ການຮັກໃນສິ່ງທີ່ເຮັດ ແລະ ການອົດທົນປະຕິບັດຢ່າງຕໍ່ເນື່ອງ (Passion and Craftsman)

“ທັດສະນະຄະຕິ” ຖືເປັນປັດໄຈສຳຄັນຢ່າງຍິ່ງທີ່ຈະກ້າວໄປສູ່ຜົນສຳເລັດ ທັດສະນະຄະຕິບວກ ຍ່ອມສົ່ງຜົນທີ່ດີກວ່າ ແກ່ການບັນລຸເປົ້າໝາຍທີ່ຕັ້ງໄວ້. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນຳສະເໜີແນວຄວາມຄິດຂອງສອງທັດສະນະຄື (1) ສິ່ງທີ່ທ່ານອາດເຄີຍໄດ້ຍິນເລື້ອຍໆ ກໍຄື Passion ຫຼື ການຮັກໃນສິ່ງທີ່ເຮັດ ແລະ (2) ທີ່ທ່ານອາດຈະບໍ່ຄຸ້ນຫູ ກໍຄື Craftsman ຫຼື ການອົດທົນປະຕິບັດຢ່າງຕໍ່ເນື່ອງ, ເພື່ອໃຫ້ທ່ານເຂົ້າໃຈເຖິງຄວາມກ່ຽວເນື່ອງຂອງທັງສອງທັດສະນະຄະຕິນັ້ນຫຼາຍຂຶ້ນ.

ການຮັກໃນສິ່ງທີ່ເຮັດ (Passion) ໝາຍເຖິງ ການສະແດງໃຫ້ເຫັນເຖິງຄວາມຮູ້ສຶກທາງອາລົມທີ່ແຮງກ້າຕໍ່ ສິ່ງທີ່ທ່ານສົນໃຈ ຫຼື ຄວາມເຕັມໃຈທີ່ຈະຕໍ່ສູ້ກັບຄວາມລຳບາກເພື່ອສິ່ງທີ່ຮັກ ເພື່ອຕອບສະໜອງໃຫ້ຕົວເອງເກີດມີຄວາມສຸກ. ຄົນເຮົາຈຳເປັນຕ້ອງມີທັດສະນະຄະຕິນີ້ເປັນພື້ນຖານໃນການເລີ່ມຕົ້ນ ແລະ ສືບຕໍ່ເຮັດກິດຈະກຳທຸກຢ່າງ ຍ້ອນວ່າ ການທີ່ຈະເລີ່ມຕົ້ນເຮັດສິ່ງໃດໜຶ່ງນັ້ນ ນອກຈາກຄວາມສົນໃຈແລ້ວ ທ່ານຍັງຕ້ອງມີຄວາມຮັກ ແລະ ຄວາມປາດຖະໜາທີ່ຈະເຮັດສິ່ງນັ້ນໃຫ້ປະກົດຜົນເປັນຈິງ ແລະ ເພື່ອເຕີມເຕັມຄວາມສຸກທາງໃຈ.

