ການອອກໃບອະນຸຍາດລົງທຶນ ໃນກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຈະໃຊ້ເວລາສັ້ນລົງ

ເພື່ອຜັນຂະຫຍາຍເນື້ອໃນ ຂອງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍກ່ຽວຂ້ອງ ໃຫ້ຖືກຈັດຕັ້ງປະຕິບັດຢ່າງວ່ອງໄວ ແລະ ຈະແຈ້ງ ໂດຍສະເພາະການປັບປຸງລະບົບການບໍລິການ ການລົງທຶນປະຕູດຽວ ແລະ ການດໍາເນີນທຸລະກິດ ຢູ່ ສປປ ລາວ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັນເອກະພາບ ໃນການສົ່ງເສີມ, ຄຸ້ມຄອງການລົງທຶນ ແລະ ການອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນຂອບເຂດທົ່ວປະເທດ, ຍົກລະດັບຄວາມສັກສິດໃນການປະຕິບັດກົດໝາຍ, ເພີ່ມທະວີຄວາມອາດສາມາດໃນ ການແຂ່ງຂັນດຶງດູດການລົງທຶນ ແລະ ເພື່ອເຮັດໃຫ້ການລົງທຶນຂອງພາກເອກະຊົນ ສາມາດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ດັ່ງນັ້ນ, ຈຶ່ງໄດ້ມີຄໍາສັ່ງ ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 03/ນຍ ວັນທີ 21 ມັງກອນ 2020 ອີງຕາມ ໜັງສືສະເໜີ ຈາກ ກະຊວງແຜນການ ແລະ ການລົງທຶນ ເລກທີ 3143/ກຜທ.ລທ6 ວັນທີ 31 ທັນວາ 2019.

      ເພື່ອເປັນການຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 03/ນຍ ໃຫ້ເກີດຜົນເປັນຈີງ ໃນການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ ແມ່ນໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖີ່ນ ໃນຂອບເຂດທົ່ວປະເທດ ທີ່ມີຄວາມຮັບຜິດຊອບ ກ່ຽວກັບວຽກງານສົ່ງເສີມການລົງທຶນ, ການບໍລິການ ການລົງທຶນປະຕູດຽວຢູ່ແຕ່ລະຂະແໜງການ ແລະ ໜ່ວຍງານທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖີ່ນ ໃຫ້ຮີບຮ້ອນແກ້ໄຂບັນດາຂອດຂັ້ນ, ກໍານົດເວລາ ແລະ ສິ່ງກີດຂວາງ ທີ່ເປັນອຸປະສັກ ແກ່ການອະນຸຍາດລົງທຶນ ແລະ ການດໍາເນີນທຸລະກິດ ຢູ່ ສປປ ລາວ. ໂດຍຄໍາສັ່ງດັ່ງກ່າວນັ້ນໄດ້ມອບໝາຍໃຫ້ພາກສ່ວນທີ່ກ່ຽວຂ້ອງຫລັກກໍ່ຄື: ກະຊວງ ແຜນການ ແລະ ການລົງທຶນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງ ການເງິນ ເຊິ່ງໄດ້ມີການມອບໝາຍດັ່ງນີ້:

1. ມອບໃຫ້ ກະຊວງ ແຜນການ ແລະ ການລົງທຶນ ຈັດຕັ້ງປະຕິບັດປັບປຸງການບໍລິການ ການລົງທຶນປະຕູດຽວ ເປັນກົນໄກອໍານວຍຄວາມສະດວກໃຫ້ນັກລົງທຶນ ໂດຍການສະໜອງການບໍລິການຕ້ອນຮັບ, ສະໜອງຂໍ້ມູນການລົງທຶນ, ການບໍລິການອອກໃບອະນຸຍາດລົງທຶນ ຂອງກິດຈະການສໍາປະທານ ແລະ ກິດຈະການຄວບຄຸມ, ໃບສົ່ງເສີມການລົງທຶນ ແລະ ການບໍລິການ ຫຼັງການອະນຸຍາດລົງທຶນ ເປັນຕົ້ນ: ການບໍລິການ VISA, ບັດພັກເຊົ່າ, ບັດແຮງງານໃຫ້ຜູ້ລົງທຶນ. ພ້ອມດຽວກັນ ກໍ່ໃຫ້ບໍລິການປະສານງານຕິດຕາມເອົາຄໍາເຫັນຂອງຂະແໜງການ ໃນບັນຊີກິດຈະການສໍາປະທານ ແລະ ກິດຈະການຄວບຄຸມ ແລະ ປະສານງານ ເພື່ອໃຫ້ໄດ້ໃບທະບຽນວິສາຫະກິດ, ໃບທະບຽນອາກອນ ແລະ ໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງການ ເພື່ອມອບໃຫ້ນັກລົງທຶນ ແລະ ການບໍລິການອື່ນໆ ຢູ່ຈຸດດຽວ. ພາຍຫລັງໄດ້ຮັບເອກະສານຄໍາຮ້ອງຂໍລົງທຶນແລ້ວ ຫ້ອງການບໍລິການ ການລົງທຶນປະຕູດຽວ ຕ້ອງສົ່ງເອກະສານໄປຂໍຄໍາເຫັນນໍາຂະແໜງການກ່ຽວຂ້ອງ ພາຍໃນກໍານົດ 2 ວັນລັດຖະການ ເມື່ອໄດ້ຮັບຄໍາເຫັນຕອບຄືນຄົບຖ້ວນແລ້ວຕ້ອງນໍາສະເໜີບັນຫາດັ່ງກ່າວ ຕໍ່ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເພື່ອພິຈາລະນາອະນຸມັດ ຫຼື ປະຕິເສດ.

