Author Archives: Paeng KC

ສີມືຜ້າຝ້າຍໄຕລື້ ດັງໄກໄປຕ່າງແດນ Tai Leu cotton to the world

ຮ້ານຫັດຖະກຳໄຕລື້ ດຳເນີນການຜະລິດ ທັງເປັນສູນ​ຫັດຖະກຳຕ່ຳຫູກ ​ຕັ້ງ​ຢູ່​ທີ່ບ້ານ​ປ່າ​ສັກ, ​ເມືອງ​ໄຊ, ແຂວງ​ອຸດົມ​ໄຊ ຊຶ່ງທຳການຜະລິດຜ້າຝ້າຍ ແລະ ຜະລິດຕະພັນຈາກຜ້າຝ້າຍ ທີ່ໃຊ້ວັດຖຸດິບເປັນຝ້າຍທຳມະຊາດ ແລະ ຮັກສາເຕັກນິກການຍ້ອມສີທຳມະຊາດ ຂອງຊົນເຜົ່າໄຕລື້ ທີ່ເປັນລວດລາຍພື້ນເມືອງ ທັງມີຄວາມງົດງາມ ທີ່ເປັນເອກະລັກຂອງຊົນເຜົ່າໄຕລື້. ​​ຫັດຖະກຳຜ້າຝ່າຍຂອງຮ້ານຫັດຖະກຳໄຕ​ລື້ ​ແມ່ນ​ຜະລິດ​ຈາກ​ຝ້າຍ​ເຂັນ​ດ້ວຍ​ມື ຂອງກຸ່ມຫັດຖະກໍຳຊົນເຜົ່າໄຕລື້ ເມືອງໄຊ ແລະ ເມືອງແບງ, ແຂວງອຸດົມໄຊ. ໃນອາດີດ ປະຊາຊົນ​ເຮັດຜະລິດຕະພັນຜ້າຝ້າຍ ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ຊີວິດ​ປະຈຳ​ວັນ​ຂອງຄອບຄົວ ກໍຄືພາຍໃນຊຸມຊົນ ໂດຍບໍ່ທັນ​ມີ​ການ​ຊື້​-ຂາຍ​ແຕ່​ຢ່າງ​ໃດ. ເມື່ອການເວລາມີການປ່ຽນແປງ ການດຳລົງຊີວິດຂອງປະຊາຊົນຊົນເຜົ່າໄຕລື້ ກໍມີການປ່ຽນແປງໄປຕາມຍຸກຕາມສະໄໝ. ໂດຍສະເພາະ ໃນ​ປີ 2003 ຮ້ານຫັດຖະກຳໄຕລື້ ໄດ້ເລີ່​ມ​ຕໍ່າຫູກ​ໃນ​ຄອບຄົວ​ ເພື່ອ​ສ້າງລາຍ​ຮັບໃຫ້ແກ່ສະມາຊິກຄອບຄົວ ໂດຍເລີ່​ມຈາກ 1 ກີ່ ​ເຊິ່ງແມ່ນ​ສະມາຊິກໃນ​ເຮືອນ​ເປັນ​ຜູ້​ຕໍ່າ​ເອງ ແລະ ມີການຕອບຮັບທີ່ດີຈາກຜູ້ຊົມໃຊ້ ຈິ່ງ​ໄດ້​ມີ​ການ​ຂະຫຍາຍຕົວ​ຈາກທີ່ຜະລິດ ເພື່ອໃຊ້ສອຍໃນຊີວິດປະຈຳວັນ ກໍຫັນມາທຳການຜະລິດເພື່ອເປັນສິນຄ້າຈຳໜ່າຍ. (ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 163 ເດືອນກຸມພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee ...

