Author Archives: Paeng KC

ຍົກເລີກອອກໃບຢັ້ງຢືນນຳເຂົ້າຊິ້ນສ່ວນຍານພາຫະນະ ທິ່ມາຜະລິດ-ປະກອບຢູໂຮງງານໃນລາວ

ອີງຕາມການຈັດຕັ້ງປະຕິບັດ ຜ່ານມາ ການນໍາເຂົ້າຊິ້ນສ່ວນຍານພາຫະນະ ແມ່ນຕ້ອງໄດ້ຂໍໃບຢັ້ງຢືນນໍາເຂົ້ານໍາກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈຸດປະສົງແມ່ນເພື່ອຄຸ້ມຄອງດ້ານມາດຕະຖານ ແລະ ຄຸນນະພາບ ຊິ້ນສ່ວນຍານພາຫະນະ ທີ່ຈະນຳມາປະກອບຢູ່ໂຮງງານ. ແຕ່ມາຮອດປັດຈຸບັນ ໃນຍຸກແຫ່ງການເຊື່ອມໂຍງເສດຖະກິດ ແລະ ການຄ້າ, ສປປ ລາວ ກໍໄດ້ເຂົ້າເປັນສະມາຊິກຂອງສັນຍາ ແລະ ສົນທິສັນຍາ ໃນຂອບພາກພື້ນ ແລະ ສາກົນ, ດັ່ງນັ້ນ ການຄຸ້ມຄອງວຽກງານດັ່ງກ່າວ ແມ່ນມີຄວາມສະດວກຂຶ້ນ ໂດຍມີການຮັບຮູ້ຊຶ່ງກັນ ແລະ ກັນ ຂອງບັນດາປະເທດທີ່ເປັນພາຄີ. ນອກຈາກນີ້ ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ຫຼຸດຜ່ອນຂັ້ນຂອດໃນການປະກອບເອກະສານ ຂອງຜູ້ປະກອບການ. ດັ່ງນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງຕັດຂັ້ນຕອນຂອງການຂໍໃບຢັ້ງຢືນໃນການນໍາເຂົ້າຊີ້ນສ່ວນພານພາຫະນະທີ່ມາຜະລິດ ແລະ ປະກອບຢູ່ໂຮງງານ ທີ່ຕ້ອງຂໍອະນຸຍາດນໍາ ກົມອຸດສາຫະກໍາ ແລະ ຫັດຖະກໍາ,​ ກະຊວງ ອຸດສາຫະກໍາ ແລະ ການຄ້າ ອອກ ໂດຍການອອກ ຄໍາສັ່ງວ່ດ້ວຍ ຄໍາສັ່ງກ່ຽວກັບ ການຍົກເລີກການອອກໃບຢັ້ງຢືນນຳເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາຜະລິດ ແລະ ປະກອບຢູ່ໂຮງງານ ເລກທີ ...

Read More »

ມູນຄ່າ ການນຳເຂົ້າ-ສົ່ງອອກ ຂອງ ສປປ ລາວ ບັນລຸຫຼາຍກວ່າ 1 ພັນລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ບັນລຸໄດ້ຫຼາຍກ່ວາ 1.000 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 372 ລ້ານໂດລາສະຫະລັດ ແລະ ການນໍາເຂົ້າ ປະມານ 635 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 263 ລ້ານໂດລາສະຫາລັດ. ສິນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ; ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຍື່ອໄມ້ ແລະ ເສດເຈ້ຍ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດືມຊູຸກໍາລັງ), ຄຳປະສົມ, ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ຢາງພາລາ ແລະ ງົວ,ຄວາຍ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ...

