ປະທານສະພາແຫ່ງຊາດລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ຢ່າງເປັນທາງການ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ລີຈ້ານຊູ ກຳມະການຄະນະປະຈໍາກົມການເມືອງ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ໃນລະຫວ່າງວັນທີ 16-20 ທັນວາ 2019 ສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງ,ປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ຢ່າງເປັນທາງການ ເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຈີນ ຕາມທິດ 4 ດີ ( ເພື່ອນມິດທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ແລະ ຈັດຕັ້ງຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ລະຫວ່າງ ສະຫາຍເລຂາທິການໃຫຍ່ພັກ ພັກປະຊາຊົນປະຕິວັດລາວ ແລະ ສະຫາຍເລຂາທິການໃຫຍ່ພັກຄອມມູນິດຈີນ ທີ່ໄດ້ລົງນາມຮ່ວມກັນໃນວັນທີ 30 ເມສາ 2019, ທັງເປັນການປຶກສາຫາລື, ແລກປ່ຽນບົດຮຽນ, ປະສົບການ ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ.

 

ໃນຕອນຄໍ່າ ຂອງວັນທີ 16 ທັນວາ 2019, ປະທານສະພາແຫ່ງຊາດລາວ ສະຫາຍນາງ ປານີ ຢາທໍ່ຕູ່ ແລະ ສະຫາຍ ປາຍມາຊີຫລິງ ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ທັງສອງຝ່າຍໄດ້ເຂົ້າຮ່ວມພິທີສະຫລຸບປີທ່ອງທ່ຽວ ລາວ-ຈີນ 2019 ຢູ່ທີ່ຫໍວັດທະນະທໍາແຫ່ງຊາດແຫ່ງສປ ຈີນ.ໃນພິທີດັ່ງກ່າວ, ສະຫາຍ ກິແກ້ວ ໄຂຄໍາພິທູນ, ຄະນະເລຂາທິການສູນກາງພັກ,  ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຫ່ງ ສປປ ລາວ ແລະ ສະຫາຍ ຈາງສູ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ ໄດ້ຂຶ້ນຜ່ານບົດສະຫລຸບລາຍງານບັນດາກິດຈະກໍາການເຄື່ອນໄຫວຕ່າງໆທີ່ຈັດຂຶ້ນ ເພື່ອສົ່ງເສີມປີທ່ອງທ່ອງທ່ຽວ ລາວ-ຈີນ 2019 ໂດຍສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວວ່າ: ຈາກການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆໃນປີທ່ອງທ່ຽວ ລາວ-ຈີນ 2019 ປັດຈຸບັນເຫັນວ່າ ນັກທ່ອງທ່ຽວມີທ່າຂະຫຍາຍຕົວນັບມື້ນັບເພີ່ມຂຶ້ນ ສະເພາະປີ 2019 ຕາມສະຖິຕິໃນ 9 ເດືອນຜ່ານມາ ຕົວເລກນັກທ່ອງທ່ຽວຈີນເຂົ້າມາທ່ອງທ່ຽວລາວມີເຖິງ 756.952 ເທື່ອຄົນ ຄາດວ່າຖ້າລວມທັງ 3 ເດືອນສຸດທ້າຍຂອງໄຕມາດປີນີ້ ຈະບໍ່ລຸດ 1 ລ້ານເທື່ອຄົນ ເຊິ່ງຈະສາມາດບັນລຸຕາມຄາດໝາຍທີ່ວາງໄວ້.