Read More »

ການຟື້ນຟູກິດຈະການ ແລະ ການລົ້ມລະລາຍຂອງວິສາຫະກິດ

ໃນການດຳເນີນທຸລະກິດ ແລກປ່ຽນຊື້ຂາຍ ແລະ ບໍລິການ, ມີຫຼາຍປັດໃຈທີ່ມີຜົນກະທົບຕໍ່ສະພາບການດຳເນີນທຸລະກິດ ແລະ ຖານະການເງິນຂອງວິສາຫະກິດເຮັດໃຫ້ການດຳເນີນວິສາຫະກິດມີຄວາມຫຍຸ້ງຍາກ ໂດຍສະເພາະການຂາດສະພາບເງິນໝູນວຽນ ເພື່ອຊຸກໃຫ້ທຸລະກິດດຳເນີນຕໍ່ໄປ. ມີຫຼາຍກໍລະນີ ທີ່ຜູ້ດຳເນີນທຸລະກິດປະສົບກັບບັນຫາ ການເຂົ້າເຖິງສິນເຊື່ອຈາກສະຖາບັນການເງິນ ຫຼື ທະນາຄານເຮັດ ໃຫ້ການເກີດສະພາບຂາດເງິນໝູນວຽນ ແລະ ບໍ່ສາມາດຊໍາລະໜີ້ສິນໄດ້, ບາງກໍລະນີ ເຈົ້າຂອງກິດຈະການ ກໍຕົກຢູ່ໃນສະພາວະມີໜີ້ສິນຫຼາຍເກີນກວ່າຊັບສິນ (insolvent) ຈົນບໍ່ສາມາດດຳເນີນກິດຈະການຕໍ່ໄປໄດ້ອີກ ຈົນຕ້ອງກ້າວເຂົ້າສູ່ພາວະ “ການລົ້ມລະລາຍ” ຂອງວິສາຫະກິດນັ້ນໃນທີ່ສຸດ. ໃນແງ່ຂອງກົນໄກເສດຖະກິດຕະຫຼາດແລ້ວ, ການປ່ອຍໃຫ້ພາກເອກະຊົນກໍຄືເຈົ້າຂອງກິດຈະການ ໄດ້ບໍລິຫານຈັດການທຸລະກິດຂອງຕົນຢ່າງອິດສະຫຼະ ແລະ ການລົ້ມລະລາຍກໍເປັນກົດເກນຢ່າງໜຶ່ງທີ່ສາມາດເກີດຂຶ້ນໄດ້ກັບວິສາຫະກິດ (ວິສາຫະກິດ ມີເກີດ-ສ້າງຕັ້ງຂຶ້ນ, ມີປ່ຽນແປງຈາກນ້ອຍຫາໃຫຍ່ ຫຼື ໃຫຍ່ຫານ້ອຍ ແລະ ມີສິ້ນສຸດໄດ້) ແຕ່ການປ່ອຍໃຫ້ທຸລະກິດລົ້ມລະລາຍ ກໍອາດຈະທົບຕໍ່ເສດຖະກິດ-ສັງຄົມໄດ້ ທັງໃນວົງກວ້າງ ແລະ ແຄບ ຂຶ້ນກັບຂະໜາດ ແລະ ລັກສະນະຂອງທຸລະກິດນັ້ນ. ດ້ວຍເຫດນີ້, ຢູ່ຫຼາຍປະເທດ ພາກລັດຖະບານຕ້ອງເຂົ້າແຊກແຊງ, ດັດສົມກົນໄກຕະຫຼາດໃຫ້ເໝາະສົມ ທັງໃນລະດັບນະໂຍບາຍ ແລະ ອອກກົດໝາຍ ເພື່ອສະກັດກັ້ນບໍ່ເຮັດໃຫ້ການລົ້ມລະລາຍສ້າງຜົນກະທົບຕໍ່ເສດຖະກິດ-ສັງຄົມໃນວົງກວ້າງຂວາງ. ໜຶ່ງໃນນະໂຍບາຍດັ່ງກ່າວແມ່ນການຊຸກຍູ້ໃຫ້ວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກໄດ້ຮັບການຟື້ນຟູກິດຈະການ ເຮັດໃຫ້ເຈົ້າຂອງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກດັ່ງກ່ວ ໄດ້ສາມາດສືບຕໍ່ກິດຈະການໄດ້; ນອກຈາກນີ້ຍັງຕ້ອງປົກປ້ອງ ແລະ ຄຸ້ມຄອງເຈົ້າໜີ້ຂອງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກ ແລະ ...

