ຊົມເຊີຍ!!!! ບໍລິສັດ IHC ມອບຢາ-ອຸປະກອນການແພດ ຕ້ານໂຄໂຣນາ ມູນຄ່າ 1 ແສນໂດລາ ໃຫ້ແກ່ລັດຖະບານລາວ

ເຄື່ອງທີ່ນຳມາມອບ ເພື່ອຊ່ວຍເຫຼືອ ໃນຄັ້ງນີ້ ປະກອບມີ: ເຄື່ອງກວດພະຍາດ ຈຳນວນ 2 ເຄື່ອງ, ນໍ້າຢາກວດເຊື້ອພະຍາດ ຈຳນວນ 2.500 ຫຼອດ, ຊຸດເຄື່ອງນຸ່ງປ້ອງກັນ ຈຳນວນ 1.200 ຊຸດ, ຖົງມື ຈຳນວນ 100.000 ຄູ່, ລວມເປັນມູນຄ່າທັງໝົດ ປະມານ 100.000 ໂດລາສະຫະລັດ.

ໃນຕອນເຊົ້າ ຂອງວັນທີ 10 ກຸມພາ 2020 ບໍລິສັດທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ (IHC ) ໄດ້ນຳເອົາຢາ ແລະ ອຸປະກອບການແພດ ສຳລັບການປ້ອງກັນ ແລະ ກວດເຊື້ອພະຍາດ ອັກເສບປອດສາຍພັນໃໝ່ ໂຄໂລນາ (Corona Virus) ມາມອບລັດຖະບານ ແຫ່ງ ສປປ ລາວ, ຊຶ່ງພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ກະຊວງການເງິນ, ໂດຍການກ່າວມອບ ຂອງທ່ານ ປີຊາໄຊ ແກ້ວໄຊຍະຈັກ, ປະທານບໍລິສັດທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ແລະ ໃຫ້ກຽດກ່າວຮັບ ແມ່ນທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel Corona Virus: NCoV); ມີທ່ານ ຮສ.ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງ ຂອງສອງຝ່າຍເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ຕາງໜ້າໃຫ້ລັດຖະບານ ກ່າວຂອບໃຈ ແລະ ຊົມເຊີຍ ຕໍ່ບໍລິສັດ ທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ຊຶ່ງການປະກອບສ່ວນຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການໃນປັດຈຸບັນເປັນຢ່າງຍິ່ງ ໂດຍສະເພາະ ການປະກອບສ່ວນປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel Corona Virus: NCoV) ຢູ່ ສປປ ລາວ, ພ້ອມກັນນັ້ນ ກໍໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ຂອງກະຊວງສາທາລະນະສຸກ ນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປຄຸ້ມຄອງ ແລະ ນຳໃຊ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ສນຍ

Comments