ເອກອັກຄະລັດຖະທູດ ຄົນໃຫມ່ ຂອງ ສ.ອາເມລິກາ ປະຈຳ ລາວ ເລັງໃສ່ໂອກາດໃນ ການເສີມຂະຫຍາຍການຮ່ວມມື

ໃນວັນທີ 7 ເດືອນກຸມພາ ທີ່ຜ່ານມາ, ທ່ານເອກອັກຄະລັດຖະທູດ ຄົນໃຫມ່ ຂອງ ສ. ອາເມລິກາ ປະຈຳ ສປປ ລາວ, ທ່ານ ປີເຕີ ເຮມ໋ອນ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ປະທານປະເທດແຫ່ງ ສປປ ລາວ, ພະນະທ່ານ ບຸນຍັງ ວໍລະຈິດ, ທີ່ຫໍຄໍາ ນະຄອນຫຼວງວຽງຈັນ.  ນີ້ແມ່ນການປະຈຳການຄັ້ງທີສາມ ຂອງທ່ານເອກອັກຄະລັດຖະທູດ ເຮມ໋ອນ ຢູ່ ສປປ ລາວ, ເຊິ່ງກ່ອນໜ້ານີ້ເພິ່ນ ແລະ ຄອບຄົວຂອງເພິ່ນ ເຄີຍໃຊ້ຊີວິດຢູ່ລາວມາກ່ອນ ເປັນເວລາສາມປີຂອງແຕ່ລະໄລຍະ ຄື ໃນປີ 1997 ແລະ ໃນປີ 2008.

ການມອບໝາຍໜ້າທີ່ໃໝ່ຂອງ ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກໍຄືໜ້າທີ່ລ່າສຸດທີ່ມີຄວາມໂດດເດັ່ນ ໃນການເສີມຂະຫຍາຍການຮ່ວມມື ລະຫວ່າງ ສະຫະລັດອາເມລິກາ ກັບບັນດາຄູ່ຮ່ວມງານ ແລະ ບັນດາພັນທະມິດໃນຂົງເຂດພາກພື້ນອິນໂດ-ປາຊິຟິກ.  ເພິ່ນເອງໄດ້ກັບຄືນມາປະເທດລາວໃນໄລຍະເວລາທີ່ສຳຄັນ, ເຊັ່ນວ່າ ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຂະຫຍາຍສາຍພົວພັນສອງຊາດຢ່າງຈົບງາມ ພາຍໃຕ້ການເປັນຄູ່ຮ່ວມມືແບບກວມລວມ ທີ່ໄດ້ຖືກລົງນາມໂດຍຜູ້ນຳຂອງທັງສອງປະເທດໃນປີ 2016 ທີ່ຜ່ານມາ, ແລະ ຍ້ອນວ່າ ສປປ ລາວ ໄດ້ປະຕິບັດໜ້າທີ່ໃນການເປັນຜູ້ປະສານງານຂອງປະເທດອາຊຽນ ສຳລັບກອງປະຊຸມທີ່ຈະຈັດຢູ່ທີ່ ສະຫະລັດອາເມລິກາ.

ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ມີໂອກາດກັບຄືນມາຢູ່ປະເທດທີ່ສວຍງາມນີ້ອີກ ແລະ ກໍ່ໄດ້ປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວກ່າວໂດຍທ່ານເອກອັກຄະລັດຖະທູດ ປີເຕີ ເຮມ໋ອນ.  ຂ້າພະເຈົ້າໄດ້ຄອງຄອຍທີ່ຈະພົບພໍ້ກັບບັນດາມິດສະຫາຍເກົ່າ, ແລະ ພົບປະກັບເພື່ອນໃໝ່, ດັ່ງທີ່ພວກເຮົາໄດ້ປະຕິບັດວຽກຮ່ວມກັນ ໃນການເພີ່ມທະວີການຮ່ວມມືລະຫວ່າງປະຊາຊົນສອງຊາດ ກໍຄື ສອງລັດຖະບານ ກ່າວເພີ່ມຕື່ມ.

ສະຫະລັດອາເມລິກາຮ່ວມມືກັບກັບລັດຖະບານລາວ ແລະ ປະຊາຊົນລາວ ໃນການປັບປຸງວຽກງານດ້ານການສຶກສາ, ສົ່ງເສີມວຽກງານດ້ານສາທາລະນະສຸກ ແລະ ໂພຊະນາການ, ອຳນວຍຄວາມສະດວກຕໍ່ວຽກງານການຄ້າ ແລະ ການລົງທຶນ, ເພີ່ມທະວີຂອບການຮ່ວມມືດ້ານວຽກງານປ້ອງກັນຄວາມສະຫງົບ, ສ້າງຄວາມອາດສາມາດໃນຂົງເຂດວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (UXO), ແລະ ສ້າງຄວາມເຂັ້ມແຂງດ້ານວຽກງານລັດແຫ່ງກົດໝາຍ ຄືດັ່ງທີ່ພວກເຮົາໄດ້ໃຫ້ຄຳໝັ້ນສັນຍາ ເພື່ອໃຫ້ ສປປ ລາວ ກາຍເປັນປະເທດທີ່ຄວາມເຂັ້ມແຂງ, ຈະເລີນຮຸ່ງເຮືອງ ແລະ ເອກະລາດ.

Comments