຫັນຄວາມສ່ຽງຂອງການລົງທຶນທັງສອງປະເພດນີ້ ໂດຍຍົກເອົາຫວຍລະດົມທຶນທີ່ອອກຈຳໜ່າຍໂດຍ ລັດວິສະຫະກິດຫວຍພັດທະນາ ແລະ ຮຸ້ນທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ ມາປະກອບການນຳສະເໜີ. ຫວຍ ເປັນການລົງທຶນທີ່ບໍ່ມີຄວາມຊັບຊ້ອນຫຼາຍພໍປານໃດ. ຜູ້ຊື້ຫວຍພຽງແຕ່ຕ້ອງເລືອກຊື້ໝາຍເລກທີ່ຕ້ອງການ ແລ້ວລໍຖ້າຟັງຜົນການອອກລາງວັນ. ໃນນັ້ນ, ການເລືອກຊື້ໝາຍເລກໃດໜຶ່ງນັ້ນ ຜູ້ຊື້ອາດຈະໄດ້ມາຈາກຄວາມມັກ, ຄວາມຄາດຫວັງສ່ວນຕົວ, ການຄາດເດົາ, ຄວາມຝັນ ຫຼື ແຮງສັດທາສະເພາະຕົວໃດໜຶ່ງເປັນບ່ອນອີງ ໂດຍທີ່ບໍ່ໄດ້ນຳໃຊ້ເຄື່ອງມືທາງດ້ານເຕັກນິກໃດໆມາຊ່ວຍຕັດສິນໃຈເລືອກຊື້ໝາຍເລກນັ້ນ. ຖ້າເລກທີ່ຊື້ຫາກກົງກັບທີ່ປະກາດຜົນລາງວັນກໍສາມາດເອົາໃບຫວຍນັ້ນໄປຂຶ້ນເງິນໄດ້ຕາມຈຳນວນ ແລະ ປະເພດຜົນລາງວັນຂອງໃບຫວຍທີ່ໄດ້ຊື້; ກົງກັນຂ້າມ, ຖ້າເລກທີ່ຊື້ຫາກບໍ່ກົງກັບທີ່ປະກາດກໍຖືວ່າເສຍເງິນ. ຫວຍທີ່ອອກຈຳໜ່າຍໃນປັດຈຸບັນມີຢູ່ 3 ປະເພດຫຼັກໆຄື: ຫວຍເລກ 2 ...

Read More »

