9 ເຄັດລັບຂອງສະໝອງຄົນຮັ່ງ

ສະບາຍດີທ່ານຜູ້ອ່ານທີ່ຄິດຮອດຄິດເຖິງ, ມາພົບກັບບົດຄວາມຂອງຄູເຊັ່ງອີກຄັ້ງ. ທີ່ຜ່ານມາຄູເຊັ່ງໄດ້ອ່ານປຶ້ມກ່ຽວກັບການພັດທະນາຕົນເອງ, ຄວາມສໍາເລັດ ແລະ ການສ້າງຄວາມມັ່ງຄັ່ງຮັ່ງມີຫຼາຍກ່ວາ 100 ຫົວ. ຄູເຊັ່ງຢາກເອົາປະສົບການຈາກການອ່ານປຶ້ມນີ້ມາສະຫຼຸບເປັນ 9 ເຄັດລັບຂອງສະໝອງຄົນລວຍ ຫຼື ສະໝອງຄົນທີ່ປະສົບຜົນສໍາເລັດມາເລົ່າສູ່ບັນດາທ່ານຟັງຢ່າງເປີດເຜີຍ ແລະ ຕົງໄປຕົງມາ.

ບັນດາທ່ານເຄີຍສັງເກດຄືດັ່ງຂ້າພະເຈົ້າບໍ່ວ່າຢູ່ໃນໂລກນີ້ແມ່ນມີຄົນຢູ່ 2 ປະເພດຄື: ປະເພດທີ່ໜຶ່ງຄືຄົນທີ່ປະສົບຜົນສໍາເລັດຢ່າງລົ້ນເຫຼືອ ແລະ ກາຍເປັນມະຫາເສດຖີທີ່ມີຊັບສົມບັດມະຫາສານໃນຊີວິດ. ປະເພດທີ່ສອງຄືຄົນທີ່ປະສົບຄວາມລົ້ມເຫຼວ, ບໍ່ກ້າລົງມືເຮັດຫຍັງຈັກຢ່າງ ແລະ ມີສະຖານະເປັນຄົນທຸກທີ່ຄິດລົບໄປຈົນສິ້ນລົມຫາຍໃຈ. ພ້ອມດຽວກັນກໍຍັງມີຫຼາຍຄົນທີ່ຢູ່ໃນໂລກນີ້, ໄດ້ເງິນເດືອນສູງໆ, ມີລາຍໄດ້ດີໆຈາກການເຮັດທຸລະກິດ, ຈາກການຄ້າຂາຍ, ແຕ່ລາຍຈ່າຍພັດສູງ, ແຕ່ລະເດືອນໃຊ້ຈ່າຍຟຸມເຟືອຍ, ລາຍຈ່າຍຫຼາຍກວ່າລາຍຮັບ, ທ່ານເຄີຍມີປະສົບການແບບນີ້ມາກ່ອນບໍ່? ສິ່ງເຫຼົ່ານີ້ມັນເກີດຂຶ້ນຢູ່ທີ່ຄວາມຄິດ (Mindset) ທີ່ແຕກຕ່າງກັນຂອງມະນຸດເຮົານັ້ນເອງ, ເວລາທີ່ເກີດຄວາມຄິດ, ມັນກໍ່ໃຫ້ເກີດການກະທໍາ, ເວລາເກີດການກະທໍາມັນຈະນຳໄປສູ່ຜົນຮັບນັ້ນເອງ. ຄວາມຄິດທີ່ແຕກຕ່າງກັນນີ້ຂ້າພະເຈົ້າໝາຍເຖິງສະໝອງຂອງຄົນເຮົາໃນການຄົ້ນຄິດ ແລະ ຈິນຕະນາການທີ່ແຕກຕ່າງກັນ, ບົດນີ້ຂ້າພະເຈົ້າຈະມາເວົ້າເຖິງ 9 ເຄັດລັບຂອງສະໝອງຄົນລວຍໃນການສ້າງຄວາມສໍາເລັດ ແລະ ຄວາມມັ່ງຄັ່ງຮັ່ງມີແຫ່ງຊີວິດ.