ໃນວັນທີ 17 ທັນວາ 2019, ສະຫາຍນາງ ປານີ ຢາທໍ່ຕູ່ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ລີ ຈ້ານຊູ ພ້ອມຄະນະ ໂດຍສອງຝ່າຍໄດ້ຮ່ວມກັນຕີລາຄາຄືນການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດນໍາກັນ ເຊິ່ງເຫັນວ່າ ໄດ້ພົວພັນ ແລະ ຮ່ວມມືກັນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ. ພ້ອມກັນນັ້ນ, ກໍ່ໄດ້ປຶກສາຫາລື ທິດທາງການພົວພັນຮ່ວມມືໃນຕໍ່ໜ້າ. ໃນນັ້ນ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບນໍາກັນໃນການສືບຕໍ່ການແລກປ່ຽນຄະນະຜູ້ແທນລະຫວ່າງສອງສະພາ ໃນລະດັບຕ່າງໆລວມທັງສູນກາງ ແລະ ທ້ອງຖິ່ນຢ່າງເປັນປົກກະຕິ, ການພັດທະນາຊັບພະຍາກອນມະນຸດໃຫ້ແກ່ສະພາແຫ່ງຊາດລາວ, ການຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວິຊາການໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະ ມາຊິກສະພາປະຊາຊົນຂັ້ນແຂວງ ແລະ ບັນດາເສນາທິການຂອງສະພາແຫ່ງຊາດ ແລະ ສືບຕໍ່ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ວັນທີ 18 ທັນວາ 2019 ສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງ,ປະທານສະພາແຫ່ງຊາດລາວ ພ້ອມຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ໄດ້ພົບປະສອງຝ່າຍກັບສະຫາຍ ຫວາງຢາງ ກໍາມະການຄະນະປະຈໍາກົມການເມືອງສູນກາງພັກ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ ແລະ ຄະນະ. ໃນການພົບປະ ສອງຝ່າຍໄດ້ຮ່ວມກັນປຶກສາຫາລືກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ, ລວມໄປເຖິງການຊຸກຍູ້ການຮ່ວມມື ຂອງສອງລັດຖະບານ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດບັນດາໂຄງການລົງທຶນ  ຂອງວິສະຫາກິດຈີນ ທີ່ເຂົ້າມາລົງທຶນຢູ່ລາວ ເຊິ່ງສະພາແຫ່ງຊາດລາວ ໄດ້ຮັບຮອງເອົາແລ້ວນັ້ນເຊັ່ນ: ໂຄງການກໍ່ສ້າງທາງດ່ວນລາວ-ຈີນ, ໂຄງການລົດໄຟຄວາມໄວສູງລາວ-ຈີນ ແລະ ໂຄງການພັດທະນາພື້ນຖານໂຄງລ່າງອື່ນໆ ໃຫ້ໄດ້ຮັບຜົນສໍາເລັດຕາມແຜນທີ່ວາງໄວ້, ສະເໜີໃຫ້ຝ່າຍຈີນ ພິຈາລະນາເພີ່ມໂກຕາ ນໍາເຂົ້າສິນຄ້າກະສິກຳຂອງລາວ ເຂົ້າໄປຂາຍ ຢູ່ ສປ ຈີນ ເປັນຕົ້ນແມ່ນ ນໍ້າຕານ, ໃບຢາສູບ, ຢາງພະລາ ແລະ ສິນຄ້າອື່ນໆ. ພ້ອມດຽວກັນນີ້, ຝ່າຍລາວ ຍັງໄດ້ສະແດງຄວາມຂອບໃຈມາຍັງລັດຖະບານຈີນ ທີ່ໃຫ້ການຊ່ວຍເຫລືອສ້າງຕັ້ງສູນວິໄຈມາດຕະຖານຢາງພາລາລາວ ຢູ່ນະຄອນຫລວງວຽງຈັນ ເຊິ່ງມີປະໂຫຍດສໍາຄັນຫລາຍຕໍ່ການສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດລາວ, ການລຶບລ້າງຄວາມທຸກຍາກ ແລະ ສະເໜີໃຫ້ຝ່າຍຈີນ ເພີ່ມໂກຕານໍາເຂົ້າຢາງພາລາຈາກລາວ ຫລາຍຂຶ້ນກວ່າເກົ່າ ເຊິ່ງໃນປີຜ່ານມາ ຝ່າຍຈີນກໍ່ໄດ້ຊື້ຢາງພາລາຈາກລາວໄປແລ້ວຈໍານວນ 60 ພັນໂຕນ.

ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ໃນຄັ້ງນີ້, ສະຫາຍປະທານສະພາແຫ່ງຊາດລາວ ພ້ອມຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ຍັງໄດ້ພົບປະ ແລະ ແລກປ່ຽນບົດຮຽນກັບສະພາປະຊາຊົນແຂວງອານຮຸຍ ສປ ຈີນ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດ ຂອງສະພາປະຊາຊົນຂັ້ນແຂວງ (ສະພາທ້ອງຖິ່ນ), ການລຶບລາງຄວາມທຸກຍາກຂອງປະຊາຊົນ ແລະ ນະໂຍບາຍອະສັງຫາລີມາຊັບ ຢູ່ແຂວງອານຮຸຍ ເຊິ່ງມີທ່າແຮງທາງດ້ານການອຸດສະຫະກຳ, ພະລັງງານ, ບໍ່ແຮ່ ແລະ ການທ່ອງທ່ຽວ ທີ່ນຳມາພັດທະນາແຂວງ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ. ນອກຈາກນີ້, ຄະນະຜູ້ແທນ ຍັງໄດ້ຢ້ຽມຊົມການວາງສະແດງຜົນງານແຫ່ງການສະຖາປະນາ ສປ ຈີນ ຄົບຮອບ 70 ປີ ແລະ ຢ້ຽມຊົມຫໍວາງສະແດງຂອງບໍລິສັດຫົວເຫວີຍ ຕື່ມອີກ.

 

Comments