ຜູ້ປະກອບການລາວຕ້ອງຮູ້! ວິທີເອົາໃຈກຸ່ມລູກຄ້າອາວຸໂສ…

ໃນການເຮັດທຸລະກິດຍຸກປັດຈຸບັນນີ້ ທີ່ມີການແຂ່ງຂັນສູງຫຼາຍ ເນື່ອງຈາກເປັນຍຸກທີ່ສື່ສັງຄົມອອນລາຍກໍາລັງມາແຮງ ເຮັດໃຫ້ບັນດານັກທຸລະກິດຫັນມາໃຫ້ຄວາມສົນໃຈນໍາເອົາມາໃຊ້ໃຫ້ເກີດປະໂຫຍດຕໍ່ທຸລະກິດ ໂດຍສະເພາະໃນທາງການຕະຫຼາດ, ການເຮັດໂຄສະນາຕ່າງໆ ຫຼາຍຄົນອາດຈະສັງເກດເຫັນໄດ້ທົ່ວໄປເຊັ່ນ: Facebook, You tube ແລະ Website ຕ່າງໆທີ່ມີຄົນເຂົ້າເບິ່ງເປັນປະຈຳ; ເຊິ່ງວິທີນີ້ເອີ້ນວ່າເປັນການຕະຫຼາດແນວໃໝ່ ແລະ ກໍໃຊ້ໄດ້ຜົນດີພໍສົມຄວນກັບກຸ່ມລູກຄ້າສະໄໝໃໝ່, ທີ່ມັກຄວາມສະດວກສະບາຍ ໂດຍສະເພາະກຸ່ມໄວໝຸ່ມ. ແຕ່ຍຸດທະສາດການຕະຫຼາດແບບນີ້ບໍ່ສາມາດເຂົ້າເຖິງກຸ່ມລູກຄ້າທີ່ອາວຸໂສ ຫຼືອາຍຸສູງໄດ້ ເພາະເປັນກຸ່ມທີ່ບໍ່ໄດ້ເຕີບໃຫຍ່ມາກັບອິນເຕີເນັດ ແລະເຕັກໂນໂລຊີ ພວກເຂົາມີປະສົບການຊີວິດຫຼາຍ ອາດຈະຍາກທີ່ຈະເຂົ້າເຖິງ, ບາງຄົນທີ່ເຂົ້າເຖິງ ກໍຍາກທີ່ຈະຕັດສິນໃຈຊື້ສິນຄ້າ ຍິ່ງຖ້າເປັນຜູ້ປະກອບການໜຸ່ມຍິ່ງຍາກໃນການເຂົ້າເຖິງ ແລະເຂົ້າໃຈຄວາມຕ້ອງການລູກຄ້າກຸ່ມນີ້ ອີກທັງອາດຈະບໍ່ມີຄວາມໜ້າເຊື່ອຖືພຽງພໍ. ສະນັ້ນ ຜູ້ປະກອບການຈະຕ້ອງມີທັກສະ “ເອົາໃຈພິເສດ” ສໍາລັບລູູກຄ້າລຸ້ນອາວຸໂສເຫຼົ່ານີ້ … ຄືດັ່ງ 3 ທັກສະທີ່ ຜູ້ຂຽນຈະຍົກມາໃຫ້ຜູ້ປະກອບການລາວໄດ້ອ່ານໃນມື້ນີ້ ຫວັງວ່າຈະເປັນປະໂຫຍດ ແລະ ນໍາໄປປັບໃຊ້ໃນທຸລະກິດຕົນເອງໄດ້!!! ຮູ້ຈັກ ແລະ ເຂົ້າໃຈຄວາມຕ້ອງການທີ່ແທ້ຈິງຂອງລູກຄ້າ: ບໍ່ມີຫຍັງທີ່ຈະເຮັດໃຫ້ລູກຄ້າຮູ້ສຶກວ່າສິນຄ້າ ແລະ ບໍລິການຂອງທ່ານຕອບໂຈດເຂົາໄດ້ດີໄປກວ່າ ການທີ່ເຮົາເວົ້າເຖິງບັນຫາທີ່ພວກເຂົາກໍາລັງພົບ ເຊິ່ງການທີ່ຈະເຂົ້າໃຈບັນຫາເຫຼົ່ານັ້ນໄດ້ ຜູ້ປະກອບການຕ້ອງຮູ້ຈັກໃກ້ຊິດກັບກຸ່ມເປົ້າໝາຍຂອງຕົນເອງ ສອບຖາມ ຕິດຕາມ ແລະຊອກຫາວິທີແກ້ບັນຫາທີ່ເໝາະສົມໃຫ້ກັບເຂົາເຈົ້າ ອ້າງອິງຄວາມໜ້າເຊື່ອຖືຈາກຄົນອື່ນ ເມື່ອລູກຄ້າອາວຸໂສຍັງບໍ່ເຊື່ອໃຈຄົນຂາຍທີ່ເປັນໄວໜຸ່ມ  ກໍຢ່າຟ້າວຖອດໃຈ ໃຫ້ລອງຍົກເອົາຄວາມຄິດເຫັນຂອງຄົນອື່ນມາບອກເລົ່າກໍໄດ້ເຊັ່ນ: ການບອກປະສົບການທີ່ຄົນອື່ນໄດ້ຮັບຈາກສິນຄ້າ ແລະ ບໍລິການ ...

Read More »