ເຄັດລັບທີ່ 1: ສະໝອງຄົນລວຍຈະມັກຍ້ອງຍໍສັນລະເສີນ ແລະ ຊື່ນຊົມຜູ້ອື່ນອອກມາຈາກໃຈຈິງ. ເຖິງຈະເປັນເລື່ອງທີ່ເລັກໆນ້ອຍໆກໍຕາມ, ພວກເຂົາຈະຊອກຫາຄໍາເວົ້າທີ່ດູດດື່ມກິນໃຈ ແລະ ຄໍາເວົ້າທີ່ໃຫ້ພະລັງ, ມາເວົ້າຍ້ອງຍໍແຕ່ຈຸດດີໆ ແລະ ໃຫ້ກໍາລັງໃຈຜູ້ຄົນທີ່ຢູ່ອ້ອມຂ້າງໄດ້ສະເໝີ.

ກົງກັນຂ້າມສະໝອງຄົນທຸກຈະມັກຊຸບຊິບ, ຕໍານິ, ນິທານຜູ້ອື່ນຢູ່ເບື້ອງຫຼັງ, ວິພາກວິຈານສັງຄົມ ແລະ ຊອກຫາແຕ່ເລື່ອງລົບໆ, ເລື່ອງທີ່ບໍ່ດີບໍ່ດີ, ເລື່ອງຈຸດອ່ອນຂອງຜູ້ຄົນ ແລະ ສັງຄົມມາເວົ້າຕະຫຼອດເວລາ. ຈະມັກຈົ່ມຂວັນນິນທາ, ເວົ້າສຽດສີຫຼາຍກວ່າການຍ້ອງຍໍ.

ເຄັດລັບທີ່ 2: ສະໝອງຄົນລວຍຈະມັກທ້ອນເງິນ, ບໍລິຫານເງິນ ແລະ ເພີ່ມພູນຄູນສ້າງເຮັດໃຫ້ເງິນງອກເງີຍຫຼາຍຂຶ້ນກວ່າເກົ່າທຸກໆມື້ ທຸກໆເດືອນ ທຸກໆປີ. ສະໝອງຄົນລວຍຈະມັກການລົງທຶນເປັນຊີວິດຈິດໃຈຫຼາຍກວ່າການຈັບຈ່າຍໃຊ້ສອຍໃນສິ່ງທີ່ບໍ່ເປັນປະໂຫຍດ, ເຊັ່ນ: ລົງທຶນຊື້ດິນໄວ້, ເຮັດອະສັງຫາໃຫ້ຄົນເຊົ່າ, ຊື້ຫຸ້ນບໍລິສັດດີໆແລ້ວເກນກໍາໄລ.

ກົງກັນຂ້າມສະໝອງຄົນທຸກຈະມັກຈັບຈ່າຍໃຊ້ສອຍ ຫຼາຍກ່ວາການລົງທຶນ. ເວລາໄດ້ເງິນມາຈະມັກເອົາໄປຊື້ເຄື່ອງຟຸຍເຟືອຍເຊັ່ນ: ຊື້ກະເປົາ, ຊື້ເກີບ, ຊື້ເຄື່ອງນຸ່ງ, ຊື້ມືຖືໃໝ່ ແລະ ຊໍ້າບໍ່ໜໍາຍັງໄປຕິດໜີ້ບັດເຄຣດດິດ ຜ່ອນລົດ, ຜ່ອນເຮືອນອີກ.

