ປະທານປະເທດ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກຳປູເຈຍ

ໂດຍຕອບ​ສະ​ໜອງຕາມ​ການເຊື້ອ​ເຊີນຂອງ ພະບາດ ສົມ​ເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາ​ກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ບຸນຍັງ ວໍລະຈິດ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​​ລັດ ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງ​ຢ້ຽມ​ຢາມລັດຖະກິດ ທີ່ ຣາຊະອານາຈັກ ກຳປູເຈຍ, ໃນລະຫວ່າງວັນທີ 9-10 ກຸມພາ 2020.

ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ນຳໂດຍ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງພະນົມເປັນ, ໃນວັນທີ 9 ກຸມພາ 2020 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະ ອານາ ຈັກ ກຳປູເຈຍ, ທີ່ ພະລາດຊະວັງ. ຫຼັງ​ສຳ​ເລັດ​ພິທີ​ຕ້ອນ​ຮັບຢ່າງເປັນທາງການ​ ກໍໄດ້​ມີ​ການ​ພົບ​ປະລະຫວ່າງ​ສອງ​ປະ​ມຸກ​ລັດ ລາວ-ກຳປູ​ເຈຍ. ​​​

ໃນ​​ໂອກາດ​ພົບ​ປະ​ຄັ້ງນີ້, ​​ພະນະທ່ານ ປະທານ​ປະ​ເທດ ບຸນ​ຍັງ​ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ​ດ້ວຍ​ນ້ຳໃຈໄມຕີ​ຈິດ​ມິດຕະພາບອັນປະທັບໃຈ ແລະ ສະແດງຄວາມຂອບໃຈຕໍ່ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ທີ່ໄດ້ໃຫ້ການເຊື້ອເຊີນມາຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກໍາປູເຈຍ ເປັນຄັ້ງທີ 2 ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ ເປັນບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ແລະ ມີຮີດຄອງປະເພນີຄ້າຍຄືກັນ ທີ່ມີມູນເຊື້ອແຫ່ງການພົວພັນອັນດີງາມມາແຕ່ບູຮານນະການ; ພະນະທ່ານ ປະທານ​ປະ​ເທດ ບຸນ​ຍັງ​ ວໍລະ​ຈິດ ​ຍັງໄດ້ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຖິງ ສົມ​ເດັດ ພະ​ມານ​ດາ ຂອງ ພະ​ມະຫາ​ກະສັດ ​ແຫ່ງ ຣາຊະ​ອານາຈັກ​ ກໍາປູ​ເຈຍ. ສອງ​ຝ່າຍ​ ໄດ້​ຕີ​ລາຄາ​ສູງ​ຕໍ່​ສາຍ​ພົວພັນອັນດີຖານອ້າຍນ້ອງທີ່ມີມູນເຊື້ອ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ກຳປູເຈຍ ​ແລະ ມີຄວາມເຂົ້າ​ອົກ​ເຂົ້າ​ໃຈ​ກັນ​ສູງຕໍ່ການພົວພັນສອງຝ່າຍບໍ່​ວ່າ​ໃນ​ໄລຍະ​ຕໍ່ສູ້​ກູ້​ຊາດ​ກໍ​ຄື​ໄລຍະ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະ​ເທດຊາດ; ສອງຝ່າຍ ຍັງໄດ້ເນັ້ນຢໍ້າຄວາມສຳຄັນໃນການຍົກລະດັບສາຍພົວພັນລະຫວ່າງສອງປະເທດ ລາວ-ກຳປູເຈຍ ຂື້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ຜ່ານມາ ແລະ ເຫັນດີມອບໃຫ້ພາກສ່ວນກ່ຽວຂ້ອງຂອງສອງປະເທດຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດຂື້ນອີກໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການແຜ່ລະບາດຂອງພະຍາດຕິດຕໍ່ ແລະ ອື່ນໆ.