ການຮັກໃນສິ່ງທີ່ເຮັດ ຈຶ່ງຖືືເປັນປັດໄຈໜຶ່ງທີ່ສຳຄັນໃນການຂັບເຄື່ອນ ແລະ ເປັນແຮງຜັກດັນໃຫ້ເກີດມີການລົງມື ເຮັດຕົວຈິງ, ເກີດມີຄວາມຄິດສ້າງສັນ ແລະ ມີການພັດທະນາຢູ່ຕະຫຼອດເວລາ. ຫາກທ່ານມີຄວາມຮັກຕໍ່ທຸລະກິດ ທີ່ທ່ານເຮັດຢ່າງແຮງກ້າ ທ່ານຈະບໍ່ຍອມແພ້ຕໍ່ບັນຫາຕ່າງໆ, ພ້ອມທີ່ຈະຄິດຫາທາງແກ້ໄຂ ແລະ ຕໍ່ສູ້ ເພື່ອໃຫ້ ບັນລຸເປົ້າໝາຍທີ່ຕັ້ງໄວ້ ບໍ່ວ່າຕ້ອງພົບຄວາມລຳບາກ, ຄວາມກົດດັນ ແລະ ຄວາມຫຼົ້ມເຫຼວຫຼາຍຄັ້ງ ເຊັ່ນວ່າ ແຜນການຕະຫຼາດບໍ່ເປັນດັ່ງຫວັງ, ຍອດຂາຍບໍ່ເປັນໄປຕາມເປົ້າໝາຍ, ພະນັກງານຍັງຂາດປະສິດພາບ ຫຼື ໄດ້ຮັບຜົນກະທົບຈາກປັດໄຈພາຍນອກ ເປັນຕົ້ນແມ່ນ ການຈັດສົ່ງວັດຖຸດິບ, ຂາດແຄນວັດຖຸດິບ, ເກີດມີຄູ່ແຂ່ງ ຫຼື ການຂະຫຍາຍຕົວຂອງເສດຖະກິດທີ່ຖົດຖອຍ. ແນ່ນອນວ່າສິ່ງທີ່ກ່າວມານັ້ນ ລ້ວນບັນທອນກຳລັງໃຈ ແຕ່ການມີ ຄວາມປາຖະໜາທີ່ປະສົບຜົນສຳເລັດອັນແຮງກ້ານັ້ນ ຈະເປັນເຊື້ອໄຟຊັ້ນດີໃນການຄິດຫາວິທີແກ້ໄຂ ຕົວຢ່າງ ປັບປ່ຽນການຕັ້ງຍອດຂາຍໃຫ້ສາມາດຈັບຕ້ອງອີງຕາມສະພາບຕະຫຼາດ, ຈັດຝຶກອົບຮົມພະນັກງານ, ຕິດຕໍ່ຂະຫຍາຍຊ່ອງທາງ ເພື່ອຊອກຫາວັດຖຸດິບທີ່ມີຄຸນນະພາບ ໃນການລາຄາທີີ່ສົມເຫດສົມຜົນ ຫຼື ປະຍຸກໃຊ້ວັດຖຸດິບທີ່ໃກ້ຄຽງ ຫຼື ເພີ່ມມູນຄ່າໃຫ້ສິນຄ້າທີ່ມີຢູ່ ຫຼື ນຳໃຊ້ສິ່ງທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ລວມທັງໝັ່ນທົດລອງສິ່ງໃໝ່ໆ ຫຼື ແນວທາງການຕະຫຼາດທີ່ສ້າງສັນ ແລະ ສາມາດປັບປ່ຽນຕາມສະຖານະການ.

ເຖິງຢ່າງໃດກໍຕາມ ການຮັກໃນສິ່ງທີ່ເຮັດ ມີຄຸນລັກສະນະເປັນຄວາມຮູ້ສຶກ ເຊິ່ງສາມາດເກີດຂຶ້ນ ແລະ ໝົດໄປໄດ້ ເຊິ່ງມີສາເຫດມາຈາກຫຼາຍປັດໄຈທີ່ທ່ານຕ້ອງໄດ້ລະມັດລະວັງ ເພື່ອຫຼີກລ່ຽງເຫດການ ທີ່ເອີ້ນວ່າ “ໝົດໄຟ”. ປັດໄຈທີ່ເຮັດໃຫ້ຄວາມຮັກ ແລະ ປາດຖະໜາອັນແຮງກ້າຫຼຸດລົງ ແມ່ນເກີດມາຈາກ:

  • ສິ່ງທີ່ເຮັດກຳລັງເຮັດກາຍເປັນວຽກໜ້າດຽວທີ່ຕ້ອງເຮັດຊ້ຳໆໃຫ້ທຸກມື້ (Routine) ເຊິ່ງຈະເຮັດໃຫ້ເກີດມີ ຄວາມເບື່ອໜ່າຍ ເນື່ອງຈາກບໍ່ມີຫຍັງແປກໃໝ່ ແລະ ຕື່ນເຕັ້ນ. ວິທີການແກ້ໄຂ ແມ່ນພະຍາຍາມທົດລອງ ສິ່ງໃໝ່ຢູ່ສະເໝີ, ເພີ່ມຄວາມທ້າທາຍໃນສິ່ງທີ່ກຳລັງເຮັດ ຫຼື ຊອກຫາແຮງບັນດາໃຈໃໝ່ ເພື່ອກະຕຸ້ນໃຫ້ເກີດ ຄວາມຄິດສ້າງສັນ ເຊັ່ນ ນຳໃຊ້ເຕັກໂນໂລຊີໃໝ່ໆເຊິ່ງຕ້ອງໄດ້ໃຊ້ເວລາຮຽນຮູ້ ແລະ ການເກີດມີຄວາມທ້າທາຍ ໃນການຫັນໄປໃຊ້ເຕັກໂນໂລຊີສະໄໝໃໝ່ ໃຫ້ເກີດປະໂຫຍດຕໍ່ວຽກ ຫຼື ທຸລະກິດຂອງຕົນ.
  • ທ່ານໄດ້ຫຼົງລືມຄວາມຕັ້ງໃຈທຳອິດໄປຊົ່ວຂະນະໜຶ່ງ ເຊັ່ນ ມີສິ່ງໃໝ່ໆເຂົ້າມາດຶງຄວາມສົນໃຈຂອງທ່ານ ເຮັດໃຫ້ເກີດມີການຫັນອອກຈາກເປົ້າໝາຍຫຼັກ ເຊິ່ງເປັນເລື່ອງປົກກະຕິທີ່ອາດເກີດຂຶ້ນເມື່ອທ່ານເຮັດສິ່ງໃດ ໜຶ່ງເປັນໄລຍະເວລາດົນ. ວິທີການແກ້ໄຂກໍຄື: ໃຫ້ທ່ານໃຊ້ເວລາຢູ່ກັບຕົວເອງໄລຍະໃດໜຶ່ງ ເພື່ອຕັ້ງສະຕິ ແລະ ທົບທວນການເດີນທາງຂອງທ່ານ ນັບຕັ້ງແຕ່ມື້ເລີ່ມຕົ້ນຈົນເຖິງຕອນນີ້. ເປົ້າໝາຍ ຫຼື ຄວາມຕັ້ງໃຈທຳອິດຂອງທ່ານແມ່ນຫຍັງແທ້? ສິ່ງທີ່ທ່ານຄວນເຮັດໃນເວລານີ້ແມ່ນຫຍັງ? ເມື່ອຄົ້ນພົບແລ້ວແມ່ນໃຫ້ປັບຈຸດສົນໃຈຄືນໃໝ່ ໃຫ້ສອດຄ່ອງກັບຄວາມຕັ້ງໃຈ ແລະ ເປົ້າໝາຍເບື້ຶອງຕົ້ນ ແລ້ວເລີ່ມເດີນໜ້າໃໝ່ອີກຄັ້ງ.
  • ທ່ານຈິງຈັງ ແລະ ພະຍາຍາມຫຼາຍເກີນໄປ ມາຮອດຈຸດນີ້ຫຼາຍທ່ານອາດເກີດຄຳຖາມວ່າ ມີຄວາມຈິງຈັງກໍດີ ແລ້ວບໍ່ແມ່ນຫວາ? ການມີຄວາມຈິງຈັງຕໍ່ກັບສິ່ງທີ່ເຮັດແມ່ນຖືກຕ້ອງ ແຕ່ສິ່ງໃດທີ່ຫຼາຍ ຫຼື ໜ້ອຍເກີນໄປ ຍ່ອມບໍ່ເປັນຜົນດີ. ເມື່ອທ່ານຈິງຈັງເກີນໄປ ຈະເຮັດໃຫ້ທ່ານເກີດຄວາມກັງວົນສະສົມ ແລະ ເມື່ອທ່ານເຮັດ ໃຫ້ມັນກາຍເປັນວຽກຈົນເກີນໄປ ຫຼື ມຸ່ງເນັ້ນຫາກຳໄລເກີນໄປ ມັນຈະເຮັດທ່ານຂາດຄວາມມ່ວນຊື່ນ ຫຼື ອາ ລົມສຸນທະລີໃນການເຮັດວຽກ, ທຸລະກິດ ຫຼື ກິດຈະກຳໃດໜຶ່ງໄປ. ການແກ້ໄຂກໍຄື ທ່ານຕ້ອງມີຄວາມຜ່ອນ ຄາຍ ບໍ່ຕ້ອງຄາດວ່າທ່ານຕ້ອງປະສົບຜົນສຳເລັດທຸກຢ່າງພ້ອມໆກັນ ເພາະສິ່ງໃດທີ່ມັນເກີນ ຫຼື ບໍ່ພໍດີຍ່ອມ ໃຫ້ໂທດຫຼາຍກວ່າໃຫ້ຄຸນ ທ່ານຕ້ອງບໍລິຫານຈຸດນີ້ໃຫ້ດຸ່ນດ່ຽງກັນ.