2. ມອບໃຫ້ ກະຊວງ ອຸດສາຫະກໍາ ແລະ ການຄ້າ ຈັດຕັ້ງປະຕິບັດປັບປຸງການ ອອກໃບທະບຽນວິສາຫະກິດ ຕາມທີ່ໄດ້ກໍານົດໃນຂໍ້ 1.3 ຂອງຄໍາສັ່ງສະບັບນີ້ ສໍາລັບກິດຈະການຄວບຄຸມ. ສໍາລັບກິດຈະການທີ່ບໍ່ນອນໃນບັນຊີຄວບຄຸມ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີຂອງ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0023/ອຄ.ກຄທວ ວັນທີ 09 ມັງກອນ 2019. ເຊິ່ງວ່າ ຂະແໜງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການປະສານສົມທົບກັບຂະແໜງການກ່ຽວຂ້ອງ ໃນການປັບປຸງການອອກໃບອະນຸຍາດດໍາເນີນທຸລະກິດ ພາຍຫລັງທີ່ໄດ້ຮັບໃບອະນຸຍາດລົງທຶນ ແລະ ໃບທະບຽນວິສາຫະກິດໃຫ້ມີຄວາມວ່ອງໄວ.

3. ມອບໃຫ້ ກະຊວງ ການເງິນ ຈັດຕັ້ງປະຕິບັດ ໃນການແກ້ໄຂ ການນໍາເອົາແຜນນໍາເຂົ້າປະຈໍາປີ (Master List) ເຂົ້າລະບົບການແຈ້ງພາສີປະຕູດຽວແຫ່ງຊາດ National Single Window (NSW) ໂດຍໄວພາຍຫລັງຂໍ້ຕົກລົງຈາກຂະແໜງການແຜນການ ແລະ ການລົງທຶນ ຮັບຮອງແລ້ວ. ມີການປັບປຸງການອອກໃບທະບຽນອາກອນໃຫ້ວ່ອງໄວ ໂດຍໃຊ້ລະບົບເອເລັກໂຕຣນິກເຊື່ອມຕໍ່ຂໍ້ມູນກັບ ຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງອຸດສາຫະກໍາ ແລະ ການຄ້າ. ໃຫ້ຈັດສັນງົບປະມານ ສະໜອງແກ່ການສ້າງລະບົບເອເລັກໂຕຣນິກ ເພື່ອເຊື່ອມຕໍ່ຂໍ້ມູນ ກ່ຽວກັບທະບຽນວິສາຫະກິດ, ອະນຸຍາດລົງທຶນ ແລະ ອະນຸຍາດດໍາເນີນທຸລະກິດ ລະຫວ່າງ ຂະແໜງແຜນການ ແລະ ການລົງທຶນ ແລະ ຂະແໜງອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການກ່ຽວຂ້ອງໃຫ້ເປັນຖານຂໍ້ມູນດຽວ.

ນອກຈາກນັ້ນ, ຄໍາສັ່ງສະບັບນີ້ຍັງໄດ້ມອບໝາຍໃຫ້ ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ ແລະ ນະຄອນຫລວງ ໃຫ້ຮີບຮ້ອນສ້າງຕັ້ງໜ່ວຍງານປະສານງານບໍລິການ ການລົງທຶນປະຕູດຽວ ປະຈໍາຂະແໜງການຂອງຕົນຂື້ນພາຍໃຕ້ການຊີ້ນໍາ ຂອງລັດຖະມົນຕີ, ຫົວໜ້າອົງການລັດທຽງເທົ່າກະຊວງ, ເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍກົມວິຊາການ, ພະແນກການ ເພື່ອເຮັດໜ້າທີ່ປະສານງານພາຍໃນຂະແໜງການຂອງຕົນໃນການຄົ້ນຄ້ວາເອກະສານການລົງທຶນໃຫ້ວ່ອງໄວ ແລະ ສົ່ງຄໍາເຫັນຄືນໃນດ້ານຫລັກການໃຫ້ຫ້ອງການບໍລິການ ການລົງທຶນປະຕູດຽວ ຕໍ່ການສະເໜີສໍາຫລວດ, ສຶກສາຄວາມເປັນໄປໄດ້ຂອງກິດຈະການສໍາປະທານ ພາຍໃນກໍານົດເວລາ 30 ວັນລັດຖະການ ແລະ ສໍາລັບກິດຈະການໃນບັນຊີຄວບຄຸມ ແມ່ນໃຫ້ມີຄໍາເຫັນຕອບຄືນດ້ານຫລັກການໃນການສະເໜີສ້າງຕັ້ງບໍລິສັດ ພາຍໃນກໍານົດ 8 ວັນລັດຖະການ.

  • ລາຍລະອຽດຂອງຄໍາສັ່ງ ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 03/ນຍ ວັນທີ 21 ມັງກອນ 2020.
  • ດໍາລັດ ວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຂອງ ສປປ ລາວ ເລກທີ 03/ນຍ ວັນທີ 10 ມັງກອນ 2019.

Comments