ສຳລັບວຽກງານຊາຍແດນ ສອງຝ່າຍໄດ້ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງສອງປະເທດຮ່ວມກັນປືກສາຫາລື ກັນ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດຕາມການຕົກລົງຂອງສອງນາຍົກລັດຖະມົນຕີ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ແລະ ສົມ​ເດັດ ອັກຄະມະຫາ​ເສນາ​ບໍດີ ​​ເຕ​ໂຈ​ຮຸນ​ແຊນ ໃນໄລຍະຜ່ານມາ. ສອງ​ຝ່າຍ ​ຍັງໄດ້​ເຫັນ​ດີ​ສືບ​ຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນ ​ແລະ ສື​ບຕໍ່​ຮັກສາ​ມູນ​ເຊື້ອ​ສາຍສຳພັນລະດັບ​ສູງ​ສຸດ ​ແລະ ສ້າງສັນ​ ລະຫວ່າງສອງ​ປະ​ເທດ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ, ການ​ພົບ​ປະ​ຄັ້ງ​ນີ້ໄດ້​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນຕໍ່​ການ​ເພີ່ມ​ທະວີ​ສາຍ​ພົວພັນຮອບດ້ານ ລະຫວ່າງ​ສອງ​ປະ​ເທດ​ ກໍ​ຄືປະຊາຊົນ​ສອງ​ຊາດ. ໃນ​ຕອນ​ທ້າຍ, ພະນະທ່ານ​ປະທານປະເທດ ບຸນ​ຍັງ ວໍລະ​ຈິດ ​ຍັງໄດ້​​ເຊື້ອ​ເຊີນ ພະ​ບາດ​ສົມ​ເດັດ ພະ​ບໍ​ຣົມມະ​ນຽດ ​ໂນ​ໂຣດົມ ສີ​ຫາ​ໂມ​ນີ ສະ​ເດັດ​​ຢ້ຽມຢາມ ສປປ ລາວ ​ໃນ​​ເວລາ​ທີ່​​ເໝາະ​ສົມເພື່ອ​ເປັນການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງສາ​ຍພົວພັນ ລະຫວ່າງ​ ສອງ​ປະ​ເທດໃນ​ໄລຍະ​​ໃໝ່​ໃຫ້​ນັບ​ມື້​ນັບຂະຫຍາຍຕົວ​ຍິ່ງໆ​ຂຶ້ນ.
ຈາກນັ້ນ, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ຍັງໄດ້ນໍາພາຄະນະເຂົ້າວາງພວງມາລາທີ່ ອານຸສາວະລີນັກຮົບນິລະນາມ ແລະ ອານຸສາອະລີ ພະບາດສົມເດັດ ໂນໂຣດົມ ສີຫານຸ. ໃນຕອນບ່າຍຂອງວັນດຽວກັນ, ພະນະ​ທ່ານ ບຸນ​ຍັງ ວໍລະ​ຈິດ,​ ປະ​ທານ​ປະ​ເທດ ​ແຫ່ງ ສປປ ລາວ, ພ້ອມຄະນະ ໄດ້ພົບ​ປະ​ກັບ ສົມ​ເດັດ ອັກຄະມະຫາ​ເສນາ​ບໍດີ ​​ເຕ​ໂຈ​ຮຸນ​ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາ​ຈັກ ກຳປູ​ເຈຍ, ສົມເດັດ ອັກຄະມະຫາ ໂປເຢີຍ ຈັກກຣີ ເຮັງ ຊໍາຣິນ, ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ຣາຊະ​ອານາ​ຈັກ ກຳປູ​ເຈຍ ແລະ ສົມເດັດ ວິບູນ ເສນາ ແພະກະໄດ ຊາຍ ຊຸມ, ປະທານສະພາສູງ ແຫ່ງ​ ຣາຊະ​ອານາ​ຈັກ ກຳປູ​ເຈຍ. ໃນ​ໂອກາດ​ພົບ​ປະ​ຄັ້ງ​ນີ້, ສອງຝ່າຍ ​​ໄດ້​ແຈ້ງສະພາບ​ການ​ໂດຍ​ຫຍໍ້​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ຂອງແຕ່ລະປະເທດໃຫ້ກັນຊາບ, ສະແດງຄວາມ​ຊົມ​ເຊີຍ​ ຕໍ່​ການ​ຮ່ວມ​ມື​ທີ່ມີຜົນສຳເລັດ ໃນໄລຍະຜ່ານມາ ໂດຍສະເພາະພາຍຫຼັງ ການຍົກລະດັບສາຍ ພົວພັນເປັນຄູ່ຮ່ວມມືຢຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ, ແລະ ຍັງໄດ້ແລກປ່ຽນຄຳ​ຄິດ​ຄຳ​ເຫັນ ຕໍ່​ກັບ​ສະພາບ​ການຢູ່​ໃນ​ພາກ​ພື້ນ ​ແລະ​ ສາກົນ ທີ່ສອງຝ່າຍ ​ມີ​ຄວາມ​ສົນ​ໃຈ​ຮວ່ມກັນ.


ໃນຕອນຄໍ່າຂອງວັນດຽວກັນ, ທີ່ ພະລາດຊະວັງ, ພະ​ບາດສົມ​ເດັດ ພະ​ບໍຣົມມະ​ນຽດ ​ໂນ​ໂຣດົມ​ ສີ​ຫາ​ໂມ​ນີ, ພະ​ມະຫາ​ກະສັດ ​ແຫ່ງ ຣາຊະ​ອານາຈັກ ກຳປູ​ເຈຍ, ໄດ້ເປັນເຈົ້າພາບຈັດງານລ້ຽງອາຫານຄໍ່າເພື່ອເປັນກຽດແກ່ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ.

ຂ່າວ,​ພາບ: ກົມຂ່າວ ກະຊວງການຕ່າງປະເທດ

Comments