Read More »

ມອບເງິນ 29 ຕື້ກວ່າກີບ ໃຫ້ກັບຜູ້ໄດ້ຮັບຜົນກະທົບຈາກທາງລົດໄຟລາວ-ຈີນ

ມອບເງິນທົດແທນຜົນກະທົບຈາກໂຄງການກໍ່ສ້າງເສັນທາງລົດໄຟລາວ-ຈີນ ໄລຍະຜ່ານແຂວງຫຼວງພະບາງ ວັນທີ 23 ທັນວາ 2019 ນີ້ ຄະນະຊີ້ນໍາໂຄງ ການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະຜ່ານແຂວງຫຼວງພະບາງ ໄດ້ຈັດພິທີເບິກຈ່າຍຄ່າທົດແທນ ສິ່ງກີດຂວາງ ແລະຜົນກະທົບ ຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ງວດ ທີ່ 3 ຂອງເມືອງ, ງວດທີ່ 4 ຂອງແຂວງ ແລະງວດທີ່ 5 ຂອງໂຄງການ ໃນນັ້ນ ປະກອບມີ 3 ບ້ານຄື: ບ້ານ ນຸນສະຫວາດ, ຊຽງລ້ອມ ແລະບ້ານ ພິກໃຫ່ຍ ຈຳນວນ 79 ຄອບຄົວ ລວມມູນຄ່າ 29 ຕື້ກວ່າກີບ. ກ່າວມອບໂດຍແມ່ນ ທ່ານ ຈັນທະວົງ ຜົນນະຈິດ ຫົວໜ້າພະແນກຊັບພະຍາ ກອນທຳມະຊາດແລະສິ່ງແວດລ້ອມແຂວງ ຮອງປະທານຄະນະປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະຜ່ານແຂວງຫຼວງພະບາງ. ພິທີມອບ-ຮັບ ໄດ້ຈັດຂື້ນຢູ່ຫ້ອງການບ້ານ ນູນສະຫວາດ ນະຄອນ ຫຼວງພະບາງ ໂດຍມີ ທ່ານ ສົມດີ ພອນສະຫວັດ ຮອງເຈົ້ານະຄອນ ຫຼວງພະບາງ, ມີຄະນະຮັບຜິດຊອບຂັ້ນແຂວງ, ເມືອງ, ...

Read More »

ລັດຖະບານໄທ ປ່ອຍເງິນກູ້ ໃຫ້ ສປປ ລາວ ມູນຄ່າ 1.380 ລ້ານບາດ

ໂຄສົກປະຈໍາ ນາຍົກລັດຖະມົນຕີ ແຫ່ງຣາຊະອານະຈັກໄທ ກ່າວວ່າ ຄະນະລັດຖະມົນຕີ ເຫັນດີ ໃຫ້ສໍານັກງານຄວາມຮ່ວມມື ພັດທະນາເສດຖະກິດ ກັບປະເທດເພື່ອນບ້ານ ໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນ ແກ່ ສປປ ລາວ ເພື່ອນໍາໄປດໍາເນີນໂຄງການພັດທະນາ ພື້ນຖານໂຄງລ່າງ ໃນປະເທດເພື່ອນບ້ານ ໂດຍ ການຊ່ວຍເຫຼືອ ເປັນຮູບແບບເງິນກູ້ຢືມ ດອກເບ້ຍຕໍ່າ.​ ໃນສ່ວນຂອງການຊ່ວຍເຫຼືອ ສປປ ລາວ ຈະເປັນວົງເງິນຄ່າໃຊ້ຈ່າຍ ສໍາຫຼັບໂຄງການກໍ່ສ້າງຂົວມິດຕະພາບ ລາວໄທ ແຫ່ງທີ່ 5 ຢູ່ແຂວງບໍລິຄໍາໄຊ ສປປ ລາວ ແລະ ຈັງຫວັດບຶງການ ຂອງ ໄທ ໂດຍປ່ອຍເງິນກູ້ລວມ 1.380 ລ້ານບາດ ດອກເບ້ຍ 1.5% ອາຍຸສັນຍາ 30 ປີ ລວມໄລຍະເວລາ ໝົດໜີ້ 7 ປີ.​ ໂຄງການດັ່ງກ່າວ ມີເສັ້ນທາງເລີ້ມຈາກ ບ້ານກ້ວຍ, ເມືອງປາກຊັນ ແຂວງບໍລິຄໍາໄຊ ສປປ ລາວ ເຂົ້າໄປຫາ ຕໍາບົນໄຄສີ, ອໍາເພີເມືອງ ບຶງການ, ຈັງຫວັດບຶງການ ຂອງໄທ ...

