ຂົວມິດຕະພາບລາວ-ໄທ ແຫ່ງທີ 6 ຈະເຊື່ອມຕໍ່ລະຫວ່າງແຂວງ ສາລະວັນ ຫາ ແຂວງອຸບົນປະເທດໄທ

ອໍານາດການປົກຄອງເມືອງລະຄອນເພັງ ເເຂວງ ສາລະວັນ ໄດ້ແຈ້ງຕໍ່ນັກຂ່າວວຽງຈັນທາຍໃນ ບໍ່ດົນມານີ້ວ່າ:  ການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 6 ທີ່ຈະເຊື່ອມຕໍ່ລະຫວ່າງເມືອງ ລະຄອນເພັງ ແຂວງສາລະວັນ ຫາເມືອງ ນາຕານ ແຂວງອຸບົນຣາຊະທານີ ຂອງປະເທດໄທ ຈະໄດ້ ມີການກໍ່ສ້າງຂຶ້ນ ພາຍຫຼັງທີ່ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງແຂວງ ບໍລິຄໍາ ໄຊ ແລະ ແຂວງບຶງການຂອງໄທສໍາເລັດ, ເຊິ່ງລັດຖະບານ ທັງສອງປະເທດໄດ້ຕົກລົງເຫັນດີເປັນ ເອກະພາບນໍາກັນແລ້ວ.

   ທ່ານ ສົມໃຈ ອຸ່ນຈິດ ເຈົ້າເມືອງ ລະຄອນເພັງ ໄດ້ກ່າວວ່າ: ຂົວມິດຕະພາບລາວ-ໄທແຫ່ງທີ 6 ນີ້ຈະມີບົດບາດທີ່ສໍາຄັນໃນການສົ່ງເສີມການຄ້າ ແລະ ການລົງທຶນ ໂດຍສະເພາະການຂົນສົ່ງ ສິນຄ້າຂ້າມມາຈາກປະເທດໄທ ຜ່ານເມືອງລະຄອນເພັງ ອອກໄປສູ່ຫວຽດນາມ, ຂຶ້ນໄປ ສປ ຈີນ, ໄປພາກເໜືອ ຫຼື ລົງໄປພາກໃຕ້ຂອງລາວ ຜ່ານແຂວງ ຈໍາປາສັກຫາກໍາປູເຈຍ ຖືວ່າສະດວກ ສະບາຍ ແລະ ຈະເຮັດໃຫ້ໄລຍະ ແລະ ເວລາ ການເດີນທາງໄປມາສັ້ນລົງ.

ປັດຈຸບັນນີ້ ທາງເມືອງກໍາລັງສະເໜີຂັ້ນເທິງເພື່ອ ຍົກລະດັບດ່ານທ້ອງຖິ່ນພາຍໃນເມືອງ ໃຫ້ເປັນ ດ່ານສາກົນເພື່ອອໍານວຍຄວາມສະດວກໃນການສົ່ງອອກ ແລະ ນໍາເຂົ້າສິນຄ້າ ເພາະດ່ານທ້ອງ ຖິ່ນຍັງມີສິນຄ້າກະສິກໍາບາງປະເພດ ແລະ ສິນ ຄ້າຕ່າງໆທີ່ຍັງມີການຫ້າມສົ່ງອອກ-ນໍາເຂົ້າຢູ່.