Read More »

Alexa ສັ່ງວຽກດ້ວຍສຽງ ເຕັກໂນໂລຊີສື່ສານທີ່ຈະມາແຮງໃນອະນາຄົດ

ເມື່ອກ່ອນເຕັກໂນໂລຊີຖືກນໍາເຂົ້າມາໃຊ້ໃນວົງການຂອງທຸລະກິດ ໂດຍການເຂົ້າມາຊ່ວຍເພີ່ມແຮງງານຄົນໃຫ້ເຮັດວຽກໄວຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນ. ແຕ່ປັດຈຸບັນເຕັກໂນໂລຊີໄດ້ກາຍເປັນສ່ວນໜຶ່ງໃນຊີວິດມະນຸດໄປແລ້ວ, ຄົນສ່ວນຫຼາຍມັກຄວາມສະດວກສະບາຍຈົນກາຍເປັນນິໄສ ຜູ້ຜະລິດເຕັກໂນໂລຊີກໍພັດທະນາຂຶ້ນມາແບບທັນໃຈ ຕອບໂຈດຄວາມຕ້ອງການຂອງລູກຄ້າໄດ້ ຄືດັ່ງຜູ້ຊ່ວຍທີ່ມີຊື່ວ່າ Alexa ນີ້ ມີລັກສະນະຄ້າຍໆກັບ Siri ໃນ Apple Smart Phone ແລະ Google Assistant ໃນ Google ແຕ່ຈະມາໃນຮູບແບບຂອງລໍາໂພງ ແລະ ເພີ່ມປະສິດທິພາບໃນການໃຊ້ງານຕື່ມອີກ… ເຮົາມາທໍາຄວາມຮູ້ຈັກກັບ Alexa ພ້ອມໆກັນເບິ່ງວ່າແມ່ນຫຍັງແທ້? Alexa ແມ່ນຫຍັງ? Alexa ເປັນລໍາໂພງສຽງ ທີ່ຖືກພັດທະນາມາຈາກ Amazon Echo ເຊິ່ງສາມາດໃຊ້ວຽກໄດ້ຄືກັນກັບ Siri ເຊິ່ງຜູ້ໃຊ້ສາມາດຖາມຄໍາຖາມໄດ້ທຸກຢ່າງເພື່ອໃຫ້ Alexa ຕອບ. ໂດຍ Amazon ໄດ້ອອກແບບ Alexa Voice Service (AVS) ເພື່ອຮຽນແບບການສົນທະນາຕົວຈິງ ແຕ່ທ່ານສາມາດໃຊ້ຄໍາສັ່ງສຽງນີ້ເພື່ອໃຊ້ບໍໍລິການ ແລະ ເຮັດວຽກແບບສະເພາະເຈາະຈົງໄດ້; Alexa ເປັນ ເຄື່ອງເຕືອນ ທີ່ຄອຍເຕືອນເວລາ ແລະ ສິ່ງທີ່ທ່ານຕັ້ງໄດ້, ເປັນໂມງປຸກໃນຕອນເຊົ້າ, ເປັນຜູ້ຊ່ວຍໃນການເດີນທາງ…  ພຽງແຕ່ທ່ານຖາມ ...

Read More »