ເມື່ອເວົ້າເຖິງຄຳວ່າ Passion ໂດຍທົ່ວໄປມັກຈະມີຄຳວ່າ Craftsman ຕິດຫ້ອຍມານຳກັນ ຫາກແປຄວາມໝາຍ ຕາມຕົວແລ້ວ ແມ່ນໝາຍເຖິງ ຊ່າງຝີມື ແຕ່ໃນທາງທິດສະດີແນວຄິດ ແມ່ນໝາຍເຖິງທັດສະນະຄະຕິກ່ຽວກັບ ການສ້າງຄຸນຄ່າໃຫ້ສິ່ງທີ່ຕົນເອງເຮັດ ໂດຍທີ່ບໍ່ສົນໃຈວ່າຈະມີຄວາມສຸກທາງອາລົມຫຼືບໍ່ ເຊິ່ງຈະເນັ້ນໜັກໄປທີ່ ການພັດທະນາຕົນເອງໃຫ້ເກັ່ງ ຫຼື ຊຳນິຊຳນານທີ່ສຸດໃນດ້ານສະເພາະໃດໜຶ່ງ ເພື່ອສ້າງຄຸນຄ່າໃຫ້ຕົວເອງ ຫຼື ສ້າງຄຸນຄ່າໃຫ້ວຽກຂອງຕົນເອງ ເພື່ອສ້າງອຳນາດໃນການຕໍ່ລອງໃນຕະຫຼາດ ໂດຍສະເພາະໃນຕະຫຼາດການ ຈ້າງງານ ໂດຍບໍ່ໃຫ້ຄວາມສຳຄັນກັບຄວາມສຸກທາງອາລົມ ເຊັ່ນວ່າ ທ່ານອາດຈະບໍ່ມັກສະພາບແວດລ້ອມໃນ ການເຮັດວຽກ ແຕ່ກໍຈະມຸ່ງຄວາມສົນໃຈໄປທີ່ຕົວວຽກຫຼາຍກວ່າປັດໄຈພາຍນອກ.  ແຕ່ໂດຍພື້ນຖານແລ້ວ ແມ່ນ ຈະມີຄວາມຮັກໃນສິ່ງທີ່ເຮັດເປັນຈຸດເລີ່ມຕົ້ນ. ເວົ້າງ່າຍໆກໍຄື ເປັນການອົດທົນປະຕິບັດໃນສິ່ງໃດໜຶ່ງຢ່າງຕໍ່ເນື່ອງ. ເມື່ອກ່າວເຖິງຄວາມອົດທົນປະຕິບັດສິ່ງໃດໜຶ່ງໃນທາງທຸລະກິດ ການທີ່ຈະເລີ່ມຕົ້ນເຮັດທຸລະກິດ ຫຼື ກິດຈະກຳໃດ ໜຶ່ງ ທ່ານຕ້ອງມີຄວາມຈິງຈັງ, ເອົາໃຈໃສ່ເປັນພິເສດ ແລະ ອົດທົນເພື່ອໃຫ້ປະສົບຜົນສຳເລັດໂດຍບໍ່ຍອມແພ້ຕໍ່ອຸປະສັກ ຈົນກວ່າຈະບັນລຸເປົ້າໝາຍ ແລະ ມີຝຶກຝົນຕົນເອງຢູ່ສະເໝີ ເພາະເມື່ອທ່ານຕັດສິນໃຈລົງມືເຮັດສິ່ງໃດໜຶ່ງແລ້ວ ບໍ່ວ່າຈະເປັນຍ້ອນຄວາມຕັ້ງໃຈຈິງ, ອາລົມ, ຫຼື ຕາມກະແສສັງຄົມ ແມ່ນລ້ວນແລ້ວແຕ່ມີຄ່າໃຊ້ຈ່າຍຕາມມາ. ສະນັ້ນ ຫາກປາສະຈາກຄວາມຮັກຕໍ່ສິ່ງທີ່ກຳລັງຈະເຮັດ ແລະ ຄວາມອົດທົນແລ້ວ ຍ່ອມບໍ່ເປັນຜົນດີ ເພາະຈະເສຍທັງເງິນ ແລະ ເສຍທັງເວລາ.