ວຽກພົ້ນເດັ່ນຂອງລັດຖະບານໃນປີ 2019

ສະບັບທ້າຍປີ 2019; ພວກເຮົາຂໍນໍາສະເໜີວຽກພົ້ນເດັ່ນ ແລະ ຄວາມພະຍາຍາມຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນປີ 2019 ເຊິ່ງ ທ່ານ ທອງລຸນ ສີສຸລິດ; ນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ; ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 7 ພະຈິກ 2019. ພວກເຮົາຂໍອະນຸຍາດນໍາເອົາບາງຈຸດສໍາຄັນມານໍາສະເໜີຕໍ່ເພື່ອນຜູ້ອ່ານດັ່ງລຸ່ມນີ້: ວຽກງານພົ້ນເດັ່ນ ແລະ ຄວາມພະຍາຍາມຂອງລັດຖະບານ ເຖິງແມ່ນວ່າ ສະພາບແວດລ້ອມຂອງການປະຕິບັດແຜນພັດທະນາຜັນແປສັບສົນກໍຕາມ, ແຕ່ລັດຖະບານກໍໄດ້ສຸມຄວາມພະຍາຍາມຢ່າງສຸດຂີດ ໃສ່ການຈັດຕັ້ງປະຕິບັດແຜນວຽກຈຸດສຸມ ທີ່ກໍານົດໃນແຜນພັດທະນາເສດຖະກິດ-ສັງຄົມ ແນໃສ່ສູ້ຊົນບັນລຸຄາດໝາຍທີ່ສະພາໄດ້ຮັບຮອງ ຕາມມະຕິເລກທີ 099/ສພຊ (28/11/18) ແລະ ມະຕິເລກທີ 01/ສພຊ (07/06/19). ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະ 9 ເດືອນທີ່ຜ່ານມາ, ຂ້າພະເຈົ້າ ຕີລາຄາໝາກຜົນຈໍານວນໜຶ່ງດັ່ງນີ້:….(ລາຍລະອຽດສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 161 ເດືອນທັນວາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ...

Read More »

ປະທານສະພາແຫ່ງຊາດລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ຢ່າງເປັນທາງການ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ລີຈ້ານຊູ ກຳມະການຄະນະປະຈໍາກົມການເມືອງ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ໃນລະຫວ່າງວັນທີ 16-20 ທັນວາ 2019 ສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງ,ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ຢ່າງເປັນທາງການ ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຈີນ ຕາມທິດ 4 ດີ ( ເພື່ອນມິດທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ແລະ ຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ລະຫວ່າງ ສະຫາຍເລຂາທິການໃຫຍ່ພັກ ພັກປະຊາຊົນປະຕິວັດລາວ ແລະ ສະຫາຍເລຂາທິການໃຫຍ່ພັກຄອມມູນິດຈີນ ທີ່ໄດ້ລົງນາມຮ່ວມກັນໃນວັນທີ 30 ເມສາ 2019, ທັງເປັນການປຶກສາຫາລື, ແລກປ່ຽນບົດຮຽນ, ປະສົບການ ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ.   ໃນຕອນຄໍ່າ ຂອງວັນທີ 16 ທັນວາ 2019, ...

Read More »

ອາຫານແຊບແບບໄປນັ່ງກິນຢູ່ຮ້ານ M Food Delivery

ຍຸກເສດຖະກິດ ດິຈິຕອນ ກຳລັງມາແຮງເປັນແບບ Disruptive ແລະ ເກີດມີຫຼາຍກິດຈະການທີ່ປະສົມປະສານການບໍລິການດັັ້ງເດີມເຊັ່ນ: ການຈັດສົ່ງ delivery ເຂົ້າກັບເຕັກໂນໂລຊີໃນຍຸກ “ອີຄອມເມີສ” ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າທີ່ຕ້ອງການຄວາມສະດວກສະບາຍ ແລະ ແກ້ໄຂການຈໍລະຈອນ. ໂອກາດນີ້ເຮົາມາຮູ້ຈັກກັບການບໍລິການ M Food Delivery. ຂອງທ່ານ ຈິລະສັກ ສາຍສະໜິດ ຊຶ່ງເປັນທີ່ຮູ້ຈັກໃນຊື່ “ໂຈໂຈ້” ມີຣາໂຄຣ. ເພິ່ນຮຽນຈົບຈາກຈີນ, ນິວຊີແລນ ແລະ ສິງກະໂປ ໃນສາຂາການຈັດການໂຮງແຮມ. ນອກຈາກ M Food Delivery ແລ້ວ, ທ່ານ ຈິລະສັກ ຍັງເບິ່ງແຍງຫຼາຍກິດຈະການ ລວມທັງ ກຸ່ມບໍລິສັດ ມີຣາໂຄຣລາວ ແລະ ບໍລິສັດ ເອເຈນຊີ. ແຮງບັນດານໃຈໃນການສ້າງທຸລະກິດນີ້ແມ່ນຈາກຄວາມມັກຂອງຕົນເອງທີ່ເຄີຍໃຊ້ບໍລິການຂອງບໍລິສັດອື່ນແລ້ວຮູ້ສຶກບໍ່ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໄດ້ປະກອບກັບປະສົບການຮຽນ ແລະ ໃຊ້ຊີວິດຢູ່ຕ່າງປະເທດມາແລ້ວ ທີ່ໄດ້ຮັບຄວາມສະດວກຫຼາຍ. ອີກດ້ານໜຶ່ງແມ່ນເຫັນໂອກາດຢູ່ບ້ານເຮົາທີ່ກຳລັງປະສົບບັນຫາດ້ານການສັນຈອນ ແລະ ບ່ອນຈອດລົດ. ການບໍລິການຂອງ M Food Delivery ມີຈຸດເດັ່ນທີ່ແຕກຕ່າງຈາກຂອງບໍລິສັດອື່ນ ຍ້ອນວ່າເປັນການເຮັດທຸລະກິດເຮັດອາຫານແບບບໍ່ມີໜ້າຮ້ານ. ທ່ານຈະຮູ້ວ່າ ການກິນອາຫານຢູ່ຮ້ານໃດໜຶ່ງແຊບ ແຕ່ຖ້າສັ່ງມາເຮືອນອາດບໍ່ແຊບ ຍ້ອນບໍ່ໄດ້ຄຳນຶງເຖິງເຕັກນິກໃນການຫຸ້ມຫໍ່ ເພື່ອຮັກສາລົດຊາດ ...