Read More »

ລາຄາສິນຄ້າ ໂດຍສະເພາະຊີ້ນໝູ, ປາ ໃນຕະຫຼາດແພງຂຶ້ນ ບໍ່ໄດ້ຂາຍຕາມແຈ້ງການຂອງລັດ

ລັດກໍານົດລາຄາຂາຍຊີ້ນໝູຫ້າມເກີນ 36.000 ກີບຕໍ່ກິໂລ, ປານິນກະຊັງ ຫ້າມເກີນ 20.000 ກີບຕໍ່ກິໂລ. ແຕ່ບາງຕະຫຼາດຂາຍຊີ້ນໝູແພງເຖິງ 40.000 ກີບຕໍ່ກິໂລ, ສ່ວນປານິນຢູ່ທີ່ 22.000 ຫາ 25.000 ກີບຕໍ່ກິໂລ. ດ້ານແມ່ຄ້າຂາຍຍ່ອຍໄດ້ໃຫ້ພຳພາດເຖິງການ ຂາຍແພງຂຶ້ນ ເນື່ອງຈາກລາຄາຂຶ້ນມາຈາກໜ້າຟາມ ພ້ອມຮຽກຮ້ອງເຈົ້າໜ້າທີ່ລົງກວດກາລາຄາຂາຍຕົວຈິງ. ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລກທີ 2307/ອຄ.ນວ.ຄພນ ລົງວັນທີ 18 ທັນວາ 2019 ໃຫ້ຊາວຄ້າຂາຍຈຳໜ່າຍສິນຄ້າໃນລາຄາລັດກຳນົດ. ຢ່າງໃດກໍຕາມ, ຈາກການລົງພື້ນທີ່ຢູ່ 2 ຕະຫຼາດ ໃນວັນທີ 25 ທັນວາ ເພື່ອຕິດຕາມລາຄາສິນຄ້າຕົວຈິງພົບວ່າລາຄາຊີ້ນໝູ ແລະ ປາແມ່ນແພງກວ່າລາຄາລັດກໍານົດ; ແຕ່ລາຄາຊີ້ນງົວ, ຄວາຍແມ່ນຢູ່ໃນເກນປົກກະຕິ ຄື: ປະເພດ 1 ຢູ່ທີ່ 75.000 ກີບຕໍ່ກິໂລ, ປະເພດ 2 ຢູ່ທີ່ 65.000 ກີບຕໍ່ກິໂລ.ແມ່ຄ້າຂາຍຊີ້ນໝູທ່ານໜຶ່ງທີ່ຕະຫຼາດຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ຕົ້ນເດືອນຜ່ານມາລາຄາຊີ້ນໝູແພງຂຶ້ນຫຼາຍ ເຮັດໃຫ້ຕ້ອງຂາຍຊີ້ນໝູປະເພດ 1 ...

Read More »

ຈາກົວລາວ ຈັດງານ The Art of Performance Tour ທົດລອງຂັບລົດແບບຄວາມໄວ

ວັນທີ 21-22 ທັນວາ 2019 ທີ່ຜ່ານມາ, ຈາກົວ ລາວ ໄດ້ຈັດງານ ທົດລອງຂັບລົດແບບຄວາມໄວ ຢູ່ທີ່ລາວ-ໄອເຕັກ ງານ The Art of Performance Tour ຖືວ່າເປັນອີກງານໜຶ່ງທີ່ມີຄວາມເປັນເອກະລັກບໍ່ຄືໃຜ ເປັນໂອກາດທີ່ດີທີ່ສຳລັບລູກຄ້າທີ່ຈະໄດ້ສຳຜັດເຖິງສະມັດຖະນະ ແລະ ຄວາມສາມາດຂອງລົດຍີ່ຫໍ້ ຈາກົວ ໂດຍມີຜູ້ຊ່ຽວຊານຕ່າາງປະເທດທີ່ມີປະສົບການດ້ານການຂັບຂີ່ ມາແນະນຳໃນການຂັບຂີ່ລົດທ້າທາຍທີ່ສຸດທີ່ເຄີຍມີມາ ຢ່າງໝັ້ນໃຈ. ເຊິ່ງມີ 2 ກິດຈະກຳທີ່ໃຫ້ລູກຄ້າໄດ້ທົດລອງຂັບຄື Smart Cones ແລະ  Dynamics, ສຳລັບການຂັບແບບ Smart cones ນ ຈາກົວ ເປັນຍີ່ຫໍ້ດຽວທີ່ມີການຂັບຂີ່ແບບນີ້. ລົດທີ່ໄດ້ນຳມາໃຫ້ລູກຄ້າ ທົດລອງຂັບໃນງານ 2​ ມື້ນັ້ນແມ່ນມີ 3​ ລຸ້ນ ຄື: Jaguar XE, E-Pace ແລະ F-Pace ບໍ່ພຽງແຕ່ເທົ່ານັ້ນ ການທົດລອງຂັບລົດຄັ້ງນີ້ ລູກຄ້າທ່ານໃດທີ່ເຮັດຄະແນນໄດ້ດີທີ່ສຸດຈະໄດ້ເປັນຜູ້ຊະນະທີ່ຈະໄດ້ໄປຮ່ວມກິດຈະກຳສຸດພິເສດກັບ ຈາກົວ ໃນງານ Jaguar Formula E ທີ່ ລອນດອນ ປະເທດອັງກິດ ...