ລັດຖະບານເດີນຫນ້າແກ້ໄຂບັນຫາການເຂົ້າຫາແຫຼ່ງທຶນຂອງ SMEs

ທະນາຄານໂລກ ໄດ້ສໍາຫລວດວິສາຫະກິດ ໃນປີ 2018 ເພື່ອຊອກຮູ້ອຸປະສັກຂອງວິສາຫະກິດຂະຫນາດນ້ອຍ ແລະ ກາງ ຫຼືເອັສເອັມອີ ຢູ່ລາວ. ການສໍາຫລວດດັ່ງກ່າວ ໄດ້ສໍາພາດ 332 ວິສາຫະກິດ; ໃນນັ້ນ 76% ແມ່ນວິສາຫະກິດຂະຫນາດນ້ອຍ, 21 % ແມ່ນວິສາຫະກິດຂະຫນາດກາງ, ແລະ 3 % ແມ່ນວິສາຫະກິດຂະຫນາດໃຫຍ່. ວິສາຫະກິດທີ່ຖືກສໍາຫລວດຄວາມຄິດເຫັນໃນຄັ້ງນີ້ 46% ຢູ່ນະຄອນຫຼວງວຽງຈັນ, 29% ຢູ່ແຂວງສະຫວັນນະເຂດ, 14% ຢູ່ແຂວງຈໍາປາສັກ, 6% ຢູ່ແຂວງຫລວງພະບາງ, ແລະ 5 % ຢູ່ແຂວງຄໍາມ່ວນ. ຖ້າແບ່ງຕາມຂະແຫນງການ ແມ່ນປະກອບດ້ວຍອຸດສາຫະກໍາປຸງແຕ່ງ 17%, ຂາຍຍ່ອຍ 30% ແລະ ຂະແຫນງບໍລິການອື່ນໆ 53%. ຜົນການສໍາຫລວດຊີ້ໃຫ້ເຫັນຫລາຍອຸປະສັກທີ່ກີດຂວາງການຂະຫຍາຍຕົວຂອງເອັສເອັມອີລາວ. ໃນນັ້ນ 36% ເຫັນວ່າ ການເຂົ້າຫາແຫລ່ງທຶນແມ່ນບັນຫາທີ່ຕ້ອງການການແກ້ໄຂຢ່າງເອົາຈິງເອົາຈັງ ຊຶ່ງຖືກຈັດເປັນອຸປະສັກສຳຄັນທີ່ສຸດ ໃນປີ 2018 ເມື່ອທຽບໃສ່ຜົນສໍາຫລວດປີ 2016 ມີເອັສເອັມອີ ພຽງແຕ່ 5% ທີ່ເຫັນວ່າການເຂົ້າຫາແຫລ່ງທຶນແມ່ນຂໍ້ຈຳກັດຂອງການດຳເນີນທຸລະກິດ. ຜູ້ປະກອບກິດຈະການທີ່ເຫັນວ່າ ການເຂົ້າຫາແຫລ່ງທຶນແມ່ນອຸປະສັກຕົ້ນຕໍ ເຖິງວ່າ ມີຄວາມຕ້ອງການທຶນຮອນ ແຕ່ກໍບໍ່ໄດ້ຍື່ນຂໍສິນເຊື່ອຈາກທະນາຄານທຸລະກິດ ຍ້ອນພວກເຂົາມີທັດສະນະຄະຕິດ້ານລົບຕໍ່ກັບການປ່ອຍສິນເຊື່ອຂອງທະນາຄານ ຄື: 1) ອັດຕາດອກເບ້ຍສູງ, 2) ...

Read More »

ບາດກ້າວທຳອິດແຫ່ງຄວາມສຳເລັດ “ການຄົ້ນຫາຕົວຕົນຂອງທ່ານ”