ສະໝອງຄົນລວຍຈະມັກການສ້າງໜີ້ສິນທີ່ດີຄື ຢືມເງິນທະນາຄານມາລົງທຶນປຸກສ້າງຕຶກເພື່ອຂາຍເກນກໍາໄລ ຫຼື ໃຫ້ຄົນເຊົ່າເອົາກໍາໄລຍະຍາວ, ຢືມເງິນທະນາຄານມາເຮັດທຸລະກິດ, ຜະລິດສິນຄ້າມູນຄ່າເພີ່ມທີ່ສາມາດເອົາລາຍໄດ້ຈາກລູກຄ້າຈ່າຍໜີ້ໃຫ້ທະນາຄານ ແລະ ສ້າງກໍາໄລເພີ່ມຊັບສິນໃຫ້ແຕ່ຕົນເອງ ແລະ ຄອບຄົວໄດ້. ແຕ່ສະໝອງຄົນທຸກຈະມັກສ້າງໜີ້ສິນທີ່ບໍ່ດີຄື ຢືມເງິນທະນາຄານມາຜ່ອນມືຖື, ແຕ່ງດອງ, ຜ່ອນລົດ, ຜ່ອນເຮືອນທີ່ບໍ່ສ້າງຊັບສິນຫຍັງ ແລະ ຄຸນປະໂຫຍດຫຼວງຫຼາຍໃຫ້ແກ່ຕົນເອງ ແລະ ຄອບຄົວ.

ເຄັດລັບທີ່ 3: ສະໝອງຄົນລວຍຈະມັກໃຫ້ຫຼາຍກວ່າຮັບ. ຄົນລວຍຈະເຊື່ອຖືສູງກັບຄໍາເວົ້າທີ່ວ່າ: “ຍິ່ງໃຫ້ຍິ່ງໄດ້, ຍິ່ງໃຫ້ຍິ່ງປະສົບຜົນສໍາເລັດ, ຍິ່ງໃຫ້ຍິ່ງໄດ້, ຍິ່ງໃຫ້ຍິ່ງມີຄວາມສຸກ”, ສະໝອງຄົນລວຍຈະມີຄວາມສຸກໃນການໃຫ້ຄົນອື່ນ ແລະ ໃຫ້ສັງຄົມຢູ່ຕະຫຼອດເວລາ ບໍ່ວ່າຈະເປັນການໃຫ້ເງິນ, ໃຫ້ຂອງທານ, ໃຫ້ອາຫານ, ໃຫ້ເວລາ, ໃຫ້ເຫື່ອແຮງ, ໃຫ້ຄວາມຮູ້, ໃຫ້ວິທີການ, ໃຫ້ອະໄພ ຫຼື ໃຫ້ຫົວໃຈ.

ກົງກັນຂ້າມສະໝອງຄົນທຸກຈະເປັນສະໝອງທີ່ຢາກໄດ້ແຕ່ຂອງຟຣີ, ມີນິໃສມັກຂໍຂອງຄົນອື່ນ, ມັກຈົ່ມວ່າຂອງແພງ, ແພງແທ້ແພງວ່າ ທັງໆທີ່ຕົນເອງມີເງິນຊື້ຢູ່, ຈະມັກໄດ້ຫຼາຍກວ່າໃຫ້ຢູ່ສະເໝີ. ເຖິງວ່າຕົນເອງມີກໍບໍ່ເຄີຍແບ່ງປັນໃຫ້ຄົນອື່ນ, ເຖິງວ່າຕົນເອງໄດ້ກໍບໍ່ມີຄໍາວ່າພໍ.

ເຄັດລັບທີ່ 4: ສະໝອງຄົນລວຍຈະເປັນຄົນທີ່ມັກເຂົ້າສັງຄົມ, ມັກສ້າງຄວາມສໍາພັນກັບໝູ່ຄູ່, ມີເຄືອຂ່າຍຫຼາຍ ແລະ ເປັນທີ່ຮູ້ຈັກໃນວົງກວ້າງ. ພວກເຂົາຈະມັກເຂົ້າໄປພົບກັບຜູ້ຄົນ ແລະ ສ້າງຄວາມສະໜິດສະໜົມກັບຜູ້ຄົນຢູ່ຕະຫຼອດເວລາ, ໂດຍສະເພາະແມ່ນຄົນທີ່ມີຄວາມຮູ້, ມີປະສົບການ ແລະ ຄົນທີ່ຮັ່ງມີກວ່າພວກເຂົາ.

