ກຳນົດອອກມາແລ້ວ! ລາຄາຂາຍຜ້າອັດປາກ ສູງສຸດບໍ່ໃຫ້ເກີນ 25.000 ກີບ/ກັບ

ກໍານົດລາຄາຂາຍ ຜ້າອັດປາກ-ດັ່ງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດ ທຸກລຸ້ນ ສູງສຸດບໍ່ໃຫ້ເກີນ 25 ພັນກີບຕໍ່ກັບ (1 ກັບ ມີ 50 ອັນ), ຖ້າແຍກອອກຂາຍຍ່ອຍ ຕ້ອງຂາຍໃນລາຕາບໍ່ໃຫ້ເກີນ 1 ພັນກີບຕໍ່ອັນ, ຖ້າຫາກພົບເຫັນການລະເມີດ ຈະໃຊ້ມາດຕະການທາງກົດໝາຍຢ່າງເຂັ້ມງວດ ແລະ ພົບເຫັນແຈ້ງເບີໂທສາຍດ່ວນ ປົກປ້ອງຜູ້ຊົມໃຊ້ 1510 ແລະ ສາຍດ່ວນລັດຖະບານ 1516.

ໃນວັນທີ 7 ກຸມພາ 2020 ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການເຖິງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ, ບຸກຄົນ, ນິຕິບຸກຄົນ, ບັນດາຮ້ານຂາຍຢາ, ຮ້ານຈໍາໜ່າຍຜະລິດຕະພັນການຢາ ແລະ ຫົວໜ່ວຍທຸລະກິດຕ່າງໆ ເລື່ອງການກໍານົດລາຄາຂາຍຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດທຸກລຸ້ນ ແລະ ນ້ໍາຢາລ້າງມື ໃນຂອບເຂດທົ່ວປະເທດ.

 

1. ກໍານົດເອົາລາຍການສິນຄ້າ ຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດທຸກລຸ້ນ ແລະ ເຈວລ້າງມືເຂົ້າຢູ່ໃນບັນຊີຄວບຄຸມລາຄາຂອງລັດຖະບານ ໃນຊ່ວງໄລຍະນີ້.
2. ກໍານົດລາຄາຂາຍ ຜ້າອັດປາກ-ດັ່ງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດ ທຸກລຸ້ນ ສູງສຸດບໍ່ໃຫ້ເກີນ 25.000 – ກີບ/ກັບ (01 ກັບ ມີ 50 ອັນ), ຖ້າແຍກອອກຂາຍຍ່ອຍ ຕ້ອງຂາຍໃນລາຕາບໍ່ໃຫ້ເກີນ 1.000 ກີບ/ອັນ.
3. ຫ້າມບໍ່ໃຫ້ບຸກດົນ, ນິຕິບຸກຄົນ, ບັນດາຮ້ານຂາຍຢາ, ຮ້ານຈໍາໜ່າຍຜະລິດຕະພັນການຢາ ແລະ ຫົວໜ່ວຍທຸລະກິດຕ່າງໆ ສວຍໂອກາດຂຶ້ນລາຄາ ຫຼື ກັກຕຸນສິນຄົນຄ້າ ເພື່ອເກັງກໍາໄລ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ເທີງນີ້.


4. ມອບໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການຊີ້ນໍາ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງເທດສະບານ ແລະ ແຕ່ງຕັ້ງພະນັກງານ ກໍຄືເຈົ້າໜ້າທີ່ກວດກາການຄ້າບົນພື້ນຖານສົມທົບກັບພາກສ່ວນກ່ຽວຂ້ອງລົງຕິດຕາມ, ກວດກາຢູ່ຕາມບັນດາຮ້ານຂາຍຢາ, ຮ້ານຈໍາໜ່າຍຜະລິດຕະພັນການຢາ ແລະ ຮ້ານຂາຍຍ່ອຍຕ່າງໆເປັນປະຈໍາປົກກະຕິ. ຖ້າຫາກພົບເຫັນການລະເມີດໃຫ້ໃຊ້ມາດຕະການທາງດ້ານບໍລິຫານ, ດໍາເນີນຄະດີທາງອາຍາ, ຄະດີແພ່ງ, ຖອນໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດ ແລະ ມາດຕະການອື່ນໆ ຕາມກົດຫມາຍທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ.
5. ຖ້າບຸກຄົນໃດ ຫາກພົບເຫັນຜູ້ປະກອບການລະເມີດແຈ້ງການສະບັບນີ້ ແມ່ນໃຫ້ແຈ້ງເຖິງເບີໂທສາຍດ່ວນ ປົກປ້ອງຜູ້ຊົມໃຊ້ 1510 ແລະ ສາຍດ່ວນລັດຖະບານ 1516.
6. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ຈະມີການປ່ຽນແປງ ໃນກໍລະນີ ຕົ້ນທຶນການຜະລິດ ຫຼື ການນໍາເຂົ້າ ເໜັງຕີງຂຶ້ນ-ລົງ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈະອອກແຈ້ງການໃຫມ່ເພີ່ມເຕີມ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

Comments