ຈາກບົດຄວາມແນວຄິດການລິເລີ່ມທຸລະກິດໃຫ້ປະສົບຜົນສຳເລັດໃນເດືອນຜ່ານມາ ຜູ້ອ່ານຫຼາຍທ່ານອາດຈະພໍ ຮັບຮູ້ໄດ້ວ່າ ການມີທັດສະນະຄະຕິໃນທາງບວກນັ້ນມີຄວາມສຳຄັນຫຼາຍຕໍ່ການບັນລຸຜົນສຳເລັດທີ່ຕັ້ງໄວ້ ບໍ່ວ່າຈະ ເປັນດ້ານໜ້າທີ່ການງານ ແລະ ຊີວິດສ່ວນຕົວ, ເຊິ່ງບາດກ້າວທຳອິດທີ່ສຳຄັນໃນການສ້າງທັດສະນະຄະຕິໃຫ້ ປະສົບຜົນສຳເລັດ ກໍຄື ການຄົ້ນຫາຕົວຕົນຂອງທ່ານເອງ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຢາກຜັນຂະຫຍາຍເນື້ອໃນ ຈາກບົດຄວາມກ່ອນ ດ້ວຍການນຳເອົາແນວທາງການຄົ້ນຫາຕົນເອງມາແບ່ງປັນ ເພື່ອເຮັດໃຫ້ຜູ້ອ່ານເຫັນພາບ ຍິ່ງຂຶ້ນ ເນື່ອງຈາກການເວົ້າເຖິງທັດສະນະຄະຕິ ແລະ ແນວຄວາມຄິດຂ້ອນຂ້າງມີລັກສະນະເປັນນາມມະທຳ. ຫຼາຍຄົນມັກປະສົບບັນຫາໃນການຄົ້ນຫາວ່າ ຕົນເອງສົນໃຈສິ່ງໃດແທ້ ຫຼື ມີຄວາມສາມາດທາງດ້ານໃດ ຫຼື ຄວນ ເຮັດຫຍັງດີ? ບໍ່ວ່າຈະເປັນນ້ອງໆນັກຮຽນຜູ້ທີ່ກຳລັງຕັດສິນໃຈຮຽນຕໍ່ໃນມະຫາວິທະຍາໄລທີ່ຍັງບໍ່ສາມາດເລືອກໄດ້ວ່າ ຕົນເອງຈະຮຽນຕໍ່ສາຂາໃດ ເພາະບໍ່ຮູ້ຄວາມຕ້ອງການທີ່ແທ້ຈິງຂອງຕົນ ເຊິ່ງກໍບໍ່ຕ່່າງຫຍັງກັບຜູ້ທີ່ຢາກ ເຮັດທຸລະກິດ ເພາະການມີຕົວເລືອກໜ້ອຍວ່າຍາກແລ້ວ ການມີຕົວເລືອກຫຼາຍຍິ່ງຍາກກວ່າ. ການຄົ້ນຫາຕົນເອງ ຈຶ່ງບໍ່ແມ່ນເລື່ອງງ່າຍ ເພາະມັນມີຄວາມລະອຽດອ່ອນ ແລະ ສັບສົນ ເນື່ອງຈາກກ່ຽວກັບຈິດໃຈຂອງມະນຸດ. ດັ່ງນັ້ນ, ເພື່ອຊ່ວຍໃຫ້ທ່ານສາມາດຄົ້ນຫາຕົວຕົນທີ່ແທ້ຈິງ ທ່ານຕ້ອງໄດ້ຕັ້ງຄຳຖາມກັບຕົນເອງ ແລະ ຕອບຄຳຖາມເຫຼົ່ານັ້ນດ້ວຍຄວາມຊື່ສັດ ເຊິ່ງການຊື່ສັດຕໍ່ຕົນເອງເປັນສິ່ງທີ່ສຳຄັນຫຼາຍ ເພາະຫາກທ່ານຕົວະຕົນເອງແລ້ວ ແນ່ນອນວ່າ ທ່ານຈະບໍ່ສາມາດຄາດຫວັງທີ່ຈະໄດ້ຮັບຄຳຕອບທີ່ຖືກຕ້ອງ. ຄຳຖາມຫຼັກອັນທຳອິດແມ່ນ ທ່ານເປັນຄົນແນວໃດແທ້? ການມີບຸກຄົນຕົ້ນແບບໃນການດຳລົງຊີວິດ ຍ່ອມມີອິດທິ ພົນຕໍ່ບຸກຄະລິກ ແລະ ທັດສະນະຄະຕິຂອງທ່ານ ດັ່ງນັ້ນ ທ່ານຕ້ອງຕອບໃຫ້ໄດ້ວ່າ ນິໄສໃຈຄໍທີ່ແທ້ຈິງຂອງທ່ານ ...

Read More »

ທ່ານ ດຣ. ຈິນດາ ວົງສຸລິ ທີ່ປຶກສາສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ

ທ່ານ ດຣ. ຈິນດາ ວົງສຸລິ ທີ່ປຶກສາສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈໍາປາສັກ, ຜູ້ອໍານວຍການໂຮງງານຜະລິດຢາ “ຊີບີເອຟ” ໄດ້ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງໂຮງງານຕະຫຼອດໄລຍະ 25 ປີຜ່ານມາ ພ້ອມທັງໃຫ້ຮູ້ເຖິງວິໄສທັດເປົ້າໝາຍໃນອະນາຄົດຂອງການດໍາເນີນທຸລະກິດ “ຊີບີເອຟ”. ເລົ່າໂດຍສັງເຂບຕະຫຼອດໄລຍະ 25 ປີ ກ່ຽວກັບຄວາມເປັນມາຂອງທຸລະກິດ ແລະ ການຂະຫຍາຍຕົວໃນແຕ່ລະໄລຍະຈົນເຖິງປັດຈຸບັນ: ບໍລິສັດ ຊີບີເອຟ ຟາຣມາ ຈໍາກັດ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອ ໃນວັນທີ 1 ມັງກອນ 1995, ມາຮອດມື້ນີ້ມີອາຍຸຄົບຮອບ 25 ປີ ພໍດີ. “ຊີບີເອຟ” ໄດ້ກໍາເນີດເກີດຂຶ້ນໃນເງື່ອນໄຂທີ່ປະເທດຊາດພວກເຮົາພວມມີນະໂຍບາຍເປີດປະເທດ,ໂດຍຫັນປ່ຽນເສດຖະກິດແບບເກື້ອກູນໄປສູ່ກົນໄກເສດຖະກິດການຕະຫຼາດຕາມແນວທາງການປ່ຽນແປງໃໝ່ຂອງພັກ. ດ້ວຍການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດຖະບານຢ່າງມີຫົວຄິດປະດິດສ້າງ, ສູ້ຊົນຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ, ມຸ່ງໝັ້ນ ປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, “ຊີບີເອຟ” ຈຶ່ງສາມາດກໍ່ຮ່າງສ້າງຕົວ, ເຕີບໃຫຍ່ເຂັ້ມແຂງຄືໃນປັດຈຸບັນ ແລະ ກ້າວຂຶ້ນເປັນບໍລິສັດທີ່ຈັດຢູ່ໃນລະດັບຊັ້ນນໍາຂອງ ສປປ ລາວ ດ້ານການຜະລິດ ແລະ ຈໍາໜ່າຍຢາປົວພະຍາດ, ເຄມີ ແລະ ອຸປະກອນການແພດ. ຕະຫຼອດໄລຍະ 25 ປີຜ່ານມາ ບໍລິສັດ “ຊີບີເອຟ ...

Read More »

ຈະບໍ່ເສຍໃຈພາຍຫຼັງ ເມື່ອເຮັດປະກັນໄພລົດໄວ້ແລ້ວ!!!!