ທ່ານ ສົມໃຈ ໄດ້ກ່າວຕື່ມວ່າ: ອີກຢ່າງໜຶ່ງ ເມຶອງ ລະຄອນເພັງ ເປັນເມືອງທາງຜ່ານທີ່ສາມາດ ເຊື່ອມຕໍ່ໄປຫາຫຼາຍແຂວງພາຍໃນປະເທດໄດ້ ແລະ ມີສະຖານທີ່ ທ່ອງທ່ຽວຫຼາຍແຫ່ງບໍ່ວ່າ ຈະເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາທີ່ເປັນເອກະລັກ. ເມືອງລະຄອນຍັງ ມີປ່າສະຫງວນ ແຫ່ງຊາດ 2 ແຫ່ງ, ແຫຼ່ງທ່ອງທ່ຽວແຄມຂອງ 4000 ໂບກ ຫຼື 4000 ຂຸມ, ວັດຖຸບູຮານ ເກົ່າແກ່ທີ່ມີອາຍຸ 1 ລ້ານກວ່າປີ (ພາຍໃນວັດມີຮອຍ ພະບາດ, ຮອຍສັງກະລີ, ຕົ້ນໄມ້ກາຍເປັນຫິນ), ຊົມວິຖີຊີວິດການຕໍ່າຫູກ-ຕໍ່າແຜ່ນ ແລະ ແຫຼ່ງ ທ່ອງທ່ຽວອື່ນໆ. ຖ້າຫາກວ່າຂົວຂ້າມນໍ້າຂອງ ແຫ່ງດັ່ງກ່າວເລີ່ມມີການກໍ່ສ້າງທາງເມືອງກໍ່ມີ ແຜນທີ່ຈະປັບປຸງບັນດາແຫຼ່ງທ່ອງທ່ຽວຕ່າງໆ ພາຍໃນເມືອງ ແລະ ປັບປຸງການບໍລິການ ໂຮງ ແຮມ, ຮ້ານອາຫານ, ເຮືອນພັກໄປພ້ອມໆກັນ ເພື່ອຮັບຮອງແລະເພື່ອດຶງດູດນັກທ່ອງທ່ຽວໃຫ້ ໄດ້ຫຼາຍຂຶ້ນອີກໃນອະນາຄົດ.

ຕາມຂໍ້ມູນຂອງຄະນະປະສານງານໂຄງການຈາກກະຊວງໂຍທາທິການ ແລະຂົນສົ່ງເຜີຍໃຫ້ຮູ້ວ່າ: ກ່ຽວກັບການສ້າງຂົວຂ້າມນ້ຳຂອງມິດຕະພາບລາວ-ໄທ ແຫ່ງທີ 6 ໃນເບື້ອງຕົ້ນນີ້ ແມ່ນສາມາດສະຫຼຸບໄດ້ເຖິງຈຸດທີ່ຕັ້ງຂອງຂົວ, ຊຶ່ງຈະຕັ້ງຢູ່ເຂດບ້ານປາກຕະພານ, ເມືອງລະຄອນເພັງ, ແຂວງສາລະວັນ ຢູ່ທາງທິດຕາເວັນຕົກຂອງເທສະບານແຂວງ, ມີໄລຍະຫ່າງຈາກເທສະບານແຂວງປະມານ 145 ກິໂລແມັດ ແລະຫ່າງຈາກ ທາງເລກ 13 ໃຕ້ (ບ້ານພວງສະຫວັນ) ປະມານ 13 ກິໂລແມັດ, ສ່ວນລັກສະນະຂອງຂົວເປັນຂົວກົ່ງ 3 ຊ່ວງກາງນ້ຳ 80+150+ 80 ແລະສອງສົ້ນແມ່ນອອກແບບເປັນປະເພດຂົວຍື່ນສົ້ນສົມດູນ (Balance Cantilever), ລວງຍາວທັງໝົດຂອງຂົວແມ່ນ 1,641 ແມັດ.

ສຳລັບຮູບແບບສັນຍາລັກໜ້າອາຄານດ່ານຈາກການຄົ້ນຄວ້າໂດຍການປະສານສົມທົບກັບອຳນາດການປົກຄອງແຂວງສາລະວັນ ແມ່ນໄດ້ຕົກລົງເປັນເອກະພາບກັນເຮັດອ່າງນ້ຳພຸແລ້ວເລືອກເອົາສັນຍາລັກເປັນໂຕຊ້າງ 3 ໂຕນັ່ງຄູ້ເຂົ່າປິ່ນໜ້າໃສ່ກັນເປັນວົງມົນແລ້ວພົ່ນນ້ຳໃສ່ຂັນຕັ້ງຢູ່ທາງກາງອ່າງ, ປະຕູເມືອງເປັນຮູບແຄນຄູ່, ສ່ວນມູນຄ່າຂອງການກໍ່ສ້າງບໍ່ທັນສາມາດກຳນົດໄດ້, ເນື່ອງຈາກ ຍັງຢູ່ໃນຂັ້ນຕອນການອອກແບບ ແລະການເລືອກຮູບແບບຄາດວ່າ ຈະໄດ້ມູນຄ່າເບື້ອງຕົ້ນຫຼັງຈາກຜ່ານຮ່າງບົດລາຍງານຕົກລົງເປັນເອກະພາບກັນ ທາທັງໝົດ.

ຂ່າວ-ພາບ: ວຽງຈັນທາຍ

Comments