ກົງກັນຂ້າມ, ສະໝອງຄົນທຸກຈະມີສັງຄົມໜ້ອຍ, ຈະມັກຢູ່ຄົນດຽວ ແລະ ຢູ່ຢ່າງໂດດດ່ຽວດຽວດາຍ, ບໍ່ມັກໄປພົບປະກັບຜູ້ຄົນ ຫຼືຖ້າໄປກໍຈະວົນວຽນຢູ່ກັບຄົນທີ່ຄວາມຄິດຄ້າຍໆກັນ, ບໍ່ມັກໄປພົບປະກັບສັງຄົມໃໝ່ໆ ໍກໍເລີຍເຮັດໃຫ້ຄວາມຄິດຄັບແຄບ, ມີແຕ່ຄວາມຮູ້ ແລະ ຄວາມຄິດແບບເກົ່າໆເດີມໆ.

ເຄັດລັບທີ່ 5: ສະໝອງຄົນລວຍຈະມັກຮຽນຮູ້ສິ່ງໃໝ່ໆຕະຫຼອດເວລາ. ຈະເປັນຄົນທີ່ມັກອ່ານປຶ້ມ, ມັກເຂົ້າຟັງສໍາມະນາ ແລະ ຮຽນຮູ້ສິ່ງໃໝ່ໆຈາກຄິບວິດີໂອຢູ່ທາງອິນເຕີເນັດ. ສະໝອງຄົນລວຍຈະມັກຊອກຫາຜູ້ທີ່ປະສົບຜົນສໍາເລັດ ແລະ ມະຫາເສດຖີມາເປັນຄົນຕົ້ນແບບ, ສັ່ງສອນແນະນໍາ ວິທີການເຮັດວຽກ, ວິທີການຫາເງິນ, ວິທີການສ້າງຄວາມມັ່ງຄັ່ງຮັ່ງມີ ແລະ ວິທີການສ້າງແຮງບັນດານໃຈໃຫ້ແກ່ຕົນເອງ.

ກົງກັນຂ້າມ ສະໝອງຄົນທຸກຈະບໍ່ມັກລົງທຶນໃສ່ຄວາມຮູ້, ຈະມີຂໍ້ອ້າງສະເໝີວ່າ: ບໍ່ມີເງິນ, ບໍ່ມີເວລາ. ຈະຄິດສະເໝີວ່າຕົນເອງຮູ້ແລ້ວ, ເຂົ້າໃຈແລ້ວ, ເກັ່ງແລ້ວ, ບໍ່ຈໍາເປັນຕ້ອງຮຽນຮູ້ຫຍັງອີກກໍໄດ້ ຈຶ່ງເຮັດໃຫ້ຕົນເອງຫຼ້າຫຼັງກ່ວາຄົນອື່ນ.

ເຄັດລັບທີ່ 6: ສະໝອງຄົນລວຍຈະມັກລົງມືເຮັດຕົວຈິງທັນທີ ແລະ ຄ່ອຍໆຮຽນຮູ້ຈາກປະສົບການແຫ່ງຄວາມລົ້ມເຫຼວໃນຊີວິດຈິງ, ຄ່ອຍໆຮຽນຮູ້, ປັບປຸງ ແລະ ດັດແກ້ຄວາມລົ້ມເຫຼວໃຫ້ກາຍເປັນຄວາມສໍາເລັດ. ສະໝອງຄົນລວຍຈະບໍ່ເກັບວຽກງານຂອງຕົນເອງຄ້າງໄວ້ມື້ອື່ນ, ຕ້ອງເຮັດດຽວນີ້, ເຮັດມື້ນີ້, ຊົ່ວໂມງນີ້, ນາທີນີ້ ແລະ ວິນາທີນີ້ເລີຍ.