Read More »

9 ເຄັດລັບຂອງສະໝອງຄົນຮັ່ງ

ສະບາຍດີທ່ານຜູ້ອ່ານທີ່ຄິດຮອດຄິດເຖິງ, ມາພົບກັບບົດຄວາມຂອງຄູເຊັ່ງອີກຄັ້ງ. ທີ່ຜ່ານມາຄູເຊັ່ງໄດ້ອ່ານປຶ້ມກ່ຽວກັບການພັດທະນາຕົນເອງ, ຄວາມສໍາເລັດ ແລະ ການສ້າງຄວາມມັ່ງຄັ່ງຮັ່ງມີຫຼາຍກ່ວາ 100 ຫົວ. ຄູເຊັ່ງຢາກເອົາປະສົບການຈາກການອ່ານປຶ້ມນີ້ມາສະຫຼຸບເປັນ 9 ເຄັດລັບຂອງສະໝອງຄົນລວຍ ຫຼື ສະໝອງຄົນທີ່ປະສົບຜົນສໍາເລັດມາເລົ່າສູ່ບັນດາທ່ານຟັງຢ່າງເປີດເຜີຍ ແລະ ຕົງໄປຕົງມາ. ບັນດາທ່ານເຄີຍສັງເກດຄືດັ່ງຂ້າພະເຈົ້າບໍ່ວ່າຢູ່ໃນໂລກນີ້ແມ່ນມີຄົນຢູ່ 2 ປະເພດຄື: ປະເພດທີ່ໜຶ່ງຄືຄົນທີ່ປະສົບຜົນສໍາເລັດຢ່າງລົ້ນເຫຼືອ ແລະ ກາຍເປັນມະຫາເສດຖີທີ່ມີຊັບສົມບັດມະຫາສານໃນຊີວິດ. ປະເພດທີ່ສອງຄືຄົນທີ່ປະສົບຄວາມລົ້ມເຫຼວ, ບໍ່ກ້າລົງມືເຮັດຫຍັງຈັກຢ່າງ ແລະ ມີສະຖານະເປັນຄົນທຸກທີ່ຄິດລົບໄປຈົນສິ້ນລົມຫາຍໃຈ. ພ້ອມດຽວກັນກໍຍັງມີຫຼາຍຄົນທີ່ຢູ່ໃນໂລກນີ້, ໄດ້ເງິນເດືອນສູງໆ, ມີລາຍໄດ້ດີໆຈາກການເຮັດທຸລະກິດ, ຈາກການຄ້າຂາຍ, ແຕ່ລາຍຈ່າຍພັດສູງ, ແຕ່ລະເດືອນໃຊ້ຈ່າຍຟຸມເຟືອຍ, ລາຍຈ່າຍຫຼາຍກວ່າລາຍຮັບ, ທ່ານເຄີຍມີປະສົບການແບບນີ້ມາກ່ອນບໍ່? ສິ່ງເຫຼົ່ານີ້ມັນເກີດຂຶ້ນຢູ່ທີ່ຄວາມຄິດ (Mindset) ທີ່ແຕກຕ່າງກັນຂອງມະນຸດເຮົານັ້ນເອງ, ເວລາທີ່ເກີດຄວາມຄິດ, ມັນກໍ່ໃຫ້ເກີດການກະທໍາ, ເວລາເກີດການກະທໍາມັນຈະນຳໄປສູ່ຜົນຮັບນັ້ນເອງ. ຄວາມຄິດທີ່ແຕກຕ່າງກັນນີ້ຂ້າພະເຈົ້າໝາຍເຖິງສະໝອງຂອງຄົນເຮົາໃນການຄົ້ນຄິດ ແລະ ຈິນຕະນາການທີ່ແຕກຕ່າງກັນ, ບົດນີ້ຂ້າພະເຈົ້າຈະມາເວົ້າເຖິງ 9 ເຄັດລັບຂອງສະໝອງຄົນລວຍໃນການສ້າງຄວາມສໍາເລັດ ແລະ ຄວາມມັ່ງຄັ່ງຮັ່ງມີແຫ່ງຊີວິດ. ເຄັດລັບທີ່ 1: ສະໝອງຄົນລວຍຈະມັກຍ້ອງຍໍສັນລະເສີນ ແລະ ຊື່ນຊົມຜູ້ອື່ນອອກມາຈາກໃຈຈິງ. ເຖິງຈະເປັນເລື່ອງທີ່ເລັກໆນ້ອຍໆກໍຕາມ, ພວກເຂົາຈະຊອກຫາຄໍາເວົ້າທີ່ດູດດື່ມກິນໃຈ ແລະ ຄໍາເວົ້າທີ່ໃຫ້ພະລັງ, ມາເວົ້າຍ້ອງຍໍແຕ່ຈຸດດີໆ ແລະ ໃຫ້ກໍາລັງໃຈຜູ້ຄົນທີ່ຢູ່ອ້ອມຂ້າງໄດ້ສະເໝີ. ກົງກັນຂ້າມສະໝອງຄົນທຸກຈະມັກຊຸບຊິບ, ...

