Author Archives: Paeng KC

ຊົມເຊີຍ!!!! ບໍລິສັດ IHC ມອບຢາ-ອຸປະກອນການແພດ ຕ້ານໂຄໂຣນາ ມູນຄ່າ 1 ແສນໂດລາ ໃຫ້ແກ່ລັດຖະບານລາວ

ເຄື່ອງທີ່ນຳມາມອບ ເພື່ອຊ່ວຍເຫຼືອ ໃນຄັ້ງນີ້ ປະກອບມີ: ເຄື່ອງກວດພະຍາດ ຈຳນວນ 2 ເຄື່ອງ, ນໍ້າຢາກວດເຊື້ອພະຍາດ ຈຳນວນ 2.500 ຫຼອດ, ຊຸດເຄື່ອງນຸ່ງປ້ອງກັນ ຈຳນວນ 1.200 ຊຸດ, ຖົງມື ຈຳນວນ 100.000 ຄູ່, ລວມເປັນມູນຄ່າທັງໝົດ ປະມານ 100.000 ໂດລາສະຫະລັດ. ໃນຕອນເຊົ້າ ຂອງວັນທີ 10 ກຸມພາ 2020 ບໍລິສັດທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ (IHC ) ໄດ້ນຳເອົາຢາ ແລະ ອຸປະກອບການແພດ ສຳລັບການປ້ອງກັນ ແລະ ກວດເຊື້ອພະຍາດ ອັກເສບປອດສາຍພັນໃໝ່ ໂຄໂລນາ (Corona Virus) ມາມອບລັດຖະບານ ແຫ່ງ ສປປ ລາວ, ຊຶ່ງພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ກະຊວງການເງິນ, ໂດຍການກ່າວມອບ ຂອງທ່ານ ປີຊາໄຊ ແກ້ວໄຊຍະຈັກ, ປະທານບໍລິສັດທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ...

Read More »

ປະທານປະເທດ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກຳປູເຈຍ

ໂດຍຕອບ​ສະ​ໜອງຕາມ​ການເຊື້ອ​ເຊີນຂອງ ພະບາດ ສົມ​ເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາ​ກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ບຸນຍັງ ວໍລະຈິດ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​​ລັດ ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງ​ຢ້ຽມ​ຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ, ໃນລະຫວ່າງວັນທີ 9-10 ກຸມພາ 2020. ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ນຳໂດຍ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງພະນົມເປັນ, ໃນວັນທີ 9 ກຸມພາ 2020 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະ ອານາ ຈັກ ...

Read More »

ເອກອັກຄະລັດຖະທູດ ຄົນໃຫມ່ ຂອງ ສ.ອາເມລິກາ ປະຈຳ ລາວ ເລັງໃສ່ໂອກາດໃນ ການເສີມຂະຫຍາຍການຮ່ວມມື

ໃນວັນທີ 7 ເດືອນກຸມພາ ທີ່ຜ່ານມາ, ທ່ານເອກອັກຄະລັດຖະທູດ ຄົນໃຫມ່ ຂອງ ສ. ອາເມລິກາ ປະຈຳ ສປປ ລາວ, ທ່ານ ປີເຕີ ເຮມ໋ອນ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ປະທານປະເທດແຫ່ງ ສປປ ລາວ, ພະນະທ່ານ ບຸນຍັງ ວໍລະຈິດ, ທີ່ຫໍຄໍາ ນະຄອນຫຼວງວຽງຈັນ.  ນີ້ແມ່ນການປະຈຳການຄັ້ງທີສາມ ຂອງທ່ານເອກອັກຄະລັດຖະທູດ ເຮມ໋ອນ ຢູ່ ສປປ ລາວ, ເຊິ່ງກ່ອນໜ້ານີ້ເພິ່ນ ແລະ ຄອບຄົວຂອງເພິ່ນ ເຄີຍໃຊ້ຊີວິດຢູ່ລາວມາກ່ອນ ເປັນເວລາສາມປີຂອງແຕ່ລະໄລຍະ ຄື ໃນປີ 1997 ແລະ ໃນປີ 2008. ການມອບໝາຍໜ້າທີ່ໃໝ່ຂອງ ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກໍຄືໜ້າທີ່ລ່າສຸດທີ່ມີຄວາມໂດດເດັ່ນ ໃນການເສີມຂະຫຍາຍການຮ່ວມມື ລະຫວ່າງ ສະຫະລັດອາເມລິກາ ກັບບັນດາຄູ່ຮ່ວມງານ ແລະ ບັນດາພັນທະມິດໃນຂົງເຂດພາກພື້ນອິນໂດ-ປາຊິຟິກ.  ເພິ່ນເອງໄດ້ກັບຄືນມາປະເທດລາວໃນໄລຍະເວລາທີ່ສຳຄັນ, ເຊັ່ນວ່າ ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຂະຫຍາຍສາຍພົວພັນສອງຊາດຢ່າງຈົບງາມ ພາຍໃຕ້ການເປັນຄູ່ຮ່ວມມືແບບກວມລວມ ທີ່ໄດ້ຖືກລົງນາມໂດຍຜູ້ນຳຂອງທັງສອງປະເທດໃນປີ ...