ກົງກັນຂ້າມສະໝອງຄົນທຸກຈະມັກເບິ່ງຄົນອື່ນເຮັດ ແລະ ບໍ່ມັກລົງສະໜາມຕົວຈິງ. ສະໝອງຄົນທຸກ ຈະມັກມີຂໍ້ອ້າງສະເໝີວ່າ ເຮົາຍັງບໍ່ພ້ອມ, ບໍ່ມີເງິນ, ບໍ່ມີເວລາ, ເກີດມາພໍ່ແມ່ບໍ່ລວຍ, ອາຍຸຫຼາຍແລ້ວ, ບໍ່ສະບາຍ, ສຸຂະພາບບໍ່ດີ, ຮ່າງກາຍພິການ ເຮັດບໍ່ໄດ້ ຫຼື ຄົນອື່ນກໍາລັງເຮັດຢູ່ ກໍມັກໄປເວົ້າໃຫ້ຄົນອື່ນວ່າ ເຮັດບໍ່ໄດ້ດອກ, ບໍ່ຕ້ອງໄປເຮັດມັນເລີຍ, ເສຍເວລາລ້າໆ, ມີຄົນເຮັດຫຼາຍແລ້ວ, ໃນທີ່ສຸດຕົນເອງບໍ່ສາມາດເຮັດຫຍັງໄດ້, ຢູ່ແຕ່ຈຸດເກົ່າຈຸດເດີມ.

ເຄັບລັບທີ່ 7: ສະໝອງຄົນລວຍຈະເປັນຄົນທີ່ມີນິໃສໝັ່ນອອກກໍາລັງກາຍ ແລະ ຫຼິ້ນກິລາເປັນປະຈໍາຢ່າງສະໝໍ່າສະເໝີ. ພວກເຂົາຈະຮັກການອອກກໍາລັງກາຍ ແລະ ການຫຼິ້ນກິລາເປັນຊີວິດຈິດໃຈ, ຖ້າບໍ່ໄດ້ອອກກໍາລັງກາຍແມ່ນຢູ່ບໍ່ເປັນ, ຮ່າງກາຍຂອງພວກເຂົາຈະແຂງແຮງ, ມີພູມຕ້ານທານສູງ ແລະ ບໍ່ເຈັບໄຂ້ໄດ້ປ່ວຍ. ການອອກກໍາລັງກາຍ ແລະ ຫຼິ້ນກິລາເພື່ອໃຫ້ຮ່າງກາຍແຂງແຮງປຽບເໝືອນຕົ້ນທຶນຊີວິດທີ່ລໍ້າຄ່າ, ເພາະສຸຂະພາບແຂງແຮງ, ບໍ່ເຈັບໄຂ້ໄດ້ປ່ວຍຈັກເທື່ອ, ໝາຍຄວາມວ່າມີເວລາພຽງພໍໃນການສ້າງເງິນ ແລະ ສ້າງຊັບສິນ, ຍິ່ງໄປກວ່ານີ້ຍັງສາມາດປະຢັດຄ່າໃຊ້ຈ່າຍຊື້ຢຸກຊື້ຢາ ແລະ ເສຍເວລາໄປເຂົ້າຮັບການປິ່ນປົວຢູ່ໂຮງໝໍໄດ້ອີກ.

ກົງກັນຂ້າມສະໝອງຄົນທຸກ ຈະຂີ້ຄ້ານອອກກໍາລັງກາຍ, ມີຂໍ້ອ້າງວ່າບໍ່ມີເວລາ, ວຽກຫຼາຍ, ມື້ອື່ນຈຶ່ງຄ່ອຍເຮັດ, ເດືອນໜ້າຈຶ່ງຄ່ອຍເຮັດ, ຈົນຜ່ານໄປເປັນປີຍັງບໍ່ໄດ້ເຮັດ. ໃນທີ່ສຸດເມື່ອອາກາດປ່ຽນ, ມັກເຈັບໄຂ້ໄດ້ປ່ວຍເປັນຫວັດເປັນໄອ, ບໍ່ມີເງິນໃຊ້ຈ່າຍພຽງພໍແລ້ວ, ຍັງຕ້ອງໄດ້ໄປຢືມເງິນໝູ່ມາຊື້ຢຸກຊື້ຢາ ແລະ ເສຍເວລາໄປເຂົ້າຮັບການປິ່ນປົວຢູ່ໂຮງໝໍອີກ.