Read More »

ການຮັກໃນສິ່ງທີ່ເຮັດ ແລະ ການອົດທົນປະຕິບັດຢ່າງຕໍ່ເນື່ອງ (Passion and Craftsman)

“ທັດສະນະຄະຕິ” ຖືເປັນປັດໄຈສຳຄັນຢ່າງຍິ່ງທີ່ຈະກ້າວໄປສູ່ຜົນສຳເລັດ ທັດສະນະຄະຕິບວກ ຍ່ອມສົ່ງຜົນທີ່ດີກວ່າ ແກ່ການບັນລຸເປົ້າໝາຍທີ່ຕັ້ງໄວ້. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນຳສະເໜີແນວຄວາມຄິດຂອງສອງທັດສະນະຄື (1) ສິ່ງທີ່ທ່ານອາດເຄີຍໄດ້ຍິນເລື້ອຍໆ ກໍຄື Passion ຫຼື ການຮັກໃນສິ່ງທີ່ເຮັດ ແລະ (2) ທີ່ທ່ານອາດຈະບໍ່ຄຸ້ນຫູ ກໍຄື Craftsman ຫຼື ການອົດທົນປະຕິບັດຢ່າງຕໍ່ເນື່ອງ, ເພື່ອໃຫ້ທ່ານເຂົ້າໃຈເຖິງຄວາມກ່ຽວເນື່ອງຂອງທັງສອງທັດສະນະຄະຕິນັ້ນຫຼາຍຂຶ້ນ. ການຮັກໃນສິ່ງທີ່ເຮັດ (Passion) ໝາຍເຖິງ ການສະແດງໃຫ້ເຫັນເຖິງຄວາມຮູ້ສຶກທາງອາລົມທີ່ແຮງກ້າຕໍ່ ສິ່ງທີ່ທ່ານສົນໃຈ ຫຼື ຄວາມເຕັມໃຈທີ່ຈະຕໍ່ສູ້ກັບຄວາມລຳບາກເພື່ອສິ່ງທີ່ຮັກ ເພື່ອຕອບສະໜອງໃຫ້ຕົວເອງເກີດມີຄວາມສຸກ. ຄົນເຮົາຈຳເປັນຕ້ອງມີທັດສະນະຄະຕິນີ້ເປັນພື້ນຖານໃນການເລີ່ມຕົ້ນ ແລະ ສືບຕໍ່ເຮັດກິດຈະກຳທຸກຢ່າງ ຍ້ອນວ່າ ການທີ່ຈະເລີ່ມຕົ້ນເຮັດສິ່ງໃດໜຶ່ງນັ້ນ ນອກຈາກຄວາມສົນໃຈແລ້ວ ທ່ານຍັງຕ້ອງມີຄວາມຮັກ ແລະ ຄວາມປາດຖະໜາທີ່ຈະເຮັດສິ່ງນັ້ນໃຫ້ປະກົດຜົນເປັນຈິງ ແລະ ເພື່ອເຕີມເຕັມຄວາມສຸກທາງໃຈ. ການຮັກໃນສິ່ງທີ່ເຮັດ ຈຶ່ງຖືືເປັນປັດໄຈໜຶ່ງທີ່ສຳຄັນໃນການຂັບເຄື່ອນ ແລະ ເປັນແຮງຜັກດັນໃຫ້ເກີດມີການລົງມື ເຮັດຕົວຈິງ, ເກີດມີຄວາມຄິດສ້າງສັນ ແລະ ມີການພັດທະນາຢູ່ຕະຫຼອດເວລາ. ຫາກທ່ານມີຄວາມຮັກຕໍ່ທຸລະກິດ ທີ່ທ່ານເຮັດຢ່າງແຮງກ້າ ທ່ານຈະບໍ່ຍອມແພ້ຕໍ່ບັນຫາຕ່າງໆ, ພ້ອມທີ່ຈະຄິດຫາທາງແກ້ໄຂ ແລະ ຕໍ່ສູ້ ເພື່ອໃຫ້ ບັນລຸເປົ້າໝາຍທີ່ຕັ້ງໄວ້ ບໍ່ວ່າຕ້ອງພົບຄວາມລຳບາກ, ຄວາມກົດດັນ ແລະ ຄວາມຫຼົ້ມເຫຼວຫຼາຍຄັ້ງ ...