Read More »

ນາຍົກ ເນັ້ນໃຫ້ປະຊາຊົນ ເມືອງສັງທອງ ສືບຕໍ່ຮັກສາມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ

ໃນຕອນເຊົ້າຂອງມື້ນີ້ ວັນທີ 7 ກຸມພາ 2020 , ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສັງທອງ ໂດຍມີຈຸດປະສົງເພື່ອຢ້ຽມຢາມພື້ນຖານການຜະລິດ ເປັນຕົ້ນແມ່ນກຸ່ມການຜະລິດຕະພັນໄມ້ປ່ອງ ບ້ານນາປໍ ແລະ ບ້ານຊໍ້,   2 ບ້ານຂອງໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ ເຊິ່ງເປັນໂຄງການຮ່ວມມືລະຫວ່າງສອງລັດຖະບານ ມູນຄ່າ 40 ຕື້ກວ່າກີບ ໂດຍມີເປົ້າໝາຍແນ່ໃສ່ການປັບປຸງພື້ນຖານໂຄງລ່າງ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ ແລະ ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ກາຍເປັນສິນຄ້າ. ໂອກາດນີ້ ທ່ານນາຍົກລັດຖະມົນຕີ ກໍໄດ້ຍ້ອງຍໍຊົມເຊີຍປະຊາຊົນທີ່ມີຫົວຄິດປະດິດສ້າງ ໃນການໝູນວັດຖຸດິບທີ່ມີຢູ່ເພື່ອສ້າງມູນຄ່າເພີ່ມ ໂດຍຜະລິດເປັນສິນຄ້າທີ່ມີເອກະລັກ ແລະ ງົດງາມ ເພື່ອຂາຍເປັນສິນຄ້າ ນຳພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ແລະ ໄດ້ເນັ້ນໃຫ້ປະຊາຊົນ ເມືອງສັງທອງ  ໃຫ້ສືບຕໍ່ຮັກສາມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ ແລະ ສືບຕໍ່ບຸກບືນໃນການພັດທະນາຄວາມຮູ້, ຄວາມສາມາດ ເນື່ອງຈາກວ່າ ຄວາມຮັ່ງມີ ແມ່ນຂຶ້ນກັບຄວາມດຸໝັ່ນ, ຄວາມພາກພຽນ, ຄວາມປະຢັດ ແລະ ຄວາມອົດທົນ, ທັງນີ້ ກໍເພື່ອປັບປຸງຊີວິດການເປັນຢູ່ ຈາກພໍກຸ້ມຢູ່ກຸ້ມກິນ ໃຫ້ກາຍເປັນຄອບຄົວທີ່ຮັ່ງມີໃນຕໍ່ໜ້າ. ທີ່ມາ: ຂ່າວສານປະເທດລາວ.