ເຄັດລັບທີ່ 8: ສະໝອງຄົນລວຍຈະເປັນຄົນທີ່ບໍລິຫານເວລາ 24 ຊົ່ວໂມງໄດ້ດີ ແລະ ມີປະສິດທິພາບ. ພວກເຂົາຈະໃຊ້ເວລາແຕ່ລະມື້ຢ່າງຄຸ້ມຄ່າ ແລະ ສ້າງປະໂຫຍດໃຫ້ໄດ້ຫຼາຍທີ່ສຸດ. ພ້ອມດຽວກັນນີ້, ພວກເຂົາຈະມີແບບແຜນງານເຮັດວຽກແຕ່ລະມື້ຢ່າງລະອຽດ ແລະ ເຮັດຕາມແຜນງານທີ່ວາງເອົາໄວ້, ພວກເຂົາເປັນຄົນທີ່ກ້າປະຕິເສດວຽກງານ, ປະຕິເສດຄົນອື່ນທີ່ບໍ່ກົງກັບວິໄສທັດ ແລະ ເປົ້າໝາຍຂອງພວກເຂົາເພື່ອປະຢັດເວລາ ແລະ ພວກເຂົາມີລະບົບການເຮັດວຽກ ແລະ ມີທີມງານທີ່ມີຄຸນະພາບມາບໍລິຫານວຽກໃຫ້ແກ່ພວກເຂົາເພື່ອຈະມີເວລາໃນການເຮັດສິ່ງທີ່ດີທີ່ສຸດສໍາລັບຊີວິດ.

ກົງກັນຂ້າມສະໝອງຄົນທຸກຈະມັກເຮັດໃຫ້ເວລາເສຍໄປລ້າໆ, ໂດຍການຢູ່ລ້າໆຢູ່ໄປແຕ່ລະມື້ ຫຼື ເຮັດສິ່ງທີ່ບໍ່ເປັນປະໂຫຍດໃຫ້ແກ່ຊີວິດເຊັ່ນ:​ ນັ່ງຫຼິ້ນເກມ, ຫຼິ້ນມືຖື, ຫຼິ້ນ Facebook ເບິ່ງໜັງ, ລະຄອນ, ເລື່ອງບໍ່ເປັນປະໂຫຍດຢູ່ ໂທລະພາບ ຫຼື ຢູ່ Youtube ຫຼາຍເກີນໄປ, ອາບນໍ້າດົນເກີນໄປ, ກິນເຂົ້າດົນເກີນໄປ ແລະ ໄປດື່ມເຫຼົ້າດື່ມເບຍສັງສັນກັບໝູ່ທີ່ໃຊ້ເວລາຫຼາຍເກີນໄປ ຫຼື ຕິດການພະນັນ, ຕິດຜູ້ສາວ, ແຕ່ລະມື້ພວກເຂົາຈະບໍ່ມີເປົ້າໝາຍ ແລະ ແຜນການໃນການດໍາເນີນຊີວິດ ແລະ ເຮັດວຽກ.

ເຄັດລັບທີ່ 9: ສະໝອງຄົນລວຍຈະມີນິໃສມັກເອື້ອເຟື້ອເພື່ອແຜ່, ເມດຕາກະລຸນາ, ເປັນຄົນທີ່ມີຈິດອາສາຢ່າງສູງສົ່ງ ແລະ ມັກຊ່ວຍເຫຼືອສັງຄົມ. ເປັນຕົ້ນແມ່ນການເຂົ້າຮ່ວມເປັນອາສາສະໝັກໂດຍບໍ່ມີຄ່າຕອບແທນ, ການບໍລິຈາກເຄື່ອງຮຽນ, ເຄື່ອງນຸ່ງ, ເຄື່ອງອຸປະໂພກ-ບໍລິໂພກໃຫ້ແກ່ເດັກນ້ອຍ ແລະ ປະຊາຊົນທີ່ທຸກຍາກຢູ່ຕາມເຂດຫ່າງໄກສອກຫຼີກ, ການສ້າງມູນນິທິເພື່ອແກ້ໄຂບັນຫາຕ່າງໆໃຫ້ແກ່ສັງຄົມ ແລະ ຊຸມຊົນທີ່ຕົນເອງຢູ່.