Read More »

ເທດສະການອາຫານລາວ ຄັ້ງທີ 15 ຈະຈັດຂຶ້ນທ້າຍເດືອນມັງກອນ 2020

ງານເທດສະການອາຫານລາວ ປີ 2020 ຈະຈັດຂຶ້ນໃນວັນທີ 28-31 ມັງກອນ 2020 ຢູ່ທີ່ສວນເຈົ້າອານຸວົງ (ແຄມຂອງ) ນະຄອນຫຼວງວຽງຈັນ, ເລີ່ມແຕ່ເວລາ 9:00 ໂມງ- 20:00 ໂມງ. ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບສູນກາງສະຫະພັນແມ່ຍິງ ແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດງານຖະແຫຼງຂ່າວ ງານເທດສະການອາຫານລາວ 2020 (Lao Food Festival 2020) ໂດຍການເປັນປະທານຂອງທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານສູນກາງສະຫະພັນແມ່ຍິງລາວ. ປີນີ້!!! ຈະຮ້ານວາງສະແດງທັງໝົດ 190 ຮ້ານ ຈາກທັງໝົດ 18 ແຂວງທົ່ວປະເທດລາວ ມາຂາຍສິນຄ້າປະເພດຕ່າງໆເຊັ່ນ: ອາຫານ, ເຄື່ອງຫັດຖະກຳ, ກະສິກຳ ແລະ ຍັງມີສິນຄ້າຈາກ 6 ປະເທດອາຊຽນຄື: ຈາກສະຖານທູດກຳປູເຈຍ, ສິງກະໂປ, ໄທ, ຟິລິບປິນ, ມຽນມາ ແລະ ...

Read More »

ບໍລິສັດ ຕັນຈົງມໍເຕີ້ ລາວ ຈັດກິດຈະກຳສົ່ງທ້າຍປີເກົ່າ 2019 ຕອ້ນຮັບປີໃຫມ່ 2020

ວັນທີ 21 ແລະ 22 ເດືອນທັນວາ ປີ 2019 ທີ່ຜ່ານມາ, ບໍລິສັດ ຕັນຈົງ ມໍເຕີ້ (ລາວ) ຈໍາກັດ Tan Chong Motor (LAO) SOLE. Ltd. (“TCML”), ຕົວແທນຜູ້ຈັດຈຳໜ່າຍລົດຍີ່ຫໍ້ນິສສັນ Nissan ໃນກຸ່ມບໍລິສັດຕັນຈົງມໍເຕີ້ໂຫດດີງສ໌ Tan Chong Motor Holdings Bhd (ປະເທດມາເລເຊຍ) ແລະ ເປັນຜູ້ໃຫ້ບໍລິການຫຼັງການຂາຍໃນປະເທດລາວ, ໄດ້ຈັດກິດຈະກຳສົ່ງທ້າຍປີເກົ່າ 2019 ແລະ ຕອ້ນຮັບປີໃຫມ່ 2020 ຂຶ້ນທີ່ສູນນິສສັນ ສາຂາ ສວນມອນ ບ້ານຈອມແຈ້ງ ເມືອງ ສີສັດຕະນາກ ແລະ ສູນນິສສັນສາຂາດອນແດງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ. ເພື່ອໃຫ້ລູກຄ້າ ແລະ ບຸກຄົນທົ່ວໄປໄດ້ພາລູກຫຼານມາຮວ່ມມວ່ນຊື່ນໃນກິດຈະກຳຄັ້ງນີ້ ພາຍໃນງານໄດ້ມີທັງອາຫານ ແລະ ເຄື່ອງດື່ມຟຣີໄວ້ໃຫ້ບໍໍລິການ, ສຳລັບເດັກນອ້ຍກໍມີການແຂ່ງຂັນຫຼິ້ນເກມເພື່ອຄວາມມວ່ນຊື່ນ, ເຮັດໃຫ້ເດັກນອ້ຍມີຄວາມສາມັກຄີ ແລະ ຍັງໄດ້ຂອງລາງວັນຕິດໄມ້ຕິດມື້ກັບບ້ານນຳອີກ ນອກນັ້ນຍັງມີການສະແດງມາຍາກົນ, ມີກາຕູນມາດສຄອດໄວ້ໃຫ້ນອ້ງໆຖ່າຍຮູບ ແລະ ...