Read More »

ການອອກໃບອະນຸຍາດລົງທຶນ ໃນກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຈະໃຊ້ເວລາສັ້ນລົງ

ເພື່ອຜັນຂະຫຍາຍເນື້ອໃນ ຂອງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍກ່ຽວຂ້ອງ ໃຫ້ຖືກຈັດຕັ້ງປະຕິບັດຢ່າງວ່ອງໄວ ແລະ ຈະແຈ້ງ ໂດຍສະເພາະການປັບປຸງລະບົບການບໍລິການ ການລົງທຶນປະຕູດຽວ ແລະ ການດໍາເນີນທຸລະກິດ ຢູ່ ສປປ ລາວ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັນເອກະພາບ ໃນການສົ່ງເສີມ, ຄຸ້ມຄອງການລົງທຶນ ແລະ ການອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນຂອບເຂດທົ່ວປະເທດ, ຍົກລະດັບຄວາມສັກສິດໃນການປະຕິບັດກົດໝາຍ, ເພີ່ມທະວີຄວາມອາດສາມາດໃນ ການແຂ່ງຂັນດຶງດູດການລົງທຶນ ແລະ ເພື່ອເຮັດໃຫ້ການລົງທຶນຂອງພາກເອກະຊົນ ສາມາດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ດັ່ງນັ້ນ, ຈຶ່ງໄດ້ມີຄໍາສັ່ງ ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 03/ນຍ ວັນທີ 21 ມັງກອນ 2020 ອີງຕາມ ໜັງສືສະເໜີ ຈາກ ກະຊວງແຜນການ ແລະ ການລົງທຶນ ເລກທີ 3143/ກຜທ.ລທ6 ວັນທີ 31 ທັນວາ 2019.   ...

Read More »

ກຳນົດອອກມາແລ້ວ! ລາຄາຂາຍຜ້າອັດປາກ ສູງສຸດບໍ່ໃຫ້ເກີນ 25.000 ກີບ/ກັບ

ກໍານົດລາຄາຂາຍ ຜ້າອັດປາກ-ດັ່ງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດ ທຸກລຸ້ນ ສູງສຸດບໍ່ໃຫ້ເກີນ 25 ພັນກີບຕໍ່ກັບ (1 ກັບ ມີ 50 ອັນ), ຖ້າແຍກອອກຂາຍຍ່ອຍ ຕ້ອງຂາຍໃນລາຕາບໍ່ໃຫ້ເກີນ 1 ພັນກີບຕໍ່ອັນ, ຖ້າຫາກພົບເຫັນການລະເມີດ ຈະໃຊ້ມາດຕະການທາງກົດໝາຍຢ່າງເຂັ້ມງວດ ແລະ ພົບເຫັນແຈ້ງເບີໂທສາຍດ່ວນ ປົກປ້ອງຜູ້ຊົມໃຊ້ 1510 ແລະ ສາຍດ່ວນລັດຖະບານ 1516. ໃນວັນທີ 7 ກຸມພາ 2020 ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການເຖິງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ, ບຸກຄົນ, ນິຕິບຸກຄົນ, ບັນດາຮ້ານຂາຍຢາ, ຮ້ານຈໍາໜ່າຍຜະລິດຕະພັນການຢາ ແລະ ຫົວໜ່ວຍທຸລະກິດຕ່າງໆ ເລື່ອງການກໍານົດລາຄາຂາຍຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດທຸກລຸ້ນ ແລະ ນ້ໍາຢາລ້າງມື ໃນຂອບເຂດທົ່ວປະເທດ. 1. ກໍານົດເອົາລາຍການສິນຄ້າ ຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ...

Read More »

ສປປ ລາວ ຕິດອັນດັບ 20 ພັດທະນາ ການທ່ອງທ່ຽວໄວທີ່ສຸດໃນໂລກ

ໜັງສືພິມ ນິວຢອກໂພສ (New York Post) ລາຍງານວ່າ ອົງການທ່ອງທ່ຽວໂລກ (United National World Tourism Organization, UNWTO) ຫຼ້າສຸດ ປະກາດລາຍຊື່ 20 ປະເທດ ພັດທະນາ ການທ່ອງທ່ຽວໄວທີ່ສຸດ ໃນໂລກ ໃນປີ 2019, ໂດຍ ສປປ ລາວ ຕິດຢູ່ໃນ  20 ອັນດັບ.​ ຕາມການລາຍງານທາງສະຖິຕິ ຂອງ UNWTO,​ ໃນປີ 2019 ມີນັກທ່ອງທ່ຽວ ເດີນທາງໄປຕ່າງປະເທດ ລວມທັງໝົດ 1.5 ຕື້ ຖ້ຽວ, ໂດຍເພີ່ມ ຂຶ້ນ 4% ເມື່ອທຽບໃສ່ ສະຖິຕິ ການເດີນທາງ ໃນປີ 2018. ນໍາໜ້າສຸດ ທາງດ້ານການທ່ອງທ່ຽວ ຕົກໄປເປັນຂອງປະເທດ ມຽມມາ ເປັນອັນດັບ #1, ຫວຽດນາມ ອັນດັບ #7, ຟິລິປິນ ອັນດັບ #9, ແລະ ...