ກົງກັນຂ້າມສະໝອງຄົນທຸກຈະມັກເຫັນແກ່ຕົວເອງເປັນທີ່ຕັ້ງ ແລະ ຄິດວ່າການຊ່ວຍເປັນອາສາສະໝັກ, ການມີຈິດອາສາ ຫຼື ຊ່ວຍເຫຼືອສັງຄົມເປັນເລື່ອງທີ່ບໍ່ໄດ້ຜົນປະໂຫຍດ ແລະ ໄກຈາກຄວາມຄິດຂອງຕົວເອງ.

ໃນເມື່ອທ່ານຮູ້ 9 ເຄັດລັບຂອງສະໝອງຄົນລວຍແລ້ວ, ທ່ານບໍ່ຈໍາເປັນຕ້ອງເລີ່ມຕົ້ນຈັດຕັ້ງປະຕິບັດໝົດທັງ 9 ຂໍ້ໄປພ້ອມໆກັນ, ເລີ່ມຈາກຂໍ້ໃດຂໍ້ໜຶ່ງກໍໄດ້ທີ່ທ່ານຄິດວ່າສາມາດເຮັດໄດ້ດີທີ່ສຸດ, ຄູເຊັ່ງຂໍເປັນກໍາລັງໃຈໃຫ້ພວກທ່ານສະເໝີ, ເລີ່ມຕົ້ນແຕ່ດຽວນີ້ເປັນຕົ້ນໄປ ແລ້ວຊີວິດທ່ານຈະເປັ່ງປະກາຍໃສແຈ້ງ ແລະ ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆຢ່າງແນ່ນອນ.

(ວາລະສານທາເກັດ ສະບັບ 161 ເດືອນທັນວາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

9 brain secrets of rich people

Dear beloved and cherished readers, teacher Zeng is back today. Previously, I have been reading more than 100 books regarding self-development, success and wealth creation. I would like to summarize all those readings into 9 brain secrets of rich or successful people and share with all of you today.

Have you ever noticed that there are 2 types of people in this world? The first one is the most successful and wealthiest people. The second one refers to those who fail, never do anything and remain in poverty for the rest of their life. Apart from these, there are still numerous people with high salary, and good income from their business and trade, but also spend a lot on luxurious things. Have you ever experienced this before? These behaviors are driven by our own mindset which is different from one and another. When we have ideas, it is normal that actions will follow, then consequences. The unique mindset that I would like to talk about refers to the use of our brain in studying and imagining things differently. In this article, I will discuss about 9 brain secrets of rich people in being successful and creating wealth.

Secret 1: rich people’s brain is full of sincere compliments to others. No matter how small that thing is, they will always find the beautiful and powerful wordings for it. They will often point out good points to encourage people around them.

On the contrary, poor people use their brain for gossiping, criticizing and talking about others behind their back. They will always focus on bad things, weaknesses of others and negative issues of society. They like gossiping and sarcasm more than complimenting.

Secret 2: rich people’s brain focuses on saving, managing and creating money more every day, every month and every year. Rich people always think of investing rather than spending on unnecessary things. They would invest on lands, real-estate business and shares from well-performed companies to make profit.

On the contrary in poor people’s brain, they only think of spending on luxurious stuff, namely purse, shoes, clothes and new phone. Some people owe credit card, car and house debt.

Rich people do owe debt, but a good one. They would make bank loans to construct buildings to sell for profit or lease them out for a long-term gain. The bank loans can also be used to invest further in their business as well as add value to their products, while using the profit gained for themselves and family from customers to pay off debt. Unlike rich people, poor people make bad loans. They would make loans to buy a phone, host a wedding ceremony, and buy a car or a house in installments which do not help them increasing wealth for themselves and family.