ສຳລັບຜູ້ທີ່ມີລົດໃຫຍ່ເປັນຂອງຕົນເອງ ຄືຈະມັກມີຄຳຖາມໃນໃຈບໍ່ຫຼາຍກໍ່ໜ້ອຍວ່າເປັນຫຍັງ ເຮົາຕ້ອງເຮັດປະກັນໄພລົດ ແລະ ການເຮັດປະກັນໄພນັ້ນມີຄວາມຈຳເປັນຫຼາຍໜ້ອຍເທົ່າໃດຕໍ່ເຮົາ ແລ້ວມັນຈະເປັນຫານສູນເສຍເງິນໄປໂດຍບໍ່ມີປະໂຫຍດຫຼືບໍ່, ໃນ 1 ປີ ເຮົາຈະມີອຸບັດຕິເຫດເກີດຂຶ້ນບໍ່ ຖ້າເກີດຈັກຄັ້ງຕໍ່ປີ ຈະກຸ້ມຄ່າການຈ່າຍປະກັນໄພຕໍ່ປີບໍ່? ແລະ ຖ້າເຮົາກໍຂັບລົດເກັ່ງ ແລະ ລະມັດລະວັງທີ່ສຸດບໍ່ໃຫ້ເກີດອຸບັດຕິເຫດເລີຍ ແລ້ວມັນຈຳເປັນຫຼືບໍ່ທີ່ຕ້ອງນຳເງິນໄປເສຍຄ່າປະກັນໄພແພງໆ ແຕ່ໃນຄວາມເປັນຈິງແລ້ວ ເຖິງວ່າເຮົາຈະລະມັດລະວັງໃນການຂັບຂີ່ຫຼາຍປານໃດກໍບໍ່ໄດ້ເປັນສິ່ງທີ່ຢືນຢັນວ່າ ຈະບໍ່ເກີດອຸບັດຕິຕໍ່ກັບເຮົາ ເພາະທຸກການຂັບຂີ່ແມ່ນມີຄວາມສ່ຽງເກີດຕະຫຼອດເວລາ ດັ່ງນັ້ນ,​ ວິທີທີ່ດີທີ່ສຸດທີ່ຈະຊ່ວຍໃຫ້ມີຄວາມສະບາຍໃຈ ແລະ ປອດໄພ ແລະ ໝັ້ນໃຈທຸກການຂັບຂີ່ ແມ່ນເຮົາຕ້ອງມີການຄຸ້ມຄອງ ແລະ ໄດ້ຮັບເງິນສົດເຊີຍທຸກໆກໍລະນີຈາກການເຮັດປະກັນຢ່າງແນ່ນອນ. ສຳລັບໃຜທີ່ກຳລັງຄິດວ່າການເຮັດປະກັນໄພລົດບໍ່ມີຄວາມຈຳເປັນ ມື້ນີ້,​ທາເກັດມີບົດຄວາມດີໆ ເຫດຜົນທີ່ເຮົາຄວນເຮັດປະກັນລົດໃຫຍ່ມາບອກ ເພື່ອວ່າໃຜທີ່ກຳລັງຄິດວ່າຈະບໍ່ເຮັດບໍ່ປະກັນໄພຈະປ່ຽນໃຈປ່ຽນຄວາມຄິດໃຫມ່. ໄດ້ຮັບຄ່າປົວແປງຈາກການເກີດອຸບັດຕິເຫດ ຫຼື ອັນຕະລາຍຈາກທຳມະຊາດ ການເບິ່ງແຍງລົດໃຫຍ່ຈາກຄວາມສ່ຽງທີ່ເກີດຂຶ້ນຈາກທຳມະຊາດ ຖືເປັນເລື່ອງທີ່ຍາກ ແລະ ຫຼີກລ່ຽງບໍ່ໄດ້ ສຳລັບຜູ້ໃຊ້ລົດທຸກຄົນ ເພາະເຮົາບໍ່ມີທາງຮູ້ເລີຍວ່າມື້ໃດ ໝາກຫີນຈະກະເດັ່ນໃສ່ແວ່ນໜ້າລົດ, ກິ່ງໄມ້ຕົກມາໃສ່ຫຼັງລົດ ຫຼື ເກີດນໍ້າຖ້ວມກະທັນຫັນ ສົ່ງຜົນໃຫ້ເກີດຄວາມເສຍຫາຍຕໍ່ລົດເຮັດໃຫ້ລົດເປ່ເພ່ ແຕ່ຖ້າມີປະກັນໄພໄວ້ ເຮົາກໍຈະສະບາຍໃຈໃນເລື່ອງນີ້. ປ້ອງກັນລົດຈາກການຖືກລັກ ແນ່ນອນວ່າ ລົດໃຫມ່ ຫຼື ລົດເກົ່າບາງລຸ້ນ  ເປັນສິ່ງລໍຕາລໍໃຈ ໂຈນ ເພື່ອລັກເອົາຊິ້ນສ່ວນປະກອບໄປຂາຍ ດັ່ງນັ້ນ, ການເຮັດປະກັນໄພ ...

Read More »