Read More »

ຂົວມິດຕະພາບລາວ-ໄທ ແຫ່ງທີ 6 ຈະເຊື່ອມຕໍ່ລະຫວ່າງແຂວງ ສາລະວັນ ຫາ ແຂວງອຸບົນປະເທດໄທ

ອໍານາດການປົກຄອງເມືອງລະຄອນເພັງ ເເຂວງ ສາລະວັນ ໄດ້ແຈ້ງຕໍ່ນັກຂ່າວວຽງຈັນທາຍໃນ ບໍ່ດົນມານີ້ວ່າ:  ການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 6 ທີ່ຈະເຊື່ອມຕໍ່ລະຫວ່າງເມືອງ ລະຄອນເພັງ ແຂວງສາລະວັນ ຫາເມືອງ ນາຕານ ແຂວງອຸບົນຣາຊະທານີ ຂອງປະເທດໄທ ຈະໄດ້ ມີການກໍ່ສ້າງຂຶ້ນ ພາຍຫຼັງທີ່ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງແຂວງ ບໍລິຄໍາ ໄຊ ແລະ ແຂວງບຶງການຂອງໄທສໍາເລັດ, ເຊິ່ງລັດຖະບານ ທັງສອງປະເທດໄດ້ຕົກລົງເຫັນດີເປັນ ເອກະພາບນໍາກັນແລ້ວ.    ທ່ານ ສົມໃຈ ອຸ່ນຈິດ ເຈົ້າເມືອງ ລະຄອນເພັງ ໄດ້ກ່າວວ່າ: ຂົວມິດຕະພາບລາວ-ໄທແຫ່ງທີ 6 ນີ້ຈະມີບົດບາດທີ່ສໍາຄັນໃນການສົ່ງເສີມການຄ້າ ແລະ ການລົງທຶນ ໂດຍສະເພາະການຂົນສົ່ງ ສິນຄ້າຂ້າມມາຈາກປະເທດໄທ ຜ່ານເມືອງລະຄອນເພັງ ອອກໄປສູ່ຫວຽດນາມ, ຂຶ້ນໄປ ສປ ຈີນ, ໄປພາກເໜືອ ຫຼື ລົງໄປພາກໃຕ້ຂອງລາວ ຜ່ານແຂວງ ຈໍາປາສັກຫາກໍາປູເຈຍ ຖືວ່າສະດວກ ສະບາຍ ແລະ ຈະເຮັດໃຫ້ໄລຍະ ແລະ ເວລາ ການເດີນທາງໄປມາສັ້ນລົງ. ປັດຈຸບັນນີ້ ທາງເມືອງກໍາລັງສະເໜີຂັ້ນເທິງເພື່ອ ...

Read More »

ເຊີນທ່ຽວບຸນຊ້າງ ແຂວງໄຊຍະບູລີ ວັນທີ 18-28 ກຸມພານີ້….