ຖ້າທຽບກັນລະຫວ່າງຄວາມຕັ້ງໃຈທີ່ຈະປະສົບຜົນສຳເລັດ, ການບໍ່ຍອມແພ້ ແລະ ການບຸກບືນເພື່ອບັນລຸເປົ້າ ໝາຍແລ້ວ ຈະເຫັນໄດ້ວ່າ ການຮັກໃນສິ່ງທີ່ເຮັດຈະມີຈຸດອ່ອນທີ່ວ່າ ເກີດຂຶ້ນໄດ້ງ່າຍ ແຕ່ໝົດໄປໄດ້ງ່າຍ ແລະ ການສ້າງມັນຂຶ້ນມາໃໝ່ຕ້ອງໃຊ້ເວລາ. ມາຮອດຈຸດນີ້ ທ່ານຈະເຫັນໄດ້ວ່າ ທັງສອງທັດສະນະຄະຕິມີຄວາມກົງ ກັນຂ້າມກັນ ແຕ່ກໍມີຄວາມກ່ຽວພັນກັນຢ່າງສະໜິດແໜ້ນ ທີ່ມີການຜັກດັນກັນ ເພື່ອໃຫ້ຕົວບຸກຄົນມີການລົງມືປະ ຕິບັດທີ່ມີປະສິດທິຜົນ. ໃນຂະນະທີ່ ການຮັກໃນສິ່ງທີ່ເຮັດຈະເນັ້ນໄປທີ່ຜົນສຳເລັດທີ່ເປັນຄວາມສຸກທາງໃຈ ຫຼື ນາມະທຳ ຫາກບໍ່ມີຄວາມສຸກແລ້ວ ກໍມັກຈະລົ້ມເລີກໄດ້ງ່າຍໆ ແຕ່ການອົດທົນປະຕິບັດໃນສິ່ງໃດໜຶ່ງ ແມ່ນຈະ ເນັ້ນໄປທີ່ຜົນສຳເລັດທີ່ເປັນຮູບປະທຳທີ່ສາມາດຈັບຕ້ອງ ຫຼື ວັດແທກໄດ້ຫຼາຍກວ່າ ໂດຍມີຈຸດສຸມຄືິສິ່ງທີ່ກຳລັງ ເຮັດເປັນຫຼັກ. ທັດສະນະຄະຕິທັງສອງດ້ານມີຄວາມສຳຄັນທີ່ສົ່ງຜົນຕໍ່ອີກດ້ານ, ດັ່ງນັ້ນ ການຈັດການບໍລິຫານ ໃຫ້ເໝາະສົມຈະເປັນການຊ່ວຍໃຫ້ການເຮັດວຽກຮ່ວມກັນຂອງສອງທັດສະນະຕິມີປະສິດທິພາບ. ຖ້າຫາກທ່ານ ມີແຕ່ຄວາມຮັກໃນສິ່ງທີ່ເຮັດພຽງແຕ່ດ້ານດຽວ ໂດຍປາສະຈາກຄວາມອົດທົນອົດກັ້ນໃນສິ່ງທີ່ລົບກວນຈິດໃຈແລ້ວ ເຖິງຈະມີຄວາມປາດຖະໜາແຮງກ້າພຽງໃດ ກໍມີຄວາມເປັນໄປໄດ້ສູງທີ່ທ່ານຈະຢຸດເຊົາກາງທາງ, ແລະ ເຖິງຈະມີຄວາມອົດທົນສູງເທົ່າໃດແຕ່ຫາກຂາດອາລົມ ຫຼື ຄວາມຮັກໃນສິ່ງທີ່ເຮັດ ກໍສາມາດເຮັດໃຫ້ໝົດໄຟເຊັ່ນກັນ. ສຸດທ້າຍນີ້ ຜູ້ຂຽນ ຂໍກໍຝາກໄວ້ວ່າ ການຈະມີທັດສະນະຄະຕິທີ່ເປັນປະໂຫຍດໃດໜຶ່ງ ແມ່ນເລີ່ມການຈາກຄ່ອຍຄິດ, ຄ່ອຍປັບ ແລະ ຫັດແອບ ເພື່ອເຮັດໃຫ້ສິ່ງເຫຼົ່ານັ້ນກາຍເປັນແນວຄິດພື້ນຖານຂອງທ່ານ. ດັ່ງນັ້ນ ອາດຕ້ອງໃຊ້ ເວລາແດ່ຈັກໜ້ອຍ ແຕ່ຜົນໄດ້ຮັບທີ່ຈະຕາມມາແມ່ນຄຸ້ມຄ່າແນ່ນອນ.

(ວາລະສານທາເກັດ ສະບັບ 161 ເດືອນທັນວາ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

love in what you do and consistently practice it

(Passion and Craftsman)

“Attitude” is considered an important factor for being successful. A positive attitude will positively contribute to the achievement of set goals. In this article, the writer would like to discuss about two attitudes: (1) something that you might have heard about it regularly which is Passion or a love in what you do and (2) something that you might not be familiar about which is Craftsman or a consistent practice. We would like you to understand more about the two attitudes.

