ນາຍົກ ເນັ້ນໃຫ້ປະຊາຊົນ ເມືອງສັງທອງ ສືບຕໍ່ຮັກສາມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ

ໃນຕອນເຊົ້າຂອງມື້ນີ້ ວັນທີ 7 ກຸມພາ 2020 , ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສັງທອງ ໂດຍມີຈຸດປະສົງເພື່ອຢ້ຽມຢາມພື້ນຖານການຜະລິດ ເປັນຕົ້ນແມ່ນກຸ່ມການຜະລິດຕະພັນໄມ້ປ່ອງ ບ້ານນາປໍ ແລະ ບ້ານຊໍ້,   2 ບ້ານຂອງໂຄງການທົດລອງຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ ເຊິ່ງເປັນໂຄງການຮ່ວມມືລະຫວ່າງສອງລັດຖະບານ ມູນຄ່າ 40 ຕື້ກວ່າກີບ ໂດຍມີເປົ້າໝາຍແນ່ໃສ່ການປັບປຸງພື້ນຖານໂຄງລ່າງ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ ແລະ ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ກາຍເປັນສິນຄ້າ.


ໂອກາດນີ້ ທ່ານນາຍົກລັດຖະມົນຕີ ກໍໄດ້ຍ້ອງຍໍຊົມເຊີຍປະຊາຊົນທີ່ມີຫົວຄິດປະດິດສ້າງ ໃນການໝູນວັດຖຸດິບທີ່ມີຢູ່ເພື່ອສ້າງມູນຄ່າເພີ່ມ ໂດຍຜະລິດເປັນສິນຄ້າທີ່ມີເອກະລັກ ແລະ ງົດງາມ ເພື່ອຂາຍເປັນສິນຄ້າ ນຳພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ ແລະ ໄດ້ເນັ້ນໃຫ້ປະຊາຊົນ ເມືອງສັງທອງ  ໃຫ້ສືບຕໍ່ຮັກສາມູນເຊື້ອຄວາມດຸໝັ່ນຂະຫຍັນພຽນ ແລະ ສືບຕໍ່ບຸກບືນໃນການພັດທະນາຄວາມຮູ້, ຄວາມສາມາດ ເນື່ອງຈາກວ່າ ຄວາມຮັ່ງມີ ແມ່ນຂຶ້ນກັບຄວາມດຸໝັ່ນ, ຄວາມພາກພຽນ, ຄວາມປະຢັດ ແລະ ຄວາມອົດທົນ, ທັງນີ້ ກໍເພື່ອປັບປຸງຊີວິດການເປັນຢູ່ ຈາກພໍກຸ້ມຢູ່ກຸ້ມກິນ ໃຫ້ກາຍເປັນຄອບຄົວທີ່ຮັ່ງມີໃນຕໍ່ໜ້າ.

ທີ່ມາ: ຂ່າວສານປະເທດລາວ.

Comments