ມະຫະກຳບຸນຊ້າງ ເປັນບຸນປະເພນີ ແລະ ເປັນບຸນມິ່ງຂວັນຄູ່ບ້ານຄູ່ເມືອງຂອງຊາວເມືອງໄຊຍະບູລີ ທີ່ສືບສານກັນມາແຕ່ບູຮານ ເຊິ່ງສະແດງເຖິງວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ດົນນານ. ງານມະຫະກຳບຸນຊ້າງ ປະຈໍາປີ 2020 ຈະເລີ່ມເປີດບໍລິການໃຫ້ນັກທ່ອງທ່ຽວແຕ່ວັນທີ 18 ກຸມພາ 2020 ເປັນຕົ້ນໄປ ແລະ ໃນວັນທີ 21 ກຸມພາ ຈະໄດ້ຈັດພິທີເຮັດບຸນຕັກບາດອຸທິດບຸນກຸສົນໃຫ້ຊ້າງ. ສໍາລັບພິທີເປີດເປັນທາງການແມ່ນຈະໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2020 ແລະ ປິດໃນວັນທີ 28 ກຸມພາ 2020, “ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ແລະ ປະທານຈັດງານມະຫະກຳບຸນຊ້າງ ກ່າວໃນພິທີຖະແຫຼງຂ່າວ ”. ມີຫຼາກຫຼາຍກິດຈະກຳທີ່ຕິດພັນກັບບຸນຊ້າງ ແລະ ການອະນຸຮັກຊ້າງ ໂດຍສະເພາະແມ່ນການສະແດງຂອງຊ້າງຄຳຮູ້, ພິທີບາສີສູ່ຂວັນຊ້າງ, ການໃຫ້ອາຫານຊ້າງ, ຂີ່ຊ້າງຊົມເມືອງ ແລະ ກິດຈະກຳທີ່ຕິດພັນກັບວັດທະນະທຳ, ຕິດພັນກັບວິຖີຊີວິດຂອງປະຊາຊົນຊາວໄຊຍະບູລີ ແລະ ອື່ນໆອີກ.     ສຳລັບການເດີນທາງໄປທ່ຽວບຸນຊ້າງ ນັກທ່ອງທ່ຽວສາມາດເດີນທາງດ້ວຍລົດສ່ວນຕົວ ຫຼື ລົດໂດຍສານ, ການອອກເດີນທາງແຕ່ນະຄອນຫຼວງວຽງຈັນ ຫາແຂວງໄຊຍະບູລີ ດ້ວຍໄລຍະທາງປະມານ 350 ...

Read More »

ທ່ານນາຍົກ ເນັ້ນໜັກມາດຕະການສະກັດກັ້ນພະຍາດອັກເສບປອດ ໄວຣັດໂຄໂຣນາ

“ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງປະຊາຊົນລາວ ແລະ ຜູ້ທີ່ອາໄສຢູ່ລາວ ບໍ່່ໃຫ້ວິຕົກກັງວົນເກີນກວ່າເຫດ, ພ້ອມກັນຕອບຕ້ານການໂຄສະນາຊວນເຊື່ອ, ໃສ່ຮ້າຍປ້າຍສີ ທີ່ບໍ່່ມີມູນຄວາມຈິງ ຫຼື ຫວັງແບ່ງແຍກ, ສ້າງຄວາມປັ່ນປ່ວນໃນສັງຄົມ, ພ້ອມກັນນັ້ນ ກໍໃຫ້ ສຶກສາ ແລະ ຮູ້ວິທີປ້ອງກັນພະຍາດໃນສະພາບການປ້ອງກັນການລະບາດ, ທຸກພາກສ່ວນກ່ຽວຂ້ອງຕ້ອງສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ບໍ່່ສວຍໂອກາດຫາຜົນປະໂຫຍດ ໂດຍການຂຶ້ນລາຄາສິນຄ້າ, ເຄື່ອງປ້ອງກັນພະຍາດ ໂດຍສະເພາະ ຜ້າອັດປາກ ພ້ອມດຽວກັນນີ້ ພາກສ່ວນກ່ຽວຂ້ອງຕ້ອງເອົາໃຈໃສ່ຕິດຕາມ ແລະ ສະກັດກັ້ນບັນຫານີ້ຢ່າງໃກ້ຊິດ; ສືບຕໍ່ຈັດຕັ້ງການລະດົມການບໍລິຈາກ ນໍາພະນັກງານລັດຖະກອນ, ພາກທຸລະກິດ ແລະ ທົ່ວສັງຄົມ ດ້ວຍຄວາມສະໝັກໃຈ ຈັດຊື້້ຜ້າອັດປາກອັດດັງ, ນໍ້າຢາລ້າງມື ແລະ ອຸປະກອນການແພດທີ່ຈໍາເປັນ ເພື່ອໄປຊ່ວຍເຫຼືອປະຊາຊົນຈີນ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດປອດອັກເສບ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝໂຄໂຣນາໄວຣັສ”. ຄຳເວົ້າຂອງທ່ານນາຍົກ ທອງລຸນ ສີສຸລິດ ໃນໂອກາດທີ່ທ່ານ ພົບປະໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມເປີດກວ້າງສະຫຼຸບຕີລາຄາ, ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ ໃນໄລຍະ 5 ປີ ...

Read More »