Read More »

KUBOTA Laos ມອບທຶນການສຶກສາໃນສປປ ລາວ 40 ທຶນ ເປັນຄັ້ງທຳອິດ ມູນຄ່າຫຼາຍກວ່າ 800 ລ້ານກີບ

KUBOTA Laos (Sole) ສານຕໍ່ໂຄງການ “KUBOTA Sharing The Future” ເປັນປີທີ 5 ສົ່ງມອບອຸປະກອນການຮຽນໃຫ້ແກ່ເດັກນ້ອຍ ແລະ ເຍົາວະຊົນໃນ ສປປ ລາວ ຈໍານວນ 9.000 ຊຸດ,  ພິເສດປີນີ້, ໄດ້ມອບທຶນການສຶກສາ ຈໍານວນ 40 ທຶນ ເປັນປີທໍາອິດ ໃນລະດັບມັດທະຍົມສຶກສາ ໃນຖິ່ນທຸລະກັນດານໃນ ສປປ ລາວ ລວມມູນຄ່າຫຼາຍກວ່າ 805,600,000 ກີບ ເພື່ອຮ່ວມເປັນສ່ວນໜຶ່ງໃນການພັດທະນາ ແລະ ຕອບແທນສັງຄົມ ມຸ້ງຫວັງໃຫ້ເດັກນ້ອຍ ແລະ ເຍົາວະຊົນໄດ້ມີອຸປະກອນການຮຽນ ແລະ ມີຄຸນນະພາບຊີວິດທີ່ດີຂື້ນ ພິທີມອບໄດ້ຈັດຂຶ້ນຢູ່ ທີ່ໂຮງແຮມ ຄຣາວພາຊ່າ ນະຄອນຫຼວງວຽງຈັນ ສປປ ລາວ ທ່ານ ພິດສະນຸ ມິລິນທານຸດ ຜູ້ຊ່ວຍກຳມະການຜູ້ຈັດການໃຫຍ່ ຜູ້ຈັດການທົ່ວໄປ ສາຍງານຂາຍ ການຕະຫຼາດ ແລະ ບໍລິການບໍລິສັດ ສະຫຍາມຄູໂບຕ້າ ຄອບປໍເຣຊັ່ນ ຈໍາກັດ ກ່າວວ່າ ຕະຫຼອດໄລຍະເວລາຂອງການດໍາເນີນທຸລະກິດ KUBOTA Laos Sole ...

Read More »

ໂກຕ້າ ຕົວເລກຮັບລັດຖະກອນໃຫມ່ປີ 2020 ຢູ່ໃນວຽກງານສຶກສາ 1.040 ຄົນ

ລາຍລະອຽດ ສຳລັບໂກຕ້າຮັບລັດຖະກອນໃໝ່ປີ 2020 ໃນຈຳນວນ 2.000 ຄົນ ຢູ່ບັນດາກະຊວງ ແລະ ແຂວງຂອບເຂດທົ່ວປະເທດ. ຂະແໜ່ງການໃດແດ່ ໄດ້ຮັບບູລິມະສິດຫຼາຍທີ່ສຸດ ມາເບິ່ງນໍາກັນເລີຍ !!!

Read More »