Read More »

ພະນັກງານ ທຸກຄົນມີສິດໄດ້ຮັບ ໂບນັດ ຫຼື ບໍ່?

ໂບນັດ ຫຼື ເງິນເດືອນ (ເດືອນທີ 13) ນັ້ນຖືເປັນສິ່ງທີ່ມີຄຸນຄ່າທີ່ສຸດ ສໍາລັບ ພະນັກງານເອກະຊົນ ເຊິ່ງເປັນສິ່ງທີ່ສ້າງແຮງຈູງໃຈໃຫ້ແກ່ ພະນັກງານ ໃນການຜະລິດຜົນງານດີໆໃຫ້ແກ່ບໍລິສັດ ບໍ່ວ່າຈະເຮັດວຽກໜັກ ຫຼື ເບົາ, ເຮັດວຽກແຕ່ເຊົ້າຈົນຮອດຄໍ່າ. ອີກຢ່າງໜຶ່ງ ຖ້າຫາກ ເປັນພະນັກງານ ທີ່ບໍ່ໄດ້ຮັບສະຫວັດດີການຫຍັງຫຼາຍ ຈາກ ບໍລິສັດແລ້ວ, ໂບນັດ ອາດເປັນສິ່ງດຽວ ທີ່ີຊ່ວຍເຫຼືອທາງດ້ານການເງິນ ໃຫ້ແກ່ ພະນັກງານ ແລະ ຊີວິດການເປັນຢູ່ທີ່ດີຂອງ ພະນັກງານ. ແຕ່ຄໍາຖາມມີຢູ່ວ່າ ບໍລິສັດ ຕ້ອງຈ່າຍໂບນັດ ຫຼື ເງິນເດືອນ (ເດືອນທີ 13) ໃຫ້ແກ່ ພັກນັກງານ ຫຼື ບໍ່? ຄໍາຕອບ ກະຄືວ່າ ຕ້ອງຈ່າຍ ຖ້າຫາກ ກໍານົດໄວ້ໃນ ສັນຍາຈ້າງ ຫຼືສັນຍາແຮງງານ. ໃນປັດຈຸບັນ ຍັງບໍ່ທັນມີກົດໝາຍ ຫຼື ລະບຽບການໃດ ທີ່ກໍານົດສະເພາະໃຫ້ ບໍລິສັດ  ຕ້ອງຈ່າຍ ໂບນັດ ໃຫ້ແກ່ ພະນັກງານ ຍົກເວັ້ນແຕ່ ໄດ້ກໍານົດໄວ້ ໃນ ...

Read More »