ລັດຖະບານ ໄດ້ຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຂອງ ສປປ ລາວ

ລັດຖະບານລາວ ມີຄວາມພະຍາຍາມໃນການສົ່ງເສີມໃຫ້ລົງທຶນເຂົ້າໃສ່ທຸກຂະແໜງການ, ກິດຈະການທີ່ກໍານົດໃນ ແລະ ນອກ ບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຂອງ ສປປ ລາວ ໃນຂອບເຂດທົ່ວປະເທດ ຍົກເວັ້ນກິດຈະການ ແລະ ເຂດທີ່ແຕະຕ້ອງເຖິງຄວາມໝັ້ນຄົງ ແລະ ຄວາມສະຫງົບຂອງຊາດ, ມີຜົນສະທ້ອນອັນຮ້າຍແຮງຕໍ່ສິ່ງແວດລ້ອມ ໃນປັດຈຸບັນ ແລະ ຍາວນານ, ຕໍ່ສຸຂະພາບຂອງປະຊາຊົນ ແລະ ວັດທະນາທໍາອັນດີງາມຂອງຊາດ, ລວມທັງເປັນບັນຊີ ປະເພດທຸລະກິດ ທີ່ເກືອດຫ້າມ. ສະນັ້ນ, ລັດຖະບານຈຶ່ງໄດ້ອອກ ດໍາລັດ ວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຂອງ ສປປ ລາວ ເລກທີ 03/ນຍ ວັນທີ 10 ເດືອນມັງກອນ 2020 ເພື່ອຮັບຮອງເອົາບັນດາປະເພດການລົງທຶນທີ່ນອນໃນຂອບເຂດ ທີ່ກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ທີ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ເປັນບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດເອກະຊົນ ທີ່ສາມາດດໍາເນີນຂັ້ນຕອນການຂໍອະນຸຍາດ ໂດຍຂັ້ນຕອນທໍາອິດແມ່ນຕ້ອງໄດ້ຜ່ານການບໍລິການການລົງທຶນປະຕູດຽວ ໃນຂັ້ນສູນກາງ ຫຼື ຂັ້ນແຂວງ ຕາມການແບ່ງຂັ້ນອະນຸມັດທີ່ໄດ້ກໍານົດໃວ້ໃນດໍາລັດສະບັບນີ້. ອີງຕາມ ...

Read More »

ສ. ອາເມລິກາ ມອບອຸປະກອນປ້ອງກັນການລະບາດຂອງພະຍາດໂຄໂຣນາ ໃຫ້ແກ່ ສປປ ລາວ

ທ່ານ ປອ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ ໄດ້ມອບອຸປະກອນປ້ອງກັນຕົນເອງ ໃຫ້ແກ່ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກໃນພິທີມອບຮັບເຊິ່ງໄດ້ ຈັດຂຶ້ນທີ່ ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ຄັ້ງວັນທີ 7 ກຸມພາ 2020 ທີ່ຜ່ານມາ. ນີ້ແມ່ນການຊ່ວຍເຫຼືອຈາກ ສ. ອາເມລິກາ ຕໍ່ ສປປ ລາວ ໃນການກຽມພ້ອມເພື່ອຮັບມືກັບການລະບາດຂອງເຊື້ອພະຍາດໂຄໂຣນາ ທີ່ອາດຈະເກີດຂຶ້ນໃນ ສປປ ລາວ. ອຸປະກອນເຫຼົ່ານີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ສ. ອາເມລິກາ ໂດຍຜ່ານອົງການພັດທະນາສາກົນ ປະເທດສະຫະລັດອາເມລິ ກາ ຫຼື USAID ເຊິ່ງລວມມີ ແວ່ນຕາປ້ອງກັນພະຍາດ ຈຳນວນ 440 ອັນ, ຊຸດຄຸມໃນການຜ່າຕັດ 1500 ຊຸດ, ເຄື່ອງປ້ອງກັນໃບ ໜ້າ 220 ຊຸດ ລວມທັງ ຖົງສຳລັບຂີ້ເຫຍື້ອບໍ່ອະເຊື້ອ, ຜ້າຢາງກັນເປື້ອນ, ໜ້າກາກໃບໜ້າ N95, ກ່ອງສຳລັບຂື້ເຫຍື້ອບໍ່ອະເຊື້ອ, ...

Read More »

ທ່ານນາຍົກ ຕ້ອນຮັບ ລັດຖະມົນຕີ ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ

ວັນທີ 10 ກຸມພາ ທີ່ນະຄອນຫຼວງວຽງຈັນ, ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ສຈ. ປອ. ໂຕ ເລິມ, ລັດຖະມົນຕີກະຊວງຕໍາຫຼວດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ກຸມພາ 2020. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້້ ຊຶ່ງເປັນການຕອບສະໜອງຕາມຄຳເຊີນຂອງທ່ານ ພົທ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພ້ອມທັງ ເປັນການຈັດຕັ້ງຜັນຂະຫຍາຍ ຜົນກອງປະຊຸມ ຄັ້ງທີ 42 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ...

Read More »