Love in what you do (Passion) refers to the demonstration of a strong emotion upon things that interest you or you are willing to do it because you love it despite difficulties in order to make yourself happy. People must have this attitude as a basic requirement for beginning and continuing to do all activities because starting to something, apart from your interest alone, you must have a passion and desire for realizing such thing and fulfilling your inner happiness.

Love in what you do is another factor that will push forward an effort in starting to do something practically, while driving creativity and development at all times. If you love your business strongly, you will never give up to any problem. Instead, you will look for a way to solve all issues and strive hard to achieve your set goals despite difficulties, pressure and failures. For instance, when your marketing plan does not work well as you expected with low sales due to an incompetent sales team or impact from external factors in terms of material supply, lack of raw materials, high competition or the economic recess. Certainly, the mentioned problems will adversely affect your fighting spirit. Only if you have a strong desire for success, it will serve as an excellent support for you to find a way to address all issues occurred. For example, you can then adjust your sales target to be more realistic based on the current market situation, train your staff members, expand a supply network for quality materials in a reasonable price or improvise similar materials or add value to existing products or make use of available things for maximum benefits, try new things or new creative marketing approach regularly, and be flexible to changes that can happen periodically.

Nevertheless, passion is a feeling that can appear and disappear which is caused by many factors that you have to be careful with. You have to avoid the emotional state so called “burnout.” Factors that deteriorate our passion and strong desire derive from:

  • When what we are doing is becoming a tedious routine with nothing new and it is no longer exciting. Dealing with this issue, you should always try new things, make what you are doing more challenging or seek new inspirations to encourage creativity, for instance you should try using new technology which will require you to take some time to learn how to use it. This will give yourself a new challenge and once you finally master it, the new technology will benefit your job or business.
  • When you forget your first intention for a moment because you have something new that draws your attention away from your main target. This is normal when you have to do something for a long time. To solve it, you should spend some time to recollect yourself and your path from the very beginning to now. What is your first goal or intention? What should you be doing now? Once you have answers to these questions, you should readjust your focus in correspondence with the initial intention and goal before starting to move forward again.
  • When you are too serious and put too much effort into something. Now, you might wonder why being serious is not good. Being serious in doing something is good, but having too less or too much seriousness is not helpful for you. When you are too serious, you will build up your anxiety. When you focus too much on your work or make profit, you will stop having fun or lack emotional involvement with your job, business or any activity. To fix this, you have to be relaxed without expecting that you must be successful in everything. Having something too much or too less would only be harmful than useful, you should keep everything in balance.

When we speak of Passion, it will be accompanied by Craftsman which is literally translated as a skillful technician. In theory, idea refers to an attitude in adding value to what we do without caring about our personal happiness. It concentrates on making ourselves improved or expert in a specific area to be attractive, especially to the labor market by ignoring the personal happiness. For example, you focus more on the job itself rather than the external factor, such as the working environment, that you do not like. Basically, everything is started with love which will encourage us to keep doing it. In business, commencing a business or a certain activity requires seriousness, close attention and patience to be successful without giving up to any obstacle until you can finally achieve your goals. You should keep training yourself because when you make a decision to do something either from your true intention, feeling, or social trend, you will have to bear all costs associated to it. If you do not love and cannot work hard for it, you will end up wasting money and time.

Comparing the intention to be successful, the will to never give up and the perseverance to achieve goals with passion, it can be seen that passion has a weakness because it can appear and disappear very easily, while re-creating it requires time. Now, you should be able to see that the two attitudes, while being opposite, are closely related which help pushing each other to effectively encourage people to start doing something. Passion concentrates on achieving something for psychological or intangible gains. Without such internal factor, people will stop doing that thing. Unlike passion, craftsman focuses on achieving something with tangible or measurable outcomes. The two attitudes are important and influential to each other. Thus, a proper method is needed to help making the two attitudes work with each other effectively. If you have only love in what you do without the ability to tolerate distractions, you will never reach the final destination despite having a strong desire to reach there at first. On the contrary, if you have only patience but lack emotion or love in what you do, you will eventually burn out in the end. Finally, the writer would like to suggest that to have a useful attitude, you have to start thinking, adapting and practicing until it becomes your fundamental idea. It might take some time, but the consequence will surely be worthwhile.

 

 

Comments