Secret 3: rich people like to give more than get. Rich people believe highly in this saying: “the more you give the more you will get, the more you give the more successful you will be, the more you give the happier you will be.” Rich people always enjoy giving and helping others and society in terms of money, stuff, food, time, energy, knowledge, ways of doing something, forgiveness or heart.

On the contrary, poor people always think of getting things for free. They have a habit of asking from others and complaining about prices which are affordable. They always get more than give. They never share things with others and never seem to be enough of getting.

Secret 4: rich people like to socialize and network with friends making them well-known in the business sector. They like to meet and get acquainted with others all the times, especially with the more educated, experienced and richer one.

On the opposite, poor people do not hangout with others. They prefer to be alone or if they happen to be with others, they would stick with people with the same mindset. They do not like making new friends making them a close-minded person. They might be educated, but with an old-fashioned thought.

Secret 5: Rich people will regularly learn new things. They read a lot of books, attend seminars and learn new things from the Internet. Rich people often look up to successful billionaires as their role model. They would learn how to work professionally, how to make money, how to create wealth and how to inspire themselves.

Unlike rich people, poor people do not like investing on knowledge. They would always come up with excuses, such as no money or no time. They think that they know and understand everything that it is not necessary to learn more. This makes them lack behind others who have a different mindset.

Secret 6: rich people will start by doing right away and then learn from experience and failure later. They would gradually learn, improve and solve all problems until they can finally achieve their goals. Rich people never procrastinate. They will start now, today, this hour, this minute and this second.

Poor people like to watch others do something without actually do it themselves. Poor people always have excuses like we are not ready, we have no money and no time, our parent are not wealthy, we are too old, we are unhealthy or have physical difficulties that prevent us from achieving our goals. They also like to say that other people cannot do it or suggest that others should not do it because it is a waste of time and many people have already done that. Eventually, these people will accomplish nothing and stay unimproved forever.

Secret 7: rich people have a habit of doing exercise and playing sports regularly. They love doing exercise and playing sports so much that it would bother them if they cannot do it. They are physically strong and healthy who would not feel sick easily. Being strong from doing exercise and playing sports is an invaluable life privilege. Being healthy without feeling sick means that they will have more time to make money and build richness. Moreover, they can also save money spent on medicines and time spent on receiving a medical treatment at a hospital.

In contrast, poor people are lady to do exercise with excuses like they do not have time or they are busy and put it off until tomorrow or next month and end up doing nothing at year’s end. Without exercising, they are prone to illness more easily when the weather changes. Having not enough money, they will then have to borrow from friends just to buy medicines and spend time at a hospital.

Secret 8: rich people’s brain helps them manage their 24 hours well and effectively. They would spend each day as productive as possible. At the same time, they would have a detail work schedule for each day and always stick to the plan. They are brave enough to refuse works from someone who they think do not share common vision and goal in order to save time. Rich people have a quality working system and an effective team to help them best manage their work and time.

On the contrary, poor people like to waste their time doing nothing each day or doing something unconstructive, for instance playing games, mobile phone or facebook; watching movies, series or whatever unconstructive content on TV or Youtube too much; spend too much time taking shower, eating or drinking with friends; gambling; or going out with girls. Poor people have no life and career goal and plan.

Secret 9: rich people are generous, merciful and voluntary in helping society. They like to volunteer themselves in doing social works for free, and donate study materials, clothes or consumer’s goods to poor children and people in remote areas. They will also establish a foundation to help addressing social and community problems.

On the opposite, poor people’s brain will focus on only themselves. They think that working as a volunteer helping society is useless. Therefore, social work is definitely something they would never have in their mind.

Now that you know about the 9 brain secrets of rich people. You do not have to do all 9 at the same time. Just start from the one that you think you can do best. Teach Zeng would like to encourage all of you to begin now and your life continue to be brighter and prosperous.

 

 

Comments